ລະບຽບພວກເລວີ5
1“ ‘ຜູ້ໃດທີ່ເຮັດບາບເພາະພວກເຂົາບໍ່ຍອມໃຫ້ການໃນສານຕາມທີ່ພວກເຂົາໄດ້ມີສ່ວນຮູ້ເຫັນເພື່ອເປັນພະຍານກ່ຽວກັບສິ່ງທີ່ພວກເຂົາໄດ້ເຫັນ ຫລື ໃນສິ່ງທີ່ຮູ້, ພວກເຂົາຈະຕ້ອງໄດ້ຮັບຜິດຊອບ.2“ ‘ຖ້າຜູ້ໃດສຳນຶກໄດ້ວ່າຕົນມີຄວາມຜິດ ຖ້າພວກເຂົາແຕະຕ້ອງສິ່ງທີ່ເປັນມົນທິນຕາມລະບຽບພິທີໂດຍບໍ່ຮູ້ໂຕ (ບໍ່ວ່າຈະເປັນຊາກສັດທີ່ເປັນມົນທິນ, ສັດປ່າ ຫລື ສັດລ້ຽງ ຫລື ຊາກສັດເລືອຄານ) ແລະ ພວກເຂົາກໍບໍ່ຮູ້ວ່າຕົນເປັນມົນທິນ, ພວກເຂົາກໍມີມົນທິນ ແລະ ມີຄວາມຜິດແລ້ວ;3ຖ້າພວກເຂົາແຕະຕ້ອງສິ່ງທີ່ເປັນມົນທິນຂອງຄົນ (ສິ່ງໃດກໍຕາມທີ່ຈະເຮັດໃຫ້ພວກເຂົາເປັນມົນທິນ) ເຖິງແມ່ນວ່າພວກເຂົາບໍ່ຮູ້ໂຕກໍຕາມ, ແຕ່ເມື່ອພວກເຂົາຮູ້ໂຕແລ້ວ ພວກເຂົາກໍມີຄວາມຜິດ,4ຖ້າຜູ້ໃດກ່າວຄຳສາບານໂດຍບໍ່ຄິດກ່ອນ ບໍ່ວ່າຈະເຮັດດີ ຫລື ຊົ່ວ (ໃນເລື່ອງໃດເລື່ອງໜຶ່ງທີ່ລາວອາດຈະສາບານໂດຍບໍ່ເອົາໃຈໃສ່) ເຖິງແມ່ນວ່າພວກເຂົາບໍ່ຮູ້ໂຕກໍຕາມ, ແຕ່ເມື່ອພວກເຂົາຮູ້ໂຕແລ້ວ ພວກເຂົາກໍຈະມີຄວາມຜິດ,5ເມື່ອຜູ້ໃດສຳນຶກໄດ້ວ່າຕົນເຮັດຜິດໃນເລື່ອງໃດເລື່ອງໜຶ່ງຕາມທີ່ກ່າວມານີ້, ພວກເຂົາຕ້ອງສາລະພາບວ່າຕົນໄດ້ເຮັດບາບ.6ເພື່ອເປັນການລົງໂທດບາບທີ່ພວກເຂົາໄດ້ເຮັດນັ້ນ, ພວກເຂົາຈະຕ້ອງນຳເອົາລູກແກະແມ່ ຫລື ແບ້ແມ່ ຈາກຝູງມາຖວາຍແກ່ພຣະເຈົ້າຢາເວເພື່ອເປັນເຄື່ອງບູຊາໄຖ່ບາບ ແລະ ປະໂລຫິດຈະຕ້ອງເຮັດພິທີລຶບລ້າງບາບສຳລັບຄວາມບາບຂອງພວກເຂົາ.7“ ‘ຖ້າຜູ້ໃດບໍ່ສາມາດນຳລູກແກະມາຖວາຍ ກໍໃຫ້ນຳເອົານົກເຂົາໜຸ່ມສອງໂຕ ຫລື ນົກກາງແກໜຸ່ມສອງໂຕມາຖວາຍແກ່ພຣະເຈົ້າຢາເວ ເພື່ອເປັນການລົງໂທດບາບຂອງພວກເຂົາ ໂຕໜຶ່ງໃຊ້ເປັນເຄື່ອງບູຊາໄຖ່ບາບ ອີກໂຕໜຶ່ງເປັນເຄື່ອງເຜົາບູຊາ.8ພວກເຂົາຈະຕ້ອງນຳເອົານົກເຫລົ່ານັ້ນມາມອບໃຫ້ປະໂລຫິດ ໂດຍຈະຖວາຍນົກໂຕໜຶ່ງເປັນເຄື່ອງບູຊາໄຖ່ບາບເປັນອັນດັບທຳອິດ ໂດຍຈະຕ້ອງບິດຄໍຂອງນົກນັ້ນແຕ່ບໍ່ໃຫ້ຫົວຫລຸດອອກຈາກໂຕ,9ແລະ ຊິດເລືອດບາງສ່ວນໃສ່ຂ້າງແທ່ນບູຊາດ້ານໜຶ່ງ ແລະ ເທເລືອດທີ່ເຫລືອລົງຖານຂອງແທ່ນບູຊາ. ນີ້ເປັນເຄື່ອງບູຊາໄຖ່ບາບ.10ປະໂລຫິດຈະຖວາຍນົກອີກໂຕໜຶ່ງເປັນເຄື່ອງເຜົາບູຊາ ໂດຍປະຕິບັດຕາມຂັ້ນຕອນທີ່ລະບຸມາເບື້ອງຕົ້ນ ແລະ ເຮັດພິທີລຶບລ້າງບາບໃຫ້ພວກເຂົາສຳລັບຄວາມບາບທີ່ພວກເຂົາໄດ້ເຮັດ ແລະ ພວກເຂົາຈະໄດ້ຮັບການອະໄພ.11“ ‘ເຖິງຢ່າງໃດກໍຕາມ ຖ້າພວກເຂົາບໍ່ສາມາດຖວາຍນົກເຂົາສອງໂຕ ຫລື ນົກກາງແກໜຸ່ມສອງໂຕໄດ້ ກໍໃຫ້ພວກເຂົານຳແປ້ງລະອຽດດີປະມານໜຶ່ງສ່ວນສິບເອຟາ ເພື່ອເປັນເຄື່ອງບູຊາສຳລັບຄວາມບາບຂອງພວກເຂົາ ມາຖວາຍເປັນເຄື່ອງບູຊາໄຖ່ບາບຂອງຕົນ. ພວກເຂົາຕ້ອງບໍ່ໃສ່ນ້ຳມັນໝາກກອກ ຫລື ເຄື່ອງຫອມລົງໃສ່ແປ້ງນັ້ນ, ເພາະນີ້ຄືເຄື່ອງບູຊາໄຖ່ບາບ.12ໃຫ້ພວກເຂົານຳແປ້ງມາມອບໃຫ້ປະໂລຫິດ, ຜູ້ທີ່ຈະກຳເອົາແປ້ງກຳມືໜຶ່ງເພື່ອເປັນສ່ວນອະນຸສອນ ແລະ ເຜົາເທິງແທ່ນບູຊາພ້ອມກັບອາຫານບູຊາທີ່ຖວາຍແກ່ພຣະເຈົ້າຢາເວ. ນີ້ຄືເຄື່ອງບູຊາໄຖ່ບາບ.13ປະໂລຫິດຈະເຮັດພິທີລຶບລ້າງບາບໃຫ້ພວກເຂົາໂດຍວິທີນີ້ ສຳລັບຄວາມບາບເຫລົ່ານີ້ທີ່ພວກເຂົາໄດ້ເຮັດ ແລະ ພວກເຂົາຈະໄດ້ຮັບການອະໄພ. ແປ້ງທີ່ເຫລືອກໍຈະເປັນຂອງປະໂລຫິດຄືກັນກັບການຖວາຍເຄື່ອງຖວາຍພືດຜົນເປັນເມັດ’ ”.
ເຄື່ອງຖວາຍລຶບລ້າງຄວາມຜິດ
14ພຣະເຈົ້າຢາເວເວົ້າກັບໂມເຊວ່າ,15“ຖ້າຜູ້ໃດບໍ່ສັດຊື່ຕໍ່ພຣະເຈົ້າຢາເວດ້ວຍການເຮັດບາບໂດຍບໍ່ເຈດຕະນາ ເຊິ່ງກ່ຽວຂ້ອງກັບສິ່ງຂອງທີ່ບໍລິສຸດຂອງພຣະເຈົ້າຢາເວ, ໃຫ້ພວກເຂົານຳແກະຜູ້ໂຕໜຶ່ງທີ່ບໍ່ມີຕຳໜິມາຈາກຝູງ ແລະ ມີມູນຄ່າເໝາະສົມທຽບເທົ່ານ້ຳໜັກເງິນຕາມເຊເຂວຂອງສະຖານນະມັດສະການ ມາຖວາຍແກ່ພຣະເຈົ້າຢາເວ. ນີ້ຄືເຄື່ອງບູຊາລຶບລ້າງຄວາມຜິດ.16ພວກເຂົາຕ້ອງຈ່າຍຄ່າຊົດໃຊ້ສຳລັບສິ່ງຂອງທີ່ບໍລິສຸດທີ່ພວກເຂົາເຮັດໃຫ້ເສຍຫາຍ, ແລ້ວເພີ່ມຄ່າປັບໂທດອີກໜຶ່ງສ່ວນຫ້າຂອງລາຄານັ້ນ ແລະ ນຳສິ່ງທັງໝົດມາມອບໃຫ້ປະໂລຫິດຜູ້ທີ່ຈະເຮັດພິທີລຶບລ້າງບາບໃຫ້ພວກເຂົາ ໂດຍໃຊ້ແກະຜູ້ເປັນເຄື່ອງບູຊາລຶບລ້າງຄວາມຜິດ ແລະ ພວກເຂົາຈະໄດ້ຮັບການອະໄພ.17“ຖ້າຜູ້ໃດເຮັດບາບ ແລະ ເຮັດໃນສິ່ງທີ່ພຣະເຈົ້າຢາເວສັ່ງຫ້າມ, ເຖິງແມ່ນພວກເຂົາບໍ່ຮູ້ໂຕ ຜູ້ນັ້ນກໍ່ມີຄວາມຜິດ ແລະ ຕ້ອງຮັບຜິດຊອບ.18ພວກເຂົາຈະຕ້ອງນຳແກະຜູ້ທີ່ບໍ່ມີຕຳໜິ ແລະ ມີມູນຄ່າເໝາະສົມຈາກຝູງມາໃຫ້ປະໂລຫິດເປັນເຄື່ອງບູຊາລຶບລ້າງຄວາມຜິດ. ປະໂລຫິດຈະເຮັດພິທີລຶບລ້າງບາບໃຫ້ພວກເຂົາໂດຍວິທີນີ້ ສຳລັບຄວາມຜິດທີ່ພວກເຂົາເຮັດໄປໂດຍບໍ່ເຈດຕະນາ ແລ້ວພວກເຂົາກໍຈະໄດ້ຮັບການອະໄພ.19ນີ້ຄືເຄື່ອງຖວາຍລຶບລ້າງຄວາມຜິດເນື່ອງຈາກພວກເຂົາໄດ້ເຮັດຜິດຕໍ່ ພຣະເຈົ້າຢາເວ”.Biblica, Inc.