ຈົດບັນຊີ33
ໄລຍະການເດີນທາງຂອງອິດສະຣາເອນ
1ນີ້ຄືໄລຍະໃນການເດີນທາງຂອງອິດສະຣາເອນເມື່ອພວກເຂົາອອກມາຈາກເອຢິບໂດຍແບ່ງເປັນໝວດພາຍໃຕ້ການນຳພາຂອງໂມເຊ ແລະ ອາໂຣນ.2ຕາມຄຳສັ່ງຂອງພຣະເຈົ້າຢາເວ ໂມເຊຈຶ່ງໄດ້ບັນທຶກການເດີນທາງຂອງພວກເຂົາທຸກໄລຍະ.3ຄົນອິດສະຣາເອນອອກຈາກເມືອງຣາມາເຊັດໃນມື້ທີສິບຫ້າເດືອນທີໜຶ່ງ, ມື້ຕໍ່ມາຫລັງຈາກປັດສະຄາ. ພວກເຂົາເດີນເປັນຂະບວນອອກມາຢ່າງສະຫງ່າຜ່າເຜີຍຕໍ່ໜ້າຊາວເອຢິບທັງໝົດ,4ຊື່ງກຳລັງຫຍຸ້ງຢູ່ກັບການຝັງສົບລູກຊາຍກົກທີ່ຖືກພຣະເຈົ້າຢາເວຂ້າຕາຍ; ເພາະພຣະເຈົ້າຢາເວໄດ້ນຳເອົາການລົງໂທດມາສູ່ພະຕ່າງໆຂອງພວກເຂົາ.5ຄົນອິດສະຣາເອນອອກຈາກຣາມາເຊັດ ແລະ ມາຕັ້ງທີ່ພັກອາໄສທີ່ຊຸກໂກດ.6ພວກເຂົາອອກຈາກຊຸກໂກດ ແລະ ມາຕັ້ງທີ່ພັກອາໄສທີ່ເອທາມ, ຢູ່ໃກ້ຖິ່ນແຫ້ງແລ້ງກັນດານ.7ພວກເຂົາອອກຈາກເອທາມ, ກັບຄືນໄປສູ່ປີຮາຮີໂຣດ, ໄປຍັງທິດຕາເວັນອອກຂອງບາອານເຊໂຟນ, ແລະ ຕັ້ງທີ່ພັກອາໄສໃກ້ມິກໂດນ.8ພວກເຂົາອອກຈາກປີຮາຮີໂຣດ ແລະ ຂ້າມທະເລເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ, ແລະ ເມື່ອພວກເຂົາເດີນທາງເປັນເວລາສາມວັນໃນຖິ່ນແຫ້ງແລ້ງກັນດານເອທາມແລ້ວ, ພວກເຂົາກໍມາຕັ້ງທີ່ພັກອາໄສທີ່ມາຣາ.9ພວກເຂົາອອກຈາກມາຣາ ແລະ ໄປສູ່ເອລິມ, ບ່ອນທີ່ມີນ້ຳພຸສິບສອງບ່ອນ ແລະ ມີຕົ້ນປາມເຈັດສິບຕົ້ນ, ແລະ ພວກເຂົາຕັ້ງທີ່ພັກອາໄສຢູ່ທີ່ນັ້ນ.10ພວກເຂົາອອກຈາກເອລິມ ແລະ ພວກເຂົາກໍມາຕັ້ງທີ່ພັກອາໄສທີ່ແຄມທະເລແດງ. 11ພວກເຂົາອອກຈາກທະເລແດງ ແລະ ມາຕັ້ງທີ່ພັກອາໄສໃນຖິ່ນແຫ້ງແລ້ງກັນດານສິນ.12ພວກເຂົາອອກຈາກຖິ່ນແຫ້ງແລ້ງກັນດານສິນ ແລະ ມາຕັ້ງທີ່ພັກອາໄສທີ່ໂດບຟະກາ.13ພວກເຂົາອອກຈາກໂດບຟະກາ ແລະ ມາຕັ້ງທີ່ພັກອາໄສທີ່ອາລູຊາ.14ພວກເຂົາອອກຈາກອາລູຊາ ແລະ ມາຕັ້ງທີ່ພັກທີ່ເຣຟີດີມ, ບ່ອນທີ່ບໍ່ມີນ້ຳໃຫ້ປະຊາຊົນດື່ມ.15ພວກເຂົາອອກຈາກເຣຟີດີມ ແລະ ມາຕັ້ງທີ່ພັກອາໄສໃນຖິ່ນແຫ້ງແລ້ງກັນດານຊີນາຍ.16ພວກເຂົາອອກຈາກຖິ່ນແຫ້ງແລ້ງກັນດານຊີນາຍ ແລະ ມາຕັ້ງທີ່ພັກອາໄສທີ່ກີບາໂຣດຫັດຕາວາ.17ພວກເຂົາອອກຈາກກີບາໂຣດຫັດຕາວາ ແລະ ມາຕັ້ງທີ່ພັກອາໄສທີ່ຮາເຊໂຣດ.18ພວກເຂົາອອກຈາກຮາເຊໂຣດ ແລະ ມາຕັ້ງທີ່ພັກອາໄສທີ່ຣິດທະມາ.19ພວກເຂົາອອກຈາກຣິດທະມາ ແລະ ມາຕັ້ງທີ່ພັກອາໄສທີ່ຣິມໂມນເປເຣັດ.20ພວກເຂົາອອກຈາກຣິມໂມນເປເຣັດ ແລະ ມາຕັ້ງທີ່ພັກອາໄສທີ່ລິບນາ.21ພວກເຂົາອອກຈາກລິບນາ ແລະ ມາຕັ້ງທີ່ພັກອາໄສທີ່ຣິດຊາ.22ພວກເຂົາອອກຈາກຣິດຊາ ແລະ ມາຕັ້ງທີ່ພັກອາໄສທີ່ເຄເຮລາທາ.23ພວກເຂົາອອກຈາກເຄເຮລາທາ ແລະ ມາຕັ້ງທີ່ພັກອາໄສທີ່ພູເຊເຟ.24ພວກເຂົາອອກຈາກພູເຊເຟ ແລະ ມາຕັ້ງທີ່ພັກອາໄສທີ່ຮາຣາດາ.25ພວກເຂົາອອກຈາກຮາຣາດາ ແລະ ມາຕັ້ງທີ່ພັກອາໄສທີ່ມາເຄໂລດ.26ພວກເຂົາອອກຈາກມາເຄໂລດ ແລະ ມາຕັ້ງທີ່ພັກອາໄສທີ່ຕາຫັດ.27ພວກເຂົາອອກຈາກຕາຫັດ ແລະ ມາຕັ້ງທີ່ພັກອາໄສທີ່ເຕຣາ.28ພວກເຂົາອອກຈາກເຕຣາ ແລະ ມາຕັ້ງທີ່ພັກອາໄສທີ່ມິດຄາ.29ພວກເຂົາອອກຈາກມິດຄາ ແລະ ມາຕັ້ງທີ່ພັກອາໄສທີ່ຮາຊະໂມນາ.30ພວກເຂົາອອກຈາກຮາຊະໂມນາ ແລະ ມາຕັ້ງທີ່ພັກອາໄສທີ່ໂມເຊໂຣດ.31ພວກເຂົາອອກຈາກໂມເຊໂຣດ ແລະ ມາຕັ້ງທີ່ພັກອາໄສທີ່ເບເນຢາອາການ.32ພວກເຂົາອອກຈາກເບເນຢາອາການ ແລະ ມາຕັ້ງທີ່ພັກອາໄສທີ່ໂຮເຣຮັກກິດກາດ.33ພວກເຂົາອອກຈາກໂຮເຣຮັກກິດກາດ ແລະ ມາຕັ້ງທີ່ພັກອາໄສທີ່ໂຢດບາທາ.34ພວກເຂົາອອກຈາກໂຢດບາທາ ແລະ ມາຕັ້ງທີ່ພັກອາໄສທີ່ອາບະໂຣນາ.35ພວກເຂົາອອກຈາກອາບະໂຣນາ ແລະ ມາຕັ້ງທີ່ພັກອາໄສທີ່ເອຊີໂອນເກເບ.36ພວກເຂົາອອກຈາກເອຊີໂອນເກເບ ແລະ ມາຕັ້ງທີ່ພັກອາໄສຢູ່ທີ່ກາເດັດ, ໃນຖິ່ນແຫ້ງແລ້ງກັນດານຊິນ.37ພວກເຂົາອອກຈາກກາເດັດ ແລະ ມາຕັ້ງທີ່ພັກທີ່ພູໂຮເຣ, ຕິດກັບຊາຍແດນຂອງເອໂດມ.38ຕາມຄຳສັ່ງຂອງພຣະເຈົ້າຢາເວ ປະໂລຫິດອາໂຣນກໍໄດ້ຂຶ້ນໄປເທິງພູໂຮເຣ, ບ່ອນທີ່ເພິ່ນໄດ້ເສຍຊີວິດໃນມື້ທີໜຶ່ງຂອງເດືອນທີຫ້າປີທີສີ່ສິບຫລັງຈາກທີ່ຄົນອິດສະຣາເອນໄດ້ອອກມາຈາກເອຢິບ.39ອາໂຣນມີອາຍຸ 123 ປີ ເມື່ອເພິ່ນໄດ້ເສຍຊີວິດຢູ່ທີ່ພູໂຮເຣ.40ກະສັດອາຣາດແຫ່ງການາອານ, ຜູ້ທີ່ອາໄສຢູ່ໃນເນເກັບທີ່ການາອານ, ໄດ້ຍິນຂ່າວວ່າຄົນອິດສະຣາເອນກຳລັງມາ.41ພວກເຂົາອອກຈາກພູໂຮເຣ ແລະ ມາຕັ້ງທີ່ພັກອາໄສທີ່ຊານໂມນາ.42ພວກເຂົາອອກຈາກຊານໂມນາ ແລະ ມາຕັ້ງທີ່ພັກອາໄສທີ່ປູໂນນ.43ພວກເຂົາອອກຈາກປູໂນນ ແລະ ມາຕັ້ງທີ່ພັກອາໄສທີ່ໂອໂບດ.44ພວກເຂົາອອກຈາກໂອໂບດ ແລະ ມາຕັ້ງທີ່ພັກອາໄສທີ່ໄອເຢອາບາຣິມ, ຕິດກັບຊາຍແດນຂອງໂມອາບ.45ພວກເຂົາອອກຈາກອິເຢອາບາຣິມ ແລະ ມາຕັ້ງທີ່ພັກອາໄສທີ່ດີໂບນກາດ.46ພວກເຂົາອອກຈາກດີໂບນກາດ ແລະ ມາຕັ້ງທີ່ພັກອາໄສທີ່ອາລະໂມນດິບລະທາອິມ.47ພວກເຂົາອອກຈາກອາລະໂມນດິບລະທາອິມ ແລະ ມາຕັ້ງທີ່ພັກອາໄສທີ່ພູອາບາຣິມ, ໃກ້ກັບເນໂບ.48ພວກເຂົາອອກຈາກພູອາບາຣິມ ແລະ ມາຕັ້ງທີ່ພັກອາໄສທີ່ທົ່ງພຽງໂມອາບແຄມແມ່ນ້ຳຈໍແດນກົງກັນຂ້າມເມືອງເຢຣິໂກ.49ທີ່ທົ່ງພຽງໂມອາບພວກເຂົາໄດ້ຕັ້ງທີ່ພັກອາໄສເລາະໄປຕາມແມ່ນ້ຳຈໍແດນຈາກເບັດເຢຊີໂມດຈົນມາເຖິງອາເບັນຊິດຕິມ.50ທີ່ທົ່ງພຽງໂມອາບແຄມແມ່ນ້ຳຈໍແດນກົງກັນຂ້າມເມືອງເຢຣິໂກ ພຣະເຈົ້າຢາເວກ່າວແກ່ໂມເຊວ່າ,51“ຈົ່ງແຈ້ງຄົນອິດສະຣາເອນ ແລະ ກ່າວກັບພວກເຂົາວ່າ: ເມື່ອພວກເຈົ້າຂ້າມແມ່ນ້ຳຈໍແດນໄປສູ່ດິນແດນການາອານນັ້ນ,52ຈົ່ງຂັບໄລ່ກຸ່ມຄົນທີ່ອາໄສຢູ່ໃນດິນແດນກ່ອນໜ້າພວກເຈົ້ານັ້ນອອກໄປໃຫ້ໝົດ. ຈົ່ງທຳລາຍຮູບແກະສະຫລັກ ແລະ ຮູບເຄົາລົບທີ່ຫລໍ່ຂຶ້ນຂອງພວກເຂົາ, ແລະ ມ້າງສະຖານທີ່ບູຊາທີ່ສູງຂອງພວກເຂົາຖິ້ມໃຫ້ໝົດ.53ຈົ່ງເຂົ້າຢຶດຄອງດິນແດນ ແລະ ຕັ້ງຖິ່ນຖານໃນທີ່ນັ້ນ, ເພາະເຮົາໄດ້ມອບດິນແດນນີ້ໃຫ້ພວກເຈົ້າແລ້ວ.54ຈົ່ງແບ່ງປັນດິນແດນໂດຍການຈັບສະຫລາກ, ຕາມຕະກຸນຂອງພວກເຈົ້າ. ພວກທີ່ເປັນກຸ່ມໃຫຍ່ກໍຈົ່ງໃຫ້ພື້ນທີ່ໃຫຍ່ກວ່າ, ແລະ ພວກທີ່ເປັນກຸ່ມນ້ອຍກວ່າກໍຈົ່ງແບ່ງພື້ນທີ່ໃຫ້ນ້ອຍກວ່າ. ສິ່ງທີ່ພວກເຂົາຈັບສະຫລາກໄດ້ກໍຈະເປັນຂອງພວກເຂົາ. ຈົ່ງແບ່ງປັນດິນແດນຕາມເຜົ່າທີ່ເປັນບັນພະບຸລຸດຂອງພວກເຈົ້າ.55“ ‘ແຕ່ຖ້າພວກເຈົ້າບໍ່ຍອມຂັບໄລ່ພວກຄົນທີ່ອາໄສຢູ່ໃນດິນແດນນັ້ນອອກໄປ, ພວກຄົນທີ່ເຫລືອຢູ່ນັ້ນຈະກາຍເປັນສ້ຽນທີ່ຢູ່ໃນຕາຂອງພວກເຈົ້າ ແລະ ເປັນໜາມແທງຂ້າງພວກເຈົ້າ. ພວກເຂົາຈະເອົາບັນຫາເຂົ້າມາໃນດິນແດນທີ່ພວກເຈົ້າອາໄສຢູ່.56ແລະ ຫລັງຈາກນັ້ນເຮົາຈະເຮັດກັບພວກເຈົ້າໃນສິ່ງທີ່ເຮົາວາງແຜນຈະເຮັດກັບພວກເຂົາ’ ”.Biblica, Inc.