ເນເຫມີຢາ2
ກະສັດອາກຕາເຊເຊັດໄດ້ສົ່ງເນເຫມີຢາໄປທີ່ເຢຣູຊາເລັມ
1ໃນເດືອນນີຊານ ປີທີຊາວຂອງກະສັດອາກຕາເຊເຊັດ, ເມື່ອເວລາທີ່ເຫລົ້າອະງຸ່ນຖືກນຳມາຖວາຍແກ່ພຣະອົງ, ຂ້ານ້ອຍກໍເອົາເຫລົ້າອະງຸ່ນນັ້ນມາ ແລະ ຖວາຍເຫລົ້າອະງຸ່ນນັ້ນແກ່ກະສັດ. ຂ້ານ້ອຍບໍ່ເຄີຍໂສກເສົ້າໃນເວລາທີ່ຢູ່ຕໍ່ໜ້າພຣະອົງມາກ່ອນເລີຍ.2ດັ່ງນັ້ນ ກະສັດຈຶ່ງໄດ້ຖາມຂ້ານ້ອຍວ່າ, “ເປັນຫຍັງໃບໜ້າຂອງເຈົ້າຈຶ່ງໂສກເສົ້າແທ້ໃນເມື່ອເຈົ້າກໍບໍ່ໄດ້ເຈັບປ່ວຍອັນໃດ? ຄົງບໍ່ມີເລື່ອງອັນໃດນອກຈາກຈະທຸກໃຈ”.ຂ້ານ້ອຍຕົກໃຈຢ້ານຫລາຍ,3ແຕ່ຂ້ານ້ອຍກໍໄດ້ເວົ້າກັບກະສັດວ່າ, “ຂໍໃຫ້ກະສັດຈົ່ງຈະເລີນ! ໃບໜ້າຂອງຂ້ານ້ອຍຈະບໍ່ໂສກເສົ້າໄດ້ຢ່າງໃດໃນເມື່ອເມືອງທີ່ຝັງສົບຂອງບັນພະບຸລຸດຂອງຂ້ານ້ອຍຕົກຢູ່ໃນສະພາບຫັກພັງ ແລະ ປະຕູເມືອງກໍຖືກທຳລາຍດ້ວຍໄຟ?”4ກະສັດໄດ້ເວົ້າກັບຂ້ານ້ອຍວ່າ “ເຈົ້າຕ້ອງການສິ່ງໃດ?”
ຂ້ານ້ອຍຈຶ່ງອະທິຖານຕໍ່ພຣະເຈົ້າແຫ່ງຟ້າສະຫວັນ,5ແລະ ຂ້ານ້ອຍໄດ້ຕອບກະສັດວ່າ, “ຖ້າຫາກເປັນທີ່ພໍໃຈຂອງກະສັດ ແລະ ຖ້າຫາກຜູ້ຮັບໃຊ້ຂອງທ່ານເປັນທີ່ພໍໃຈໃນສາຍຕາຂອງເພິ່ນ, ກໍຂໍໃຫ້ເພິ່ນໄດ້ສົ່ງຂ້ານ້ອຍໄປຍັງເມືອງໃນຢູດາຍ ເຊິ່ງເປັນບ່ອນຝັງສົບຂອງບັນພະບຸລຸດຂອງຂ້ານ້ອຍເພື່ອຈະໄດ້ສ້າງເມືອງນັ້ນຂຶ້ນໃໝ່”.6ແລ້ວກະສັດພ້ອມດ້ວຍລາຊີນີທີ່ນັ່ງຢູ່ທາງຂ້າງເພິ່ນນັ້ນກໍໄດ້ຖາມຂ້ານ້ອຍວ່າ, “ເຈົ້າຈະໃຊ້ເວລາດົນປານໃດ? ແລະ ເຈົ້າຈະກັບມາເມື່ອໃດ?” ກະສັດພໍໃຈທີ່ຈະສົ່ງຂ້ານ້ອຍໄປ, ດັ່ງນັ້ນ ຂ້ານ້ອຍຈຶ່ງໄດ້ກຳນົດເວລາ.7ຂ້ານ້ອຍໄດ້ເວົ້າກັບເພິ່ນວ່າ, “ຖ້າເປັນທີ່ພໍໃຈຂອງກະສັດ, ຂ້ານ້ອຍຂໍຈົດໝາຍໄປເຖິງບັນດາຜູ້ປົກຄອງແຂວງທາງພາກຕາເວັນຕົກຂອງແມ່ນ້ຳເອີຟຣັດ, ເພື່ອວ່າພວກເຂົາຈະໄດ້ຊ່ວຍຂ້ານ້ອຍໃຫ້ຜ່ານເຂດແດນຈົນໄປເຖິງຢູດາຍໄດ້ຢ່າງປອດໄພ.8ແລະ ຂ້ານ້ອຍຂໍຈົດໝາຍໄປເຖິງອາສັບ ຜູ້ຮັກສາປ່າໄມ້ຂອງຫລວງ, ເພື່ອເພິ່ນຈະໄດ້ມອບໄມ້ສຳລັບເຮັດຄານປະຕູປ້ອມໃກ້ວິຫານ ແລະ ສຳລັບກຳແພງເມືອງກັບສຳລັບເຮັດບ່ອນພັກທີ່ຂ້ານ້ອຍຈະອາໄສໃຫ້ຂ້ານ້ອຍ” ແລະ ກະສັດຈຶ່ງໄດ້ອະນຸມັດຕາມຄຳຂໍຂອງຂ້ານ້ອຍ, ເພາະມືອັນເຕັມດ້ວຍພຣະຄຸນຂອງພຣະເຈົ້າຢູ່ເໜືອຂ້ານ້ອຍ.9ຂ້ານ້ອຍຈຶ່ງໄປພົບບັນດາຜູ້ປົກຄອງແຂວງທາງພາກຕາເວັນຕົກຂອງແມ່ນ້ຳເອີຟຣັດ ແລະ ໄດ້ມອບຈົດໝາຍໃຫ້ພວກເພິ່ນ ແລະ ກະສັດກໍຍັງໄດ້ສົ່ງບັນດານາຍທະຫານ ແລະ ກອງທະຫານມ້າໄປກັບຂ້ານ້ອຍດ້ວຍ.10ເມື່ອສານບັນລັດ ຊາວໂຮໂຣນ ແລະ ໂຕບີຢາຜູ້ຮັບໃຊ້ຊາວອຳໂມນ ໄດ້ຍິນເລື່ອງນີ້ກໍບໍ່ພໍໃຈທີ່ມີຄົນມາສົ່ງເສີມສະຫວັດດີການຂອງຊາວອິດສະຣາເອນ.
ເນເຫມີຢາສຳຫລວດກຳແພງເຢຣູຊາເລັມ
11ຫລັງຈາກທີ່ຂ້ານ້ອຍໄດ້ມາຮອດເຢຣູຊາເລັມ ແລະ ຫລັງຈາກທີ່ພັກຢູ່ທີ່ນັ້ນໄດ້ສາມວັນ12ຂ້ານ້ອຍພ້ອມກັບຄົນອື່ນໆອີກສອງສາມຄົນກໍອອກໄປໃນເວລາກາງຄືນ. ຂ້ານ້ອຍບໍ່ໄດ້ບອກຜູ້ໃດກ່ຽວກັບສິ່ງທີ່ພຣະເຈົ້າໄດ້ໃສ່ໄວ້ໃນໃຈຂ້ານ້ອຍໃຫ້ເຮັດເພື່ອເຢຣູຊາເລັມ. ຂ້ານ້ອຍບໍ່ໄດ້ນຳສັດອື່ນໄປນຳນອກຈາກໂຕທີ່ຂ້ານ້ອຍຂີ່ໄປ.13ຂ້ານ້ອຍອອກໄປທາງປະຕູຮ່ອມພູໃນເວລາກາງຄືນ ມຸ່ງໜ້າໄປທີ່ນ້ຳສ້າງໝາໄນ ແລະ ປະຕູກອງຂີ້ເຫຍື້ອ, ໄດ້ກວດເບິ່ງກຳແພງເຢຣູຊາເລັມທີ່ຫັກພັງລົງ ແລະ ປະຕູທີ່ຖືກທຳລາຍດ້ວຍໄຟ.14ຫລັງຈາກນັ້ນ ຂ້ານ້ອຍໄດ້ມຸ່ງໜ້າໄປຮອດປະຕູນ້ຳພຸ ແລະ ໄປຮອດສະຂອງກະສັດ, ແຕ່ສັດທີ່ຂ້ານ້ອຍຂີ່ບໍ່ສາມາດຜ່ານຊ່ອງຫັກພັງນັ້ນໄປໄດ້;15ຂ້ານ້ອຍຈຶ່ງຂຶ້ນໄປເທິງຮ່ອມພູໃນເວລາກາງຄືນເພື່ອສຳຫລວດກຳແພງ. ສຸດທ້າຍ, ຂ້ານ້ອຍກໍໄດ້ກັບຄືນມາ ແລະ ເຂົ້າຜ່ານປະຕູຮ່ອມພູຄືເກົ່າ.16ບັນດາຜູ້ຮັບໃຊ້ໃນວັງບໍ່ຮູ້ວ່າຂ້ານ້ອຍໄປຢູ່ໃສ ຫລື ເຮັດຫຍັງຢູ່ ເພາະຂ້ານ້ອຍຍັງບໍ່ໄດ້ເວົ້າສິ່ງໃດກັບຊາວຢິວ ຫລື ພວກປະໂລຫິດ ຫລື ພວກເຈົ້ານາຍ ຫລື ຜູ້ຮັບໃຊ້ ຫລື ຄົນອື່ນໆທີ່ຈະເຮັດວຽກ.17ແລ້ວຂ້ານ້ອຍບອກພວກເພິ່ນວ່າ, “ພວກທ່ານກໍເຫັນແລ້ວວ່າພວກເຮົາທຸກໃຈເພາະເລື່ອງໃດ, ເຢຣູຊາເລັມກໍເຫລືອແຕ່ຊາກຫັກພັງ, ປະຕູເມືອງກໍຖືກເຜົາດ້ວຍໄຟ. ມາ, ໃຫ້ພວກເຮົາມາຊ່ວຍກັນສ້າງກຳແພງເຢຣູຊາເລັມຂຶ້ນໃໝ່ ແລະ ພວກເຮົາຈະໄດ້ບໍ່ຕ້ອງອັບອາຍອີກຕໍ່ໄປ”.18ຂ້ານ້ອຍຍັງໄດ້ເລົ່າເລື່ອງທີ່ມືແຫ່ງພຣະຄຸນຂອງພຣະເຈົ້າຢູ່ເໜືອຂ້ານ້ອຍ ແລະ ສິ່ງທີ່ກະສັດໄດ້ກ່າວກັບຂ້ານ້ອຍໃຫ້ພວກເພິ່ນຟັງ.ພວກເພິ່ນໄດ້ຕອບວ່າ “ໃຫ້ພວກເຮົາເລີ່ມງານສ້ອມແປງນີ້”. ດັ່ງນັ້ນ ພວກເພິ່ນຈຶ່ງເລີ່ມເຮັດວຽກທີ່ມີຄຸນຄ່ານີ້.19ແຕ່ເມື່ອສານບັນລັດ ຊາວໂຮໂຣນ, ໂຕບີຢາຜູ້ຮັບໃຊ້ ເຊິ່ງເປັນຊາວອຳໂມນ ແລະ ເກເຊມ ຊາວອາຣັບໄດ້ຍິນເລື່ອງນີ້ ພວກເຂົາກໍພາກັນເຢາະເຢີ້ຍ ແລະ ດູຖູກພວກເຮົາ. ພວກເຂົາໄດ້ຖາມວ່າ, “ພວກເຈົ້າກຳລັງເຮັດຫຍັງ? ພວກເຈົ້າຈະກະບົດຕໍ່ກະສັດບໍ?”20ຂ້ານ້ອຍຈຶ່ງຕອບພວກເຂົາວ່າ, “ພຣະເຈົ້າແຫ່ງຟ້າສະຫວັນຈະຊ່ວຍໃຫ້ພວກເຮົາເຮັດສຳເລັດ. ພວກເຮົາຜູ້ຮັບໃຊ້ຂອງພຣະອົງຈະເລີ່ມງານກໍ່ສ້າງ, ສ່ວນພວກທ່ານແລ້ວ, ພວກທ່ານແມ່ນບໍ່ມີສ່ວນກ່ຽວຂ້ອງອັນໃດໃນເຢຣູຊາເລັມ ຫລື ສິດຮຽກຮ້ອງ ຫລື ສິດທິທາງປະຫວັດສາດໃນເຢຣູຊາເລັມ”.
Biblica, Inc.