ລູກາ13
ຖິ້ມໃຈເກົ່າເອົາໃຈໃໝ່ ຫລື ຈິບຫາຍ
1ໃນເວລານັ້ນ ມີບາງຄົນໄດ້ບອກພຣະເຢຊູເຈົ້າກ່ຽວກັບເລື່ອງຊາວຄາລີເລກຸ່ມໜຶ່ງ ເຊິ່ງປີລາດເຮັດໃຫ້ເລືອດຂອງພວກເຂົາປົນກັບເຄື່ອງບູຊາຂອງພວກເຂົາ.2ພຣະເຢຊູເຈົ້າຕອບວ່າ, “ພວກເຈົ້າຄິດວ່າຊາວຄາລີເລເຫລົ່ານັ້ນເປັນຄົນບາບຫລາຍກວ່າຊາວຄາລີເລຄົນອື່ນໆທັງໝົດເພາະພວກເຂົາຖືກຄວາມທຸກລຳບາກຢ່າງນີ້ບໍ?3ເຮົາບອກພວກເຈົ້າທັງຫລາຍວ່າ, ບໍ່ແມ່ນ! ແຕ່ຖ້າພວກເຈົ້າທັງຫລາຍບໍ່ຖິ້ມໃຈເກົ່າເອົາໃຈໃໝ່, ພວກເຈົ້າກໍຈະຈິບຫາຍໄປເໝືອນກັນ.4ຫລື ສິບແປດຄົນເຫລົ່ານັ້ນທີ່ຕາຍເມື່ອຫໍຄອຍສີໂລອາມພັງລົງມາທັບພວກເຂົາ, ພວກເຈົ້າຄິດວ່າພວກເຂົາມີຄວາມຜິດຫລາຍກວ່າຄົນອື່ນໆທີ່ອາໄສຢູ່ໃນເຢຣູຊາເລັມບໍ?5ເຮົາບອກພວກເຈົ້າທັງຫລາຍວ່າ, ບໍ່ແມ່ນ! ແຕ່ຖ້າພວກເຈົ້າບໍ່ຖິ້ມໃຈເກົ່າເອົາໃຈໃໝ່, ພວກເຈົ້າກໍຈະຈິບຫາຍໄປເໝືອນກັນ”.6ແລ້ວພຣະອົງກໍໄດ້ກ່າວຄຳອຸປະມາດັ່ງນີ້ວ່າ: “ຊາຍຄົນໜຶ່ງມີຕົ້ນໝາກເດື່ອຕົ້ນໜຶ່ງໄວ້ໃນສວນອະງຸ່ນຂອງຕົນ, ລາວໄປຊອກຫາໝາກແຕ່ບໍ່ພົບ.7ລາວຈຶ່ງເວົ້າກັບຊາຍຜູ້ເບິ່ງແຍງສວນອະງຸ່ນວ່າ, ‘ເຮົາມາຊອກຫາໝາກຈາກຕົ້ນໝາກເດື່ອໃນຕົ້ນນີ້ສາມປີແລ້ວ ແຕ່ບໍ່ເຄີຍພົບເລີຍ. ຈົ່ງຕັດມັນຖິ້ມສາ! ຈະປູກມັນໃຫ້ເສຍດິນເຮັດຫຍັງ?’8“ແຕ່ຄົນເບິ່ງແຍງສວນຕອບວ່າ, ‘ນາຍເອີຍ ຂໍປ່ອຍມັນໄວ້ອີກໜຶ່ງປີ, ຂ້ານ້ອຍຈະຂຸດດິນອ້ອມມັນ ແລະ ໃສ່ຝຸ່ນໃຫ້ມັນ.9ປີໜ້າຖ້າມັນເກີດໝາກກໍຈະດີຫລາຍ! ແຕ່ຖ້າບໍ່ເກີດໝາກກໍຈະຕັດມັນລົງ’ ”.ພຣະເຢຊູເຈົ້າຮັກສາຍິງຫລັງກົ່ງໃນວັນຊະບາໂຕ
10ໃນວັນຊະບາໂຕວັນໜຶ່ງ ຂະນະທີ່ພຣະເຢຊູເຈົ້າກຳລັງສັ່ງສອນຢູ່ໃນທຳມະສາລາແຫ່ງໜຶ່ງ,11ໃນທີ່ນັ້ນມີຍິງຄົນໜຶ່ງຖືກຜີມານຮ້າຍເຂົ້າສິງມາສິບແປດປີ, ນາງເປັນຫລັງກົ່ງ ແລະ ບໍ່ສາມາດຢືດໂຕຊື່ໄດ້ເລີຍ.12ເມື່ອພຣະເຢຊູເຈົ້າເຫັນນາງ ພຣະອົງຈຶ່ງເອີ້ນນາງອອກມາທາງໜ້າ ແລະ ກ່າວກັບນາງວ່າ, “ນາງເອີຍ, ເຈົ້າໄດ້ພົ້ນຈາກຄວາມພິການຂອງເຈົ້າແລ້ວ”.13ແລ້ວພຣະອົງໄດ້ວາງມືທັງສອງໃສ່ນາງ, ໃນທັນໃດນັ້ນນາງກໍຢືດໂຕຊື່ ແລະ ສັນລະເສີນພຣະເຈົ້າ.14ຫົວໜ້າທຳມະສາລາບໍ່ພໍໃຈທີ່ພຣະເຢຊູເຈົ້າຮັກສາພະຍາດໃນວັນຊະບາໂຕ ຈຶ່ງກ່າວກັບປະຊາຊົນວ່າ, “ມີຫົກວັນທີ່ໃຫ້ເຮັດວຽກງານ. ດັ່ງນັ້ນ ຈົ່ງມາຮັບການຮັກສາໃນວັນເຫລົ່ານັ້ນ ບໍ່ແມ່ນໃນວັນຊະບາໂຕ”.15ອົງພຣະຜູ້ເປັນເຈົ້າຕອບເພິ່ນວ່າ, “ພວກເຈົ້າ ຄົນໜ້າຊື່ໃຈຄົດ! ພວກເຈົ້າແຕ່ລະຄົນກໍປ່ອຍງົວ ຫລື ລໍຂອງຕົນຈາກຄອກ ແລະ ພາມັນອອກໄປກິນນ້ຳໃນວັນຊະບາໂຕບໍ່ແມ່ນບໍ?16ແລ້ວຍິງຄົນນີ້ກໍເປັນລູກຫລານຂອງອັບຣາຮາມ ຖືກມານຊາຕານຜູກມັດມາຕະຫລອດສິບແປດປີ ບໍ່ສົມຄວນບໍທີ່ຈະປົດປ່ອຍນາງໃຫ້ເປັນອິດສະຫລະໃນວັນຊະບາໂຕ?”17ເມື່ອພຣະອົງກ່າວຢ່າງນີ້ກໍເຮັດໃຫ້ສັດຕູທັງໝົດຂອງພຣະອົງອັບອາຍຂາຍໜ້າ, ແຕ່ປະຊາຊົນຊື່ນຊົມຍິນດີກັບສິ່ງອັດສະຈັນທັງປວງທີ່ພຣະອົງໄດ້ກະທຳ.ຄຳອຸປະມາເລື່ອງແກ່ນຜັກກາດ ແລະ ເຊື້ອແປ້ງ
18ແລ້ວພຣະເຢຊູເຈົ້າຖາມວ່າ, “ອານາຈັກຂອງພຣະເຈົ້າເປັນເໝືອນອັນໃດ? ເຮົາຈະປຽບທຽບອານາຈັກນັ້ນກັບອັນໃດດີ?19ກໍເໝືອນແກ່ນຜັກກາດເມັດໜຶ່ງ ເຊິ່ງມີຊາຍຄົນໜຶ່ງເອົາໄປ ແລ້ວກໍປູກໄວ້ໃນສວນຂອງຕົນ. ມັນກໍໃຫຍ່ຂຶ້ນ ແລະ ກາຍເປັນຕົ້ນໄມ້ໃຫ້ຝູງນົກຈັບຢູ່ຕາມງ່າຂອງມັນ”.20ພຣະອົງຖາມວ່າ, “ເຮົາຈະປຽບທຽບອານາຈັກຂອງພຣະເຈົ້າກັບອັນໃດດີ?21ອານາຈັກຂອງພຣະເຈົ້າເປັນເໝືອນເຊື້ອແປ້ງທີ່ຍິງຄົນໜຶ່ງເອົາປະສົມໃສ່ໃນແປ້ງປະມານ 27 ກິໂລກຣາມຈົນແປ້ງທັງໝົດຟູຂຶ້ນ”.ເລື່ອງປະຕູຄັບແຄບ
22ຫລັງຈາກນັ້ນ ພຣະເຢຊູເຈົ້າເດີນທາງໄປສັ່ງສອນທົ່ວເມືອງ ແລະ ໝູ່ບ້ານຕ່າງໆຂະນະທີ່ພຣະອົງມຸ່ງໜ້າໄປທີ່ເຢຣູຊາເລັມ.23ມີບາງຄົນໄດ້ຖາມພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ມີພຽງໜ້ອຍຄົນເທົ່ານັ້ນທີ່ຈະໄດ້ພົ້ນບໍ?”ພຣະອົງໄດ້ກ່າວກັບພວກເຂົາວ່າ,24“ຈົ່ງພະຍາຍາມໃຫ້ສຸດຄວາມສາມາດທີ່ຈະເຂົ້າໄປທາງປະຕູຄັບແຄບ, ເພາະເຮົາບອກພວກເຈົ້າວ່າ, ມີຫລາຍຄົນພະຍາຍາມຈະເຂົ້າໄປ ແຕ່ຈະບໍ່ສາມາດເຂົ້າໄປໄດ້.25ເມື່ອເຈົ້າຂອງເຮືອນລຸກຂຶ້ນ ແລະ ອັດປະຕູແລ້ວ, ພວກເຈົ້າກໍຈະຢືນເຄາະປະຕູຢູ່ທາງນອກ ແລະ ອ້ອນວອນຂໍວ່າ, ‘ທ່ານເອີຍ, ຂໍເປີດປະຕູໃຫ້ພວກຂ້ານ້ອຍດ້ວຍ’.
“ແຕ່ເພິ່ນຈະຕອບວ່າ, ‘ເຮົາບໍ່ຮູ້ຈັກພວກເຈົ້າ ຫລື ບໍ່ຮູ້ວ່າພວກເຈົ້າມາຈາກໃສ’.26“ເມື່ອນັ້ນພວກເຈົ້າຈະຕອບວ່າ, ‘ພວກຂ້ານ້ອຍເຄີຍກິນ ແລະ ດື່ມກັບທ່ານ ແລະ ທ່ານເຄີຍມາສັ່ງສອນຢູ່ຕາມຖະໜົນຂອງພວກຂ້ານ້ອຍ’.27“ແຕ່ເພິ່ນຈະຕອບວ່າ, ‘ເຮົາບໍ່ຮູ້ຈັກພວກເຈົ້າ ຫລື ບໍ່ຮູ້ວ່າພວກເຈົ້າມາຈາກໃສ. ຈົ່ງໄປໃຫ້ໄກຈາກເຮົາ ພວກຄົນຊົ່ວທຸກຄົນ!’28“ທີ່ນັ້ນຈະມີການຮ້ອງໄຫ້ ແລະ ຂົບແຂ້ວຄ້ຽວຟັນ, ເມື່ອພວກເຈົ້າເຫັນອັບຣາຮາມ, ອີຊາກ, ຢາໂຄບ ແລະ ຜູ້ທຳນວາຍທັງໝົດໃນອານາຈັກຂອງພຣະເຈົ້າ, ແຕ່ຝ່າຍພວກເຈົ້າເອງຈະຖືກໂຍນຖິ້ມອອກມາ.29ຈະມີຄົນມາຈາກທິດຕາເວັນອອກ, ທິດຕາເວັນຕົກ, ທິດເໜືອ ແລະ ທິດໃຕ້, ຈະເຂົ້າມາປະຈຳທີ່ຂອງຕົນທີ່ງານສະຫລອງໃນອານາຈັກຂອງພຣະເຈົ້າ.30ເບິ່ງແມ! ບັນດາຜູ້ທີ່ເປັນຜູ້ປາຍຈະເປັນຜູ້ຕົ້ນ ແລະ ຜູ້ຕົ້ນຈະເປັນຜູ້ປາຍ”.
ຄວາມໂສກເສົ້າຂອງພຣະເຢຊູເຈົ້າສຳລັບເຢຣູຊາເລັມ
31ໃນເວລານັ້ນ ມີພວກຟາຣີຊາຍບາງຄົນມາເວົ້າກັບພຣະເຢຊູເຈົ້າວ່າ, “ໃຫ້ທ່ານອອກໜີໄປຈາກບ່ອນນີ້ ແລະ ໄປບ່ອນອື່ນສາ. ເຮໂຣດຕ້ອງການຈະຂ້າທ່ານ”.32ພຣະອົງຕອບວ່າ, “ໄປບອກໝາຈິ້ງຈອກໂຕນັ້ນວ່າ, ‘ເຮົາຈະຂັບໄລ່ພວກຜີມານຮ້າຍ ແລະ ຮັກສາຄົນໃຫ້ດີພະຍາດໃນມື້ນີ້ ແລະ ມື້ອື່ນ ແລະ ໃນວັນທີສາມເຮົາຈະບັນລຸເປົ້າໝາຍຂອງເຮົາ’.33ໃນກໍລະນີໃດກໍຕາມ, ເຮົາຈະຕ້ອງດຳເນີນຕໍ່ໄປໃນມື້ນີ້ ແລະ ມື້ອື່ນ ແລະ ມື້ຕໍ່ໄປ ເພາະບໍ່ມີຜູ້ທຳນວາຍຄົນໃດຕາຍນອກເຢຣູຊາເລັມແນ່ນອນ!34“ເຢຣູຊາເລັມ ເຢຣູຊາເລັມເອີຍ, ເຈົ້າຜູ້ຂ້າບັນດາຜູ້ທຳນວາຍ ແລະ ເອົາກ້ອນຫີນແກວ່ງໃສ່ບັນດາຜູ້ທີ່ຖືກໃຊ້ມາຫາເຈົ້າ. ເຮົາປາຖະໜາຫລາຍເທື່ອແລ້ວທີ່ຈະຮວບຮວມລູກຂອງເຈົ້າໄວ້ ເໝືອນດັ່ງໄກ່ແມ່ທີ່ຮວບຮວມລູກຂອງມັນໄວ້ໃຕ້ປີກຂອງມັນ, ແຕ່ເຈົ້າບໍ່ຍິນຍອມເລີຍ!35ເບິ່ງແມ, ເຮືອນຂອງພວກເຈົ້າຈະຖືກປະຖິ້ມໃຫ້ຮ້າງເປົ່າ. ເຮົາບອກພວກເຈົ້າວ່າ, ພວກເຈົ້າຈະບໍ່ໄດ້ເຫັນເຮົາອີກຈົນກວ່າພວກເຈົ້າຈະເວົ້າວ່າ, ‘ຂໍໃຫ້ພຣະພອນມີແດ່ພຣະອົງຜູ້ມາໃນນາມຂອງອົງພຣະຜູ້ເປັນເຈົ້າ’ ”.Biblica, Inc.