ໂຢຊວຍ4
1ເມື່ອຊົນຊາດທັງໝົດໄດ້ຂ້າມແມ່ນ້ຳຈໍແດນສຳເລັດແລ້ວ, ພຣະເຈົ້າຢາເວຈຶ່ງໄດ້ເວົ້າກັບໂຢຊວຍວ່າ,2“ຈົ່ງເລືອກຜູ້ຊາຍສິບສອງຄົນຈາກບັນດາປະຊາຊົນ, ເຜົ່າລະໜຶ່ງຄົນ,3ແລະ ບອກພວກເຂົາໃຫ້ຍົກເອົາກ້ອນຫີນສິບສອງກ້ອນ ຈາກກາງແມ່ນ້ຳຈໍແດນຈາກບ່ອນທີ່ບັນດາປະໂລຫິດຢືນ ແລະ ຖືກ້ອນຫີນເຫລົ່ານັ້ນໄປກັບພວກເຈົ້າ ແລະ ວາງກ້ອນຫີນເຫລົ່ານັ້ນລົງໄວ້ໃນບ່ອນທີ່ພວກເຈົ້າຈະພັກຄືນນີ້”.4ດັ່ງນັ້ນ ໂຢຊວຍຈຶ່ງໄດ້ເອີ້ນເອົາຜູ້ຊາຍສິບສອງຄົນທີ່ເພິ່ນໄດ້ແຕ່ງຕັ້ງຈາກຊາວອິດສະຣາເອນ, ເຜົ່າລະໜຶ່ງຄົນມາ,5ແລະ ເວົ້າກັບພວກເຂົາວ່າ, “ຈົ່ງອອກໄປກາງແມ່ນ້ຳຈໍແດນບ່ອນທີ່ຢູ່ດ້ານໜ້າຂອງຫີບພັນທະສັນຍາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຕັ້ງຢູ່. ພວກເຈົ້າແຕ່ລະຄົນຈະຕ້ອງແບກຫີນໃສ່ບ່າຂອງຕົນມາຄົນລະກ້ອນ, ຕາມຈຳນວນເຜົ່າຂອງຊາວອິດສະຣາເອນ,6ເພື່ອໃຊ້ເປັນອະນຸສອນທ່າມກາງພວກເຈົ້າ. ໃນອະນາຄົດ, ເມື່ອລູກຫລານຂອງພວກເຈົ້າຖາມວ່າ, ‘ຫີນເຫລົ່ານີ້ມີຄວາມໝາຍວ່າຢ່າງໃດ?’7ຈົ່ງບອກພວກເຂົາວ່າແມ່ນ້ຳຈໍແດນຖືກແຍກອອກຕໍ່ໜ້າຫີບພັນທະສັນຍາຂອງພຣະເຈົ້າຢາເວ. ເມື່ອຫີບພັນທະສັນຍາຂ້າມແມ່ນ້ຳຈໍແດນ, ນ້ຳໃນແມ່ນ້ຳຈໍແດນໄດ້ຖືກແຍກຂາດອອກຈາກກັນ. ຫີນເຫລົ່ານີ້ຈະເປັນອະນຸສອນແກ່ຊາວອິດສະຣາເອນຕະຫລອດໄປ”.8ດັ່ງນັ້ນ ຊາວອິດສະຣາເອນຈຶ່ງເຮັດຕາມທີ່ໂຢຊວຍໄດ້ສັ່ງພວກເຂົາ. ພວກເຂົາໄດ້ຍົກເອົາຫີນສິບສອງກ້ອນຈາກກາງແມ່ນ້ຳຈໍແດນ. ຕາມຈຳນວນເຜົ່າຂອງຊາວອິດສະຣາເອນ, ຕາມທີ່ພຣະເຈົ້າຢາເວໄດ້ບອກໂຢຊວຍໄວ້; ແລະ ພວກເຂົາໄດ້ຖືກ້ອນຫີນເຫລົ່ານັ້ນໄປກັບພວກເຂົາ ໄປທີ່ຄ້າຍພັກຂອງພວກເຂົາ, ບ່ອນທີ່ພວກເຂົາວາງຫີນເຫລົ່ານັ້ນລົງ.9ໂຢຊວຍໄດ້ເອົາຫີນສິບສອງກ້ອນທີ່ເຄີຍຢູ່ ໃນກາງແມ່ນ້ຳຈໍແດນໃນຈຸດທີ່ບັນດາປະໂລຫິດຜູ້ຫາມຫີບພັນທະສັນຍາໄດ້ຢືນຢູ່ມາຕັ້ງໄວ້. ແລະ ຫີນເຫລົ່ານັ້ນກໍຍັງຢູ່ທີ່ນັ້ນມາຈົນເຖິງທຸກວັນນີ້.10ບັດນີ້ ບັນດາປະໂລຫິດຜູ້ຫາມຫີບພັນທະສັນຍາກໍຢືນຢູ່ກາງແມ່ນ້ຳຈົນກວ່າບັນດາປະຊາຊົນຈະເຮັດທຸກສິ່ງສຳເລັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂຢຊວຍ, ເໝືອນທີ່ໂມເຊໄດ້ຊີ້ນຳໂຢຊວຍ. ບັນດາປະຊາຊົນຕ່າງກໍຟ້າວຂ້າມແມ່ນ້ຳ,11ແລະ ເມື່ອທຸກຄົນຂ້າມໄປແລ້ວ ປະຊາຊົນກໍພາກັນເບິ່ງປະໂລຫິດຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວຂຶ້ນມາຈາກແມ່ນ້ຳ.12ຄົນເຜົ່າຣູເບັນ, ກາດ ແລະ ມານາເຊເຄິ່ງເຜົ່າກໍຂ້າມແມ່ນ້ຳໄປ, ຕຽມພ້ອມສຳລັບສູ້ຮົບ, ນຳໜ້າຊົນຊາດອິດສະຣາເອນຕາມທີ່ໂມເຊໄດ້ຊີ້ນຳພວກເຂົາ.13ມີທະຫານປະກອບດ້ວຍອາວຸດປະມານສີ່ສິບພັນຄົນຂ້າມໄປຕໍ່ໜ້າພຣະເຈົ້າຢາເວ ໄປທີ່ທົ່ງພຽງຂອງເຢຣິໂກເພື່ອເຮັດສົງຄາມ.14ວັນນັ້ນພຣະເຈົ້າຢາເວໄດ້ຍົກໂຢຊວຍຂຶ້ນຕໍ່ໜ້າຊາວອິດສະຣາເອນທັງໝົດ ແລະ ພວກເຂົາກໍຢຳເກງໂຢຊວຍຕະຫລອດຊີວິດຂອງໂຢຊວຍເໝືອນທີ່ເຄີຍຢຳເກງໂມເຊ.15ແລ້ວພຣະເຈົ້າຢາເວກໍໄດ້ເວົ້າກັບໂຢຊວຍວ່າ,16“ຈົ່ງສັ່ງບັນດາປະໂລຫິດຜູ້ຫາມຫີບພັນທະສັນຍາໃຫ້ຂຶ້ນຈາກມາແມ່ນ້ຳຈໍແດນ”.17ໂຢຊວຍຈຶ່ງໄດ້ສັ່ງບັນດາປະໂລຫິດວ່າ “ຈົ່ງຂຶ້ນມາຈາກແມ່ນ້ຳຈໍແດນ”.18ແລ້ວບັນດາປະໂລຫິດຈຶ່ງໄດ້ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ ຂຶ້ນມາຈາກແມ່ນ້ຳ ທັນທີທີ່ຕີນຂອງພວກເພິ່ນແຕະທີ່ພື້ນດິນແຫ້ງ ນ້ຳຂອງແມ່ນ້ຳຈໍແດນກໍໄຫລກັບລົງຖ້ວມຝັ່ງຄືເກົ່າ.19ໃນມື້ທີສິບຂອງເດືອນທຳອິດ ບັນດາປະຊາຊົນໄດ້ຂ້າມແມ່ນ້ຳຈໍແດນໄປຕັ້ງຄ້າຍພັກຢູ່ທີ່ກິນການ ຕິດກັບເຂດແດນດ້ານທິດຕາເວັນອອກຂອງເມືອງເຢຣິໂກ.20ແລ້ວໂຢຊວຍກໍໄດ້ຕັ້ງຫີນສິບສອງກ້ອນທີ່ຖືມາຈາກແມ່ນ້ຳຈໍແດນນັ້ນໄວ້ທີ່ກິນການ21ເພິ່ນໄດ້ເວົ້າກັບຊາວອິດສະຣາເອນວ່າ “ໃນອະນາຄົດເມື່ອລູກຫລານຂອງພວກເຈົ້າຖາມພໍ່ແມ່ຂອງພວກເຂົາວ່າ: ‘ກ້ອນຫີນເຫລົ່ານີ້ມີຄວາມຫມາຍວ່າຢ່າງໃດ?’22ຈົ່ງບອກພວກເຂົາວ່າ: ‘ຊາວອິດສະຣາເອນໄດ້ຍ່າງເທິງພື້ນດິນແຫ້ງຂ້າມແມ່ນ້ຳຈໍແດນ’.23ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເຮັດໃຫ້ແມ່ນ້ຳຈໍແດນແຫ້ງຕໍ່ໜ້າພວກເຈົ້າຈົນກວ່າພວກເຈົ້າຈະຂ້າມໄປໄດ້. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເຄີຍເຮັດກັບທະເລແດງ ເໝືອນກັບທີ່ພຣະອົງເຮັດໃຫ້ທະເລແດງແຫ້ງຕໍ່ໜ້າພວກເຮົາຈົນກວ່າພວກເຮົາຂ້າມໄປໄດ້.24ພຣະອົງໄດ້ເຮັດສິ່ງນີ້ກໍເພື່ອໃຫ້ຄົນທັງໝົດທີ່ຢູ່ແຜ່ນດິນໂລກຮູ້ວ່າມືຂອງພຣະເຈົ້າຢາເວນັ້ນມີລິດອຳນາດ ແລະ ເພື່ອໃຫ້ພວກເຈົ້າທັງຫລາຍຈະຢຳເກງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າສະເໝີ”.
Biblica, Inc.