ມາລາກີ3
1ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ “ເບິ່ງແມ, ເຮົາຈະໃຊ້ທູດຂອງເຮົາມາຕຽມທາງໄວ້ໃຫ້ເຮົາລ່ວງໜ້າກ່ອນ. ແລ້ວທັນໃດນັ້ນອົງພຣະຜູ້ເປັນເຈົ້າທີ່ພວກເຈົ້າສະແຫວງຫານັ້ນຈະມາທີ່ວິຫານຂອງພຣະອົງ; ທູດແຫ່ງຄຳໝັ້ນສັນຍາທີ່ພວກເຈົ້າປາຖະໜານັ້ນຈະມາ”.2ແຕ່ຜູ້ໃດຈະສາມາດທົນຢູ່ໄດ້ໃນວັນທີ່ພຣະອົງມາ? ຜູ້ໃດຈະສາມາດຢືນຢູ່ໄດ້ເມື່ອພຣະອົງມາປາກົດ? ເພາະພຣະອົງຈະເປັນເໝືອນໄຟທີ່ຫລອມໂລຫະ, ເໝືອນສະບູຂອງຊ່າງຟອກ.3ພຣະອົງຈະນັ່ງລົງເໝືອນກັບຊ່າງຫລອມເງິນ ແລະ ຊຳລະເງິນໃຫ້ບໍລິສຸດ; ພຣະອົງຈະຊຳລະຄົນເລວີ ແລະ ຫລອມພວກເຂົາເໝືອນກັບຫລອມເງິນ ແລະ ຄຳ. ແລ້ວພຣະເຈົ້າຢາເວຈະໄດ້ຄົນທີ່ນຳເຄື່ອງບູຊາມາຖວາຍດ້ວຍຄວາມຊອບທຳ,4ແລະ ເຄື່ອງຖວາຍຂອງຢູດາກັບເຢຣູຊາເລັມຈະເປັນທີ່ຍອມຮັບຂອງພຣະເຈົ້າຢາເວ ເໝືອນວັນເວລາໃນອະດີດ, ເໝືອນປີເກົ່າກ່ອນ.5ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາຈະມາຫາພວກເຈົ້າເພື່ອພິພາກສາໂທດພວກເຈົ້າ. ເຮົາຈະຕັ້ງຂໍ້ຫາແກ່ບັນດາຄົນທີ່ໃຊ້ຄາຖາອາຄົມ, ຄົນຫລິ້ນຊູ້, ຄົນທີ່ສາບານຕົວະ, ບັນດາຄົນທີ່ໂກງຄ່າແຮງລູກຈ້າງ, ຄົນທີ່ຂົ່ມເຫັງແມ່ໝ້າຍ ແລະ ລູກກຳພ້າພໍ່ ແລະ ຄົນທີ່ບໍ່ໃຫ້ຄວາມຍຸຕິທຳແກ່ຄົນຕ່າງດ້າວ ແລະ ຄົນທີ່ບໍ່ຢຳເກງເຮົາໂດຍໄວ”.
“ແຕ່ພວກເຈົ້າຖາມວ່າ, ‘ຈະໃຫ້ພວກຂ້ານ້ອຍຫັນກັບມາຢ່າງໃດ?’8“ມະນຸດທຳມະດາຈະໂກງພຣະເຈົ້າບໍ? ເຖິງປານນັ້ນພວກເຈົ້າກໍໂກງເຮົາ.
“ພວກເຈົ້າຖາມວ່າ ‘ພວກຂ້ານ້ອຍໄດ້ໂກງພຣະອົງຢ່າງໃດ?’
“ກໍໂກງໜຶ່ງສ່ວນສິບ ແລະ ຂອງຖວາຍຕ່າງໆ.9ພວກເຈົ້າຕົກຢູ່ໃຕ້ຄຳສາບແຊ່ງທັງຊາດຂອງພວກເຈົ້າ ເພາະພວກເຈົ້າກຳລັງໂກງເຮົາ”.10ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ, “ຈົ່ງນຳເອົາໜຶ່ງສວ່ນສິບມາທີ່ຄັງວິຫານໃຫ້ຄົບ, ເພື່ອຈະມີອາຫານໃນວິຫານຂອງເຮົາ ຈົ່ງລອງເບິ່ງເຮົາໃນຂໍ້ນີ້, ແລະ ເບິ່ງວ່າເຮົາຈະບໍ່ເປີດປະຕູຟ້າສະຫວັນ ແລະ ເທພອນທັງຫລາຍອອກມາຢ່າງເຫລືອລົ້ນຈົນບໍ່ມີຫ້ອງຈະເກັບພອນນັ້ນໄວ້ບໍ່”.11ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາຈະປ້ອງກັນບໍ່ໃຫ້ແມງໄມ້ມາກັດກິນຜົນລະປູກຂອງພວກເຈົ້າ ແລະ ເຄືອອະງຸ່ນໃນສວນຂອງພວກເຈົ້າຈະບໍ່ຫລົ່ນກ່ອນສຸກ,12ແລ້ວທຸກປະຊາຊາດຈະເອີ້ນພວກເຈົ້າວ່າຜູ້ໄດ້ຮັບພອນ, ເພາະດິນແດນຂອງພວກເຈົ້າຈະເປັນທີ່ຢູ່ອາໄສຢ່າງຜາສຸກ”, ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນ.
“ແຕ່ພວກເຈົ້າກໍຖາມວ່າ ‘ພວກຂ້ານ້ອຍໄດ້ເວົ້າຈອງຫອງຕໍ່ພຣະອົງວ່າແນວໃດ?’14“ພວກເຈົ້າໄດ້ເວົ້າວ່າ, ‘ຮັບໃຊ້ພຣະເຈົ້າໄປກໍໄຮ້ປະໂຫຍດ. ພວກເຮົາໄດ້ຮັບສິ່ງໃດແດ່ຈາກການເຮັດຕາມຂໍ້ກຳນົດຂອງພຣະອົງ ແລະ ຈາກການດຳເນີນຊີວິດຢ່າງຄົນໄວ້ທຸກຕໍ່ໜ້າພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່?15ແຕ່ບັດນີ້ ພວກເຮົາເອີ້ນຄົນຍິ່ງຈອງຫອງວ່າຜູ້ໄດ້ຮັບພອນ. ຄົນເຮັດຊົ່ວກໍຈະເລີນຮຸ່ງເຮືອງ ແລະ ແມ່ນແຕ່ເມື່ອພວກເຂົາທົດລອງພຣະເຈົ້າ ພວກເຂົາກໍຍັງໜີໄປໄດ້’ ”.
ລະເມີດຄຳໝັ້ນສັນຍາໂດຍການຮັກສາໜຶ່ງສວ່ນສິບໄວ້
6“ເຮົາຄືພຣະເຈົ້າຢາເວຜູ້ບໍ່ປ່ຽນແປງ. ດັ່ງນັ້ນ ພວກເຈົ້າຜູ້ເປັນລູກຫລານຂອງຢາໂຄບຈຶ່ງບໍ່ຖືກທຳລາຍໄປ.7ຕັ້ງແຕ່ສະໄໝບັນພະບຸລຸດຂອງພວກເຈົ້າ ພວກເຈົ້າກໍຫັນໜີຈາກດໍາລັດຂອງເຮົາ ແລະ ບໍ່ຍອມປະຕິບັດຕາມດຳລັດເຫລົ່ານັ້ນ. ຈົ່ງກັບມາຫາເຮົາ ແລະ ເຮົາຈະກັບມາຫາພວກເຈົ້າ”, ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນ.“ແຕ່ພວກເຈົ້າຖາມວ່າ, ‘ຈະໃຫ້ພວກຂ້ານ້ອຍຫັນກັບມາຢ່າງໃດ?’8“ມະນຸດທຳມະດາຈະໂກງພຣະເຈົ້າບໍ? ເຖິງປານນັ້ນພວກເຈົ້າກໍໂກງເຮົາ.
“ພວກເຈົ້າຖາມວ່າ ‘ພວກຂ້ານ້ອຍໄດ້ໂກງພຣະອົງຢ່າງໃດ?’
“ກໍໂກງໜຶ່ງສ່ວນສິບ ແລະ ຂອງຖວາຍຕ່າງໆ.9ພວກເຈົ້າຕົກຢູ່ໃຕ້ຄຳສາບແຊ່ງທັງຊາດຂອງພວກເຈົ້າ ເພາະພວກເຈົ້າກຳລັງໂກງເຮົາ”.10ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ, “ຈົ່ງນຳເອົາໜຶ່ງສວ່ນສິບມາທີ່ຄັງວິຫານໃຫ້ຄົບ, ເພື່ອຈະມີອາຫານໃນວິຫານຂອງເຮົາ ຈົ່ງລອງເບິ່ງເຮົາໃນຂໍ້ນີ້, ແລະ ເບິ່ງວ່າເຮົາຈະບໍ່ເປີດປະຕູຟ້າສະຫວັນ ແລະ ເທພອນທັງຫລາຍອອກມາຢ່າງເຫລືອລົ້ນຈົນບໍ່ມີຫ້ອງຈະເກັບພອນນັ້ນໄວ້ບໍ່”.11ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາຈະປ້ອງກັນບໍ່ໃຫ້ແມງໄມ້ມາກັດກິນຜົນລະປູກຂອງພວກເຈົ້າ ແລະ ເຄືອອະງຸ່ນໃນສວນຂອງພວກເຈົ້າຈະບໍ່ຫລົ່ນກ່ອນສຸກ,12ແລ້ວທຸກປະຊາຊາດຈະເອີ້ນພວກເຈົ້າວ່າຜູ້ໄດ້ຮັບພອນ, ເພາະດິນແດນຂອງພວກເຈົ້າຈະເປັນທີ່ຢູ່ອາໄສຢ່າງຜາສຸກ”, ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນ.
ອິດສະຣາເອນເວົ້າຢ່າງຈອງຫອງຕໍ່ພຣະເຈົ້າ
13ພຣະເຈົ້າຢາເວກ່າວວ່າ, “ພວກເຈົ້າໄດ້ເວົ້າຈອງຫອງຕໍ່ເຮົາ.“ແຕ່ພວກເຈົ້າກໍຖາມວ່າ ‘ພວກຂ້ານ້ອຍໄດ້ເວົ້າຈອງຫອງຕໍ່ພຣະອົງວ່າແນວໃດ?’14“ພວກເຈົ້າໄດ້ເວົ້າວ່າ, ‘ຮັບໃຊ້ພຣະເຈົ້າໄປກໍໄຮ້ປະໂຫຍດ. ພວກເຮົາໄດ້ຮັບສິ່ງໃດແດ່ຈາກການເຮັດຕາມຂໍ້ກຳນົດຂອງພຣະອົງ ແລະ ຈາກການດຳເນີນຊີວິດຢ່າງຄົນໄວ້ທຸກຕໍ່ໜ້າພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່?15ແຕ່ບັດນີ້ ພວກເຮົາເອີ້ນຄົນຍິ່ງຈອງຫອງວ່າຜູ້ໄດ້ຮັບພອນ. ຄົນເຮັດຊົ່ວກໍຈະເລີນຮຸ່ງເຮືອງ ແລະ ແມ່ນແຕ່ເມື່ອພວກເຂົາທົດລອງພຣະເຈົ້າ ພວກເຂົາກໍຍັງໜີໄປໄດ້’ ”.
ຜູ້ທີ່ເຫລືອຢູ່ທີ່ສັດຊື່
16ແລ້ວບັນດາຜູ້ທີ່ໄດ້ຢຳເກງພຣະເຈົ້າຢາເວກໍໄດ້ເວົ້າກັນ ແລະ ພຣະເຈົ້າຢາເວກໍໄດ້ຟັງ ແລະ ໄດ້ຍິນ. ມີໜັງສືມ້ວນທີ່ບັນທຶກຄວາມຈຳກ່ຽວກັບບັນດາຜູ້ທີ່ໄດ້ຢຳເກງພຣະເຈົ້າ ແລະ ເທີດທູນນາມຂອງພຣະອົງຢູ່ຕໍ່ໜ້າພຣະອົງ.17ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ, “ພວກເຂົາຈະເປັນຂອງເຮົາໃນວັນທີ່ເຮົາລົງມືກະທຳ, ພວກເຂົາຈະເປັນກຳມະສິດອັນລ້ຳຄ່າຂອງເຮົາ. ເຮົາຈະໄວ້ຊີວິດພວກເຂົາເໝືອນພໍ່ທີ່ເມດຕາສົງສານ ແລະ ໄວ້ຊີວິດລູກຊາຍຂອງຕົນທີ່ຮັບໃຊ້ຕົນ.18ແລ້ວພວກເຈົ້າກໍຈະເຫັນສິ່ງເຫລົ່ານີ້ອີກຄັ້ງໜຶ່ງ ຄືຄວາມແຕກຕ່າງລະຫວ່າງຄົນຊອບທຳກັບຄົນອະທຳ, ລະຫວ່າງບັນດາຜູ້ທີ່ຮັບໃຊ້ພຣະເຈົ້າກັບບັນດາຜູ້ທີ່ບໍ່ຮັບໃຊ້ພຣະອົງ”.Biblica, Inc.