ພຣະນິມິດ22
ສວນເອເດນຖືກສ້າງຄືນໃໝ່
1ແລ້ວເທວະດານັ້ນໄດ້ສະແດງໃຫ້ຂ້າພະເຈົ້າເຫັນແມ່ນ້ຳທີ່ມີນ້ຳແຫ່ງຊີວິດໄສເໝືອນດັ່ງແກ້ວ, ໄຫລຈາກບັນລັງຂອງພຣະເຈົ້າ ແລະ ຂອງລູກແກະຂອງພຣະເຈົ້າ2ລົງມາກາງຖະໜົນໃຫຍ່ຂອງນະຄອນນັ້ນ. ສອງຟາກຂອງແມ່ນ້ຳນັ້ນມີຕົ້ນໄມ້ແຫ່ງຊີວິດຕັ້ງຢູ່ ເຊິ່ງເກີດຜົນສິບສອງເທື່ອ, ຄືເກີດຜົນທຸກເດືອນ. ແລະ ໃບຂອງຕົ້ນໄມ້ນັ້ນໃຊ້ຮັກສາບັນດາປະຊາຊາດໃຫ້ຫາຍດີ.3ທີ່ນັ້ນບໍ່ມີການສາບແຊ່ງໃດໆອີກຕໍ່ໄປ. ບັນລັງຂອງພຣະເຈົ້າ ແລະ ຂອງລູກແກະຂອງພຣະເຈົ້າຈະຕັ້ງຢູ່ໃນນະຄອນນັ້ນ ແລະ ບັນດາຜູ້ຮັບໃຊ້ຂອງພຣະອົງຈະຮັບໃຊ້ພຣະອົງ.4ພວກເຂົາທັງຫລາຍຈະເຫັນໜ້າຂອງພຣະອົງ ແລະ ມີຊື່ຂອງພຣະອົງຈະຢູ່ເທິງໜ້າຜາກຂອງພວກເຂົາ.5ທີ່ນັ້ນຈະບໍ່ມີກາງຄືນອີກຕໍ່ໄປ. ພວກເຂົາຈະບໍ່ຕ້ອງການແສງຕະກຽງ ຫລື ແສງຕາເວັນ ເພາະອົງພຣະຜູ້ເປັນເຈົ້າພຣະເຈົ້າຈະໃຫ້ຄວາມສະຫວ່າງແກ່ພວກເຂົາ. ແລະ ພວກເຂົາຈະປົກຄອງຕະຫລອດໄປເປັນນິດ.ໂຢຮັນ ແລະ ເທວະດາ
6ເທວະດານັ້ນໄດ້ກ່າວກັບຂ້າພະເຈົ້າວ່າ, “ຂໍ້ຄວາມເຫລົ່ານີ້ເຊື່ອຖືໄດ້ ແລະ ເປັນຄວາມຈິງ. ອົງພຣະຜູ້ເປັນເຈົ້າພຣະເຈົ້າຜູ້ທີ່ດົນໃຈບັນດາຜູ້ທຳນວາຍນັ້ນ, ພຣະອົງໄດ້ສົ່ງເທວະດາຂອງພຣະອົງມາສະແດງແກ່ບັນດາຜູ້ຮັບໃຊ້ຂອງພຣະອົງໃຫ້ເຫັນສິ່ງຕ່າງໆທີ່ຈະຕ້ອງເກີດຂຶ້ນໃນໄວໆນີ້”.7“ເບິ່ງແມ, ເຮົາຈະມາໃນໄວໆນີ້! ຄວາມສຸກມີແກ່ຜູ້ທີ່ຖືຮັກສາຖ້ອຍຄຳຂອງຄຳທຳນວາຍທີ່ໄດ້ບັນທຶກໄວ້ໃນໜັງສືມ້ວນນີ້”.8ຂ້າພະເຈົ້າ ໂຢຮັນ ເປັນຜູ້ທີ່ໄດ້ຍິນ ແລະ ໄດ້ເຫັນສິ່ງເຫລົ່ານີ້. ແລະ ເມື່ອຂ້າພະເຈົ້າໄດ້ເຫັນ ແລະ ໄດ້ຍິນສິ່ງເຫລົ່ານີ້ແລ້ວ, ຂ້າພະເຈົ້າກໍໝອບລົງເພື່ອນະມັດສະການທີ່ຕີນຂອງເທວະດາຕົນທີ່ໄດ້ສະແດງເຫດການເຫລົ່ານີ້ໃຫ້ແກ່ຂ້າພະເຈົ້າ.9ແຕ່ເທວະດານັ້ນໄດ້ບອກຂ້າພະເຈົ້າວ່າ, “ຢ່າເຮັດຢ່າງນີ້! ເຮົາເປັນເພື່ອນຜູ້ຮັບໃຊ້ຮ່ວມກັບທ່ານ ແລະ ຮ່ວມກັບພີ່ນ້ອງຂອງທ່ານຄືບັນດາຜູ້ທຳນວາຍ ແລະ ຄົນທັງປວງທີ່ຖືຮັກສາຖ້ອຍຄຳໃນໜັງສືມ້ວນນີ້. ຈົ່ງນະມັດສະການພຣະເຈົ້າ!”10ແລ້ວເທວະດານັ້ນໄດ້ບອກຂ້າພະເຈົ້າວ່າ, “ຢ່າປະທັບຕາຖ້ອຍຄຳຂອງຄຳທຳນວາຍໃນໜັງສືມ້ວນນີ້ເພາະວ່າເວລາໃກ້ຈະມາເຖິງແລ້ວ.11ຜູ້ທີ່ເຮັດຜິດກໍໃຫ້ເຮັດຜິດຕໍ່ໄປ, ຜູ້ທີ່ຊົ່ວຊ້າກໍໃຫ້ຊົ່ວຊ້າຕໍ່ໄປ, ຜູ້ທີ່ເຮັດສິ່ງທີ່ຖືກຕ້ອງກໍໃຫ້ເຮັດສິ່ງທີ່ຖືກຕ້ອງຕໍ່ໄປ ແລະ ຜູ້ທີ່ເປັນຄົນບໍລິສຸດກໍໃຫ້ເປັນຄົນບໍລິສຸດຕໍ່ໄປ”.ຄຳລົງທ້າຍທີ່ເປັນຄຳເຊີນ ແລະ ຄຳເຕືອນ
12“ເບິ່ງແມ, ເຮົາຈະມາໃນໄວໆນີ້! ບຳເໜັດກໍຢູ່ທີ່ເຮົາ ແລະ ເຮົາຈະໃຫ້ແກ່ແຕ່ລະຄົນຕາມສິ່ງທີ່ພວກເຮົາໄດ້ເຮັດ.13ເຮົາເປັນອາລະຟາ ແລະ ໂອເມຄາ ເປັນເບື້ອງຕົ້ນ ແລະ ເປັນເບື້ອງປາຍ, ເປັນຜູ້ກົກ ແລະ ເປັນຜູ້ສຸດທ້າຍ.14“ຄວາມສຸກມີແກ່ບັນດາຜູ້ທີ່ຊຳລະເສື້ອຄຸມຂອງຕົນ ເພື່ອວ່າພວກເຂົາຈະໄດ້ມີສິດໃນຕົ້ນໄມ້ແຫ່ງຊີວິດ ແລະ ຜ່ານປະຕູເຂົ້າສູ່ນະຄອນນັ້ນໄດ້.15ຢູ່ຂ້າງນອກນັ້ນມີພວກໝາ, ບັນດາຄົນທີ່ໃຊ້ເວດມົນຄາຖາ, ຄົນທີ່ຜິດສິນທຳທາງເພດ, ຜູ້ຂ້າຄົນ, ຄົນຂາບໄຫວ້ຮູບເຄົາລົບ, ທຸກຄົນທີ່ຮັກ ແລະ ປະພຶດຕາມຄວາມຕົວະນັ້ນ.16“ເຮົາຄືເຢຊູ, ເຮົາໄດ້ໃຊ້ເທວະດາຂອງເຮົາມາເປັນພະຍານເຖິງສິ່ງເຫລົ່ານີ້ແກ່ພວກເຈົ້າເພື່ອຄຣິສຕະຈັກຕ່າງໆ. ເຮົາເປັນຮາກ ແລະ ເປັນເຊື້ອສາຍຂອງດາວິດ ແລະ ເຮົາເປັນດາວຍາມເຊົ້າທີ່ສົດໃສ”.17ພຣະວິນຍານ ແລະ ເຈົ້າສາວກ່າວວ່າ, “ເຊີນມາ!” ແລະ ຜູ້ທີ່ໄດ້ຍິນໃຫ້ກ່າວວ່າ, “ເຊີນມາ!” ຜູ້ໃດຫິວນ້ຳໃຫ້ຜູ້ນັ້ນເຂົ້າມາ, ແລະ ຜູ້ໃດທີ່ປາຖະໜາກໍໃຫ້ຜູ້ນັ້ນມາຮັບເອົານ້ຳແຫ່ງຊີວິດໂດຍບໍ່ຕ້ອງເສຍຄ່າ.18ຂ້າພະເຈົ້າຂໍເຕືອນທຸກຄົນທີ່ໄດ້ຍິນຖ້ອຍຄຳຂອງຄຳທຳນວາຍໃນໜັງສືມ້ວນນີ້ວ່າ: ຖ້າຜູ້ໃດເພີ່ມເຕີມສິ່ງໃດລົງໄປ, ພຣະເຈົ້າຈະເພີ່ມເຕີມໄພພິບັດທີ່ບັນລະຍາຍໄວ້ໃນໜັງສືມ້ວນນີ້ໃຫ້ແກ່ຜູ້ນັ້ນ.19ແລະ ຖ້າຜູ້ໃດຕັດຂໍ້ຄວາມຈາກຄຳທຳນວາຍນີ້, ພຣະເຈົ້າຈະຕັດສ່ວນແບ່ງຂອງຜູ້ນັ້ນອອກຈາກຕົ້ນໄມ້ແຫ່ງຊີວິດ ແລະ ໃນເມືອງສັກສິດນັ້ນ ເຊິ່ງໄດ້ບັນລະຍາຍໄວ້ໃນໜັງສືມ້ວນນີ້.20ພຣະອົງຜູ້ເປັນພະຍານເຖິງສິ່ງເຫລົ່ານີ້ກ່າວວ່າ, “ແນ່ນອນ, ເຮົາຈະມາໃນໄວໆນີ້”.ອາແມນ. ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ຂໍໂຜດມາ.21ຂໍໃຫ້ພຣະຄຸນຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າຢູ່ກັບບັນດາຄົນຂອງພຣະເຈົ້າ. ອາແມນ.
Biblica, Inc.