ລະບຽບພວກເລວີ18
ຄວາມສຳພັນທາງເພດທີ່ຜິດກົດບັນຍັດ
1ພຣະເຈົ້າຢາເວກ່າວແກ່ໂມເຊວ່າ,2“ໃຫ້ແຈ້ງຊາວອິດສະຣາເອນ ແລະ ບອກພວກເຂົາວ່າ: ‘ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ3ພວກເຈົ້າຢ່າປະພຶດຕົນຕາມແບບຢ່າງຊາວເອຢິບທີ່ພວກເຈົ້າທັງຫລາຍເຄີຍອາໄສຢູ່ ແລະ ພວກເຈົ້າຢ່າເຮັດດັ່ງທີ່ພວກເຂົາເຮັດໃນດິນແດນການາອານ, ບ່ອນທີ່ເຮົາກຳລັງຈະມອບໃຫ້ພວກເຈົ້າ. ຢ່າເຮັດຕາມແບບຢ່າງຂອງພວກເຂົາ.4ພວກເຈົ້າຕ້ອງເຊື່ອຟັງກົດບັນຍັດຂອງເຮົາ ແລະ ເອົາໃຈໃສ່ເຮັດຕາມຂໍ້ຄຳສັ່ງຂອງເຮົາ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.5ຈົ່ງຮັກສາຂໍ້ຄຳສັ່ງ ແລະ ກົດບັນຍັດຂອງເຮົາ, ເພາະຜູ້ໃດທີ່ເຊື່ອຟັງຈະມີຊີວິດຢູ່ໂດຍສິ່ງເຫລົ່ານີ້. ເຮົາຄືພຣະເຈົ້າຢາເວ.6“ ‘ຢ່າໃຫ້ຜູ້ໃດໃນພວກເຈົ້າເຂົ້າສູ່ການພົວພັນທາງເພດກັບພີ່ນ້ອງໃກ້ຊິດຂອງຕົນ. ເຮົາຄືພຣະເຈົ້າຢາເວ.7“ ‘ຢ່າເຮັດໃຫ້ພໍ່ຂອງພວກເຈົ້າອັບອາຍຂາຍໜ້າໂດຍມີການພົວພັນທາງເພດກັບແມ່ຂອງຕົນເອງ. ນາງເປັນແມ່ຂອງພວກເຈົ້າ, ຢ່າມີການພົວພັນກັບນາງ.8“ ‘ຢ່າມີການພົວພັນທາງເພດກັບເມຍຄົນໃດໆຂອງພໍ່ຕົນ, ເຊິ່ງເຮັດໃຫ້ເກີດຄວາມອັບອາຍຂາຍໜ້າພໍ່ຂອງຕົນ.9“ ‘ຢ່າມີການພົວພັນທາງເພດກັບເອື້ອຍນ້ອງຂອງພວກເຈົ້າ, ບໍ່ວ່າຈະເປັນລູກສາວຕ່າງແມ່ ຫລື ລູກສາວຕ່າງພໍ່ພວກເຈົ້າ, ບໍ່ວ່າຈະເກີດໃນເຮືອນດຽວກັນ ຫລື ເກີດຄົນລະບ່ອນກໍຕາມ.10“ ‘ຢ່າມີການພົວພັນທາງເພດກັບຫລານສາວທີ່ເປັນລູກສາວຂອງລູກຊາຍ ຫລື ລູກສາວຂອງລູກສາວພວກເຈົ້າ ເຊິ່ງເຮັດໃຫ້ເກີດຄວາມອັບອາຍຂາຍໜ້າຕົນເອງ.11“ ‘ຢ່າມີການພົວພັນທາງເພດກັບເອື້ອຍນ້ອງຕ່າງແມ່, ເຊິ່ງເກີດກັບພໍ່ຂອງຕົນ; ນາງຄືເອື້ອຍນ້ອງຂອງພວກເຈົ້າ.12“ ‘ຢ່າມີການພົວພັນກັບປ້າ ຫລື ອາຂອງພວກເຈົ້າ, ນາງເປັນພີ່ນ້ອງໃກ້ສິດກັບພໍ່ຂອງພວກເຈົ້າ.13“ ‘ຢ່າມີການພົວພັນທາງເພດກັບປ້າ ຫລື ນ້າສາວຂອງພວກເຈົ້າ ເພາະນາງເປັນພີ່ນ້ອງໃກ້ສິດກັບແມ່ຂອງພວກເຈົ້າ.14“ ‘ຢ່າເຮັດໃຫ້ອ້າຍ ຫລື ນ້ອງຊາຍຂອງພໍ່ພວກເຈົ້າອັບອາຍຂາຍໜ້າໂດຍມີການພົວພັນທາງເພດກັບພັນລະຍາຂອງເພິ່ນ, ນາງເປັນປ້າໄພ້ ຫລື ອາໄພ້ຂອງພວກເຈົ້າ.15“ ‘ຢ່າມີການພົວພັນທາງເພດກັບລູກໃພ້ຂອງພວກເຈົ້າ, ນາງເປັນເມຍຂອງລູກຊາຍພວກເຈົ້າ; ຢ່າມີເພດສຳພັນກັບນາງ.16“ ‘ຢ່າມີການພົວພັນທາງເພດກັບເມຍຂອງອ້າຍ ຫລື ເມຍຂອງນ້ອງຊາຍພວກເຈົ້າ; ຊື່ງຈະເຮັດໃຫ້ອ້າຍພວກເຈົ້າເກີດຄວາມອັບອາຍຂາຍໜ້າ.17“ ‘ຢ່າມີການພົວພັນທາງເພດກັບຍິງຄົນໃດ ແລະ ກັບລູກສາວຂອງນາງ. ຢ່າມີການພົວພັນທາງເພດກັບລູກຂອງລູກຊາຍນາງ ຫລື ລູກຂອງລູກສາວນາງ; ຍິງເຫລົ່ານັ້ນເປັນພີ່ນ້ອງໃກ້ສິດກັບນາງ. ການເຮັດເຊັ່ນນັ້ນເປັນຄວາມຊົ່ວຮ້າຍ.18“ ‘ຢ່າເອົາເອື້ອຍ ຫລື ນ້ອງສາວເມຍຂອງພວກເຈົ້າມາເປັນເມຍນ້ອຍຂອງພວກເຈົ້າ ແລະ ຢ່າມີການພົວພັນທາງເພດກັບນາງ ຂະນະທີ່ເມຍຂອງພວກເຈົ້າຍັງມີຊີວິດຢູ່.19“ ‘ຢ່າໄປມີການພົວພັນທາງເພດກັບແມ່ຍິງທີ່ກຳລັງມີປະຈຳເດືອນຢູ່.20“ ‘ຢ່າມີການພົວພັນທາງເພດກັບເມຍຂອງເພື່ອນບ້ານ ແລະ ເປັນການເຮັດໃຫ້ເປັນມົນທິນຮ່ວມກັບນາງ.21“ ‘ຢ່າເອົາລູກຫລານຂອງພວກເຈົ້າໄປບູຊາພະໂມເລັກ, ຢ່າໝິ່ນປະໝາດນາມພຣະເຈົ້າຂອງພວກເຈົ້າ. ເຮົາຄືພຣະເຈົ້າຢາເວ.22“ ‘ຜູ້ຊາຍຢ່າມີການພົວພັນທາງເພດກັບຜູ້ຊາຍຄືເຮັດກັບຜູ້ຍິງ; ເປັນສິ່ງທີ່ໜ້າລັງກຽດ.23“ ‘ຢ່າມີການພົວພັນທາງເພດກັບສັດ ແລະ ພາໃຫ້ຕົນເອງເປັນມົນທິນ. ຫ້າມບໍ່ໃຫ້ແມ່ຍິງປ່ອຍໂຕໃຫ້ມີການພົວພັນທາງເພດກັບສັດ; ສິ່ງນັ້ນເປັນຄວາມເສື່ອມຊາມ.24“ ‘ຢ່າເຮັດໃຫ້ຕົນເອງເປັນມົນທິນດ້ວຍວິທີເຫລົ່ານີ້, ເພາະຊົນຊາດຕ່າງໆທີ່ເຮົາຂັບໄລ່ອອກໄປໃຫ້ພົ້ນກ່ອນພວກເຈົ້ານັ້ນກໍ່ເປັນມົນທິນ.25ເຖິງແມ່ນດິນແດນນັ້ນເປັນມົນທິນແລ້ວກໍຕາມ; ຢ່າງໃດກໍ່ດີເຮົາຍັງລົງໂທດດິນແດນນັ້ນເພາະຄວາມບາບຂອງພວກເຂົາ ແລະ ແຜ່ນດິນກຳລັງຄາຍພວກທີ່ອາໄສຢູ່ນັ້ນອອກມາ.26ແຕ່ພວກເຈົ້າຕ້ອງຖືຮັກສາຂໍ້ຄຳສັ່ງ ແລະ ກົດບັນຍັດຂອງເຮົາ. ທັງຄົນທ້ອງຖິ່ນ ແລະ ຄົນຕ່າງດ້າວທີ່ອາໄສຢູ່ໃນທ່າມກາງພວກເຈົ້າຕ້ອງບໍ່ເຮັດສິ່ງທີ່ໜ້າລັງກຽດເຫລົ່ານີ້.27ເພາະສິ່ງທັງໝົດເຫລົ່ານີ້ແມ່ນປະຊາຊົນຜູ້ດຳລົງຊີວິດໃນດິນແດນນີ້ກ່ອນພວກເຈົ້າໄດ້ກະທຳໄວ້ ແລະ ດິນແດນນັ້ນຈຶ່ງກາຍເປັນມົນທິນ.28ແລະ ຖ້າເຈົ້າເຮັດໃຫ້ແຜ່ນດິນເປັນມົນທິນ, ແຜ່ນດິນນັ້ນກໍຈະຄາຍພວກເຈົ້າອອກມາເໝືອນທີ່ໄດ້ຄາຍຊົນຊາດຕ່າງໆອອກມາກ່ອນໜ້າພວກເຈົ້ານັ້ນ.29“ ‘ຄົນໃດທີ່ເຮັດສິ່ງໜ້າລັງກຽດຢ່າງໃດຢ່າງໜຶ່ງເຫລົ່ານີ້ ຄົນນັ້ນຈະຕ້ອງຖືກຕັດອອກຈາກປະຊາຊົນຂອງຕົນ.30ສະນັ້ນຈົ່ງປະຕິບັດຕາມຂໍ້ກຳນົດຂອງເຮົາ ຢ່າດຳເນີນຊີວິດຕາມແບບຢ່າງອັນໜ້າລັງກຽດເຫລົ່ານີ້ ເຊິ່ງປະຕິບັດກັນມາກ່ອນໜ້າພວກເຈົ້າເຂົ້າມາ ແລະ ຢ່າເຮັດໃຫ້ຕົນເອງເປັນມົນທິນໄປກັບພວກເຂົາ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ’ ”.Biblica, Inc.