ໂຣມ1
1ຈົດໝາຍສະບັບນີ້ຈາກເຮົາ ໂປໂລ ຜູ້ຮັບໃຊ້ຂອງພຣະຄຣິດເຈົ້າເຢຊູ ຜູ້ທີ່ໄດ້ຮັບການເອີ້ນໃຫ້ເປັນອັກຄະສາວົກ ແລະ ຖືກແຍກໄວ້ເພື່ອຂ່າວປະເສີດຂອງພຣະເຈົ້າ,2ຄືຂ່າວປະເສີດທີ່ພຣະອົງໄດ້ສັນຍາໄວ້ລ່ວງໜ້າ ໂດຍຜ່ານທາງບັນດາຜູ້ທຳນວາຍຂອງພຣະອົງໃນພຣະຄຳພີສັກສິດ.3ຂ່າວປະເສີດນັ້ນກ່ຽວກັບພຣະບຸດຂອງພຣະອົງ ຜູ້ທີ່ໃນຖານະມະນຸດ ເຊິ່ງເປັນເຊື້ອສາຍຂອງດາວິດຝ່າຍເນື້ອກາຍ,4ແລະ ຜູ້ທີ່ໂດຍທາງພຣະວິນຍານແຫ່ງຄວາມບໍລິສຸດ ພຣະອົງໄດ້ຮັບການແຕ່ງຕັ້ງໃຫ້ເປັນພຣະບຸດຂອງພຣະເຈົ້າດ້ວຍລິດອຳນາດ ໂດຍການເປັນຄືນມາຈາກຕາຍ ຄືພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ.5ພວກເຮົາໄດ້ຮັບພຣະຄຸນ ແລະ ຖືກແຕ່ງຕັ້ງໃຫ້ເປັນອັກຄະສາວົກໂດຍຜ່ານທາງພຣະອົງ ເພື່ອເອີ້ນເອົາບັນດາຄົນຕ່າງຊາດທັງຫລາຍມາສູ່ການເຊື່ອຟັງທີ່ມາທາງຄວາມເຊື່ອເພື່ອນາມຂອງພຣະອົງ.6ແລະ ພວກເຈົ້າກໍຮ່ວມຢູ່ໃນບັນດາຄົນຕ່າງຊາດຜູ້ທີ່ໄດ້ເອີ້ນໃຫ້ເປັນຂອງພຣະເຢຊູຄຣິດເຈົ້າເໝືອນກັນ.7ເຖິງທຸກຄົນທີ່ຢູ່ໃນນະຄອນໂຣມ ຜູ້ທີ່ພຣະເຈົ້າຮັກ ແລະ ໄດ້ເອີ້ນໃຫ້ເປັນຄົນບໍລິສຸດຂອງພຣະອົງ.
ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າ ພຣະບິດາເຈົ້າຂອງເຮົາ ແລະ ຈາກພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຈົ່ງມີແກ່ພວກເຈົ້າທັງຫລາຍ.
ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າ ພຣະບິດາເຈົ້າຂອງເຮົາ ແລະ ຈາກພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຈົ່ງມີແກ່ພວກເຈົ້າທັງຫລາຍ.
ໂປໂລປາຖະໜາທີ່ຈະມາຢ້ຽມຢາມນະຄອນໂຣມ
8ກ່ອນອື່ນ ເຮົາຂອບພຣະຄຸນພຣະເຈົ້າຂອງເຮົາຜ່ານທາງພຣະເຢຊູຄຣິດເຈົ້າເພື່ອພວກເຈົ້າທຸກຄົນ, ເພາະຄວາມເຊື່ອຂອງພວກເຈົ້າກຳລັງຖືກກ່າວໄປທົ່ວໂລກ.9ພຣະເຈົ້າຜູ້ທີ່ເຮົາຮັບໃຊ້ດ້ວຍສຸດໃຈໃນການປະກາດຂ່າວປະເສີດເລື່ອງພຣະບຸດຂອງພຣະອົງນັ້ນເປັນພະຍານໃຫ້ເຮົາວ່າ ເຮົາລະນຶກເຖິງພວກເຈົ້າຢູ່ສະເໝີ10ໃນຄຳອະທິຖານຂອງເຮົາທຸກຄັ້ງ ແລະ ເຮົາອະທິຖານວ່າໃນທີ່ສຸດນີ້ຖ້າເປັນຕາມຄວາມປະສົງຂອງພຣະເຈົ້າ ຂໍໃຫ້ເຮົາມີໂອກາດມາຫາພວກເຈົ້າ.11ເຮົາປາຖະໜາຢາກເຫັນພວກເຈົ້າເພື່ອເຮົາຈະໄດ້ແບ່ງປັນຂອງປະທານຝ່າຍຈິດວິນຍານບາງຢ່າງໃຫ້ແກ່ພວກເຈົ້າ ເພື່ອເຮັດໃຫ້ພວກເຈົ້າເຂັ້ມແຂງ12ຄືວ່າພວກເຈົ້າ ແລະ ເຮົາຈະໄດ້ໜູນໃຈເຊິ່ງກັນແລະກັນໂດຍຄວາມເຊື່ອຂອງພວກເຮົາທັງສອງຝ່າຍ.13ພີ່ນ້ອງທັງຫລາຍເອີຍ ເຮົາຢາກໃຫ້ພວກເຈົ້າຮູ້ວ່າເຮົາໄດ້ວາງແຜນໄວ້ຫລາຍເທື່ອແລ້ວທີ່ຈະມາຢ້ຽມຢາມພວກເຈົ້າ (ແຕ່ຈົນເຖິງດຽວນີ້ກໍຍັງມີເຫດຂັດຂວາງຢູ່) ເພື່ອວ່າເຮົາຈະໄດ້ເກັບກ່ຽວຜົນບາງຢ່າງໃນທ່າມກາງພວກເຈົ້າ ເໝືອນດັ່ງທີ່ເຮົາໄດ້ເກັບກ່ຽວຜົນໃນທ່າມກາງຄົນຕ່າງຊາດອື່ນໆ.14ເຮົາມີພັນທະຕໍ່ທັງຊາວກຣີກ ແລະ ຜູ້ທີ່ບໍ່ແມ່ນຊາວກຣີກ, ທັງຕໍ່ຄົນມີປັນຍາ ແລະ ທັງຕໍ່ຄົນໂງ່.15ດ້ວຍເຫດນີ້ ເຮົາຈຶ່ງກະຕືລືລົ້ນທີ່ຈະປະກາດຂ່າວປະເສີດແກ່ພວກເຈົ້າຜູ້ທີ່ຢູ່ໃນນະຄອນໂຣມເໝືອນກັນ.16ດ້ວຍວ່າ ເຮົາບໍ່ອາຍເລື່ອງຂ່າວປະເສີດ, ເພາະວ່າຂ່າວປະເສີດເປັນລິດອຳນາດຂອງພຣະເຈົ້າ ເຊິ່ງນໍາເອົາຄວາມພົ້ນໄປເຖິງທຸກຄົນທີ່ເຊື່ອຄື: ຄົນຢິວກ່ອນ ແລະ ຈາກນັ້ນກໍໄປເຖິງຄົນຕ່າງຊາດ.17ເພາະໃນຂ່າວປະເສີດນັ້ນ ຄວາມຊອບທຳຂອງພຣະເຈົ້າກໍໄດ້ຮັບການເປີດເຜີຍ ເປັນຄວາມຊອບທຳທີ່ເລີ່ມຕົ້ນດ້ວຍຄວາມເຊື່ອ ແລະ ສຸດທ້າຍກໍດ້ວຍຄວາມເຊື່ອ, ດັ່ງທີ່ມີຄຳຂຽນໄວ້ໃນພຣະຄຳພີແລ້ວວ່າ: “ຄົນຊອບທຳຈະດຳເນີນຊີວິດໂດຍຄວາມເຊື່ອ”.ຄວາມໂກດຮ້າຍຂອງພຣະເຈົ້າຕໍ່ສູ້ຄວາມບາບຂອງມະນຸດ
18ພຣະເຈົ້າໄດ້ສະແດງຄວາມໂກດຮ້າຍຈາກສະຫວັນຕໍ່ສູ້ຄວາມອະທຳ ແລະ ຄວາມຊົ່ວຮ້າຍທັງໝົດຂອງມະນຸດ ຜູ້ທີ່ໃຊ້ຄວາມຊົ່ວຮ້າຍຂອງຕົນປົກປິດຄວາມຈິງ,19ດ້ວຍວ່າສິ່ງທີ່ອາດເຮັດໃຫ້ເປັນທີ່ຮູ້ຈັກກ່ຽວກັບພຣະເຈົ້ານັ້ນກໍໄດ້ປາກົດແຈ້ງແກ່ພວກເຂົາ, ເພາະວ່າພຣະເຈົ້າໄດ້ກະທຳສິ່ງເຫລົ່ານີ້ໃຫ້ປາກົດແຈ້ງແກ່ພວກເຂົາແລ້ວ.20ເພາະວ່າຕັ້ງແຕ່ການສ້າງໂລກ ສະພາບທີ່ບໍ່ປາກົດຂອງພຣະເຈົ້າ ຄືລິດອຳນາດອັນຖາວອນ ແລະ ຄວາມເປັນພຣະເຈົ້າຂອງພຣະອົງພວກເຮົາກໍໄດ້ເຫັນຢ່າງຊັດເຈນ ແລະ ເຂົ້າໃຈໄດ້ຈາກສິ່ງທີ່ໄດ້ສ້າງຂຶ້ນ, ດັ່ງນັ້ນ ມະນຸດຈຶ່ງບໍ່ມີຂໍ້ແກ້ໂຕໄດ້.21ເພາະເຖິງແມ່ນວ່າພວກເຂົາໄດ້ຮູ້ຈັກພຣະເຈົ້າແລ້ວ, ພວກເຂົາກໍບໍ່ໄດ້ຖວາຍກຽດແກ່ພຣະອົງໃຫ້ສົມກັບການທີ່ພຣະອົງເປັນພຣະເຈົ້າ ທັງບໍ່ໄດ້ຂອບພຣະຄຸນພຣະອົງ, ແຕ່ວ່າຄວາມຄິດຂອງພວກເຂົາກາຍເປັນສິ່ງທີ່ໄຮ້ປະໂຫຍດ ແລະ ຈິດໃຈອັນໂງ່ຂອງພວກເຂົາກໍມືດມົວໄປ.22ເຖິງພວກເຂົາອ້າງຕົນວ່າເປັນຄົນມີປັນຍາ ພວກເຂົາກໍກາຍເປັນຄົນໂງ່23ແລະ ເອົາສະຫງ່າລາສີຂອງພຣະເຈົ້າຜູ້ເປັນອະມະຕະໄປແລກປ່ຽນກັບຮູບເຄົາລົບທີ່ສ້າງຂຶ້ນຕາມແບບຂອງມະນຸດທີ່ຕ້ອງຕາຍ, ຕາມແບບຂອງສັດປີກ, ສັດເລືອຄານ ແລະ ສັດຕ່າງໆ.24ເຫດສະນັ້ນ ພຣະເຈົ້າຈຶ່ງໄດ້ປ່ອຍພວກເຂົາໃຫ້ເຮັດບາບທາງເພດຕາມຕັນຫາຊົ່ວໃນໃຈຂອງພວກເຂົາ ເຮັດສິ່ງທີ່ໜ້າອັບອາຍທາງຮ່າງກາຍຕໍ່ກັນ.25ພວກເຂົາເອົາຄວາມຈິງເລື່ອງພຣະເຈົ້າມາປ່ຽນກັບຄວາມບໍ່ຈິງ, ພວກເຂົາຂາບໄຫວ້ ແລະ ບົວລະບັດຮັບໃຊ້ສິ່ງທີ່ໄດ້ສ້າງຂຶ້ນມາແທນພຣະເຈົ້າຜູ້ສ້າງ ຜູ້ເປັນທີ່ສັນລະເສີນຕະຫລອດໄປເປັນນິດ. ອາແມນ.26ເພາະດ້ວຍເຫດນີ້ ພຣະເຈົ້າຈຶ່ງປ່ອຍພວກເຂົາໄວ້ໃນກິເລດຕັນຫາອັນໜ້າອັບອາຍ. ແມ່ນແຕ່ພວກແມ່ຍິງຂອງພວກເຂົາກໍປ່ຽນຈາກການມີຄວາມສຳພັນທາງເພດຕາມທຳມະຊາດໃຫ້ຜິດທຳມະຊາດໄປ.27ໃນທຳນອງດຽວກັນ ພວກຜູ້ຊາຍກໍເລີກມີຄວາມສຳພັນທາງເພດຕາມທຳມະຊາດກັບແມ່ຍິງ ແລະ ເຕັມດ້ວຍໄຟແຫ່ງກິເລດຕັນຫາຕໍ່ກັນ. ຜູ້ຊາຍກັບຜູ້ຊາຍເຮັດການຊົ່ວໜ້າອັບອາຍຕໍ່ກັນ, ພວກເຂົາຈຶ່ງໄດ້ຮັບການລົງໂທດທີ່ສົມກັບການກະທຳຂອງຕົນ.28ຫລາຍກວ່ານັ້ນ, ເນື່ອງຈາກພວກເຂົາບໍ່ເຫັນຄຸນຄ່າຂອງການຮູ້ຈັກພຣະເຈົ້າ ພຣະອົງຈຶ່ງປ່ອຍພວກເຂົາໃຫ້ມີຈິດໃຈຊົ່ວຊ້າ ເຮັດສິ່ງທີ່ບໍ່ສົມຄວນເຮັດ.29ພວກເຂົາຈຶ່ງກາຍເປັນຄົນທີ່ເຕັມໄປດ້ວຍຄວາມຊົ່ວທຸກຢ່າງ, ຄວາມຊົ່ວຮ້າຍ, ຄວາມໂລບ ແລະ ການປອງຮ້າຍ. ພວກເຂົາເຕັມໄປດ້ວຍຄວາມອິດສາ, ການຂ້າຟັນ, ການຕໍ່ສູ້ຊິງດີຊິງເດັ່ນ, ການລໍ້ລວງ ແລະ ການຄິດຮ້າຍຕໍ່ກັນ. ພວກເຂົາມັກເວົ້ານິນທາ,30ໃສ່ຮ້າຍປ້າຍສີກັນ, ກຽດຊັງພຣະເຈົ້າ, ອວດດີ, ໝິ່ນປະໝາດ ແລະ ອວດໂຕ. ພວກເຂົາຄິດຫາທາງໃໝ່ໆຂຶ້ນໃນການເຮັດຊົ່ວ, ພວກເຂົາບໍ່ເຊື່ອຟັງພໍ່ແມ່ຂອງຕົນ,31ພວກເຂົາບໍ່ມີຄວາມເຂົ້າໃຈ, ບໍ່ມີຄວາມຊື່ສັດ, ບໍ່ມີຄວາມຮັກ, ບໍ່ມີຄວາມເມດຕາ.32ເຖິງແມ່ນວ່າ ພວກເຂົາຮູ້ກົດບັນຍັດອັນຊອບທຳຂອງພຣະເຈົ້າທີ່ກ່າວວ່າ ຄົນທີ່ກະທຳຢ່າງນັ້ນກໍສົມຄວນຕ້ອງຕາຍ, ເຖິງປານນັ້ນ ພວກເຂົາກໍຍັງເຮັດຢູ່ ແລະ ຍັງເຫັນພ້ອມກັບຄົນທີ່ເຮັດຢ່າງນັ້ນອີກດ້ວຍ.Biblica, Inc.