ມັດທາຍ20
ຄຳອຸປະມາເລື່ອງຄົນງານໃນສວນອະງຸ່ນ
1“ດ້ວຍວ່າ ອານາຈັກສະຫວັນປຽບເໝືອນເຈົ້າຂອງສວນຜູ້ໜຶ່ງ ເຊິ່ງອອກໄປແຕ່ເຊົ້າເພື່ອຈ້າງຄົນມາເຮັດວຽກໃນສວນອະງຸ່ນຂອງຕົນ.2ເພິ່ນໄດ້ເຫັນດີວ່າຈະຈ່າຍຄ່າແຮງງານໃຫ້ພວກເຂົາວັນລະໜຶ່ງເດນາຣິອົນ ແລ້ວກໍໃຊ້ພວກເຂົາໄປເຮັດວຽກໃນສວນອະງຸ່ນຂອງຕົນ.3“ໃນເວລາປະມານເກົ້າໂມງເຊົ້າເພິ່ນກໍອອກໄປ ແລະ ເຫັນຫລາຍຄົນຢືນຢູ່ທີ່ຕະຫລາດບໍ່ເຮັດຫຍັງ4ເພິ່ນຈຶ່ງບອກພວກເຂົາວ່າ, ‘ໃຫ້ພວກເຈົ້າໄປເຮັດວຽກໃນສວນອະງຸ່ນຂອງຂ້ອຍເໝືອນກັນ ແລະ ຂ້ອຍຈະຈ່າຍຄ່າແຮງງານໃຫ້ຕາມສົມຄວນ’.5ດັ່ງນັ້ນ ພວກເຂົາຈຶ່ງໄປ.“ໃນເວລາປະມານຕອນທ່ຽງ ແລະ ຕອນປະມານສາມໂມງແລງ ເຈົ້າຂອງສວນອະງຸ່ນກໍອອກໄປເຮັດຄືເກົ່າອີກ.6ໃນເວລາປະມານຫ້າໂມງແລງ ເພິ່ນກໍອອກໄປອີກ ແລະ ເຫັນຍັງມີຫລາຍຄົນຢືນຢູ່ທີ່ນັ້ນ ເພິ່ນຈຶ່ງຖາມພວກເຂົາວ່າ, ‘ເປັນຫຍັງພວກເຈົ້າຈຶ່ງມາຢືນຢູ່ທີ່ນີ້ໝົດມື້ບໍ່ເຮັດຫຍັງ?’7“ພວກເຂົາຕອບວ່າ, ‘ເພາະບໍ່ມີຜູ້ໃດຈ້າງພວກເຮົາ’.
“ເພິ່ນຈຶ່ງບອກພວກເຂົາວ່າ, ‘ໃຫ້ພວກເຈົ້າໄປເຮັດວຽກຢູ່ໃນສວນອະງຸ່ນຂອງຂ້ອຍເໝືອນກັນ’.8“ເມື່ອຮອດຕອນແລງມາ ເຈົ້າຂອງສວນອະງຸ່ນກໍບອກຜູ້ຈັດການສວນຂອງຕົນວ່າ, ‘ຈົ່ງເອີ້ນຄົນງານມາ ແລະ ຈ່າຍຄ່າແຮງງານໃຫ້ພວກເຂົາ, ເລີ່ມຕັ້ງແຕ່ຜູ້ຮັບຈ້າງຄົນຫລ້າສຸດໄປຈົນເຖິງຜູ້ຮັບຈ້າງຄົນທຳອິດ’.9“ພວກຄົນຮັບຈ້າງຜູ້ທີ່ມາເລີ່ມເຮັດວຽກໃນເວລາປະມານຫ້າໂມງແລງ ກໍໄດ້ຮັບເງິນຄົນລະໜຶ່ງເດນາຣິອົນ.10ດັ່ງນັ້ນ ຜູ້ຮັບຈ້າງພວກທີ່ມາທຳອິດກໍຄິດວ່າຕົນຈະໄດ້ຮັບຫລາຍກວ່ານັ້ນ ແຕ່ກໍໄດ້ຮັບຄົນລະໜຶ່ງເດນາຣິອົນເໝືອນກັນ.11ເມື່ອພວກເຂົາຮັບເງິນແລ້ວຈຶ່ງຈົ່ມຕໍ່ເຈົ້າຂອງສວນວ່າ,12‘ຄົນຮັບຈ້າງຜູ້ທີ່ມາຕາມຫລັງເຮັດວຽກພຽງຊົ່ວໂມງດຽວເທົ່ານັ້ນ ສ່ວນພວກເຮົາເຮັດວຽກໜັກຕາກແດດຮ້ອນມາໝົດມື້ ແຕ່ທ່ານໄດ້ຈ່າຍໃຫ້ພວກເຮົາເທົ່າກັບພວກເຂົາ’.13“ແຕ່ເຈົ້າຂອງສວນອະງຸ່ນຕອບຄົນໜຶ່ງໃນພວກເຂົາວ່າ, ‘ສະຫາຍເອີຍ, ຂ້ອຍບໍ່ໄດ້ສໍ້ໂກງເຈົ້າ ເຈົ້າຕົກລົງເຮັດວຽກໃຫ້ຂ້ອຍວັນລະໜຶ່ງເດນາຣິອົນບໍ່ແມ່ນບໍ?14ດັ່ງນັ້ນ ຮັບຄ່າຈ້າງຂອງເຈົ້າ ແລະ ກັບເມືອສາ. ຂ້ອຍພໍໃຈຈະໃຫ້ຄົນຮັບຈ້າງຜູ້ທີ່ມາສຸດທ້າຍນີ້ເທົ່າກັນກັບເຈົ້າ.15ຂ້ອຍບໍ່ມີສິດເຮັດໃນສິ່ງທີ່ຂ້ອຍຢາກເຮັດກັບເງິນຂອງຂ້ອຍບໍ? ຫລື ວ່າເຈົ້າອິດສາເພາະເຫັນຂ້ອຍໃຈດີ?’16“ດັ່ງນັ້ນ ຄົນທີ່ເປັນຜູ້ປາຍຈະກັບເປັນຜູ້ຕົ້ນ ແລະ ຄົນທີ່ເປັນຜູ້ຕົ້ນຈະກັບເປັນຜູ້ປາຍ”.
ພຣະເຢຊູເຈົ້າທຳນວາຍເຖິງຄວາມຕາຍຂອງພຣະອົງຄັ້ງທີສາມ
17ຂະນະທີ່ພຣະເຢຊູເຈົ້າກຳລັງຂຶ້ນໄປນະຄອນເຢຣູຊາເລັມ, ພຣະອົງໄດ້ພາພວກສາວົກສິບສອງຄົນແຍກອອກໄປຕ່າງຫາກ ແລະ ກ່າວກັບພວກເພິ່ນວ່າ,18“ພວກເຮົາກຳລັງຂຶ້ນໄປນະຄອນເຢຣູຊາເລັມ ແລະ ບຸດມະນຸດຈະຖືກມອບໄວ້ກັບພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດ. ພວກເຂົາຈະລົງໂທດພຣະອົງໃຫ້ເຖິງຕາຍ.19ແລະ ຈະມອບພຣະອົງໃຫ້ກັບຄົນຕ່າງຊາດ ພວກເຂົາຈະເຢາະເຢີ້ຍພຣະອົງ, ຈະຂ້ຽນຕີພຣະອົງ ແລະ ຈະຄຶງພຣະອົງໄວ້ເທິງໄມ້ກາງແຂນ ແລ້ວໃນວັນທີສາມພຣະອົງຈະເປັນຄືນມາສູ່ຊີວິດ!”ຄຳຮ້ອງຂໍຂອງແມ່ຄົນໜຶ່ງ
20ຕໍ່ມາ ເມຍຂອງເຊເບດາຍໄດ້ມາຫາພຣະເຢຊູເຈົ້າພ້ອມກັບລູກຊາຍທັງສອງຂອງຕົນ, ພວກເພິ່ນຄຸເຂົ່າລົງຕໍ່ໜ້າພຣະອົງ ແລະ ຂໍສິ່ງໜຶ່ງຈາກພຣະອົງ.21ພຣະອົງຖາມວ່າ, “ເຈົ້າຕ້ອງການຫຍັງ?”ນາງຕອບວ່າ, “ຂໍໃຫ້ລູກຊາຍຂອງຂ້ານ້ອຍໄດ້ນັ່ງໃນອານາຈັກຂອງພຣະອົງ, ຄືໄດ້ນັ່ງທີ່ເບື້ອງຂວາຂອງພຣະອົງຄົນໜຶ່ງ ແລະ ເບື້ອງຊ້າຍຂອງພຣະອົງອີກຄົນໜຶ່ງ”.22ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ພວກເຈົ້າບໍ່ຮູ້ຈັກໃນສິ່ງທີ່ພວກເຈົ້າກຳລັງຂໍນັ້ນ, ພວກເຈົ້າຈະດື່ມຈາກຈອກທີ່ເຮົາກຳລັງຈະດື່ມນັ້ນໄດ້ບໍ?”
ພວກເຂົາຕອບວ່າ, “ພວກເຮົາດື່ມໄດ້”.23ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ພວກເຈົ້າຈະໄດ້ດື່ມຈາກຈອກຂອງເຮົາແທ້ ແຕ່ການທີ່ຈະໄດ້ນັ່ງທີ່ເບື້ອງຂວາ ຫລື ເບື້ອງຊ້າຍຂອງເຮົານັ້ນບໍ່ແມ່ນເຮົາຈະເປັນຜູ້ອະນຸຍາດ. ບ່ອນເຫລົ່ານັ້ນເປັນຂອງບັນດາຜູ້ທີ່ພຣະບິດາເຈົ້າຂອງເຮົາຈັດຕຽມໄວ້ແລ້ວ”.24ເມື່ອສາວົກອີກສິບຄົນໄດ້ຍິນເລື່ອງນີ້ແລ້ວ ພວກເພິ່ນກໍບໍ່ພໍໃຈກັບສອງອ້າຍນ້ອງນັ້ນ.25ພຣະເຢຊູເຈົ້າຈຶ່ງເອີ້ນພວກສາວົກມາພ້ອມໜ້າກັນ ແລະ ກ່າວວ່າ, “ພວກເຈົ້າທັງຫລາຍຕ່າງກໍຮູ້ດີວ່າຜູ້ປົກຄອງຂອງຄົນຕ່າງຊາດຍ່ອມເປັນນາຍເໜືອພວກເຂົາ ແລະ ເຈົ້າໜ້າທີ່ຊັ້ນໃຫຍ່ກໍໃຊ້ສິດອຳນາດເໜືອພວກເຂົາ.26ແຕ່ສຳລັບພວກເຈົ້າບໍ່ເປັນດັ່ງນັ້ນ ກົງກັນຂ້າມຖ້າຜູ້ໃດໃນພວກເຈົ້າຢາກເປັນໃຫຍ່ ຜູ້ນັ້ນຕ້ອງເປັນຜູ້ຮັບໃຊ້ຂອງພວກເຈົ້າທັງຫລາຍ,27ແລະ ຖ້າຜູ້ໃດໃນພວກເຈົ້າຢາກເປັນເອກ ຜູ້ນັ້ນຕ້ອງເປັນຜູ້ຮັບໃຊ້ຂອງພວກເຈົ້າ28ເໝືອນດັ່ງບຸດມະນຸດບໍ່ໄດ້ມາເພື່ອໃຫ້ຄົນອື່ນຮັບໃຊ້ ແຕ່ມາເພື່ອຮັບໃຊ້ ແລະ ສະຫລະຊີວິດຂອງພຣະອົງເປັນຄ່າໄຖ່ເພື່ອຄົນທັງຫລາຍ”.
ຊາຍຕາບອດສອງຄົນເບິ່ງເຫັນໄດ້
29ໃນຂະນະທີ່ພຣະເຢຊູເຈົ້າ ແລະ ພວກສາວົກຂອງພຣະອົງກຳລັງອອກຈາກເມືອງເຢຣິໂກ, ປະຊາຊົນຈໍານວນຫລວງຫລາຍກໍໄດ້ຕິດຕາມພຣະອົງໄປ.30ມີຊາຍຕາບອດສອງຄົນກຳລັງນັ່ງຢູ່ແຄມທາງ, ເມື່ອໄດ້ຍິນວ່າພຣະເຢຊູເຈົ້າກຳລັງຜ່ານມາທາງນັ້ນ ພວກເຂົາກໍຮ້ອງຂຶ້ນວ່າ, “ອົງພຣະຜູ້ເປັນເຈົ້າ ບຸດດາວິດເອີຍ, ຂໍເມດຕາພວກຂ້ານ້ອຍດ້ວຍ!”31ປະຊາຊົນໄດ້ຫ້າມໄວ້ ແລະ ບອກພວກເຂົາໃຫ້ມິດຢູ່, ແຕ່ພວກເຂົາຍິ່ງຮ້ອງດັງຂຶ້ນວ່າ, “ອົງພຣະຜູ້ເປັນເຈົ້າ ບຸດດາວິດເອີຍ, ຂໍເມດຕາພວກຂ້ານ້ອຍດ້ວຍ!”32ພຣະເຢຊູເຈົ້າຈຶ່ງຢຸດ ແລະ ເອີ້ນຊາຍຕາບອດສອງຄົນນັ້ນມາ. ພຣະອົງຖາມພວກເຂົາວ່າ, “ພວກເຈົ້າຕ້ອງການໃຫ້ເຮົາເຮັດຫຍັງໃຫ້ພວກເຈົ້າ?”33ພວກເຂົາຈຶ່ງຕອບວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ພວກຂ້ານ້ອຍຢາກເຫັນຮຸ່ງ”.34ພຣະເຢຊູເຈົ້າສົງສານພວກເຂົາ ຈຶ່ງບາຍຕາຂອງພວກເຂົາ. ໃນທັນໃດນັ້ນ ພວກເຂົາກໍເຫັນຮຸ່ງ ແລະ ຕິດຕາມພຣະອົງໄປ.Biblica, Inc.