ໂຢຊວຍ16
ດິນແດນຂອງເຜົ່າເອຟຣາອິມ ແລະ ມານາເຊ
1ດິນແດນທີ່ເປັນສ່ວນຂອງເຜົ່າໂຢເຊັບແມ່ນເລີ່ມຈາກຈໍແດນ, ເຊິ່ງຢູ່ທາງທິດຕາເວັນອອກຂອງບໍ່ນ້ຳພຸແຫ່ງເຢຣິໂກ ແລະ ຜ່ານຖິ່ນແຫ້ງແລ້ງກັນດານເຂົ້າສູ່ແຖບພູເຂົາແຫ່ງເບັດເອນ.2ຈາກເບັດເອນ (ຄືລູເສ) ຂ້າມໄປສູ່ເຂດແດນຂອງຊາວອາກກິດທີ່ຢູ່ໃນອາຕາໂຣດ,3ລົງມາທາງທິດຕາເວັນຕົກຈົນເຖິງເຂດແດນຂອງຊາວຢາຟະເລດ ໄກໄປຈົນເຖິງດ້ານລຸ່ມຂອງເບັດໂຮໂຣນ ແລະ ໄປຈົນເຖິງເກເຊ ແລ້ວສຸດທີ່ທະເລເມດີແຕຣາເນ.4ດັ່ງນັ້ນ ເຜົ່າມານາເຊ ແລະ ເອຟຣາອິມ ທີ່ເປັນເຊື້ອສາຍຂອງໂຢເຊັບກໍໄດ້ຮັບກຳມະສິດຂອງຕົນຕາມນັ້ນ.5ດິນແດນຂອງເອຟຣາອິມ ທີ່ໄດ້ແບ່ງຕາມແຕ່ລະຕະກຸນ ມີດັ່ງນີ້:ຊາຍແດນດ້ານທິດຕາເວັນອອກຂອງພວກເຂົາແມ່ນເລີ່ມຈາກອາຕາໂຣດອັດດາ ໄປຈົນເຖິງເບັດໂຮໂຣນເທິງ6ແລະ ຕໍ່ເນື່ອງໄປເຖິງທະເລເມດີແຕຣາເນ. ຈາກມິກເມທັດທາງພາກເໜືອ ຊາຍແດນໄດ້ລ້ຽວໄປທາງທິດຕາເວັນອອກ ແລ້ວອອກສູ່ຕາອານາດຊີໂລ, ກາຍຢາໂນອາໄປທາງດ້ານທິດຕາເວັນອອກ.7ແລ້ວຊາຍແດນນັ້ນກໍລົງໄປຈາກຢາໂນອາໄປຫາອາຕາໂຣດ ແລະ ນາອາຣາ ຈົນໄປຮອດເມືອງເຢຣິໂກ ແລະ ກໍສິ້ນສຸດລົງທີ່ແມ່ນ້ຳຈໍແດນ.8ຈາກຊາຍແດນຂອງຕັບປູອາມາທາງທິດຕາເວັນຕົກໄປຫາຫ້ວຍນ້ຳກະນາ ແລະ ສິ້ນສຸດຢູ່ທີ່ທະເລເມດີແຕຣາເນ. ນີ້ແມ່ນກຳມະສິດຂອງເຜົ່າເອຟຣາອິມ ຕາມແຕ່ລະຕະກຸນ.9ແລະ ຍັງລວມທັງເມືອງຕ່າງໆ ແລະ ໝູ່ບ້ານຕ່າງໆຂອງພວກເຂົາທີ່ຢູ່ໃນເຂດຂອງເຜົ່າມານາເຊທີ່ໄດ້ແຍກໄວ້ໃຫ້ຊາວເອຟຣາອິມອີກດ້ວຍ.10ພວກເຂົາບໍ່ໄດ້ຂັບໄລ່ຊາວການາອານທີ່ອາໄສຢູ່ໃນເກເຊອອກໄປ; ຊາວການາອານຈຶ່ງຍັງອາໄສຢູ່ໃນທ່າມກາງຄົນເອຟຣາອິມ ແຕ່ໄດ້ຖືກເກນໄປເປັນຂ້າທາດແຮງງານມາຈົນເຖິງທຸກວັນນີ້.
Biblica, Inc.