ມາຣະໂກ12
ຄຳອຸປະມາເລື່ອງຄົນເຊົ່າສວນ
1ແລ້ວພຣະເຢຊູເຈົ້າກໍໄດ້ເລີ່ມຕົ້ນກ່າວແກ່ພວກເຂົາເປັນຄຳອຸປະມາວ່າ: “ມີຊາຍຄົນໜຶ່ງເຮັດສວນອະງຸ່ນ. ເພິ່ນໄດ້ເຮັດຮົ້ວອ້ອມສວນໄວ້, ເຈາະອ່າງເພື່ອໃຊ້ເປັນບ່ອນຢຽບເອົານໍ້າອະງຸ່ນ ແລະ ໄດ້ສ້າງຫໍຄອຍໄວ້ເພື່ອເຝົ້າຍາມ. ຫລັງຈາກນັ້ນ ເພິ່ນໄດ້ໃຫ້ພວກຊາວສວນເຊົ່າ ແລ້ວເພິ່ນກໍຍ້າຍອອກໄປບ່ອນອື່ນ.2ເມື່ອເຖິງລະດູເກັບກ່ຽວເພິ່ນກໍສົ່ງຜູ້ຮັບໃຊ້ຄົນໜຶ່ງໄປຫາພວກຄົນເຊົ່າສວນ ເພື່ອຮັບສ່ວນແບ່ງຂອງຜົນລະປູກຈາກສວນອະງຸ່ນນຳພວກເຂົາ.3ແຕ່ພວກຄົນເຊົ່າສວນໄດ້ຈັບລາວມາ, ຂ້ຽນຕີ ແລະ ສົ່ງລາວກັບໄປມືເປົ່າ.4ດັ່ງນັ້ນ ເພິ່ນຈຶ່ງສົ່ງຜູ້ຮັບໃຊ້ຄົນອື່ນໄປຫາພວກເຂົາອີກ ພວກເຂົາກໍຟາດຫົວຂອງຄົນນັ້ນ ແລະ ເຮັດໃຫ້ລາວອັບອາຍຂາຍໜ້າ.5ເພິ່ນກໍຍັງສົ່ງຜູ້ຮັບໃຊ້ຄົນອື່ນໄປອີກ ແລະ ພວກເຂົາກໍຂ້າຄົນນັ້ນເສຍ. ເຈົ້າຂອງສວນກໍຍັງສົ່ງຄົນຮັບໃຊ້ໄປອີກຫລາຍໆຄົນ, ພວກເຮົາກໍຂ້ຽນຕີບາງຄົນ ແລະ ພວກເຂົາກໍຂ້າບາງຄົນ.6“ເພິ່ນຈຶ່ງເຫລືອແຕ່ຄົນດຽວທີ່ຈະໃຊ້ມາຄືລູກຊາຍ ຜູ້ທີ່ເພິ່ນຮັກ. ເພິ່ນຈຶ່ງສົ່ງລູກຄົນນັ້ນໄປເປັນຄົນສຸດທ້າຍ ໂດຍກ່າວວ່າ, ‘ພວກເຂົາຈະໃຫ້ຄວາມເຄົາລົບນັບຖືລູກຊາຍຂອງເຮົາ’.7“ແຕ່ພວກຄົນເຊົ່າສວນເວົ້າກັນວ່າ, ‘ຄົນນີ້ເປັນຜູ້ສືບທອດມໍລະດົກ. ໃຫ້ພວກເຮົາຂ້າລາວແລ້ວມໍລະດົກຈະຕົກເປັນຂອງພວກເຮົາ’.8ດັ່ງນັ້ນ ພວກເຂົາຈຶ່ງຈັບລູກຊາຍຂອງເຈົ້າຂອງສວນ ແລະ ຂ້າລາວ, ແລ້ວພວກເຂົາກໍໂຍນລາວຖິ້ມອອກໄປນອກສວນອະງຸ່ນ.9“ພຣະເຢຊູເຈົ້າຖາມວ່າ ແລ້ວເຈົ້າຂອງສວນອະງຸ່ນຈະເຮັດຢ່າງໃດ? ເພິ່ນຈະມາຂ້າພວກຄົນເຊົ່າສວນ ແລະ ເອົາສວນອະງຸ່ນນັ້ນໃຫ້ຄົນອື່ນເຊົ່າ.10ພວກເຈົ້າຍັງບໍ່ໄດ້ອ່ານພຣະຄຳພີຂໍ້ນີ້ບໍວ່າ:“ ‘ຫີນທີ່ຊ່າງກໍ່ໄດ້ຖິ້ມແລ້ວບັດນີ້ກໍໄດ້ກາຍເປັນຫີນເສົາເອກ, 11ອົງພຣະຜູ້ເປັນເຈົ້າໄດ້ກະທຳການນີ້ແລະ ເປັນສິ່ງທີ່ອັດສະຈັນໃນສາຍຕາຂອງພວກເຮົາ. ’ ”12ດັ່ງນັ້ນ ພວກຫົວໜ້າປະໂລຫິດ, ພວກຄູສອນກົດບັນຍັດ ແລະ ພວກເຖົ້າແກ່ຈຶ່ງໄດ້ຊອກຫາທາງທີ່ຈະຈັບພຣະອົງ ພວກເຂົາຮູ້ຈັກວ່າພຣະອົງກ່າວຄຳອຸປະມານີ້ຕໍ່ສູ້ພວກເຂົາ. ແຕ່ຍ້ອນພວກເຂົາຢ້ານປະຊາຊົນ, ດັ່ງນັ້ນ ພວກເຂົາຈຶ່ງໄປຈາກພຣະອົງ ແລະ ໄປທາງອື່ນ.ການເສຍພາສີແກ່ກາຍຊາ
13ແລ້ວພວກເຂົາກໍໃຊ້ຟາຣີຊາຍບາງຄົນ ແລະ ກຸ່ມສະໜັບສະໜູນເຮໂຣດມາຫາພຣະເຢຊູເຈົ້າເພື່ອຈັບຜິດຖ້ອຍຄຳຂອງພຣະອົງ.14ພວກເຂົາໄດ້ມາຫາພຣະອົງ ແລະ ເວົ້າວ່າ, “ອາຈານເອີຍ, ພວກເຮົາຮູ້ວ່າທ່ານເປັນຄົນສັດຊື່ ແລະ ທ່ານບໍ່ໄດ້ຖືກຊັກຈູງໂດຍຄົນອື່ນ, ເພາະທ່ານບໍ່ເຫັນແກ່ໜ້າຜູ້ໃດ, ແຕ່ທ່ານໄດ້ສອນທາງຂອງພຣະເຈົ້າຕາມຄວາມຈິງ. ເປັນການຖືກຕ້ອງທີ່ຈະເສຍພາສີໃຫ້ແກ່ກາຍຊາບໍ?15ພວກເຮົາຄວນເສຍ ຫລື ພວກເຮົາບໍ່ຄວນເສຍ?”ແຕ່ພຣະເຢຊູເຈົ້າຮູ້ທັນກົນອຸບາຍຂອງພວກເຂົາ ຈຶ່ງຕອບວ່າ, “ເປັນຫຍັງພວກເຈົ້າຈຶ່ງພະຍາຍາມຈະຈັບຜິດເຮົາ? ຈົ່ງນຳເງິນໜຶ່ງຫລຽນມາໃຫ້ເຮົາເບິ່ງດູ”.16ພວກເຂົາກໍເອົາຫລຽນມາໃຫ້ ແລະ ພຣະອົງກໍຖາມພວກເຂົາວ່າ, “ຮູບນີ້ເປັນຂອງຜູ້ໃດ? ແລະ ຄຳຈາລຶກນີ້ເປັນຂອງຜູ້ໃດ?”
ພວກເຂົາຕອບວ່າ, “ເປັນຂອງກາຍຊາ”.17ແລ້ວພຣະເຢຊູເຈົ້າຈຶ່ງກ່າວແກ່ພວກເຂົາວ່າ, “ສິ່ງທີ່ເປັນຂອງກາຍຊາ ຈົ່ງຄືນໃຫ້ແກ່ກາຍຊາ ແລະ ສິ່ງທີ່ເປັນຂອງພຣະເຈົ້າ ຈົ່ງຖວາຍຄືນໃຫ້ແກ່ພຣະເຈົ້າ”.
ເມື່ອທຸກຄົນໄດ້ຍິນຄຳຕອບຂອງພຣະເຢຊູເຈົ້າແລ້ວ ພວກເຂົາຕ່າງກໍປະຫລາດໃຈໃນພຣະອົງ.
ບັນຫາເລື່ອງການເປັນຄືນມາຈາກຕາຍ
18ແລ້ວພວກຊາດູກາຍຜູ້ທີ່ກ່າວວ່າບໍ່ມີການເປັນຄືນມາຈາກຕາຍ ໄດ້ມາຖາມພຣະເຢຊູເຈົ້າ.19ພວກເຂົາເວົ້າວ່າ, “ອາຈານເອີຍ, ໂມເຊໄດ້ຂຽນເປັນຄຳສັ່ງສຳລັບພວກເຮົາໄວ້ວ່າຖ້າອ້າຍຂອງຊາຍຜູ້ໜຶ່ງຕາຍປະເມຍຂອງຕົນໂດຍບໍ່ມີລູກ, ຊາຍຄົນນັ້ນຈະຕ້ອງແຕ່ງງານກັບຍິງໝ້າຍຄົນນັ້ນເພື່ອຈະມີລູກສືບເຊື້ອສາຍໃຫ້ອ້າຍຂອງຕົນ.20ຍັງມີອ້າຍນ້ອງເຈັດຄົນ. ຜູ້ທີໜຶ່ງໄດ້ແຕ່ງງານ ແລະ ໄດ້ຕາຍໄປໂດຍບໍ່ມີລູກ.21ແລ້ວຜູ້ທີສອງກໍໄດ້ແຕ່ງງານກັບຍິງນັ້ນ ແລະ ລາວກໍໄດ້ຕາຍໄປອີກໂດຍບໍ່ມີລູກ. ຜູ້ທີສາມກໍເໝືອນກັນ.22ອ້າຍນ້ອງທັງເຈັດໄດ້ເອົາຍິງນັ້ນມາເປັນເມຍ ແລະ ພວກເຂົາໄດ້ຕາຍໄປໂດຍບໍ່ມີລູກ, ແລ້ວໃນທີ່ສຸດຍິງນັ້ນກໍໄດ້ຕາຍໄປເໝືອນກັນ.23ໃນວັນທີ່ເປັນຄືນມາຈາກຕາຍຍິງຄົນນີ້ຈະເປັນເມຍຂອງຜູ້ໃດ? ດ້ວຍວ່າຊາຍທັງເຈັດຄົນໄດ້ເປັນຜົວຂອງນາງແລ້ວ”.24ພຣະເຢຊູເຈົ້າຕອບວ່າ, “ພວກເຈົ້າບໍ່ຜິດເພາະວ່າພວກເຈົ້າບໍ່ຮູ້ຈັກພຣະຄຳພີ ຫລື ລິດອຳນາດຂອງພຣະເຈົ້າບໍ?25ເມື່ອຄົນຕາຍຄືນສູ່ຊີວິດນັ້ນຈະບໍ່ມີການແຕ່ງງານ ຫລື ຍົກໃຫ້ເປັນຜົວເມຍກັນອີກ ພວກເຂົາຈະເປັນເໝືອນເທວະດາໃນສະຫວັນ.26ສຳລັບເລື່ອງຄົນຕາຍເປັນຄືນມານັ້ນ ພວກເຈົ້າບໍ່ເຄີຍໄດ້ອ່ານຖ້ອຍຄຳກ່ຽວກັບເລື່ອງຂອງໂມເຊ ທີ່ພຸ່ມໄມ້ມີໄຟລຸກໄໝ້ນັ້ນບໍ? ພຣະເຈົ້າໄດ້ກ່າວກັບເພິ່ນດັ່ງນີ້, ‘ເຮົາເປັນພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ ແລະ ພຣະເຈົ້າຂອງຢາໂຄບ’ ?27ພຣະອົງບໍ່ແມ່ນພຣະເຈົ້າຂອງຄົນຕາຍ, ແຕ່ແມ່ນພຣະເຈົ້າຂອງຄົນເປັນ. ພວກເຈົ້າເຂົ້າໃຈຜິດຫລາຍແລ້ວ!”ກົດບັນຍັດຂໍ້ໃຫຍ່ທີ່ສຸດ
28ມີຄູສອນກົດບັນຍັດຄົນໜຶ່ງໄດ້ເຂົ້າມາ ແລະ ໄດ້ຍິນພຣະເຢຊູເຈົ້າກັບພວກຊາດູກາຍກຳລັງຖົກຖຽງກັນຢູ່. ເຫັນວ່າພຣະເຢຊູເຈົ້າຕອບພວກເຂົາໄດ້ດີ, ລາວຈຶ່ງຖາມພຣະອົງວ່າ, “ໃນບັນດາກົດບັນຍັດທັງໝົດຂໍ້ໃດສຳຄັນທີ່ສຸດ?”29ພຣະເຢຊູເຈົ້າຕອບລາວວ່າ, “ຂໍ້ທີ່ສຳຄັນທີ່ສຸດຄື ‘ຊາວອິດສະຣາເອນເອີຍ ຈົ່ງຟັງ, ອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກເຮົາ, ອົງພຣະຜູ້ເປັນເຈົ້າເປັນໜຶ່ງດຽວ. 30ຈົ່ງຮັກອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າດ້ວຍສຸດໃຈ ດ້ວຍສຸດຈິດ ດ້ວຍສຸດຄວາມຄິດ ແລະ ດ້ວຍສຸດກຳລັງຂອງເຈົ້າ’. 31ສ່ວນຂໍ້ທີສອງຄື: ‘ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ’. ບໍ່ມີກົດບັນຍັດຂໍ້ໃດທີ່ໃຫຍ່ກວ່າສອງຂໍ້ນີ້”.32ຄູສອນກົດບັນຍັດຄົນນີ້ຈຶ່ງຕອບວ່າ, “ທ່ານອາຈານຕອບໄດ້ດີ, ທີ່ທ່ານໄດ້ກ່າວນັ້ນຖືກຕ້ອງແລ້ວທີ່ວ່າພຣະເຈົ້າເປັນໜຶ່ງ ແລະ ບໍ່ມີພະອື່ນນອກຈາກພຣະອົງ.33ການທີ່ຮັກພຣະອົງດ້ວຍສຸດຫົວໃຈ, ສຸດຄວາມເຂົ້າໃຈ ແລະ ສຸດກຳລັງຂອງທ່ານ ແລະ ການທີ່ຮັກເພື່ອນບ້ານເໝືອນຮັກຕົນເອງກໍສຳຄັນຫລາຍກວ່າເຄື່ອງເຜົາບູຊາ ແລະ ເຄື່ອງຖວາຍທັງຫລາຍ”.34ເມື່ອພຣະເຢຊູເຈົ້າເຫັນວ່າລາວຕອບດ້ວຍຄວາມສະຫລາດ ພຣະອົງຈຶ່ງກ່າວກັບລາວວ່າ, “ເຈົ້າບໍ່ໄດ້ຢູ່ໄກຈາກອານາຈັກຂອງພຣະເຈົ້າ”. ຕັ້ງແຕ່ນັ້ນມາກໍບໍ່ມີຜູ້ໃດກ້າຖາມພຣະອົງອີກ.ພຣະຄຣິດເຈົ້າເປັນບຸດຂອງຜູ້ໃດ?
35ໃນຂະນະທີ່ພຣະເຢຊູເຈົ້າກຳລັງສັ່ງສອນຢູ່ໃນເດີ່ນວິຫານ, ພຣະອົງໄດ້ຖາມວ່າ, “ດ້ວຍເຫດໃດພວກຄູສອນກົດບັນຍັດຈຶ່ງເວົ້າໄດ້ວ່າພຣະຄຣິດເຈົ້າ ເປັນບຸດຂອງດາວິດ?36ດາວິດເອງເມື່ອກ່າວໂດຍພຣະວິນຍານບໍລິສຸດເຈົ້າກໍປະກາດວ່າ:“ ‘ພຣະເຈົ້າໄດ້ກ່າວກັບອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍວ່າ:“ຈົ່ງນັ່ງທີ່ເບື້ອງຂວາມືຂອງເຮົາຈົນກວ່າເຮົາຈະປາບສັດຕູທັງຫລາຍຂອງເຈົ້າໃຫ້ຢູ່ໃຕ້ຕີນຂອງເຈົ້າ” ’ .37ໃນເມື່ອກະສັດດາວິດເອງຍັງເອີ້ນພຣະອົງວ່າ, ‘ອົງພຣະຜູ້ເປັນເຈົ້າ’ ແລ້ວພຣະອົງຈະເປັນບຸດຂອງດາວິດໄດ້ຢ່າງໃດ?”ປະຊາຊົນຈໍານວນຫລວງຫລາຍຟັງພຣະອົງດ້ວຍຄວາມຊື່ນຊົມຍິນດີ.38ໃນຂະນະທີ່ພຣະເຢຊູເຈົ້າສັ່ງສອນຢູ່ນັ້ນ ພຣະອົງໄດ້ກ່າວວ່າ, “ຈົ່ງລະວັງພວກຄູສອນກົດບັນຍັດໃຫ້ດີ. ພວກເຂົາມັກນຸ່ງເສື້ອຄຸມຍາວຍ່າງໄປມາ ແລະ ມັກໃຫ້ຄົນມາຄຳນັບທັກທາຍໃນບ່ອນຊຸມນຸມຊົນ,39ມັກນັ່ງໃນບ່ອນນັ່ງທີ່ສຳຄັນໃນທຳມະສາລາ ແລະ ບ່ອນນັ່ງທີ່ມີກຽດໃນງານກິນລ້ຽງຕ່າງໆ.40ພວກເຂົາສໍ້ໂກງເອົາເຮືອນຂອງບັນດາແມ່ໝ້າຍ ແລະ ເຮັດທຳທ່າອະທິຖານຢ່າງຍືດຍາວເພື່ອໃຫ້ຄົນເຫັນ. ຄົນເຫລົ່ານີ້ຈະຖືກລົງໂທດໜັກທີ່ສຸດ”.
ເງິນຖວາຍຂອງແມ່ໝ້າຍ
41ພຣະເຢຊູເຈົ້ານັ່ງຢູ່ກົງກັນຂ້າມກັບບ່ອນທີ່ຮັບເງິນຖວາຍຂອງວິຫານນັ້ນ ແລະ ພຣະອົງສັງເກດເບິ່ງປະຊາຊົນປ່ອນເງິນຂອງພວກເຂົາລົງໃສ່ຄັງວິຫານ. ຄົນຮັ່ງມີຫລາຍຄົນໄດ້ປ່ອນເງິນລົງຈໍານວນຫລວງຫລາຍ.42ແຕ່ແມ່ໝ້າຍທີ່ຍາກຈົນຄົນໜຶ່ງໄດ້ມາ ແລະ ປ່ອນຫລຽນທອງແດງຂະໜາດນ້ອຍໆສອງຫລຽນ, ເຊິ່ງມີມູນຄ່າເທົ່າກັບສອງສາມເຊັນ ເທົ່ານັ້ນລົງຖວາຍ.43ພຣະເຢຊູເຈົ້າເອີ້ນພວກສາວົກຂອງພຣະອົງມາ ແລະ ກ່າວກັບພວກເພິ່ນວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ແມ່ໝ້າຍຍາກຈົນຄົນນີ້ໄດ້ຖວາຍເຂົ້າຄັງວິຫານຫລາຍກວ່າຄົນອື່ນທັງໝົດ.44ເພາະພວກເຂົາທັງໝົດລ້ວນແຕ່ເອົາສ່ວນໜຶ່ງຈາກຄວາມຮັ່ງມີຂອງພວກເຂົາມາຖວາຍ, ແຕ່ແມ່ໝ້າຍຄົນນີ້ໄດ້ເອົາທຸກສິ່ງທີ່ຕົນມີຢູ່ສຳລັບລ້ຽງຊີວິດມາຖວາຍ”.Biblica, Inc.