ມາຣະໂກ4
ຄຳອຸປະມາເລື່ອງຜູ້ຫວ່ານ
1ແລ້ວພຣະເຢຊູເຈົ້າໄດ້ສັ່ງສອນທີ່ແຄມທະເລສາບອີກ. ປະຊາຊົນໄດ້ມາເຕົ້າໂຮມກັນອ້ອມພຣະອົງຢ່າງແໜ້ນໜາຫລາຍ ຈົນພຣະອົງຕ້ອງລົງໄປນັ່ງໃນເຮືອຢູ່ແຄມຝັ່ງທະເລສາບ, ສ່ວນປະຊາຊົນນັ້ນຢູ່ເທິງບົກຕາມແຄມຝັ່ງ.2ພຣະອົງໄດ້ໃຊ້ຄຳອຸປະມາຫລາຍເລື່ອງເພື່ອສອນພວກເຂົາ ແລະ ພຣະອົງໄດ້ສອນວ່າ:3“ຈົ່ງຟັງໃຫ້ດີ! ມີຊາວນາຄົນໜຶ່ງອອກໄປຫວ່ານເມັດພືດ.4ໃນຂະນະທີ່ລາວກຳລັງຫວ່ານເມັດພືດຢູ່ນັ້ນ ບາງເມັດກໍຕົກຕາມທາງ ແລ້ວຝູງນົກກໍສັບກິນເມັດພືດນັ້ນຈົນໝົດ.5ບາງເມັດຕົກໃສ່ບ່ອນທີ່ມີຫີນ ເຊິ່ງເປັນບ່ອນທີ່ມີດິນໜ້ອຍ ເມັດເຫລົ່ານີ້ຈຶ່ງງອກຂຶ້ນໄດ້ໄວເພາະພື້ນດິນບໍ່ເລິກ.6ແຕ່ເມື່ອຕາເວັນຂຶ້ນມາພືດນັ້ນກໍຖືກແດດເຜົາ ແລະ ຫ່ຽວແຫ້ງໄປເພາະບໍ່ມີຮາກ.7ບາງເມັດກໍຕົກໃສ່ທ່າມກາງຟຸ່ມໜາມ, ເຊິ່ງຕົ້ນໜາມເຫລົ່ານີ້ກໍໃຫຍ່ຂຶ້ນ ແລະ ຫຸ້ມຮັດພືດເຫລົ່ານັ້ນ ຈຶ່ງເກີດຜົນບໍ່ໄດ້.8ຍັງມີບາງເມັດອີກທີ່ຕົກໃສ່ດິນດີ ພືດກໍງອກຂຶ້ນມາ, ເຕີບໃຫຍ່ຂຶ້ນ ແລະ ເກີດຜົນສາມສິບເທົ່າ, ຫົກສິບເທົ່າ, ແລະ ຮ້ອຍເທົ່າ”.9ແລ້ວພຣະເຢຊູເຈົ້າກ່າວວ່າ, “ຜູ້ໃດມີຫູ, ກໍຈົ່ງຟັງເອົາ”.10ເມື່ອພຣະອົງຢູ່ຕາມລຳພັງແລ້ວ, ພວກສາວົກທັງສິບສອງຄົນກັບຄົນອື່ນໆທີ່ຕິດຕາມພຣະອົງບາງຄົນຈຶ່ງຖາມພຣະອົງກ່ຽວກັບຄຳອຸປະມາດັ່ງກ່າວ.11ພຣະອົງບອກພວກເຂົາວ່າ, “ຄວາມເລິກລັບແຫ່ງອານາຈັກຂອງພຣະເຈົ້າໃຫ້ພວກເຈົ້າຮູ້ໄດ້. ແຕ່ສ່ວນຄົນນອກນັ້ນ ທຸກຢ່າງຈະໃຊ້ຄຳອຸປະມາ12ເພື່ອວ່າ,“ ‘ພວກເຂົາເບິ່ງແລ້ວເບິ່ງອີກແຕ່ກໍຈະບໍ່ເຫັນແລະ ຈະຟັງແລ້ວຟັງອີກແຕ່ຈະບໍ່ເຂົ້າໃຈບໍ່ດັ່ງນັ້ນແລ້ວ ພວກເຂົາຈະຫັນກັບຄືນມາ ແລະ ໄດ້ຮັບການອະໄພ!’ ”13ແລ້ວພຣະເຢຊູເຈົ້າກ່າວກັບພວກເພິ່ນວ່າ, “ພວກເຈົ້າບໍ່ເຂົ້າໃຈຄຳອຸປະມານີ້ບໍ? ຖ້າເປັນຢ່າງນັ້ນ ພວກເຈົ້າຈະເຂົ້າໃຈຄຳອຸປະມາເລື່ອງອື່ນໄດ້ຢ່າງໃດ?14ຊາວນານັ້ນໄດ້ຫວ່ານພຣະທຳ.15ບາງຄົນກໍເປັນເໝືອນເມັດພືດທີ່ຕົກຕາມທາງ. ຄືຄົນທີ່ໄດ້ຍິນພຣະຄຳ, ທັນໃດນັ້ນ ມານຊາຕານກໍມາຍາດຊີງເອົາພຣະຄຳທີ່ໄດ້ຫວ່ານລົງໃນພວກເຂົາໄປ.16ບາງຄົນກໍເປັນເໝືອນເມັດພືດທີ່ຫວ່ານລົງເທິງບ່ອນມີຫີນຫລາຍ, ເມື່ອໄດ້ຍິນພຣະຄຳແລ້ວກໍຮັບເອົາໄວ້ທັນທີດ້ວຍຄວາມຍິນດີ.17ແຕ່ຍ້ອນພວກເຂົາບໍ່ມີຮາກຈຶ່ງທົນຢູ່ບໍ່ໄດ້ດົນ. ເມື່ອມີຄວາມຍາກລຳບາກ ຫລື ຖືກຂົ່ມເຫັງເພາະພຣະຄຳ ພວກເຂົາກໍລົ້ມເລີກໄປທັນທີ.18ຍັງມີບາງຄົນເປັນເໝືອນເມັດພືດທີ່ຫວ່ານລົງກາງຟຸ່ມໜາມ, ຄືຜູ້ທີ່ໄດ້ຍິນພຣະຄຳ,19ແຕ່ມີຄວາມກັງວົນໃນຊີວິດນີ້, ຄວາມຫລອກລວງຂອງຄວາມຮັ່ງມີ ແລະ ຕະຫລອດທັງຄວາມປາຖະໜາໃນສິ່ງຕ່າງໆໄດ້ເຂົ້າມາຫຸ້ມຮັດພຣະຄຳໄວ້ ຈຶ່ງເຮັດໃຫ້ພຣະຄຳບໍ່ເກີດຜົນ.20ບາງຄົນເປັນເໝືອນເມັດພືດທີ່ຫວ່ານລົງດິນດີ, ຄືຜູ້ທີ່ໄດ້ຍິນພຣະຄຳ, ຕ້ອນຮັບເອົາພຣະຄຳໄວ້ ແລະ ເກີດຜົນສາມສິບເທົ່າ, ຫົກສິບເທົ່າ ແລະ ຮ້ອຍເທົ່າຂອງທີ່ໄດ້ຫວ່ານລົງໄປ”.ຕະກຽງຢູ່ເທິງຫລັກຕະກຽງ
21ພຣະອົງໄດ້ກ່າວກັບພວກເພິ່ນວ່າ, “ພວກເຈົ້າເອົາຕະກຽງວາງໄວ້ໃນກະບຸງ ຫລື ເອົາວາງໄວ້ຢູ່ກ້ອງຕຽງນອນແທນທີ່ພວກເຈົ້າຈະຕັ້ງໄວ້ເທິງຫລັກຕະກຽງບໍ?22ເພາະສິ່ງໃດທີ່ຖືກເຊື່ອງຊ້ອນໄວ້ຈະຖືກນຳອອກມາປາກົດໃຫ້ເຫັນ ແລະ ສິ່ງໃດທີ່ຖືກປິດບັງໄວ້ກໍຈະຖືກນຳມາເປີດເຜີຍໃຫ້ຮູ້.23ຜູ້ໃດມີຫູ, ກໍຈົ່ງຟັງເອົາ”.24ພຣະອົງກ່າວຕໍ່ໄປອີກວ່າ, “ຈົ່ງພິຈາລະນາສິ່ງທີ່ພວກເຈົ້າໄດ້ຍິນໃຫ້ດີ. ພວກເຈົ້າຈະຕວງໃຫ້ເຂົາດ້ວຍເຄື່ອງຜອງຢ່າງໃດ, ພວກເຈົ້າກໍຈະໄດ້ຮັບດ້ວຍເຄື່ອງຜອງຢ່າງນັ້ນ ແລະ ຈະໄດ້ຮັບຫລາຍກວ່ານັ້ນອີກ.25ຜູ້ໃດກໍຕາມທີ່ມີຢູ່ແລ້ວກໍຈະໄດ້ຮັບເພີ່ມເຕີມຂຶ້ນອີກ, ສ່ວນຜູ້ທີ່ບໍ່ມີ ແມ່ນແຕ່ສິ່ງທີ່ພວກເຂົາມີຢູ່ນັ້ນ ກໍຈະຖືກຍົກເອົາໄປຈາກພວກເຂົາ”.ຄຳອຸປະມາເລື່ອງເມັດພືດທີ່ງອກຂຶ້ນ
26ພຣະອົງກ່າວອີກວ່າ, “ອານາຈັກຂອງພຣະເຈົ້າກໍເປັນເໝືອນ ຄົນໜຶ່ງຫວ່ານເມັດພືດລົງໃນດິນ.27ໃນເວລາກາງເວັນ ແລະ ເວລາກາງຄືນ ບໍ່ວ່າລາວຈະນອນຫລັບ ຫລື ຕື່ນຂຶ້ນ, ເມັດພືດນັ້ນກໍງອກ ແລະ ເຕີບໃຫຍ່ຂຶ້ນ ເຖິງວ່າລາວບໍ່ຮູ້ວ່າມັນງອກຂຶ້ນໄດ້ຢ່າງໃດ.28ແມ່ນດິນເອງທີ່ເຮັດໃຫ້ເມັດພືດງອກຂຶ້ນ, ທຳອິດເປັນຕົ້ນອ່ອນ ຕໍ່ມາກໍມີເມັດເຂົ້າເຕັມຮວງ.29ທັນທີທີ່ເຂົ້າສຸກແລ້ວ ລາວກໍໃຊ້ກ່ຽວເພື່ອກ່ຽວເຂົ້ານັ້ນ ເພາະເວລາເກັບກ່ຽວໄດ້ມາເຖິງແລ້ວ”.ຄຳອຸປະມາເລື່ອງເມັດພືດ
30ພຣະອົງກ່າວອີກວ່າ, “ພວກເຮົາຈະປຽບອານາຈັກຂອງພຣະເຈົ້າກັບສິ່ງໃດດີ, ຫລື ຈະໃຊ້ຄຳອຸປະມາຢ່າງໃດເພື່ອມາອະທິບາຍເຖິງອານາຈັກນີ້?31ອານາຈັກຂອງພຣະເຈົ້ານັ້ນກໍປຽບເໝືອນແກ່ນຜັກກາດເມັດໜຶ່ງ, ເຊິ່ງເປັນເມັດທີ່ນ້ອຍທີ່ສຸດກວ່າເມັດໃດໆທັງໝົດໃນໂລກ.32ແຕ່ເມື່ອຫວ່ານລົງໄປແລ້ວ ມັນກໍງອກຂຶ້ນ ແລະ ກາຍເປັນຕົ້ນທີ່ໃຫຍ່ທີ່ສຸດກວ່າຜັກຊະນິດອື່ນໆໃນສວນ ແລະ ແຕກກິ່ງໃຫຍ່ອອກຈົນຝູງນົກສາມາດມາເຮັດຮັງຢູ່ໄດ້”.33ພຣະເຢຊູເຈົ້າໄດ້ກ່າວຖ້ອຍຄຳເປັນຄຳອຸປະມາຫລາຍເລື່ອງຢ່າງດຽວກັນນີ້ໃຫ້ພວກເຂົາຟັງ, ຕາມທີ່ພວກເຂົາສາມາດເຂົ້າໃຈໄດ້.34ພຣະອົງກ່າວກັບພວກເຂົາທຸກຄົນເປັນຄຳອຸປະມາ. ແຕ່ເມື່ອພຣະອົງຢູ່ຕາມລຳພັງກັບພວກສາວົກຂອງພຣະອົງແລ້ວ ພຣະອົງກໍອະທິບາຍທຸກໆສິ່ງ.ພຣະເຢຊູເຈົ້າສັ່ງຫ້າມລົມພະຍຸ
35ໃນຕອນຄ່ຳຂອງວັນດຽວກັນນັ້ນ ພຣະເຢຊູເຈົ້າໄດ້ກ່າວກັບພວກສາວົກຂອງພຣະອົງວ່າ, “ໃຫ້ພວກເຮົາຂ້າມໄປອີກຟາກໜຶ່ງເທາະ”.36ດັ່ງນັ້ນ ພວກເພິ່ນຈຶ່ງພາພຣະອົງລົງໄປໃນເຮືອທີ່ພຣະອົງເຄີຍຢູ່ໂດຍປະປະຊາຊົນໄວ້ ແລະ ມີເຮືອລຳອື່ນໆໄປນຳດ້ວຍ.37ແລ້ວເກີດມີລົມພະຍຸຮຸນແຮງ ແລະ ຄື້ນນ້ຳໄດ້ຊັດຖ້ວມເຮືອຈົນເຮືອເກືອບຈະຈົມ.38ພຣະເຢຊູເຈົ້ານອນໝູນໝອນຫລັບຢູ່ທ້າຍເຮືອ. ພວກສາວົກຈຶ່ງໄປປຸກພຣະອົງ ແລະ ເວົ້າວ່າ, “ອາຈານເອີຍ, ພວກຂ້ານ້ອຍກຳລັງຈະຈົມນໍ້າແລ້ວ ພຣະອົງບໍ່ເປັນຫ່ວງພວກຂ້ານ້ອຍບໍ?”39ພຣະອົງຈຶ່ງຕື່ນຂຶ້ນມາ, ສັ່ງຫ້າມລົມພະຍຸ ແລະ ຄື້ນທະເລວ່າ, “ຈົ່ງມິດ! ງຽບສະຫງົບແມ!” ແລ້ວລົມພະຍຸກໍຢຸດພັດ ແລະ ຄື້ນທະເລກໍສະຫງົບລົງ.40ພຣະອົງກ່າວກັບພວກສາວົກວ່າ, “ດ້ວຍເຫດໃດພວກເຈົ້າຈຶ່ງຢ້ານຫລາຍແທ້? ພວກເຈົ້າຍັງບໍ່ມີຄວາມເຊື່ອຢູ່ບໍ?”41ພວກສາວົກໄດ້ພາກັນຕົກໃຈຢ້ານຫລາຍ ແລະ ຕ່າງກໍຖາມກັນວ່າ, “ທ່ານຜູ້ນີ້ເປັນຜູ້ໃດນໍ? ແມ່ນແຕ່ລົມພະຍຸ ແລະ ຄື້ນທະເລກໍຍັງເຊື່ອຟັງເພິ່ນ!”Biblica, Inc.