ຈົດບັນຊີ19
ນ້ຳແຫ່ງການຊຳລະລ້າງ
1ພຣະເຈົ້າຢາເວກ່າວແກ່ໂມເຊກັບອາໂຣນວ່າ:2“ນີ້ແມ່ນເງື່ອນໄຂຈຳເປັນຂອງກົດບັນຍັດທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຄື: ຈົ່ງບອກຄົນອິດສະຣາເອນໃຫ້ນຳເອົາງົວແມ່ສີແດງໂຕໜຶ່ງທີ່ບໍ່ມີຂໍ້ບົກຜ່ອງ ຫລື ບໍ່ມີຕຳໜິ ແລະ ບໍ່ເຄີຍທຽມແອກມາໃຫ້ເຈົ້າ.3ຈົ່ງມອບງົວແມ່ນັ້ນໃຫ້ແກ່ປະໂລຫິດເອເລອາຊາ; ງົວນີ້ຈະຕ້ອງຖືກນຳອອກໄປນອກຄ້າຍພັກ ແລະ ຂ້າຕໍ່ໜ້າເພິ່ນ.4ຫລັງຈາກນັ້ນປະໂລຫິດເອເລອາຊາຈະຈຸ່ມນີ້ວມືລົງໄປໃນເລືອດ ແລະ ຊິດໄປຍັງດ້ານໜ້າຂອງເຕັນນັດພົບເຈັດຄັ້ງ.5ໃນຂະນະທີ່ເພິ່ນເບິ່ງຢູ່ນັ້ນ, ຈົ່ງເຜົາງົວແມ່ນີ້ທັງໜັງ, ຊີ້ນ, ເລືອດ ແລະ ໄສ້.6ປະໂລຫິດຈະຕ້ອງເອົາໄມ້ສີດາ, ໃບຫູສົບ ແລະ ດ້າຍສີແດງແລ້ວຖິ້ມເຂົ້າໃນກອງໄຟທີ່ກຳລັງເຜົາງົວແມ່ຢູ່ນັ້ນ.7ຫລັງຈາກນັ້ນ, ປະໂລຫິດຕ້ອງຊັກເສື້ອຜ້າຂອງເພິ່ນ ແລະ ອາບນ້ຳຊຳລະຕົນເອງ. ເພິ່ນຈະກັບມາຄ້າຍພັກກໍໄດ້, ແຕ່ເພິ່ນຈະເປັນມົນທິນຕາມພິທີກຳຈົນເຖິງຄ່ຳ.8ຜູ້ທີ່ເຜົາງົວແມ່ນັ້ນກໍເໝືອນກັນຕ້ອງຊັກເສື້ອຜ້າ ແລະ ອາບນ້ຳ, ແລະ ລາວກໍຈະເປັນມົນທິນຈົນເຖິງຄ່ຳເຊັ່ນກັນ.9“ຜູ້ທີ່ບໍ່ເປັນມົນທິນຈະກວາດຕ້ອມເອົາຂີ້ເຖົ່າຂອງງົວແມ່ນັ້ນ ແລະ ເອົາຂີ້ເຖົ່ານັ້ນໄປໄວ້ໃນບ່ອນທີ່ບໍ່ມີມົນທິນຕາມລະບຽບພິທີຢູ່ນອກທີ່ພັກອາໄສ. ຊຸມຊົນອິດສະຣາເອນຈະຕ້ອງເກັບຮັກສາຂີ້ເຖົ່ານີ້ໄວ້ເຮັດນ້ຳແຫ່ງການຊຳລະ; ນີ້ແມ່ນການຊຳລະລ້າງຈາກຄວາມບາບ.10ຜູ້ທີ່ກວາດຕ້ອມເອົາຂີ້ເຖົ່າຂອງງົວແມ່ນັ້ນຕ້ອງຊັກເສື້ອຜ້າຂອງຕົນເໝືອນກັນ ແລະ ລາວກໍຈະເປັນມົນທິນຈົນເຖິງຄ່ຳເຊັ່ນກັນ. ນີ້ຈະເປັນຂໍ້ປະຕິບັດຕະຫລອດໄປສຳລັບຄົນອິດສະຣາເອນ ແລະ ຄົນຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຂົາດ້ວຍ.11“ຜູ້ໃດກໍຕາມທີ່ສຳພັດຊາກສົບມະນຸດຈະເປັນມົນທິນເຈັດວັນ.12ຜູ້ນັ້ນຕ້ອງຊຳລະຕົນເອງດ້ວຍນ້ຳໃນມື້ທີສາມ ແລະ ໃນມື້ທີເຈັດ; ຫລັງຈາກນັ້ນລາວຈຶ່ງຈະບໍ່ເປັນມົນທິນ. ແຕ່ຖ້າວ່າລາວບໍ່ຊຳລະຕົນເອງໃນວັນທີສາມ ແລະ ໃນວັນທີເຈັດ; ລາວກໍຈະເປັນມົນທິນ.13ຖ້າລາວບໍ່ໄດ້ຊຳລະຕົນເອງຫລັງຈາກສຳພັດຊາກສົບມະນຸດແລ້ວ, ລາວກໍເຮັດໃຫ້ຫໍເຕັນຂອງພຣະເຈົ້າຢາເວເປັນມົນທິນ. ຜູ້ນັ້ນຕ້ອງຖືກຕັດອອກຈາກອິດສະຣາເອນ. ເພາະວ່ານ້ຳແຫ່ງການຊຳລະລ້າງຍັງບໍ່ໄດ້ຖືກຊິດໃສ່ຜູ້ນັ້ນ, ຜູ້ນັ້ນຈຶ່ງເປັນມົນທິນ; ຄວາມເປັນມົນທິນຍັງຢູ່ນຳຜູ້ນັ້ນ.14“ນີ້ແມ່ນກົດບັນຍັດທີ່ນຳໃຊ້ເມື່ອມີຄົນຜູ້ໜຶ່ງຕາຍໃນເຕັນ: ຜູ້ໃດກໍຕາມທີ່ເຂົ້າໄປໃນເຕັນ ແລະ ຢູ່ໃນເຕັນຈະເປັນມົນທິນຢູ່ເຈັດວັນ,15ແລະ ສິ່ງຂອງໃດໆຢູ່ໃນເຕັນທີ່ບໍ່ມີຝາອັດກໍຈະເປັນມົນທິນ.16“ຜູ້ໃດກໍຕາມທີ່ຢູ່ກາງແຈ້ງ ແລະ ສຳພັດຊາກສົບຂອງຄົນທີ່ຖືກຂ້າຕາຍດ້ວຍດາບ ຫລື ຄົນທີ່ຕາຍດ້ວຍອຸບັດຕິເຫດ ຫລື ຜູ້ໃດກໍຕາມທີ່ໄປສຳພັດກະດູກ ຫລື ຂຸມຝັງສົບຂອງຄົນຕາຍ, ຜູ້ນັ້ນຈະເປັນມົນທິນຢູ່ເຈັດວັນ.17“ສຳລັບຄົນທີ່ເປັນມົນທິນນັ້ນ, ຈົ່ງນຳຂີ້ເຖົ່າຈາກເຄື່ອງເຜົາບູຊາເພື່ອການຊຳລະໃສ່ລົງໄປໃນໄຫ ແລະ ເທນ້ຳສະອາດລົງໄປໃນນັ້ນ.18ຈາກນັ້ນໃຫ້ຜູ້ທີ່ບໍ່ເປັນມົນທິນຕາມພິທີກຳເອົາໃບຫູສົບມັດໜຶ່ງຈຸ່ມລົງໃນນ້ຳແລ້ວຊິດໃສ່ເຕັນ ແລະ ເຄື່ອງໃຊ້ທັງໝົດລວມທັງຄົນຜູ້ຢູ່ໃນທີ່ນັ້ນດ້ວຍ. ລາວຕ້ອງຊິດໃສ່ຄົນທີ່ສຳພັດກະດູກມະນຸດ ຫລື ຂຸມຝັງສົບ ຫລື ຄົນທີ່ຖືກຂ້າຕາຍ ຫລື ຜູ້ທີ່ຕາຍດ້ວຍອຸບັດຕິເຫດ.19ຜູ້ທີ່ບໍ່ເປັນມົນທິນຈະຕ້ອງຊິດໃສ່ຄົນທີ່ເປັນມົນທິນໃນມື້ທີສາມ ແລະ ໃນມື້ທີເຈັດ, ແລະ ໃນມື້ທີເຈັດລາວຈະຕ້ອງຊຳລະພວກເຂົາ. ຜູ້ທີ່ໄດ້ຮັບການຊຳລະແລ້ວຕ້ອງຊັກເສື້ອຜ້າຂອງຕົນ ແລະ ອາບນ້ຳ, ແລະ ໃນຄ່ຳວັນນັ້ນລາວຈະບໍ່ເປັນມົນທິນ.20ແຕ່ຖ້າຜູ້ໃດທີ່ເປັນມົນທິນບໍ່ໄດ້ຊຳລະຕົນເອງ, ລາວຕ້ອງຖືກຕັດອອກຈາກຊຸມຊົນ, ເພາະວ່າລາວໄດ້ເຮັດໃຫ້ສະຖານນະມັດສະການຂອງພຣະເຈົ້າຢາເວເປັນມົນທິນ. ນ້ຳແຫ່ງການຊຳລະບໍ່ໄດ້ຊິດໃສ່ລາວ, ແລະ ລາວຈຶ່ງຍັງເປັນມົນທິນຢູ່.21ນີ້ເປັນຂໍ້ປະຕິບັດຖາວອນສຳລັບພວກເຂົາ.“ຜູ້ທີ່ຊິດນ້ຳແຫ່ງການຊຳລະຕ້ອງຊັກເສື້ອຜ້າຂອງຕົນເໝືອນກັນ ແລະ ຜູ້ໃດກໍຕາມທີ່ແຕະຕ້ອງນ້ຳແຫ່ງການຊຳລະນັ້ນຈະເປັນມົນທິນຈົນເຖິງຄ່ຳ.22ຜູ້ເປັນມົນທິນແຕະຕ້ອງສິ່ງໃດສິ່ງນັ້ນກໍກາຍມາເປັນມົນທິນ, ແລະ ຜູ້ໃດກໍຕາມທີ່ແຕະຕ້ອງສິ່ງນັ້ນກໍກາຍມາເປັນມົນທິນໄປຈົນເຖິງຄ່ຳ”.
Biblica, Inc.