ລະບຽບພວກເລວີ3
ເຄື່ອງຖວາຍເພື່ອຄວາມສາມັກຄີທຳ
1“ ‘ຖ້າການຖວາຍຂອງພວກເຈົ້າເປັນການຖວາຍເພື່ອຄວາມສາມັກຄີທຳ ແລະ ພວກເຈົ້າຈະຕ້ອງຖວາຍສັດໂຕໜຶ່ງຈາກຝູງງົວບໍ່ວ່າໂຕຜູ້ ຫລື ໂຕແມ່, ພວກເຈົ້າຈະຕ້ອງນຳສັດທີ່ບໍ່ມີຕຳໜິມາຕໍ່ໜ້າພຣະເຈົ້າຢາເວ.2ໃຫ້ພວກເຈົ້າວາງມືໃສ່ເທິງຫົວຂອງສັດທີ່ຈະຖວາຍ ແລ້ວຂ້າສັດນັ້ນທີ່ທາງເຂົ້າເຕັນນັດພົບ. ຈາກນັ້ນລູກຊາຍຂອງອາໂຣນຜູ້ເປັນປະໂລຫິດຈະຊິດເລືອດງົວອ້ອມຂ້າງແທ່ນບູຊາ.3ຈາກເຄື່ອງຖວາຍເພື່ອຄວາມສາມັກຄີທຳພວກເຂົາຈະນຳເອົາເຄື່ອງບູຊາດ້ວຍໄຟຖວາຍແກ່ພຣະເຈົ້າຢາເວ ຄືເຄື່ອງໃນທັງໝົດ ແລະ ໄຂມັນທີ່ຫຸ້ມເຄື່ອງໃນນັ້ນ,4ໝາກໄຂ່ຫລັງທັງສອງໜ່ວຍພ້ອມກັບໄຂມັນຫຸ້ມໝາກໄຂ່ຫລັງທີ່ຢູ່ໃກ້ແອວ ແລະ ໜັງບາງໆຫຸ້ມຕັບ ເຊິ່ງເຈົ້າຈະຕ້ອງເອົາອອກພ້ອມໝາກໄຂ່ຫລັງ.5ຫລັງຈາກນັ້ນພວກລູກຊາຍຂອງອາໂຣນຈະເຜົາສິ່ງເຫລົ່ານີ້ທີ່ແທ່ນບູຊາເທິງເຄື່ອງເຜົາບູຊາທີ່ວາງເທິງກອງໄຟ, ນີ້ເປັນການຖວາຍບູຊາອາຫານ, ເປັນກິ່ນຫອມທີ່ພຣະເຈົ້າຢາເວພໍໃຈ.6“ ‘ຖ້າພວກເຈົ້າຈະຖວາຍສັດຈາກຝູງສັດເພື່ອເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວ, ພວກເຈົ້າຖວາຍໄດ້ທັງໂຕຜູ້ ຫລື ໂຕແມ່ທີ່ບໍ່ມີຕຳໜິ.7ຖ້າພວກເຈົ້າຈະຖວາຍລູກແກະ ກໍໃຫ້ນຳເອົາສັດນັ້ນມາຕໍ່ໜ້າພຣະເຈົ້າຢາເວ,8ໃຫ້ວາງມືໃສ່ເທິງຫົວຂອງລູກແກະ ແລະ ຂ້າສັດນັ້ນຢູ່ຕໍ່ໜ້າເຕັນນັດພົບ. ແລ້ວບັນດາລູກຊາຍຂອງອາໂຣນຈະຊິດເລືອດສັດນັ້ນໃສ່ອ້ອມຂ້າງຂອງແທ່ນບູຊາ.9ພວກເຈົ້າຈະຕ້ອງນຳເອົາເຄື່ອງບູຊາດ້ວຍໄຟສ່ວນໜຶ່ງຈາກເຄື່ອງຖວາຍເພື່ອຄວາມສາມັກຄີທຳມາຖວາຍແກ່ພຣະເຈົ້າຢາເວຄື: ໄຂມັນ, ໄຂມັນສ່ວນຫາງທີ່ຕັດອອກຈາກບໍລິເວນກະດູກສັນຫລັງ, ເຄື່ອງໄນ ແລະ ໄຂມັນທັງໝົດທີ່ຕິດກັບເຄື່ອງໄນ,10ໝາກໄຂ່ຫລັງທັງສອງໜ່ວຍພ້ອມກັບໄຂມັນທີ່ຕິດໝາກໄຂ່ຫລັງທີ່ຢູ່ໃກ້ກັບແອວ ແລະ ໜັງບາງໆຫຸ້ມຕັບທີ່ຈະຕ້ອງເອົາອອກມາພ້ອມກັບໝາກໄຂ່ຫລັງ.11ປະໂລຫິດຈະເຜົາສິ່ງເຫລົ່ານີ້ເທິງແທ່ນບູຊາ ເປັນເຄື່ອງບູຊາດ້ວຍໄຟຖວາຍແກ່ພຣະເຈົ້າຢາເວ.12“ ‘ຖ້າເຄື່ອງຖວາຍຂອງພວກເຈົ້າແມ່ນແບ້, ໃຫ້ພວກເຈົ້ານຳສັດນັ້ນມາຖວາຍຕໍ່ໜ້າພຣະເຈົ້າຢາເວ,13ໃຫ້ພວກເຈົ້າວາງມືໃສ່ເທິງຫົວ ແລະ ຂ້າສັດນັ້ນຕໍ່ໜ້າເຕັນນັດພົບ. ຫລັງຈາກນັ້ນ ບັນດາລູກຊາຍຂອງອາໂຣນຈະຊິດເລືອດສັດໃສ່ອ້ອມຂ້າງແທ່ນບູຊາ.14ໃຫ້ພວກເຈົ້ານຳເອົາສ່ວນໜຶ່ງຈາກເຄື່ອງຖວາຍຂອງພວກເຈົ້າມາຖວາຍບູຊາດ້ວຍໄຟແກ່ພຣະເຈົ້າຢາເວໂດຍມີ: ເຄື່ອງໄນ ແລະ ໄຂມັນທັງໝົດທີ່ຕິດກັບເຄື່ອງໄນ,15ໝາກໄຂ່ຫລັງທັງສອງໜ່ວຍພ້ອມກັບໄຂມັນທີ່ຕິດໝາກໄຂ່ຫລັງທີ່ຢູ່ໃກ້ກັບແອວ ແລະ ໜັງບາງໆຫຸ້ມຕັບທີ່ຈະຕ້ອງເອົາອອກມາພ້ອມກັບໝາກໄຂ່ຫລັງ.16ປະໂລຫິດຈະເຜົາສິ່ງເຫລົ່ານີ້ເທິງແທ່ນບູຊາ ເປັນເຄື່ອງບູຊາດ້ວຍໄຟ, ເປັນກິ່ນຫອມທີ່ພໍໃຈ. ໄຂມັນທັງໝົດເປັນຂອງພຣະເຈົ້າຢາເວ.17“ ‘ນີ້ເປັນຂໍ້ປະຕິບັດຖາວອນສືບໄປທຸກຊົ່ວອາຍຸບໍ່ວ່າເຈົ້າຈະອາໄສຢູ່ທີ່ໃດຄື: ຢ່າກິນໄຂມັນ ຫລື ເລືອດເລີຍ’ ”.Biblica, Inc.