ພຣະນິມິດ7
ປະທັບຕາ 144.000 ຄົນ
1ຫລັງຈາກນັ້ນ ຂ້າພະເຈົ້າໄດ້ເຫັນເທວະດາສີ່ຕົນຢືນຢູ່ທີ່ສີ່ມຸມຂອງແຜ່ນດິນໂລກ ດຶງລົມທັງສີ່ທິດຂອງແຜ່ນດິນໂລກບໍ່ໃຫ້ລົມພັດມາເທິງແຜ່ນດິນ ຫລື ພັດເທິງທະເລ ຫລື ພັດເທິງຕົ້ນໄມ້ໃດໆ.2ແລ້ວຂ້າພະເຈົ້າໄດ້ເຫັນເທວະດາອີກຕົນໜຶ່ງຂຶ້ນມາຈາກທາງທິດຕາເວັນອອກ, ຖືຕາປະທັບຂອງພຣະເຈົ້າຜູ້ມີຊີວິດຢູ່. ເທວະດາຕົນນັ້ນໄດ້ຮ້ອງດ້ວຍສຽງດັງເພື່ອບອກເທວະດາທັງສີ່ທີ່ໄດ້ຮັບສິດອຳນາດໃຫ້ເຮັດອັນຕະລາຍແກ່ແຜ່ນດິນ ແລະ ທະເລວ່າ:3“ຢ່າເຮັດອັນຕະລາຍແກ່ແຜ່ນດິນ ຫລື ທະເລ ຫລື ຕົ້ນໄມ້ຈົນກວ່າພວກເຮົາຈະໄດ້ປະທັບຕາເທິງໜ້າຜາກຂອງບັນດາຜູ້ຮັບໃຊ້ຂອງພຣະເຈົ້າຂອງພວກເຮົາກ່ອນ”.4ແລ້ວຂ້າພະເຈົ້າໄດ້ຍິນຈຳນວນຂອງບັນດາຜູ້ທີ່ໄດ້ຮັບການປະທັບຕາມີຄື: ໜຶ່ງແສນສີ່ສິບສີ່ພັນຄົນຈາກທຸກເຜົ່າຂອງອິດສະຣາເອນ.5ຈາກເຜົ່າຢູດາ ສິບສອງພັນຄົນໄດ້ຮັບການປະທັບຕາ, ຈາກເຜົ່າຣູເບັນ ສິບສອງພັນຄົນ ຈາກເຜົ່າກຸນກາດ ສິບສອງພັນຄົນ6ຈາກເຜົ່າອາເຊ ສິບສອງພັນຄົນ ຈາກເຜົ່າເນັບທາລີ ສິບສອງພັນຄົນ ຈາກເຜົ່າມານາເຊ ສິບສອງພັນຄົນ7ຈາກເຜົ່າຊີເມໂອນ ສິບສອງພັນຄົນ ຈາກເຜົ່າເລວີ ສິບສອງພັນຄົນ ຈາກເຜົ່າອິດຊາຄາ ສິບສອງພັນຄົນ8ຈາກເຜົ່າເຊບູໂລນ ສິບສອງພັນຄົນ ຈາກເຜົ່າໂຢເຊັບ ສິບສອງພັນຄົນ ຈາກເຜົ່າເບັນຢາມິນ ສິບສອງພັນຄົນຄົນຈໍານວນຫລວງຫລາຍໃສ່ເສື້ອຄຸມສີຂາວ
9ຫລັງຈາກນັ້ນ ຂ້າພະເຈົ້າໄດ້ແນມເບິ່ງ ແລະ ຢູ່ຕໍ່ໜ້າຂ້າພະເຈົ້າມີຄົນຈໍານວນຫລວງຫລາຍທີ່ບໍ່ສາມາດນັບໄດ້, ຈາກທຸກຊາດ, ທຸກຊົນເຜົ່າ, ຄົນທຸກຄົນ ແລະ ທຸກພາສາ, ຢືນຢູ່ຕໍ່ໜ້າບັນລັງ ແລະ ຕໍ່ໜ້າລູກແກະຂອງພຣະເຈົ້າ ພວກເຂົານຸ່ງເສື້ອຄຸມສີຂາວ ແລະ ຖືກ້ານຕານຢູ່ໃນມືຂອງພວກເຂົາ.10ແລະ ພວກເພິ່ນໄດ້ຮ້ອງດ້ວຍສຽງອັນດັງວ່າ:“ຄວາມພົ້ນມາຈາກພຣະເຈົ້າຂອງພວກເຮົາຜູ້ນັ່ງຢູ່ເທິງບັນລັງແລະ ມາຈາກລູກແກະຂອງພຣະເຈົ້າ”.11ເທວະດາທຸກຕົນຢືນຢູ່ອ້ອມບັນລັງ ແລະ ອ້ອມພວກຜູ້ອາວຸໂສ ແລະ ສິ່ງທີ່ມີຊີວິດທັງສີ່. ພວກເຂົາກົ້ມໜ້າລົງຕໍ່ໜ້າບັນລັງ ແລະ ນະມັດສະການພຣະເຈົ້າ,12ໂດຍຮ້ອງວ່າ:“ອາແມນ!ຂໍໃຫ້ຄຳສັນລະເສີນ ແລະ ສະຫງ່າລາສີແລະ ສະຕິປັນຍາ, ຄຳຂອບພຣະຄຸນ ແລະ ກຽດຕິຍົດລິດອຳນາດ ແລະ ກຳລັງຈົ່ງມີແກ່ພຣະເຈົ້າຂອງພວກເຮົາຕະຫລອດໄປເປັນນິດ,ອາແມນ!”13ແລ້ວຜູ້ອາວຸໂສທ່ານໜຶ່ງໄດ້ຖາມຂ້າພະເຈົ້າວ່າ, “ຄົນເຫລົ່ານີ້ທີ່ນຸ່ງເສື້ອຄຸມສີຂາວນັ້ນແມ່ນຜູ້ໃດ ແລະ ພວກເຂົາມາຈາກໃສ?”14ຂ້າພະເຈົ້າຕອບວ່າ, “ທ່ານເອີຍ ທ່ານເອງຍ່ອມຮູ້ຢູ່ແລ້ວ”.ແລະ ທ່ານຜູ້ນັ້ນຈຶ່ງເວົ້າວ່າ, “ຄົນເຫລົ່ານີ້ຄືຜູ້ທີ່ມາຈາກຄວາມທຸກຍາກລຳບາກຄັ້ງໃຫຍ່ ພວກເຂົາໄດ້ຊຳລະເສື້ອຄຸມຂອງຕົນ ແລະ ເຮັດໃຫ້ຕົນຂາວດ້ວຍເລືອດຂອງລູກແກະຂອງພຣະເຈົ້າ.15ເຫດສະນັ້ນ,“ພວກເຂົາຈຶ່ງໄດ້ຢືນຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າແລະ ຮັບໃຊ້ພຣະອົງທັງກາງເວັນ ແລະ ກາງຄືນໃນວິຫານຂອງພຣະອົງ,ແລະ ພຣະອົງຜູ້ນັ່ງຢູ່ເທິງບັນລັງຈະກຳບັງພວກເຂົາໄວ້ດ້ວຍການສະຖິດຂອງພຣະອົງ.16ພວກເຂົາຈະບໍ່ຫິວອີກຈັກເທື່ອ,ພວກເຂົາຈະບໍ່ກະຫາຍອີກຈັກເທື່ອ.‘ຕາເວັນຈະບໍ່ເຜົາໄໝ້ພວກເຂົາ,’ ຫລື ຄວາມຮ້ອນອັນແຮງກ້າໃດໆ17ເພາະລູກແກະຂອງພຣະເຈົ້າຜູ້ນັ່ງຢູ່ກາງບັນລັງນັ້ນຈະເປັນພຣະຜູ້ລ້ຽງຂອງພວກເຂົາ.‘ພຣະອົງຈະນຳພວກເຂົາໄປຍັງນ້ຳພຸແຫ່ງຊີວິດ’. ‘ແລະ ພຣະເຈົ້າຈະເຊັດນ້ຳຕາທຸກຢົດຈາກຕາຂອງພວກເຂົາ’ ”.
Biblica, Inc.