ຈົດບັນຊີ21

ກະສັດ​ອາຣາດ​ຖືກ​ທຳລາຍ

1ເມື່ອ​ກະສັດ​ອາຣາດ​ຊາວ​ການາອານ, ຜູ້​ອາໄສ​ຢູ່​ໃນ​ເນເກັບ, ໄດ້​ຍິນ​ຂ່າວ​ວ່າ​ອິດສະຣາເອນ​ກຳລັງ​ມາ​ຕາມ​ເສັ້ນທາງ​ສູ່​ອາທາຣິມ, ເພິ່ນ​ກໍ​ມາ​ໂຈມຕີ​ຄົນ​ອິດສະຣາເອນ ແລະ ຈັບ​ເອົາ​ບາງຄົນ​ໃນ​ພວກເຂົາ​ໄປ​ເປັນ​ຊະເລີຍ.2ແລ້ວ​ຄົນ​ອິດສະຣາເອນ​ຈຶ່ງ​ເຮັດ​ຄຳ​ປະຕິຍານ​ຕໍ່​ພຣະເຈົ້າ​ຢາເວ​ວ່າ: “ຖ້າ​ພຣະອົງ​ຈະ​ມອບ​ຄົນ​ເຫລົ່ານີ້​ໄວ້​ໃນ​ກຳມື​ຂອງ​ພວກຂ້ານ້ອຍ, ພວກຂ້ານ້ອຍ​ຈະ​ທຳລາຍ ​ເມືອງ​ຕ່າງໆ​ຂອງ​ພວກເຂົາ​ໃຫ້​ໝົດ​ສິ້ນ​ໄປ”.3ພຣະເຈົ້າ​ຢາເວ​ຮັບຟັງ​ຄຳອ້ອນວອນ​ຂອງ​ອິດສະຣາເອນ ແລະ ມອບ​ຊາວການາອານ​ໄວ້​ຢູ່​ໃນ​ກຳມື​ຂອງ​ພວກເຂົາ. ພວກເຂົາ​ທຳລາຍ​ລ້າງ​ຄົນ​ເຫລົ່ານັ້ນ​ກັບ​ເມືອງ​ຕ່າງໆ​ຂອງ​ພວກເຂົາ​ຈົນ​ໝົດ​ສິ້ນ; ດັ່ງນັ້ນ​ຈຶ່ງ​ໄດ້​ໃສ່​ຊື່​ບ່ອນ​ນັ້ນ​ວ່າ​ໂຮມາ. 

ງູ​ທອງສຳລິດ

4ພວກເຂົາ​ເດີນທາງ​ຈາກ​ພູ​ໂຮເຣ​ຕາມ​ເສັ້ນທາງ​ໄປ​ສູ່​ທະເລແດງ, ເພື່ອ​ເດີນທາງ​ອ້ອມ​ເອໂດມ. ແຕ່​ປະຊາຊົນ​ເກີດ​ບໍ່​ມີ​ຄວາມອົດທົນ​ຕໍ່​ເສັ້ນທາງ​ເດີນ​ນັ້ນ;5ພວກເຂົາ​ພາກັນ​ຈົ່ມວ່າ​ຕໍ່​ພຣະເຈົ້າ ແລະ ຕໍ່ຕ້ານ​ໂມເຊ, ແລະ ກ່າວ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ໄດ້​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ເອຢິບ​ເພື່ອ​ຕາຍ​ໃນ​ຖິ່ນແຫ້ງແລ້ງກັນດານ​ນີ້? ບໍ່​ມີ​ເຂົ້າຈີ່! ບໍ່​ມີ​ນ້ຳ! ແລະ ພວກເຮົາ​ເບື່ອໜ່າຍ​ຕໍ່​ອາຫານ​ຢ່າງ​ນີ້!”
6ແລ້ວ​ພຣະເຈົ້າ​ຢາເວ​ຈຶ່ງ​ສົ່ງ​ງູພິດ​ມາ​ທ່າມກາງ​ພວກເຂົາ; ງູ​ເຫລົ່ານັ້ນ​ຕອດ​ປະຊາຊົນ ແລະ ມີ​ຄົນ​ອິດສະຣາເອນ​ຈຳນວນຫລາຍ​ໄດ້​ຕາຍ​ໄປ.7ປະຊາຊົນ​ຈຶ່ງ​ມາ​ຫາ​ໂມເຊ ແລະ ເວົ້າ​ວ່າ, “ພວກເຮົາ​ໄດ້​ເຮັດ​ບາບ​ແລ້ວ ເມື່ອ​ພວກເຮົາ​ຈົ່ມວ່າ​ຕໍ່​ພຣະເຈົ້າ​ຢາເວ ແລະ ທ່ານ​ດ້ວຍ. ຂໍ​ຈົ່ງ​ອະທິຖານ​ຕໍ່​ພຣະເຈົ້າ​ຢາເວ​ໃຫ້​ເອົາ​ງູ​ພິດ​ເຫລົ່ານີ້​ອອກ​ໄປ​ຈາກ​ພວກເຮົາ​ແດ່​ທ້ອນ”. ດັ່ງນັ້ນ​ໂມເຊ​ຈຶ່ງ​ອະທິຖານ​ເພື່ອ​ປະຊາຊົນ.
8ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ເຮັດ​ງູ​ໂຕ​ໜຶ່ງ​ແລ້ວ​ແຂວນ​ໄວ້​ທີ່​ຍອດ​ເສົາ; ຜູ້​ໃດ​ກໍ​ຕາມ​ທີ່​ຖືກ​ງູ​ຕອດ​ກໍ​ສາມາດ​ຫລຽວເບິ່ງ​ງູ​ນັ້ນ​ແລ້ວ​ມີຊີວິດ​ຢູ່”.9ດັ່ງນັ້ນ​ໂມເຊ​ຈຶ່ງ​ເຮັດ​ງູ​ທອງສຳລິດ ແລະ ແຂວນ​ໄວ້​ທີ່​ຍອດ​ເສົາ. ແລ້ວ​ເມື່ອ​ຜູ້ໃດ​ຖືກ​ງູ​ຕອດ​ກໍ​ຫລຽວເບິ່ງ​ງູ​ທອງສຳລິດ​ນັ້ນ, ຜູ້​ນັ້ນ​ກໍ​ມີຊີວິດ​ຢູ່.

ການເດີນທາງ​ສູ່​ໂມອາບ

10ຄົນ​ອິດສະຣາເອນ​ໄດ້​ຍົກຍ້າຍ​ເພື່ອ​ມາ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ໂອໂບດ.11ແລ້ວ​ພວກເຂົາ​ກໍ​ອອກເດີນທາງ​ຈາກ​ໂອໂບດ ແລະ ມາ​ຕັ້ງ​ຄ້າຍພັກ​ໃນ​ອິເຢອາບາຣິມ, ໃນ​ຖິ່ນແຫ້ງແລ້ງກັນດານ​ທີ່​ຢູ່​ກົງກັນຂ້າມ​ກັບ​ໂມອາບ​ດ້ານ​ຕາເວັນອອກ.12ຈາກ​ທີ່​ນັ້ນ​ພວກເຂົາ​ຍົກຍ້າຍ​ມາ​ຕັ້ງ​ຄ້າຍພັກ​ທີ່​ຮ່ອມພູ​ເຊເຣັດ.13ພວກເຂົາ​ເດີນທາງ​ອອກ​ຈາກ​ທີ່​ນັ້ນ ແລະ ມາ​ຕັ້ງ​ຄ້າຍພັກ​ທີ່​ຮິມ​ແມ່ນ້ຳ​ອາກໂນນ, ເຊິ່ງ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ​ໄກ​ອອກ​ໄປ​ສູ່​ເຂດແດນ​ຂອງ​ຊາວອາໂມ. ແມ່ນ້ຳ​ອາກໂນນ​ເປັນ​ຊາຍແດນ​ຂອງ​ໂມອາບ, ລະຫວ່າງ​ໂມອາບ ແລະ ຊາວອາໂມ.14ດ້ວຍ​ເຫດ​ນີ້​ໃນ​ໜັງສື​ບັນທຶກ​ບັ້ນຮົບ​ຕ່າງໆ​ຂອງ​ພຣະເຈົ້າ​ຢາເວ​ຈຶ່ງ​ກ່າວ​ວ່າ:“…ຊາຮາບ  ​ໃນ​ເມືອງ​ຊູຟາ ແລະ ຮ່ອມພູ​ຕ່າງໆ,ອາກໂນນ15ແລະ  ເນີນ​ຂອງ​ຮ່ອມພູທີ່​ນຳ​ໄປ​ສູ່​ທີ່ຕັ້ງ​ຂອງ​ເມືອງ​ອາຣະລຽບ​ໄປ​ຕາມ​ຊາຍແດນ​ຂອງ​ໂມອາບ”.
16ຈາກ​ທີ່​ນັ້ນ​ພວກເຂົາ​ເດີນທາງ​ຕໍ່ໄປ​ສູ່​ເບເອີ, ເຊິ່ງ​ເປັນ​ນ້ຳສ້າງ​ບ່ອນ​ທີ່​ພຣະເຈົ້າ​ຢາເວ​ກ່າວ​ກັບ​ໂມເຊ​ວ່າ, “ຈົ່ງ​ເອີ້ນ​ປະຊາຊົນ​ມາ​ເຕົ້າໂຮມກັນ ແລະ ເຮົາ​ຈະ​ໃຫ້​ນ້ຳ​ແກ່​ພວກເຂົາ”.
17ແລ້ວ​ອິດສະຣາເອນ​ຈຶ່ງ​ໄດ້​ຂັບຮ້ອງ​ບົດເພງ​ນີ້​ວ່າ:“ບໍ່ນ້ຳ​ເອີຍ, ຈົ່ງ​ໃຫ້​ນ້ຳ​ພຸ່ງ​ຂຶ້ນ​ມາ!ໃຫ້​ພວກເຮົາ​ຂັບຮ້ອງ​ກ່ຽວກັບ​ບໍ່ນ້ຳ,18ເປັນ​ນ້ຳສ້າງ​ທີ່​ບັນດາ​ຜູ້ນຳ​ໄດ້​ຂຸດ​ໄວ້,ບັນດາ​ເຈົ້ານາຍ​ຂອງ​ປະຊາຊົນ​ໄດ້​ຂຸດ​ໄວ້ດ້ວຍ​ໄມ້​ຄາທາ ແລະ ໄມ້ຄ້ອນເທົ້າ​ຂອງ​ບັນດາ​ເຈົ້ານາຍ​ເຫລົ່ານັ້ນ”.ແລ້ວ​ພວກເຂົາ​ກໍ​ອອກ​ຈາກ​ຖິ່ນແຫ້ງແລ້ງກັນດານ​ເດີນທາງ​ໄປ​ສູ່​ມັດຕານາ,19ຈາກ​ມັດຕານາ​ໄປ​ສູ່​ນາຮາລີເອນ ແລະ ບາໂມດ,20ແລະ ຈາກ​ບາໂມດ​ໄປ​ສູ່​ຮ່ອມພູ​ໃນ​ໂມອາບ​ທີ່​ຢູ່​ເທິງ​ຍອດ​ພູ​ປີສະກາ​ທີ່​ເບິ່ງ​ລົງ​ມາ​ເຫັນ​ບ່ອນ​ຮົກຮ້າງ.

ຄວາມພ່າຍແພ້​ຂອງ​ສີໂຫນ ແລະ ໂອກ

21ຄົນ​ອິດສະຣາເອນ​ສົ່ງ​ທູດ​ໄປ​ພົບ​ສີໂຫນ​ກະສັດ​ຂອງ​ຊາວອາໂມ​ວ່າ:
22“ກະລຸນາ​ອະນຸຍາດ​ໃຫ້​ພວກເຮົາ​ຜ່ານ​ດິນແດນ​ຂອງ​ທ່ານ​ໄປ. ພວກເຮົາ​ຈະ​ບໍ່​ອອກ​ນອກ​ທາງ​ໄປ​ທຳລາຍ​ທົ່ງ​ໄຮ່​ທົ່ງ​ນາ ຫລື ສວນ​ອະງຸ່ນ​ໃດໆ, ຫລື ດື່ມ​ນ້ຳ​ຈາກ​ສ້າງ​ໜ່ວຍ​ໃດ​ເລີຍ. ພວກເຮົາ​ຈະ​ເດີນທາງ​ໄປ​ຕາມ​ທາງຫລວງ​ຈົນກວ່າ​ພວກເຮົາ​ໄດ້​ຜ່ານ​ເຂດແດນ​ຂອງ​ທ່ານ​ໄປ”.
23ແຕ່​ສີໂຫນ​ບໍ່​ຍອມ​ປ່ອຍ​ໃຫ້​ອິດສະຣາເອນ​ຜ່ານ​ເຂດແດນ​ຂອງ​ເພິ່ນ​ໄປ ຍັງ​ໄດ້​ຮວບຮວມ​ກອງທັບ​ທັງໝົດ​ມາ​ຕໍ່ສູ້​ກັບ​ອິດສະຣາເອນ​ໃນ​ຖິ່ນແຫ້ງແລ້ງກັນດານ​ທີ່​ຢາຮາດ.24ໃນທີ່ສຸດ​ຄົນ​ອິດສະຣາເອນ​ກໍ່​ໄດ້​ທຳລາຍ​ພວກເຂົາ​ດ້ວຍ​ຫອກ ແລະ ຍຶດເອົາ​ດິນແດນ​ຂອງ​ພວກເຂົາ​ຈາກ​ອາກໂນນ​ໄປ​ຈົນ​ເຖິງ​ຢັບໂບກ, ແຕ່​ໄປ​ຮອດ​ພຽງ​ແຕ່​ຊາຍແດນ​ຂອງ​ຊາວອຳໂມນ, ເນື່ອງ​ຈາກ​ພວກເຂົາ​ມີ​ປ້ອມປ້ອງກັນ​ເຂັ້ມແຂງ.25ອິດສະຣາເອນ​ໄດ້​ຢຶດຄອງ​ເມືອງ​ທັງໝົດ​ຂອງ​ຊາວອາໂມ ແລະ ຄອບຄອງ​ເມືອງ​ເຫລົ່ານັ້ນ, ລວມ​ທັງ​ເຮັດຊະໂບນ ແລະ ຖິ່ນຖານ​ທີ່​ຢູ່​ອ້ອມຮອບ​ບໍລິເວນ​ແຖວ​ນັ້ນ.26ເຮັດຊະໂບນ​ເປັນ​ນະຄອນ​ຂອງ​ສີໂຫນ​ກະສັດ​ຂອງ​ຊາວອາໂມ, ຜູ້​ທີ່​ເຄີຍ​ສູ້ຮົບ​ກັບ​ກະສັດ​ຄົນກ່ອນ​ຂອງ​ໂມອາບ ແລະ ຢຶດຄອງ​ດິນແດນ​ທັງໝົດ​ຂອງ​ເພິ່ນ​ໄປ​ຈົນ​ເຖິງ​ແມ່ນ້ຳ​ອາກໂນນ.
27ດ້ວຍ​ເຫດ​ນີ້​ພວກນັກກະວີ​ຈຶ່ງ​ກ່າວ​ວ່າ:“ເຊີນ​ມາ​ທີ່​ເຮັດຊະໂບນ ແລະ ສ້າງ​ມັນ​ຂຶ້ນ​ໃໝ່;ມາ​ກອບກູ້​ນະຄອນ​ຂອງ​ສີໂຫນ​ຄືນ.
28“ໄຟ​ອອກ​ມາ​ຈາກ​ເຮັດຊະໂບນ,ແປວໄຟກ້າ​ຈາກ​ນະຄອນ​ແຫ່ງ​ສີໂຫນ.ເຜົາ​ຜານ​ເມືອງ​ອາຣະ​ແຫ່ງ​ໂມອາບ,ພົນລະເມືອງ​ຂອງ​ທີ່​ຮາບສູງ​ແຫ່ງ​ອາກໂນນ.29ວິບັດ​ແກ່​ເຈົ້າ, ໂມອາບ​ເອີຍ!ເຈົ້າ​ຖືກ​ທຳລາຍ​ເສຍ​ແລ້ວ, ປະຊາຊົນ​ຂອງ​ພະ​ເຄໂມດ​ເອີຍ!ເຄໂມດ​ປ່ອຍ​ໃຫ້​ບັນດາ​ລູກຊາຍ​ຂອງ​ຕົນ​ຕ້ອງ​ລີ້ໄພແລະ ລູກສາວ​ຂອງ​ຕົນຕ້ອງ​ຕົກ​ເປັນ​ຊະເລີຍ​ແກ່​ສີໂຫນ​ກະສັດ​ຂອງ​ຊາວອາໂມ.
30“ແຕ່​ພວກເຮົາ​ໄດ້​ໂຄ່ນລົ້ມ​ພວກເຂົາ;ອານາຈັກ​ຂອງ​ເຮັດຊະໂບນ​ຖືກ​ທຳລາຍ​ຈົນ​ເຖິງ​ດີໂບນ.ພວກເຮົາ​ໄດ້​ໂຄ່ນລົມ​ພວກເຂົາ​ໄປ​ໄກ​ເຖິງ​ໂນຟາ,ເຊິ່ງ​ຂະຫຍາຍ​ໄປ​ຈົນ​ເຖິງ​ເມເດບາ”.
31ດັ່ງນັ້ນ​ອິດສະຣາເອນ​ຈຶ່ງ​ໄດ້​ຕັ້ງຖິ່ນຖານ​ໃນ​ດິນແດນ​ຂອງ​ຊາວອາໂມ.
32ຫລັງ​ຈາກ​ໂມເຊ​ໄດ້​ສົ່ງ​ນັກສືບ​ໄປ​ທີ່​ເມືອງ​ຢາເຊ, ຊາວອິດສະຣາອນ​ກໍ​ຍຶດເອົາ​ຖິ່ນຖານ​ທີ່​ຢູ່​ອ້ອມຮອບ​ນັ້ນ ແລະ ໄດ້​ຂັບໄລ່​ຊາວອາໂມ​ຢູ່​ທີ່​ນັ້ນ​ອອກ​ໄປ.33ແລ້ວ​ພວກເຂົາ​ກໍ​ໄດ້​ກັບຄືນ ແລະ ເດີນໄປ​ຕາມ​ເສັ້ນທາງ​ສູ່​ບາຊານ, ແລະ ກະສັດ​ໂອກ​ແຫ່ງ​ບາຊານ​ພ້ອມ​ກັບ​ກອງທັບ​ທັງໝົດ​ຂອງ​ຕົນ​ປະເຊີນ​ໜ້າ​ກັບ​ພວກເຂົາ​ທີ່​ສະໜາມຮົບ​ເອັດເຣອີ.
34ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, “ຢ່າ​ຢ້ານ​ລາວ​ເລີຍ, ເພາະ​ເຮົາ​ໄດ້​ມອບ​ເຂົາ​ໄວ້​ໃນ​ກຳມື​ຂອງ​ພວກເຈົ້າ​ແລ້ວ, ພ້ອມ​ທັງ​ກອງທັບ​ທັງໝົດ​ຂອງ​ເຂົາ ແລະ ດິນແດນ​ຂອງ​ເຂົາ​ດ້ວຍ. ຈົ່ງ​ກະທຳ​ຕໍ່​ເຂົາ​ເໝືອນ​ທີ່​ເຈົ້າ​ໄດ້​ກະທຳ​ຕໍ່​ສີໂຫນ​ກະສັດ​ຂອງ​ຊາວອາໂມ, ຜູ້ປົກຄອງ​ຢູ່​ໃນ​ເຮັດຊະໂບນ”.
35ດັ່ງນັ້ນ​ພວກເຂົາ​ຈຶ່ງ​ສັງຫານ​ໂອກ​ພ້ອມ​ລູກຊາຍ​ຂອງ​ເພິ່ນ ແລະ ກອງທັບ​ທັງໝົດ​ຂອງ​ເພິ່ນ, ບໍ່​ມີ​ຜູ້ໃດ​ລອດຊີວິດ​ເຫລືອ​ຢູ່. ແລ້ວ​ອິດສະຣາເອນ​ກໍ​ເຂົ້າ​ຄອບຄອງ​ດິນແດນ​ນັ້ນ.

Biblica, Inc.

https://app.library.bible/content/eab9312f9f16b3a2