ລະບຽບພວກເລວີ25
ປີຊະບາໂຕ
1ພຣະເຈົ້າຢາເວກ່າວແກ່ໂມເຊເທິງພູເຂົາຊີນາຍວ່າ,2“ຈົ່ງແຈ້ງຊາວອິດສະຣາເອນ ແລະ ບອກພວກເຂົາວ່າ: ເມື່ອພວກເຈົ້າທັງຫລາຍເຂົ້າສູ່ດິນແດນທີ່ເຮົາກຳລັງຈະຍົກໃຫ້ພວກເຈົ້ານັ້ນ, ດິນແດນນັ້ນຈະຕ້ອງຖືຮັກສາປີຊະບາໂຕແກ່ພຣະເຈົ້າຢາເວ.3ພາຍໃນຫົກປີເຈົ້າອາດຈະທຳການຫວ່ານ ຕັດຕອນແໜງອະງຸ່ນ ຫລື ເກັບກ່ຽວຜົນລະປູກ.4ແຕ່ປີທີເຈັດເປັນປີແຫ່ງຊະບາໂຕພັກຜ່ອນສຳລັບທີ່ດິນ, ຖວາຍແກ່ພຣະເຈົ້າຢາເວ. ຢ່າຫວ່ານເຄື່ອງປູກໃສ່ທົ່ງນາ ຫລື ຕັດຕອນກິ່ງແໜງໃນສວນໝາກອະງຸ່ນຂອງພວກເຈົ້າ.5ຢ່າເກັບກ່ຽວຜົນລະປູກໃດໆທີ່ເກີດຂຶ້ນມາເອງ ຫລື ຢ່າເກັບພົ້ວໝາກອະງຸ່ນທີ່ປົ່ງຂຶ້ນເອງຕາມກິ່ງແໜງທີ່ພວກເຈົ້າບໍ່ໄດ້ຕັດຕອນ. ຈົ່ງໃຫ້ເປັນປີແຫ່ງການຢຸດພັກສຳລັບທີ່ດິນ6ຜົນລະປູກໃດໆທີ່ເກີດຂຶ້ນໃນປີຊະບາໂຕນັ້ນຈະເປັນອາຫານສຳລັບພວກເຈົ້າທຸກຄົນ, ເພື່ອໂຕເຈົ້າເອງ, ຂ້າທາດຊາຍຍິງ, ລູກຈ້າງ ຫລື ຄົນມາພັກອາໄສຊົ່ວຄາວທ່າມກາງພວກເຈົ້າ,7ລວມທັງຝູງສັດ ແລະ ສັດປ່າໃນທີ່ດິນຂອງພວກເຈົ້າດ້ວຍ. ສາມາດກິນຜົນລະປູກທີ່ເກີດຂຶ້ນນັ້ນໄດ້.ປີທີຫ້າສິບ
8“ ‘ທຸກໆຫ້າສິບປີໃດ, ຫລັງຈາກປີຊະບາໂຕຜ່ານໄປເຈັດຄັ້ງ, ນັ້ນຄືເປັນເວລາ 49 ປີ.9ຈາກນັ້ນໃຫ້ເປົ່າແກດັງທົ່ວທັງດິນແດນໃນວັນທີສິບຂອງເດືອນທີເຈັດ; ໃນວັນລຶບລ້າງບາບສຽງແກຈະດັງທົ່ວແຜ່ນດິນຂອງພວກເຈົ້າ.10ຈົ່ງຖືຮັກສາປີທີຫ້າສິບ ແລະ ປະກາດອິດສະຫລະພາບທົ່ວດິນແດນແກ່ພົນລະເມືອງທຸກຄົນ. ປີທີຫ້າສິບນີ້ເປັນປີແຫ່ງການສະເຫລີມສະຫລອງສຳລັບພວກເຈົ້າ, ແຕ່ລະຄົນຈົ່ງກັບຄືນສູ່ດິນແດນທີ່ເປັນກຳມະສິດຂອງຄອບຄົວ ແລະ ກັບຄືນສູ່ເຜົ່າພັນຂອງຕົນ.11ປີທີຫ້າສິບຈະເປັນປີແຫ່ງການສະເຫລີມສະຫລອງສຳລັບພວກເຈົ້າ; ຢ່າຫວ່ານ ແລະ ຢ່າເກັບກ່ຽວພືດຜົນທີ່ເກີດຂຶ້ນມາເອງ ຫລື ຢ່າເກັບໝາກອະງຸ່ນທີ່ບໍ່ໄດ້ຕັດຕອນ.12ເພາະເປັນປີແຫ່ງການສະເຫລີມສະຫລອງ ແລະ ເປັນປີບໍລິສຸດສຳລັບພວກເຈົ້າ, ຈົ່ງກິນແຕ່ຜົນລະປູກທີ່ເກີດຂຶ້ນເອງຕາມທຳມະຊາດ.13“ ‘ໃນປີທີຫ້າສິບແຫ່ງການສະເຫລີມສະຫລອງທຸກຄົນຈົ່ງສົ່ງຄືນຊັບສິນທີ່ຊື້ມານັ້ນໃຫ້ແກ່ເຈົ້າຂອງເດີມ.14“ ‘ຖ້າພວກເຈົ້າຊື້ ຫລື ຂາຍທີ່ດິນໃຫ້ກັບພີ່ນ້ອງຮ່ວມຊາດຂອງຕົນ, ຢ່າເອົາປຽບກັນ.15ເຈົ້າຈົ່ງຊື້ທີ່ດິນຈາກພີ່ນ້ອງຮ່ວມຊາດໂດຍຄິດໄລ່ລາຄາຕາມຈຳນວນປີນັບຈາກປີທີຫ້າສິບມາ. ແລະ ພວກເຈົ້າຂາຍກໍ່ໃຫ້ເອົາຕາມລາຄາຜົນຜະຫລິດຂອງຈຳນວນປີທີ່ເຫລືອ.16ຖ້າຍັງເຫລືອອີກຫລາຍປີ, ພວກເຈົ້າຈົ່ງເພີ່ມລາຄາຂຶ້ນ ແລະ ຖ້າຍັງເຫລືອບໍ່ຫລາຍປີ, ພວກເຈົ້າຈົ່ງຫລຸດລາຄາລົງ, ເພາະທີ່ຈິງແລ້ວສິ່ງທີ່ຂາຍໃຫ້ເຈົ້າຄືຈຳນວນຜົນລະປູກທີ່ຈະໄດ້ຮັບ.17ຢ່າເອົາປຽບກັນ, ຈົ່ງຢຳເກງພຣະເຈົ້າຂອງພວກເຈົ້າ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.18“ ‘ຈົ່ງເຮັດຕາມຂໍ້ຄຳສັ່ງຂອງເຮົາ ແລະ ຈົ່ງເອົາໃຈໃສ່ເຊື່ອຟັງກົດບັນຍັດຂອງເຮົາ ແລະ ພວກເຈົ້າຈະດຳເນີນຊີວິດຢູ່ຢ່າງປອດໄພໃນດິນແດນນັ້ນ.19ແລ້ວແຜ່ນດິນຈະໃຫ້ຜົນລະປູກແກ່ພວກເຈົ້າ ແລະ ພວກເຈົ້າຈະອີ່ມໜຳສຳລານ ແລະ ຢູ່ຢ່າງປອດໄພໃນທີ່ນັ້ນ.20ພວກເຈົ້າອາດຖາມວ່າ, “ພວກເຮົາຈະກິນສິ່ງໃດໃນປີທີເຈັດຖ້າພວກເຮົາບໍ່ໄດ້ປູກ ແລະ ເກັບກ່ຽວຜົນລະປູກຂອງພວກເຮົາ?”21ເຮົາຈະອວຍພອນພວກເຈົ້າໃນປີທີຫົກທີ່ດິນຈະໃຫ້ຜົນລະປູກຫລວງຫລາຍພຽງພໍສຳລັບສາມປີ.22ຂະນະທີ່ພວກເຈົ້າທຳການປູກຝັງໃນຊ່ວງປີທີແປດ, ພວກເຈົ້າຍັງຈະກິນຜົນລະປູກເກົ່າໄປຈົນກະທັ້ງເຖິງລະດູເກັບກ່ຽວຂອງປີທີເກົ້າ.23“ ‘ທີ່ດິນຈະຂາຍຖາວອນບໍ່ໄດ້ເພາະທີ່ດິນເປັນຂອງເຮົາ ແລະ ພວກເຈົ້າເປັນຜູ້ອາໄສຢູ່ດັ່ງເປັນຄົນຕ່າງດ້າວ ແລະ ຄົນແປກໜ້າ.24ດິນແດນທົ່ວທຸກບ່ອນທີ່ພວກເຈົ້າຖືກຳມະສິດນັ້ນ, ພວກເຈົ້າຕ້ອງໄດ້ໄຖ່ຄືນທີ່ດິນນັ້ນ.25“ ‘ຖ້າພີ່ນ້ອງຮ່ວມຊາດຂອງພວກເຈົ້າທຸກຍາກ ແລະ ຂາຍທີ່ດິນບາງສ່ວນໄປ, ພີ່ນ້ອງໃກ້ຊິດທີ່ສຸດຂອງຄົນນັ້ນອາດຈະມາໄຖ່ຄືນໄດ້.26ເຖິງຢ່າງໃດກໍຕາມ, ຖ້າບໍ່ມີຄົນໃດມາໄຖ່ຄືນໃຫ້ພວກເຂົາໄດ້ແຕ່ຕໍ່ມາຫາກວ່າຄົນນັ້ນຮັ່ງມີຂຶ້ນ ແລະ ມີເງິນພໍກໍ່ສາມາດໄຖ່ຄືນທີ່ດິນນັ້ນໄດ້,27ພວກເຂົາມີການກຳນົດມູນຄ່າຕາມຈຳນວນປີຕັ້ງແຕ່ໄດ້ຂາຍທີ່ດິນນັ້ນໄປ ແລະ ສົ່ງເງິນຄືນໃຫ້ຄົນຜູ້ເຂົາຂາຍໃຫ້; ພວກເຂົາສາມາດກັບຄືນໄປຍັງຊັບສິນເດີມຂອງຕົນໄດ້.28ແຕ່ຖ້າເຈົ້າຂອງເດີມບໍ່ສາມາດໄຖ່ຄືນໄດ້, ສິ່ງທີ່ໄດ້ຂາຍໄປແລ້ວນັ້ນກໍຈະຕົກເປັນຂອງຜູ້ທີ່ຊື້ຈົນເຖິງປີທີຫ້າສິບ ແລະ ພວກເຂົາຈຶ່ງສາມາດກັບຄືນໄປຍັງຊັບສິນເດີມຂອງຕົນໄດ້.29“ ‘ຜູ້ໃດຂາຍເຮືອນໃນເຂດກຳແພງເມືອງຍັງມີສິດໄຖ່ຄືນໄດ້ໃນຊ່ວງຄົບໜຶ່ງປີຫລັງຈາກທີ່ໄດ້ຂາຍໄປແລ້ວ.30ຖ້າເຮືອນນັ້ນບໍ່ໄດ້ໄຖ່ຄືນກ່ອນຄົບໜຶ່ງປີ, ເຮືອນທີ່ຢູ່ໃນກຳແພງເມືອງຫລັງນັ້ນຈະຕົກເປັນກຳມະສິດຂອງຜູ້ຊື້ ແລະ ລູກຫລານຂອງລາວຢ່າງຖາວອນ. ເຮືອນນັ້ນກໍບໍ່ຕ້ອງຄືນໃຫ້ເຈົ້າຂອງເດີມໃນປີທີຫ້າສິບ.31ແຕ່ເຮືອນທີ່ຢູ່ໃນໝູ່ບ້ານຕ່າງໆທີ່ບໍ່ມີກຳແພງລ້ອມຮອບນັ້ນຈະເປັນເໝືອນທີ່ດິນເປົ່າຫວ່າງ. ພວກເຂົາສາມາດໄຖ່ຄືນໄດ້ ແລະ ຈະຕ້ອງຄືນໃຫ້ເຈົ້າຂອງເດີມໃນປີທີຫ້າສິບ.32“ ‘ຄົນເລວີມີສິດທີ່ຈະໄຖ່ຄືນບ້ານເຮືອນຂອງພວກເຂົາໃນເມືອງຂອງຄົນເລວີ, ທີ່ພວກເຂົາເປັນເຈົ້າຂອງໄດ້ສະເໝີ.33ດັ່ງນັ້ນ ຊັບສິນຂອງຄົນເລວີສາມາດໄຖ່ຄືນໄດ້, ບໍ່ວ່າເຮືອນຫລັງໃດທີ່ຂາຍໃນເມືອງໃດກໍຕາມທີ່ພວກເຂົາຖືກຳມະສິດນັ້ນ ແລະ ຈະຕ້ອງຄືນໃຫ້ແກ່ເຈົ້າຂອງເດີມໃນປີທີຫ້າສິບ, ເພາະເຮືອນໃນເມືອງຕ່າງໆທີ່ຄົນເລວີເປັນກຳມະສິດກໍ່ເປັນຂອງພວກເຂົາທ່າມກາງຄົນອິດສະຣາເອນ.34ແຕ່ຫ້າມຂາຍທີ່ດິນທີ່ເປັນທົ່ງຫຍ້າລ້ຽງສັດຂອງເມືອງນັ້ນ, ມັນເປັນກຳມະສິດຖາວອນຂອງພວກເຂົາ.35“ ‘ຖ້າພີ່ນ້ອງຮ່ວມຊາດຊາວອິດສະຣາເອນຂອງພວກເຈົ້າກາຍເປັນຄົນທຸກຈົນ ແລະ ບໍ່ສາມາດຫາລ້ຽງຊີບໄດ້ໃນທ່າມກາງພວກເຈົ້າ, ຈົ່ງຊ່ວຍເຫລືອພວກເຂົາເໝືອນດັ່ງຊ່ວຍເຫລືອແກ່ຄົນຕ່າງດ້າວ ຫລື ຜູ້ທີ່ອາໄສຢູ່ກັບພວກເຈົ້າຊົ່ວຄາວ ເພື່ອພວກເຂົາຈະສາມາດຢູ່ທ່າມກາງພວກເຈົ້າຕໍ່ໄປໄດ້.36ຢ່າຄິດດອກເບ້ຍ ຫລື ຜົນປະໂຫຍດໃດໆ ຈາກພວກເຂົາ, ແຕ່ຈົ່ງຢຳເກງພຣະເຈົ້າ, ເພື່ອວ່າພວກເຂົາຈະສາມາດສືບຕໍ່ດຳລົງຊີວິດຢູ່ທ່າມກາງພວກເຈົ້າໄດ້.37ພວກເຈົ້າບໍ່ຕ້ອງຄິດໄລ່ເອົາດອກເບ້ຍຈາກເງິນທີ່ໃຫ້ພວກເຂົາຢືມ ຫລື ຄິດໄລ່ເອົາກຳໄລຈາກການຂາຍອາຫານໃຫ້ແກ່ພວກເຂົາ.38ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ຜູ້ນຳພວກເຈົ້າອອກມາຈາກປະເທດເອຢິບເພື່ອຍົກດິນແດນການາອານໃຫ້ແກ່ພວກເຈົ້າ ແລະ ເປັນພຣະເຈົ້າຂອງພວກເຈົ້າ.39“ ‘ຖ້າພີ່ນ້ອງຮ່ວມຊາດຊາວອິດສະຣາເອນຂອງພວກເຈົ້າຍາກຈົນ ແລະ ຂາຍພວກເຂົາເອງໃຫ້ພວກເຈົ້າ, ຢ່າໃຫ້ພວກເຂົາເຮັດວຽກເໝືອນເປັນຂ້າທາດ.40ແຕ່ຈົ່ງປະຕິບັດຕໍ່ພວກເຂົາເໝືອນດັ່ງລູກຈ້າງຂອງພວກເຈົ້າ ຫລື ເໝືອນດັ່ງຜູ້ທີ່ມາອາໄສຊົ່ວຄາວທ່າມກາງພວກເຈົ້າ; ພວກເຂົາຈະເຮັດວຽກໃຫ້ພວກເຈົ້າຈົນເຖິງປີທີຫ້າສິບ.41ຫລັງຈາກນັ້ນພວກເຂົາ ແລະ ລູກຫລານຂອງພວກເຂົາຈະຕ້ອງໄດ້ຮັບການປົດປ່ອຍ ແລະ ພວກເຂົາຈະກັບໄປສູ່ຕະກຸນເດີມ ແລະ ຊັບສົມບັດທີ່ເປັນຂອງບັນພະບຸລຸດພວກເຂົາ.42ເພາະຊາວອິດສະຣາເອນເປັນຜູ້ຮັບໃຊ້ຂອງເຮົາ, ຜູ້ທີ່ເຮົາໄດ້ນຳເອົາອອກມາຈາກປະເທດເອຢິບ, ພວກເຂົາຕ້ອງບໍ່ຖືກຂາຍໃຫ້ເປັນຂ້າທາດ.43ຢ່າປົກຄອງເຂົາຢ່າງໂຫດຮ້າຍທາລຸນ, ແຕ່ຈົ່ງຢຳເກງພຣະເຈົ້າຂອງພວກເຈົ້າ.44“ ‘ຂ້າທາດຊາຍຍິງຂອງພວກເຈົ້າມາຈາກຊົນຊາດຕ່າງໆທີ່ຢູ່ອ້ອມຂ້າງພວກເຈົ້າ; ພວກເຈົ້າອາດຊື້ພວກເຂົາເປັນຂ້າທາດກໍໄດ້.45ພວກເຈົ້າອາດຊື້ເອົາບາງຄົນທີ່ມາອາໄສຢູ່ຊົ່ວຄາວທ່າມກາງພວກເຈົ້າ ແລະ ສະມາຊິກໃນຕະກຸນຂອງພວກເຂົາທີ່ເກີດໃນດິນແດນຂອງພວກເຈົ້າ ແລະ ພວກເຂົາຈະເປັນຊັບສົມບັດຂອງພວກເຈົ້າ.46ພວກເຈົ້າສາມາດສ້າງພິໄນກຳເພື່ອສືບທອດໄປເຖິງລູກຫລານ ຫລື ໃຫ້ພວກເຂົາເປັນຂ້າທາດຊົ່ວຊີວິດກໍໄດ້, ແຕ່ຫ້າມພວກເຈົ້າປົກຄອງພີ່ນ້ອງຮ່ວມຊາດອິດສະຣາເອນຢ່າງໂຫດຮ້າຍທາລຸນເປັນເດັດຂາດ.47“ ‘ຖ້າຄົນຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າກາຍເປັນຄົນຮັ່ງມີຂຶ້ນ ແລະ ມີພີ່ນ້ອງຊາວອິດສະຣາເອນຂອງພວກເຈົ້າກາຍເປັນຄົນຍາກຈົນ ແລ້ວຂາຍຕົນເອງເປັນຂ້າທາດຂອງຄົນຕ່າງດ້າວ ຫລື ສະມາຊິກຂອງຕະກຸນຄົນຕ່າງດ້າວນັ້ນ,48ພວກເຂົາຍັງມີສິດໄຖ່ຄືນຫລັງຈາກໄດ້ຂາຍຕົນເອງເປັນຂ້າທາດແລ້ວ. ຍາດພີ່ນ້ອງຂອງພວກເຂົາອາດໄຖ່ເອົາພວກເຂົາຄືນມາໄດ້:49ຈະເປັນລຸງ ຫລື ລູກອ້າຍລູກນ້ອງ ຫລື ຜູ້ໃດກໍໄດ້ທີ່ເປັນຍາດພີ່ນ້ອງຕາມສາຍເລືອດໃນຕະກຸນນັ້ນສາມາດໄຖ່ເອົາພວກເຂົາຄືນໄດ້. ຫລື ຖ້າພວກເຂົາຮັ່ງມີຂຶ້ນມາແລ້ວ ພວກເຂົາສາມາດໄຖ່ຕົນເອງຄືນໄດ້.50ພວກເຂົາເອງ ແລະ ຜູ້ທີ່ຊື້ພວກເຂົາໄປຈະຕ້ອງນັບເວລາຈາກປີທີ່ຂາຍຕົນເອງເປັນຂ້າທາດຈົນເຖິງປີທີຫ້າສິບ. ລາຄາທີ່ຈະໄຖ່ພວກເຂົາຈະຕ້ອງອີງຕາມພື້ນຖານຂອງອັດຕາຄ່າຈ້າງຄົນງານຕາມຈຳນວນຂອງປີເຫລົ່ານັ້ນ.51ຖ້າຍັງຫລາຍປີກວ່າຈະເຖິງປີທີຫ້າສິບ, ພວກເຂົາຈະຕ້ອງຈ່າຍຄືນເປັນຈຳນວນທີ່ສູງກວ່າຄ່າໂຕຂອງພວກເຂົາເມື່ອເລີ່ມເປັນຂ້າທາດ.52ຖ້າຍັງບໍ່ຫລາຍປີຈະຮອດປີທີຫ້າສິບ, ພວກເຂົາຈະຕ້ອງຈ່າຍຄ່າໄຖ່ຕາມຈຳນວນປີທີ່ເຫລືອນັ້ນ.53ພວກເຈົ້າຈະຕ້ອງປະຕິບັດຕໍ່ພວກເຂົາຄືລູກຈ້າງລາຍປີ, ພວກເຈົ້າຕ້ອງບໍ່ປົກຄອງພວກເຂົາຢ່າງໂຫດຮ້າຍທາລຸນ.54“ ‘ຖ້າຜູ້ໃດຫາກຍັງບໍ່ໄດ້ຮັບການໄຖ່ໂດຍວິທີເຫລົ່ານີ້, ພວກເຂົາ ແລະ ລູກຫລານຂອງພວກເຂົາຈະໄດ້ຮັບການປົດປ່ອຍໃຫ້ເປັນອິດສະຫລະເມື່ອເຖິງປີທີຫ້າສິບ.55ເພາະປະຊາຊົນອິດສະຣາເອນເປັນຜູ້ຮັບໃຊ້ຂອງເຮົາ. ພວກເຂົາເປັນຜູ້ຮັບໃຊ້ທີ່ເຮົານຳອອກມາຈາກປະເທດເອຢິບ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.Biblica, Inc.