ພຣະນິມິດ9
1ເທວະດາຕົນທີຫ້າເປົ່າແກຂອງຕົນ ແລະ ຂ້າພະເຈົ້າໄດ້ເຫັນດາວດວງໜຶ່ງຕົກຈາກຟ້າລົງມາເທິງແຜ່ນດິນໂລກ. ດາວນັ້ນໄດ້ຮັບກະແຈໄຂປ່ອງຂອງເຫວເລິກ.2ເມື່ອດາວນັ້ນໄດ້ເປີດເຫວເລິກແລ້ວ, ຄວັນກໍພຸ່ງອອກມາເໝືອນດັ່ງຄວັນຈາກເຕົາຫລອມອັນໃຫຍ່. ດວງຕາເວັນ ແລະ ທ້ອງຟ້າກໍມືດມົວໄປໂດຍຄວັນທີ່ຂຶ້ນມາຈາກເຫວເລິກນັ້ນ.3ແລະ ມີຝູງຕັກແຕນອອກຈາກຄວັນນັ້ນບິນລົງມາຍັງແຜ່ນດິນໂລກ ແລະ ພວກມັນໄດ້ຮັບອຳນາດເໝືອນກັບອຳນາດຂອງແມງງອດໃນແຜ່ນດິນໂລກ.4ພວກມັນຖືກສັ່ງຫ້າມບໍ່ໃຫ້ທຳລາຍຫຍ້າ ຫລື ພືດ ຫລື ຕົ້ນໄມ້ໃນໂລກ, ແຕ່ໃຫ້ທຳລາຍສະເພາະຄົນທີ່ບໍ່ມີຕາປະທັບຂອງພຣະເຈົ້າຢູ່ເທິງໜ້າຜາກຂອງພວກເຂົາ.5ພວກມັນບໍ່ໄດ້ຮັບອະນຸຍາດໃຫ້ຂ້າຄົນເຫລົ່ານັ້ນ ແຕ່ໃຫ້ທໍລະມານພວກເຂົາເປັນເວລາຫ້າເດືອນ. ແລະ ຄວາມເຈັບປວດທີ່ພວກເຂົາທໍລະມານນີ້ເປັນເໝືອນດັ່ງຖືກແມງງອດຕອດ.6ຕະຫລອດວັນເຫລົ່ານັ້ນຄົນທັງຫລາຍຈະຮ້ອງຫາຄວາມຕາຍແຕ່ຈະບໍ່ພົບຄວາມຕາຍນັ້ນ, ພວກເຂົາຢາກຕາຍແຕ່ຄວາມຕາຍຈະປົບໜີໄປຈາກພວກເຂົາ.7ຕັກແຕນເຫລົ່ານັ້ນມີລັກສະນະເໝືອນດັ່ງຝູງມ້າທີ່ຕຽມພ້ອມເພື່ອສູ້ຮົບ. ເທິງຫົວຂອງພວກມັນມີສິ່ງໜຶ່ງເໝືອນມົງກຸດຄຳ ແລະ ໜ້າຂອງພວກມັນຄ້າຍຄືກັນກັບໜ້າມະນຸດ.8ຜົມຂອງພວກມັນເໝືອນຜົມຂອງຜູ້ຍິງ ແລະ ແຂ້ວຂອງພວກມັນເໝືອນກັບແຂ້ວຂອງໂຕສິງ.9ພວກມັນມີເສື້ອເກາະເອິກເໝືອນກັບເສື້ອເກາະເອິກເຫລັກ ແລະ ສຽງປີກຂອງພວກມັນເໝືອນສຽງກ້ອງກັງວານຂອງຝູງມ້າຮົບ ແລະ ສຽງຂອງລົດມ້າຈຳນວນຫລາຍຄັນທີ່ແລ່ນເຂົ້າສູ່ສະໜາມຮົບ.10ພວກມັນມີຫາງພ້ອມກັບໄລ, ເໝືອນຫາງແມງງອດ ແລະ ຫາງຂອງພວກມັນມີອຳນາດທີ່ຈະທໍລະມານມະນຸດເປັນເວລາຫ້າເດືອນ.11ພວກມັນມີເທວະດາແຫ່ງເຫວເລິກເປັນກະສັດປົກຄອງພວກມັນ, ເຊິ່ງມີຊື່ໃນພາສາເຮັບເຣີວ່າອາບັດໂດນ ແລະ ມີຊື່ໃນພາສາກຣີກວ່າອາໂປລິໂອນ (ມີຄວາມໝາຍວ່າ, ຜູ້ທຳລາຍ).12ວິບັດທຳອິດຜ່ານໄປແລ້ວ ຍັງມີອີກສອງວິບັດທີ່ຈະມາເຖິງ.13ເທວະດາຕົນທີຫົກເປົ່າແກ ແລະ ຂ້າພະເຈົ້າໄດ້ຍິນສຽງມາຈາກເຂົາທັງສີ່ທີ່ຢູ່ແທ່ນບູຊາຄຳທີ່ຕັ້ງຢູ່ຕໍ່ໜ້າພຣະເຈົ້າ.14ສຽງນັ້ນກ່າວຕໍ່ເທວະດາຕົນທີຫົກທີ່ຖືແກຢູ່ວ່າ, “ຈົ່ງປົດປ່ອຍເທວະດາທັງສີ່ທີ່ຖືກມັດໄວ້ທີ່ແມ່ນ້ຳໃຫຍ່ຊື່ວ່າເອີຟຣັດ”.15ແລະ ເທວະດາທັງສີ່ທີ່ພຣະເຈົ້າໄດ້ຕຽມໄວ້ພ້ອມສຳລັບຊົ່ວໂມງ, ວັນ, ເດືອນ ແລະ ປີ ກໍຖືກປົດປ່ອຍໃຫ້ໄປຂ້າມະນຸດໜຶ່ງສ່ວນສາມ.16ຈຳນວນພົນທະຫານມ້າມີສອງຮ້ອຍລ້ານ. ຂ້າພະເຈົ້າໄດ້ຍິນຈຳນວນຂອງພວກເຂົາ.17ມ້າ ແລະ ຜູ້ຂີ່ມ້າທີ່ຂ້າພະເຈົ້າໄດ້ເຫັນໃນນິມິດນັ້ນມີລັກສະນະດັ່ງນີ້ຄື: ເສື້ອເກາະເອິກຂອງພວກເຂົາສີໄຟແດງ, ສີຟ້າເຂັ້ມ ແລະ ສີເຫລືອງຄືມາດ. ຫົວຂອງມ້າເຫລົ່ານັ້ນຄ້າຍຄືກັບຫົວໂຕສິງ ແລະ ມີໄຟ, ມີຄວັນ ແລະ ມີມາດພຸ່ງອອກມາຈາກປາກຂອງພວກມັນ.18ໜຶ່ງສ່ວນສາມຂອງມະນຸດຖືກຂ້າດ້ວຍໄພພິບັດສາມຢ່າງຄື: ໄຟ, ຄວັນ ແລະ ມາດທີ່ໄດ້ພຸ່ງອອກມາຈາກປາກຂອງມ້າ.19ອຳນາດຂອງມ້າເຫລົ່ານັ້ນຢູ່ທີ່ປາກ ແລະ ຫາງຂອງພວກມັນ, ເພາະຫາງຂອງພວກມັນເໝືອນງູ ແລະ ມີຫົວຫລາຍຫົວ ເຊິ່ງມັນເຮັດອັນຕະລາຍໄດ້.20ມະນຸດທີ່ເຫລືອທີ່ບໍ່ຖືກຂ້າດ້ວຍໄພພິບັດເຫລົ່ານີ້ຍັງບໍ່ຍອມກັບໃຈຈາກການກະທຳຂອງຕົນ, ພວກເຂົາບໍ່ຢຸດຂາບໄຫວ້ພວກຜີມານຮ້າຍ ແລະ ຮູບເຄົາລົບທີ່ເຮັດດ້ວຍຄຳ, ເງິນ, ທອງສຳລິດ, ຫີນ ແລະ ໄມ້. ຮູບເຄົາລົບເຫລົ່ານັ້ນບໍ່ສາມາດເບິ່ງເຫັນ, ໄດ້ຍິນ ຫລື ຍ່າງໄປມາໄດ້.21ທັງພວກເຂົາບໍ່ໄດ້ກັບໃຈຈາກຄາດຕະກຳ, ການໃຊ້ເວດມົນຄາຖາ, ການຜິດສິນທຳທາງເພດ ແລະ ການລັກທີ່ຕົນເຮັດຢູ່.
Biblica, Inc.