ຈົດບັນຊີ6
ຄົນນາຊີຣີ
1ພຣະເຈົ້າຢາເວກ່າວແກ່ໂມເຊວ່າ,2“ຈົ່ງແຈ້ງຄົນອິດສະຣາເອນ ແລະ ບອກພວກເຂົາວ່າ, ‘ຖ້າຊາຍ ຫລື ຍິງຕ້ອງການປະຕິຍານພິເສດເພື່ອການອຸທິດຕົນຕໍ່ພຣະເຈົ້າຢາເວເພື່ອເປັນຊາວນາຊີຣີ,3ພວກເຂົາຕ້ອງລະເວັ້ນຈາກການດື່ມເຫລົ້າອະງຸ່ນ ຫລື ເຄື່ອງດື່ມທີ່ໝັກເຊື້ອແລ້ວ ແລະ ບໍ່ດື່ມເຫລົ້າອະງຸ່ນສົ້ມທີ່ຜະລິດຈາກເຫລົ້າອະງຸ່ນ ຫລື ເຄື່ອງດື່ມທີ່ໝັກເຊື້ອອື່ນໆ.4ຕະຫລອດໄລຍະເວລາທີ່ພວກເຂົາຢູ່ພາຍໃຕ້ຄຳປະຕິຍານເປັນຄົນນາຊີຣີນັ້ນ, ພວກເຂົາບໍ່ກິນສິ່ງໃດທີ່ມາຈາກເຄືອອະງຸ່ນ, ແມ່ນແຕ່ເມັດ ຫລື ເປືອກອະງຸ່ນກໍຕາມ.5“ ‘ຕະຫລອດເວລາທີ່ພວກເຂົາຢູ່ໃນຊ່ວງປະຕິຍານຕົນເປັນຄົນນາຊີຣີນັ້ນ, ພວກເຂົາຈະບໍ່ຕັດຜົມ ຫລື ແຖໜວດ. ພວກເຂົາຈະຕ້ອງບໍລິສຸດຈົນກວ່າຊ່ວງເວລາຂອງການອຸທິດຕົນຕໍ່ພຣະເຈົ້າຢາເວຜ່ານພົ້ນໄປ; ພວກເຂົາຕ້ອງຈົ່ງຜົມຍາວໄວ້.6“ ‘ຕະຫລອດຊ່ວງຂອງການອຸທິດຕົນຕໍ່ພຣະເຈົ້າຢາເວ, ຄົນນາຊີຣີຈະບໍ່ໄປໃກ້ສົບຂອງຄົນຕາຍ.7ແມ່ນແຕ່ຈະເປັນພໍ່ ຫລື ແມ່ ຫລື ອ້າຍ ຫລື ເອື້ອຍນ້ອງຂອງຕົນເອງຕາຍກໍຕາມ, ພວກເຂົາຕ້ອງບໍ່ເຮັດໃຫ້ຕົນເອງເປັນມົນທິນຕໍ່ຄວາມຮັບຜິດຊອບຕາມພິທີກຳຂອງພວກເຂົາ, ເພາະສັນຍາລັກຂອງການອຸທິດຕົນຕໍ່ພຣະເຈົ້າເປັນຄົນນາຊີຣີນັ້ນແມ່ນຢູ່ເທິງຫົວຂອງພວກເຂົາ.8ຕະຫລອດຊ່ວງແຫ່ງການອຸທິດຕົນນັ້ນ, ພວກເຂົາຈະຕ້ອງເປັນຜູ້ບໍລິສຸດຕໍ່ພຣະເຈົ້າຢາເວ.9“ ‘ຖ້າມີຄົນຕາຍກະທັນຫັນໃນບ່ອນຂອງຄົນນາຊີຣີ, ເຊິ່ງເຮັດໃຫ້ຜົມທີ່ເປັນສັນຍາລັກຂອງການອຸທິດຕົນເປັນມົນທິນນັ້ນ, ພວກເຂົາຕ້ອງແຖຫົວຂອງຕົນໃນມື້ທີເຈັດ ເຊິ່ງເປັນມື້ຊຳລະຂອງພວກເຂົາ.10ແລ້ວໃນມື້ທີແປດພວກເຂົາຕ້ອງນຳເອົານົກເຂົາ ຫລື ນົກກາງແກໜຸ່ມສອງໂຕມາມອບໃຫ້ແກ່ປະໂລຫິດທີ່ທາງເຂົ້າເຕັນນັດພົບ.11ປະໂລຫິດຈະຖວາຍນົກໂຕໜຶ່ງເປັນເຄື່ອງບູຊາໄຖ່ບາບ ແລະ ອີກໂຕໜຶ່ງເປັນເຄື່ອງເຜົາບູຊາເພື່ອລຶບລ້າງບາບສຳລັບຄົນນາຊີຣີ ເພາະພວກເຂົາໄດ້ເຮັດບາບໂດຍການຢູ່ໃກ້ຊາກສົບຂອງຄົນຕາຍ. ໃນວັນດຽວກັນນັ້ນ ພວກເຂົາຈະຕ້ອງຊຳລະຫົວຂອງຕົນຖວາຍອີກ.12ພວກເຂົາຕ້ອງອຸທິດຕົນເອງແກ່ພຣະເຈົ້າຢາເວອີກ ຕາມເວລາທີ່ໄດ້ກຳນົດໄວ້ຂອງການອຸທິດຕົນ ພວກເຂົາຕ້ອງນຳເອົາລູກແກະຜູ້ອາຍຸໜຶ່ງປີໂຕໜຶ່ງມາເປັນເຄື່ອງບູຊາລຶບລ້າງຄວາມຜິດ. ວັນອື່ນໆກ່ອນໜ້ານັ້ນບໍ່ນັບ, ເພາະພວກເຂົາໄດ້ເປັນມົນທິນໃນຊ່ວງເວລາຂອງການອຸທິດຕົນ.13“ ‘ນີ້ເປັນກົດຂອງຄົນນາຊີຣີເມື່ອຊ່ວງເວລາຂອງການອຸທິດຕົນຜ່ານພົ້ນໄປແລ້ວ. ພວກເຂົາຈະຕ້ອງມາທີ່ທາງເຂົ້າເຕັນນັດພົບ.14ພວກເຂົາຈະຕ້ອງນຳເອົາເຄື່ອງມາຖວາຍແກ່ພຣະເຈົ້າຢາເວຢູ່ທີ່ນັ້ນຄື: ແກະຜູ້ອາຍຸໜຶ່ງປີໜຶ່ງໂຕ ບໍ່ມີຕຳໜິມາເປັນເຄື່ອງເຜົາບູຊາ, ແກະແມ່ອາຍຸໜຶ່ງປີໜຶ່ງໂຕ ບໍ່ມີຕຳໜິມາເປັນເຄື່ອງບູຊາໄຖ່ບາບ, ແກະຜູ້ອີກໜຶ່ງໂຕ ບໍ່ມີຕຳໜິ ມາເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ,15ພ້ອມກັບເຄື່ອງຖວາຍພືດພັນເປັນເມັດ ແລະ ເຄື່ອງດື່ມບູຊາ ແລະ ກະຕ່າເຂົ້າຈີ່ກ້ອນໜາທີ່ເຮັດດ້ວຍແປ້ງລະອຽດບໍ່ມີເຊື້ອແປ້ງປະສົມນ້ຳມັນໝາກກອກ ແລະ ເຂົ້າຈີ່ກ້ອນບາງທາດ້ວຍນ້ຳມັນໝາກກອກ.16“ ‘ປະໂລຫິດຈະຕ້ອງຖວາຍສິ່ງເຫລົ່ານີ້ທັງໝົດຕໍ່ໜ້າພຣະເຈົ້າຢາເວ ແລະ ຖວາຍເຄື່ອງບູຊາໄຖ່ບາບ ແລະ ເຄື່ອງເຜົາບູຊາ.17ປະໂລຫິດຈະຖວາຍກະຕ່າເຂົ້າຈີ່ບໍ່ມີເຊື້ອແປ້ງ ແລະ ຖວາຍແກະຜູ້ເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳພ້ອມດ້ວຍເຄື່ອງຖວາຍພືດພັນເປັນເມັດ ແລະ ເຄື່ອງດື່ມບູຊາແກ່ພຣະເຈົ້າຢາເວ.18“ ‘ຫລັງຈາກນັ້ນ ຄົນນາຊີຣີຕ້ອງແຖຜົມອອກເພື່ອເປັນສັນຍາລັກຂອງການອຸທິດຕົນຂອງຕົນຢູ່ທີ່ທາງເຂົ້າສູ່ເຕັນນັດພົບ. ພວກເຂົາຈະຕ້ອງນຳຜົມນັ້ນໄປໃສ່ໃນໄຟທີ່ເຜົາເຄື່ອງຖວາຍເພື່ອຄວາມສາມັກຄີທຳ.19“ ‘ຫລັງຈາກທີ່ຄົນນາຊີຣີແຖຜົມເພື່ອເປັນສັນຍາລັກຂອງການອຸທິດຕົນຂອງພວກເຂົາແລ້ວ, ປະໂລຫິດກໍຈະນຳກົກຂາໜ້າຂອງແກະຜູ້ທີ່ຕົ້ມແລ້ວ ແລະ ເຂົ້າຈີ່ກ້ອນໜາໜຶ່ງກ້ອນ ແລະ ເຂົ້າຈີ່ແຜ່ນບາງໜຶ່ງແຜ່ນ, ທັງສອງແມ່ນເຮັດບໍ່ໃສ່ເຊື້ອແປ້ງຈາກກະຕ່ານັ້ນມາວາງໃສ່ມືຂອງພວກເຂົາ.20ແລ້ວປະໂລຫິດຈະຕ້ອງແກວ່ງສິ່ງເຫລົ່ານັ້ນໄປມາຕໍ່ໜ້າພຣະເຈົ້າເພື່ອເປັນເຄື່ອງບູຊາແກວ່ງໄປແກວ່ງມາ; ທັງໝົດນັ້ນເປັນເຄື່ອງບໍລິສຸດ ແລະ ເປັນສ່ວນຂອງປະໂລຫິດ, ພ້ອມກັບຊີ້ນເອິກທີ່ໄດ້ແກວ່ງໄປແກວ່ງມາແລ້ວ ແລະ ຊີ້ນກົກຂາທີ່ໄດ້ຖວາຍແລ້ວ. ຫລັງຈາກນັ້ນ, ຄົນນາຊີຣີຈຶ່ງຈະດື່ມເຫລົ້າອະງຸ່ນໄດ້.21“ ‘ນີ້ຄືກົດບັນຍັດຂອງຄົນນາຊີຣີ ຜູ້ທີ່ປະຕິຍານຕົນແກ່ພຣະເຈົ້າຢາເວຕາມການອຸທິດຕົນຂອງພວກເຂົາ, ນອກຈາກນີ້ພວກເຂົາຈະຖວາຍສິ່ງອື່ນອີກກໍໄດ້. ພວກເຂົາຈະຕ້ອງເຮັດຕາມຄຳປະຕິຍານທີ່ພວກເຂົາໄດ້ເຮັດໄວ້ຕາມກົດບັນຍັດຂອງຄົນນາຊີຣີໃຫ້ສຳເລັດ’ ”.ພອນຈາກປະໂລຫິດ
22ພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ,23“ຈົ່ງບອກອາໂຣນກັບລູກຊາຍຂອງລາວວ່າ, ນີ້ເປັນວິທີທີ່ເຈົ້າຈະອວຍພອນຄົນອິດສະຣາເອນ. ຈົ່ງກ່າວແກ່ພວກເຂົາດັ່ງນີ້:24“ ‘ “ຂໍພຣະເຈົ້າຢາເວອວຍພອນເຈົ້າແລະ ປົກປັກຮັກສາເຈົ້າ;25ຂໍໃຫ້ໜ້າຂອງພຣະເຈົ້າຢາເວສ່ອງສະຫວ່າງເໜືອເຈົ້າຂໍພຣະອົງເມດຕາກະລຸນາເຈົ້າ;26ຂໍພຣະເຈົ້າຢາເວຫັນໜ້າພຣະອົງມາຫາພວກເຈົ້າແລະ ໃຫ້ສັນຕິສຸກແກ່ພວກເຈົ້າ” ’.27“ດັ່ງນັ້ນ ອາໂຣນກັບລູກຊາຍຂອງລາວຈະລົງຊື່ຂອງເຮົາເທິງຄົນອິດສະຣາເອນ ແລະ ເຮົາຈະອວຍພອນພວກເຂົາ”.Biblica, Inc.