ພຣະນິມິດ20
ໜຶ່ງພັນປີ
1ແລ້ວຂ້າພະເຈົ້າໄດ້ເຫັນເທວະດາຕົນໜຶ່ງລົງມາຈາກສະຫວັນ, ຖືກະແຈຂອງເຫວເລິກ ແລະ ໂສ້ເສັ້ນໃຫຍ່ໃນມືຂອງເພິ່ນ.2ເທວະດານັ້ນໄດ້ຈັບພະຍານາກທີ່ເປັນງູດຶກດຳບັນ, ຜູ້ທີ່ເປັນມານຮ້າຍ ຫລື ມານຊາຕານ ແລະ ຜູກມັດມັນໄວ້ໜຶ່ງພັນປີ.3ເພິ່ນໄດ້ໂຍນມັນລົງໃນເຫວເລິກ, ໃສ່ກະແຈ ແລະ ປະທັບຕາໃສ່ມັນໄວ້ ເພື່ອບໍ່ໃຫ້ມັນອອກມາຫລອກລວງບັນດາປະຊາຊາດທັງຫລາຍອີກຈົນກວ່າຈະຄົບໜຶ່ງພັນປີ. ຫລັງຈາກນັ້ນ, ມັນຈະຕ້ອງຖືກປ່ອຍອອກມາຊົ່ວໄລຍະສັ້ນໆ.4ຂ້າພະເຈົ້າໄດ້ເຫັນບັນລັງຕ່າງໆ ຜູ້ທີ່ນັ່ງຢູ່ເທິງບັນລັງນັ້ນຄືບັນດາຜູ້ໄດ້ຮັບສິດອຳນາດໃຫ້ພິພາກສາ. ແລະ ຂ້າພະເຈົ້າໄດ້ເຫັນຈິດວິນຍານຂອງບັນດາຄົນທັງຫລາຍທີ່ຖືກຕັດຫົວເພາະເປັນພະຍານເລື່ອງພຣະເຢຊູເຈົ້າ ແລະ ເພາະພຣະທຳຂອງພຣະເຈົ້າ. ພວກເຂົາ ບໍ່ໄດ້ຂາບໄຫວ້ສັດຮ້າຍ ຫລື ຮູບຈຳລອງຂອງມັນ ແລະ ບໍ່ໄດ້ຮັບເຄື່ອງໝາຍຂອງມັນໄວ້ທີ່ໜ້າຜາກ ຫລື ທີ່ມື. ພວກເຂົາໄດ້ກັບຄືນມາມີຊີວິດ ແລະ ຄອບຄອງຮ່ວມກັບພຣະຄຣິດເຈົ້າໜຶ່ງພັນປີ.5(ສ່ວນຄົນຕາຍອື່ນໆທີ່ເຫລືອຢູ່ນັ້ນ ບໍ່ໄດ້ກັບຄືນມາມີຊີວິດຈົນກວ່າຈະຄົບໜຶ່ງພັນປີ). ນີ້ແມ່ນການເປັນຄືນມາຈາກຕາຍຄັ້ງທີໜຶ່ງ.6ບັນດາຜູ້ຮ່ວມໃນການເປັນຄືນມາຈາກຕາຍຄັ້ງທີໜຶ່ງນີ້ກໍເປັນສຸກ ແລະ ບໍລິສຸດ. ຄວາມຕາຍຄັ້ງທີສອງຈະບໍ່ມີອຳນາດເໜືອພວກເຂົາ, ແຕ່ພວກເຂົາຈະເປັນປະໂລຫິດຂອງພຣະເຈົ້າ ແລະ ຂອງພຣະຄຣິດເຈົ້າ ແລະ ຈະປົກຄອງຮ່ວມກັບພຣະອົງເປັນເວລາໜຶ່ງພັນປີ.ການພິພາກສາມານຊາຕານ
7ເມື່ອໜຶ່ງພັນປີຜ່ານພົ້ນໄປແລ້ວ, ມານຊາຕານຈະຖືກປ່ອຍອອກມາຈາກບ່ອນຄຸກຂອງມັນ8ແລະ ມັນຈະອອກໄປຫລອກລວງບັນດາປະຊາຊາດທັງຫລາຍທົ່ວສີ່ມຸມຂອງໂລກທີ່ເອີ້ນວ່າໂກກ ແລະ ມາໂກກ. ເພື່ອຮວບຮວມພວກເຂົາມາເຮັດການສູ້ຮົບ. ພວກເຂົາມີຈຳນວນຫລວງຫລາຍເໝືອນດັ່ງເມັດຊາຍຢູ່ຕາມຝັ່ງທະເລ.9ພວກເຂົາຍົກທັບຂ້າມຄວາມກວ້າງຂອງໂລກ ແລະ ມາອ້ອມຄ້າຍຂອງບັນດາຄົນຂອງພຣະເຈົ້າ ຄືນະຄອນທີ່ພຣະອົງຮັກນັ້ນ. ແຕ່ໄຟຈາກສະຫວັນໄດ້ລົງມາ ແລະ ເຜົາຜານພວກເຂົາ.10ແລະ ມານຮ້າຍທີ່ຫລອກລວງພວກເຂົາກໍຖືກຖິ້ມລົງໃນບຶງໄຟທີ່ມີມາດໄໝ້ຢູ່, ບ່ອນທີ່ສັດຮ້າຍ ແລະ ຜູ້ທຳນວາຍປອມໄດ້ຖືກຖິ້ມລົງໄປກ່ອນແລ້ວ. ພວກມັນຈະທົນທຸກທໍລະມານທັງກາງເວັນ ແລະ ກາງຄືນຕະຫລອດໄປເປັນນິດ.ການພິພາກສາຄົນຕາຍ
11ແລ້ວຂ້າພະເຈົ້າກໍໄດ້ເຫັນບັນລັງໃຫຍ່ສີຂາວ ແລະ ພຣະອົງຜູ້ທີ່ນັ່ງຢູ່ເທິງບັນລັງນັ້ນ. ເມື່ອພຣະອົງປາກົດ ແຜ່ນດິນໂລກ ແລະ ທ້ອງຟ້າກໍໜີໄປ, ແລະ ບໍ່ມີບ່ອນສຳລັບພວກເຂົາ.12ແລະ ຂ້າພະເຈົ້າໄດ້ເຫັນບັນດາທີ່ຄົນຕາຍແລ້ວ ທັງຜູ້ໃຫຍ່ ແລະ ຜູ້ນ້ອຍຢືນຢູ່ຕໍ່ໜ້າບັນລັງ ແລະ ໜັງສືຕ່າງໆກໍໄດ້ເປີດອອກ. ມີໜັງສືອີກເຫລັ້ມໜຶ່ງກໍໄດ້ເປີດອອກເໝືອນກັນ ເຊິ່ງເປັນໜັງສືແຫ່ງຊີວິດ. ຜູ້ທີ່ຕາຍແລ້ວກໍຖືກພິພາກສາຕາມການກະທຳທີ່ພວກເຂົາໄດ້ເຮັດຕາມທີ່ໄດ້ບັນທຶກໄວ້ໃນໜັງສືເຫລົ່ານັ້ນ.13ທະເລກໍສົ່ງຄົນທັງຫລາຍທີ່ຕາຍຢູ່ໃນທະເລຄືນມາ, ຄວາມຕາຍ ແລະ ແດນມໍລະນາກໍສົ່ງຄົນທັງຫລາຍທີ່ຕາຍຢູ່ໃນນັ້ນຄືນມາ ແລະ ແຕ່ລະຄົນໄດ້ຖືກພິພາກສາຕາມທີ່ພວກເຂົາໄດ້ເຮັດ.14ຫລັງຈາກນັ້ນ ຄວາມຕາຍ ແລະ ແດນມໍລະນາກໍຖືກຖິ້ມລົງໃນບຶງໄຟ. ບຶງໄຟນີ້ແຫລະຄືຄວາມຕາຍຄັ້ງທີສອງ.15ຜູ້ໃດທີ່ບໍ່ໄດ້ມີຊື່ຈົດໄວ້ໃນໜັງສືແຫ່ງຊີວິດ ຜູ້ນັ້ນຕ້ອງຖືກຖິ້ມລົງໃນບຶງໄຟ.Biblica, Inc.