ລູກາ3
ການຈັດຕຽມຫົນທາງຂອງໂຢຮັນຜູ້ໃຫ້ບັບຕິສະມາ
1ໃນລາຊະການປີທີສິບຫ້າຂອງຕີເບຣີໂອກາຍຊາ, ໃນເວລານັ້ນປົນທຽວປີລາດເປັນຜູ້ປົກຄອງແຂວງຢູດາຍ, ເຮໂຣດໄດ້ເປັນຜູ້ປົກຄອງແຂວງຄາລີເລ, ສ່ວນຟີລິບນ້ອງຊາຍຂອງເຮໂຣດເປັນຜູ້ປົກຄອງແຂວງອີຕູຣາຍ ແລະ ທາໂຄນິດ, ລີຊາເນຍເປັນຜູ້ປົກຄອງແຂວງອາບີເລັນ.2ໃນສະໄໝທີ່ອັນນາ ແລະ ກາຢະຟາເປັນມະຫາປະໂລຫິດ, ພຣະຄຳຂອງພຣະເຈົ້າກໍໄດ້ມາເຖິງໂຢຮັນລູກຊາຍຂອງເຊກາຣີຢາໃນຖິ່ນແຫ້ງແລ້ງກັນດານ.3ເພິ່ນໄດ້ອອກໄປທົ່ວຂົງເຂດແມ່ນ້ຳຈໍແດນ, ໄດ້ເທດສະໜາເລື່ອງການຮັບບັບຕິສະມາທີ່ສະແດງເຖິງການຖິ້ມໃຈເກົ່າເອົາໃຈໃໝ່ເພື່ອຮັບການອະໄພບາບ.4ດັ່ງທີ່ມີຄຳຂຽນໄວ້ໃນໜັງສືຂອງຜູ້ທຳນວາຍເອຊາຢາວ່າ:“ສຽງຂອງຜູ້ໜຶ່ງຮ້ອງໃນຖິ່ນແຫ້ງແລ້ງກັນດານວ່າ,‘ຈົ່ງຈັດຕຽມຫົນທາງສຳລັບອົງພຣະຜູ້ເປັນເຈົ້າ,ຈົ່ງເຮັດຫົນທາງໃຫ້ຊື່ສຳລັບພຣະອົງ.5ຮ່ອມພູທຸກບ່ອນຈະຕ້ອງຖົມໃຫ້ເຕັມ,ພູ ແລະ ເນີນພູທຸກໜ່ວຍຕ້ອງເຮັດໃຫ້ຕ່ຳລົງ.ທາງຄົດລ້ຽວຈະຕ້ອງກາຍເປັນທາງຊື່,ທາງທີ່ມີຕໍຈົ່ງເຮັດໃຫ້ກ້ຽງດີ.6ແລະ ມະນຸດທຸກຄົນຈະໄດ້ເຫັນຄວາມພົ້ນຂອງພຣະເຈົ້າ’ ”. 7ໂຢຮັນຈຶ່ງກ່າວກັບປະຊາຊົນທີ່ມາຮັບບັບຕິສະມານໍາເພິ່ນວ່າ, “ເຈົ້າພວກງູຮ້າຍ! ຜູ້ໃດຕັກເຕືອນພວກເຈົ້າໃຫ້ໜີຈາກຄວາມໂກດຮ້າຍທີ່ຈະມາເຖິງນັ້ນ?8ຈົ່ງເກີດຜົນໃຫ້ສົມກັບການຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຢ່າຄິດວ່າ, ‘ພວກເຮົາມີອັບຣາຮາມເປັນບັນພະບຸລຸດຂອງພວກເຮົາ’. ເພາະເຮົາບອກພວກເຈົ້າວ່າພຣະເຈົ້າສາມາດເຮັດໃຫ້ລູກຫລານຂອງອັບຣາຮາມເກີດຈາກກ້ອນຫີນເຫລົ່ານີ້ກໍໄດ້.9ຂວານວາງຢູ່ເຫງົ້າໄມ້ແລ້ວ, ແລະ ຕົ້ນໄມ້ທຸກຕົ້ນທີ່ບໍ່ເກີດຜົນດີກໍຈະຖືກຕັດ ແລະ ໂຍນຖິ້ມໃສ່ໄຟ”.10ປະຊາຊົນຈຶ່ງຖາມວ່າ, “ແລ້ວພວກເຮົາຄວນຈະເຮັດຢ່າງໃດ?”11ໂຢຮັນຕອບວ່າ, “ຄົນທີ່ມີເສື້ອສອງໂຕຈົ່ງແບ່ງປັນໃຫ້ແກ່ຄົນທີ່ບໍ່ມີ, ແລ້ວຜູ້ໃດທີ່ມີອາຫານກໍຈົ່ງແບ່ງປັນໃຫ້ແກ່ຄົນທີ່ບໍ່ມີເໝືອນກັນ”.12ແມ່ນແຕ່ບັນດາຄົນເກັບພາສີກໍມາຂໍຮັບບັບຕິສະມາ. ພວກເຂົາຖາມວ່າ, “ທ່ານອາຈານ, ພວກເຮົາຄວນຈະເຮັດຢ່າງໃດ?”13ເພິ່ນບອກພວກເຂົາວ່າ, “ຢ່າເກັບພາສີເກີນກວ່າທີ່ພວກທ່ານໄດ້ຮັບຄຳສັ່ງ”.14ແລ້ວພວກທະຫານກໍມາຖາມເພິ່ນວ່າ, “ແລ້ວພວກເຮົາຄວນຈະເຮັດຢ່າງໃດ?”ເພິ່ນຕອບວ່າ, “ຢ່າຂົ່ມຂູ່ເອົາເງິນ ແລະ ຢ່າໃສ່ຮ້າຍຜູ້ໃດ ຈົ່ງພໍໃຈກັບຄ່າຈ້າງຂອງຕົນ”.15ປະຊາຊົນກຳລັງລໍຖ້າຢ່າງຄາດຫວັງ ແລະ ທຸກຄົນຕ່າງກໍພາກັນສົງໄສໃນໃຈວ່າໂຢຮັນອາດຈະເປັນພຣະຄຣິດເຈົ້າ. 16ໂຢຮັນຕອບພວກເຂົາທັງໝົດວ່າ, “ເຮົາໃຫ້ພວກເຈົ້າຮັບບັບຕິສະມາດ້ວຍ ນ້ຳ. ແຕ່ມີຜູ້ໜຶ່ງທີ່ມີລິດອຳນາດໃຫຍ່ກວ່າເຮົາຈະມາ ເຮົາບໍ່ສົມຄວນແມ່ນແຕ່ຈະແກ້ສາຍຮັດເກີບໃຫ້ເພິ່ນ. ພຣະອົງຈະໃຫ້ພວກເຈົ້າຮັບບັບຕິສະມາດ້ວຍ ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍໄຟ.17ໃນມືຂອງພຣະອົງຖືກະດົ້ງຝັດເຂົ້າເພື່ອຈະເຮັດລານເຂົ້າຂອງພຣະອົງໃຫ້ກ້ຽງດີ ແລະ ເພື່ອຈະຮວບຮວມເອົາເຂົ້າຫວີດມາໃສ່ໄວ້ໃນເລົ້າຂອງພຣະອົງ, ແຕ່ພຣະອົງຈະເຜົາແກບດ້ວຍໄຟທີ່ບໍ່ຮູ້ມອດ”.18ແລະ ໂຢຮັນໄດ້ແນະນຳຕັກເຕືອນປະຊາຊົນອີກຫລາຍຢ່າງ ແລະ ປະກາດຂ່າວປະເສີດກັບພວກເຂົາ.19ແຕ່ເມື່ອໂຢຮັນຕຳໜິເຮໂຣດຜູ້ປົກຄອງເມືອງເພາະເພິ່ນໄດ້ແຕ່ງງານກັບນາງເຮໂຣເດຍ, ເມຍຂອງນ້ອງຊາຍຂອງຕົນ ແລະ ສິ່ງຊົ່ວຮ້າຍຫລາຍຢ່າງທີ່ເພິ່ນໄດ້ເຮັດ,20ເຮໂຣດກໍເຮັດຊົ່ວໜັກຂຶ້ນຕື່ມອີກໂດຍຈັບໂຢຮັນຂັງໄວ້ໃນຄຸກ.
ການຮັບບັບຕິສະມາ ແລະ ລຳດັບວົງຕະກຸນຂອງພຣະເຢຊູເຈົ້າ
21ເມື່ອຄົນທັງຫລາຍກຳລັງຮັບບັບຕິສະມາຢູ່, ພຣະເຢຊູເຈົ້າກໍຮັບບັບຕິສະມາເໝືອນກັນ. ໃນຂະນະທີ່ພຣະອົງກຳລັງອະທິຖານຢູ່ນັ້ນ, ສະຫວັນກໍເປີດອອກ22ແລະ ພຣະວິນຍານບໍລິສຸດເຈົ້າໃນຮູບຮ່າງເໝືອນນົກເຂົາລົງມາຢູ່ເທິງພຣະອົງ ແລ້ວມີສຽງໜຶ່ງດັງມາຈາກສະຫວັນວ່າ: “ທ່ານເປັນບຸດຂອງເຮົາ, ຜູ້ທີ່ເຮົາຮັກ; ເຮົາພໍໃຈທ່ານຫລາຍ”.23ບັດນີ້ ພຣະເຢຊູເຈົ້າເລີ່ມປະຕິບັດພາລະກິດຂອງພຣະອົງເມື່ອພຣະອົງມີອາຍຸໄດ້ປະມານສາມສິບປີ. ຄົນທັງຫລາຍຄິດວ່າພຣະອົງເປັນລູກຊາຍຂອງໂຢເຊັບ,ຜູ້ເປັນລູກຊາຍຂອງເຮລີ,24ຜູ້ເປັນລູກຊາຍຂອງມັດທາດ, ຜູ້ເປັນລູກຊາຍຂອງເລວີ, ຜູ້ເປັນລູກຊາຍຂອງເມລະຂີ, ຜູ້ເປັນລູກຊາຍຂອງຢັນນາ, ຜູ້ເປັນລູກຊາຍຂອງໂຢເຊັບ,25ຜູ້ເປັນລູກຊາຍຂອງມັດຕາເທຍ, ຜູ້ເປັນລູກຊາຍຂອງອາໂມ, ຜູ້ເປັນລູກຊາຍຂອງນາຮູມ, ຜູ້ເປັນລູກຊາຍຂອງເອຊະລີ, ຜູ້ເປັນລູກຊາຍຂອງນາຄາຍ,26ຜູ້ເປັນລູກຊາຍຂອງມາອາດ, ຜູ້ເປັນລູກຊາຍຂອງມັດຕາເທຍ, ຜູ້ເປັນລູກຊາຍຂອງເຊເມອິນ, ຜູ້ເປັນລູກຊາຍຂອງໂຢເຊັກ, ຜູ້ເປັນລູກຊາຍຂອງໂຢດາ,27ຜູ້ເປັນລູກຊາຍຂອງໂຢຮານັນ, ຜູ້ເປັນລູກຊາຍຂອງເຣສາ, ຜູ້ເປັນລູກຊາຍຂອງເຊຣຸບບາເບນ, ຜູ້ເປັນລູກຊາຍຂອງເຊອານຕີເອນ, ຜູ້ເປັນລູກຊາຍຂອງເນຣິ,28ຜູ້ເປັນລູກຊາຍຂອງເມລະຂີ, ຜູ້ເປັນລູກຊາຍຂອງອັດດີ, ຜູ້ເປັນລູກຊາຍຂອງໂກຊາມ, ຜູ້ເປັນລູກຊາຍຂອງເອັນມາດາມ, ຜູ້ເປັນລູກຊາຍຂອງເອຣະ,29ຜູ້ເປັນລູກຊາຍຂອງໂຢຊວຍ, ຜູ້ເປັນລູກຊາຍຂອງເອລີເອເຊ, ຜູ້ເປັນລູກຊາຍຂອງໂຢຣີມ, ຜູ້ເປັນລູກຊາຍຂອງມັດທາດ, ຜູ້ເປັນລູກຊາຍຂອງເລວີ,30ຜູ້ເປັນລູກຊາຍຂອງຊີເມໂອນ, ຜູ້ເປັນລູກຊາຍຂອງຢູດາ, ຜູ້ເປັນລູກຊາຍຂອງໂຢເຊັບ, ຜູ້ເປັນລູກຊາຍຂອງໂຢນາມ, ຜູ້ເປັນລູກຊາຍຂອງເອລີອາກີມ,31ຜູ້ເປັນລູກຊາຍຂອງເມເລອາ, ຜູ້ເປັນລູກຊາຍຂອງເມັນນາ, ຜູ້ເປັນລູກຊາຍຂອງມັດຕາທາ, ຜູ້ເປັນລູກຊາຍຂອງນາທານ, ຜູ້ເປັນລູກຊາຍຂອງດາວິດ,32ຜູ້ເປັນລູກຊາຍຂອງເຢຊີ, ຜູ້ເປັນລູກຊາຍຂອງໂອເບັດ, ຜູ້ເປັນລູກຊາຍຂອງໂບອາດ, ຜູ້ເປັນລູກຊາຍຂອງສານໂມນ, ຜູ້ເປັນລູກຊາຍຂອງນາໂຊນ,33ຜູ້ເປັນລູກຊາຍຂອງອາມມີນາດາບ, ຜູ້ເປັນລູກຊາຍຂອງຣາມ, ຜູ້ເປັນລູກຊາຍຂອງເຮຊະໂຣນ, ຜູ້ເປັນລູກຊາຍຂອງເປເຣັດ, ຜູ້ເປັນລູກຊາຍຂອງຢູດາ,34ຜູ້ເປັນລູກຊາຍຂອງຢາໂຄບ, ຜູ້ເປັນລູກຊາຍຂອງອີຊາກ, ຜູ້ເປັນລູກຊາຍຂອງອັບຣາຮາມ, ຜູ້ເປັນລູກຊາຍຂອງເຕຣາ, ຜູ້ເປັນລູກຊາຍຂອງນາໂຮ,35ຜູ້ເປັນລູກຊາຍຂອງເສຣຸກ, ຜູ້ເປັນລູກຊາຍຂອງເຣອູ, ຜູ້ເປັນລູກຊາຍຂອງເປເລັກ, ຜູ້ເປັນລູກຊາຍຂອງເອເບ, ຜູ້ເປັນລູກຊາຍຂອງເສລາ,36ຜູ້ເປັນລູກຊາຍຂອງກາຍນານ, ຜູ້ເປັນລູກຊາຍຂອງອາກຟາສາດ, ຜູ້ເປັນລູກຊາຍຂອງເຊມ, ຜູ້ເປັນລູກຊາຍຂອງໂນອາ, ຜູ້ເປັນລູກຊາຍຂອງລາເມັກ,37ຜູ້ເປັນລູກຊາຍຂອງເມທຸເສລາ, ຜູ້ເປັນລູກຊາຍຂອງເອນົກ, ຜູ້ເປັນລູກຊາຍຂອງຢາເຣັດ, ຜູ້ເປັນລູກຊາຍຂອງມະຫາລາເລນ, ຜູ້ເປັນລູກຊາຍຂອງເກນານ,38ຜູ້ເປັນລູກຊາຍຂອງເອໂນດ, ຜູ້ເປັນລູກຊາຍຂອງເຊດ, ຜູ້ເປັນລູກຊາຍຂອງອາດາມ, ຜູ້ເປັນລູກຊາຍຂອງພຣະເຈົ້າ.
Biblica, Inc.