ໂຢຊວຍ14

ການ​ແບ່ງ​ດິນແດນ​ທາງ​ທິດ​ຕາເວັນ​ຕົກ​ຂອງ​ແມ່ນ້ຳ​ຈໍແດນ

1ທັງໝົດ​ນີ້​ຄື​ດິນແດນ​ໃນ​ການາອານ​ທີ່​ຊົນຊາດ​ອິດສະຣາເອນ​ໄດ້​ຮັບ​ກຳມະສິດ ເຊິ່ງ​ປະໂລຫິດ​ເອເລອາຊາ, ໂຢຊວຍ ຜູ້​ເປັນ​ລູກຊາຍ​ຂອງ​ນູນ ແລະ ຫົວໜ້າ​ຕະກຸນ​ຂອງ​ເຜົ່າ​ຕ່າງໆ​ຂອງ​ອິດສະຣາເອນ​ເປັນ​ຜູ້​ແບ່ງ​ໃຫ້​ພວກເຂົາ.2ກຳມະສິດ​ຂອງ​ພວກເຂົາ​ແມ່ນ​ໄດ້​ມາ​ຈາກ​ການ​ຈັບ​ສະຫລາກ​ມອບ​ໃຫ້​ເກົ້າ​ເຜົ່າ​ເຄິ່ງ ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໄວ້​ຜ່ານ​ທາງ​ໂມເຊ.3ໂມເຊ​ໄດ້​ມອບ​ດິນແດນ​ທາງ​ຟາກ​ຕາເວັນອອກ​ຂອງ​ແມ່ນ້ຳ​ຈໍແດນ​ໃຫ້​ແກ່​ສອງ​ເຜົ່າ​ເຄິ່ງ​ເພື່ອ​ເປັນ​ກຳມະສິດ​ຂອງ​ພວກເຂົາ​ແລ້ວ ແຕ່​ເຜົ່າ​ເລວີ​ບໍ່​ໄດ້​ຮັບ​ກຳມະສິດ​ໃດ​ທ່າມກາງ​ເຜົ່າ​ທີ່​ເຫລືອ​ນັ້ນ,4ເພາະ​ລູກ​ຫລານ​ຂອງ​ໂຢເຊັບ​ໄດ້​ກາຍເປັນ​ສອງ​ເຜົ່າ ຄື​ເຜົ່າ​ມານາເຊ ແລະ ເຜົ່າ​ເອຟຣາອິມ. ຊາວ​ເລວີ​ບໍ່​ໄດ້​ຮັບ​ດິນແດນ​ໃດ ນອກຈາກ​ເມືອງ​ສຳລັບ​ອາໄສ​ຢູ່ ແລະ ທົ່ງຫຍ້າ​ສຳລັບ​ຝູງ​ແບ້, ຝູງ​ແກະ ແລະ ຝູງ​ງົວ​ຂອງ​ພວກເຂົາ.5ດັ່ງນັ້ນ ຊົນຊາດ​ອິດສະຣາເອນ​ຈຶ່ງ​ໄດ້​ແບ່ງ​ດິນແດນ​ກັນ ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ​ໄວ້.

ໃຫ້​ເມືອງ​ເຮັບໂຣນ​ແກ່​ກາເລັບ

6ເວລາ​ນັ້ນ​ປະຊາຊົນ​ເຜົ່າ​ຢູດາ​ໄດ້​ເຂົ້າ​ພົບ​ໂຢຊວຍ​ຢູ່​ກິນການ ແລະ ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ຄົນ​ເກນີຊິດ​ໄດ້​ເວົ້າ​ວ່າ, “ທ່ານ​ກໍ​ຮູ້​ແລ້ວ​ທີ່​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ກັບ​ໂມເຊ​ຄົນ​ຂອງ​ພຣະເຈົ້າ ຢູ່​ທີ່​ກາເດັດ​ບາກເນອາ​ກ່ຽວກັບ​ທ່ານ ແລະ ຂ້າພະເຈົ້າ.7ຂ້າພະເຈົ້າ​ມີ​ອາຍຸ​ສີ່ສິບ​ປີ ເມື່ອ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຢາເວ ສົ່ງ​ຂ້າພະເຈົ້າ​ຈາກ​ກາເດັດ​ບາກເນອາ ໄປ​ສຳຫລວດ​ດິນແດນ ແລະ ຂ້າພະເຈົ້າ​ໄດ້​ກັບ​ມາ​ລາຍງານ​ເພິ່ນ​ຕາມ​ຄວາມ​ຄິດ​ເຫັນ​ຂອງ​ຂ້າພະເຈົ້າ,8ແຕ່​ພີ່ນ້ອງ​ຊາວ​ອິດສະຣາເອນ​ທີ່​ຮ່ວມ​ເດີນ​ທາງ​ໄປ​ກັບ​ຂ້າພະເຈົ້າ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຢ້ານກົວ. ເຖິງ​ຢ່າງ​ໃດ​ກໍ​ຕາມ ຂ້າພະເຈົ້າ​ກໍ​ຕິດ​ຕາມ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ຢ່າງ​ສຸດ​ໃຈ.9ໂມເຊ​ຈຶ່ງ​ໄດ້​ປະຕິຍານ​ກັບ​ຂ້າພະເຈົ້າ​ໃນ​ວັນ​ນັ້ນ​ວ່າ: ‘ດິນແດນ​ສ່ວນ​ທີ່​ເຈົ້າ​ຢຽບ​ໄປ​ນັ້ນ​ຈະ​ຕົກ​ເປັນ​ກຳມະສິດ​ຂອງ​ເຈົ້າ​ກັບ​ລູກ​ຫລານ​ຂອງ​ເຈົ້າ​ຕະຫລອດໄປ ເພາະ​ເຈົ້າ​ໄດ້​ຕິດ​ຕາມ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເຮົາ​ຢ່າງ​ສຸດ​ໃຈ’.
10“ບັດນີ້ ກໍ​ເປັນ​ໄປ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັນຍາ​ໄວ້, ພຣະອົງ​ໄດ້​ໃຫ້​ຂ້າພະເຈົ້າ​ຢູ່​ລອດ​ມາ​ໄດ້ 45 ປີ ນັບ​ແຕ່​ທີ່​ພຣະອົງ​ໄດ້​ກ່າວ​ກັບ​ໂມເຊ​ເມື່ອ​ຄັ້ງ​ທີ່​ອິດສະຣາເອນ​ພະເນຈອນ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ. ດຽວ​ນີ້​ຂ້າພະເຈົ້າ​ກໍ​ມີ​ອາຍຸ 85 ປີ​ແລ້ວ!11ຂ້າພະເຈົ້າ​ຍັງ​ຄົງ​ແຂງແຮງ​ເໝືອນ​ດັ່ງ​ເວລາ​ທີ່​ໂມເຊ​ໃຊ້​ໃຫ້​ຂ້າພະເຈົ້າ​ເດີນທາງ​ໄປ; ຂ້າພະເຈົ້າ​ຍັງ​ແຂງແຮງ​ໃນ​ການ​ສູ້ຮົບ​ຢູ່​ຄື​ກັນ​ກັບ​ໃນ​ເວລາ​ນັ້ນ.12ສະນັ້ນ ຂໍ​ໃຫ້​ທ່ານ​ຍົກ​ດິນແດນ​ເນີນພູ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັນຍາ​ໄວ້​ກັບ​ຂ້າພະເຈົ້າ​ໃນ​ວັນ​ນັ້ນ​ໃຫ້​ແກ່​ຂ້າພະເຈົ້າ. ທ່ານ​ເອງ​ກໍ​ໄດ້​ຍິນ​ແລ້ວ​ວ່າ​ຊາວ​ອານາກິມ​ໄດ້​ອາໄສ​ຢູ່​ທີ່​ນັ້ນ ແລະ ເມືອງ​ຂອງ​ພວກເຂົາ​ກໍ​ໃຫຍ່ ແລະ ມີ​ປ້ອມ​ປ້ອງກັນ​ແໜ້ນ​ໜາ, ແຕ່​ຖ້າ​ພຣະເຈົ້າ​ຢາເວ​ຊ່ວຍ ຂ້າພະເຈົ້າ​ກໍ​ຈະ​ຂັບໄລ່​ພວກເຂົາ​ອອກ​ໄປ​ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້”.
13ແລ້ວ​ໂຢຊວຍ​ຈຶ່ງ​ອວຍພອນ​ກາເລັບ ລູກຊາຍ​ຂອງ​ເຢຟຸນເນ ແລະ ໄດ້​ມອບ​ເມືອງ​ເຮັບໂຣນ​ໃຫ້​ເປັນ​ກຳມະສິດ​ຂອງ​ລາວ.14ດັ່ງນັ້ນ ເຮັບໂຣນ​ຈຶ່ງ​ເປັນ​ຂອງ​ກາເລັບ ລູກ​ຊາຍ​ຂອງ​ເຢຟຸນເນ ເຊິ່ງ​ເປັນ​ຄົນ​ເກນີຊິດ ຕັ້ງ​ແຕ່​ນັ້ນ​ມາ, ເພາະ​ກາເລັບ​ໄດ້​ຕິດ​ຕາມ​ພຣະເຈົ້າ​ຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ຢ່າງ​ສຸດ​ໃຈ.15(ເຮັບໂຣນ​ເຄີຍ​ມີ​ຊື່​ວ່າ​ກີຣິອາດ​ອາກບາ ຕາມ​ຊື່​ຂອງ​ອາຣາບາ ຜູ້​ເປັນ​ວິລະບຸລຸດ​ຜູ້​ຍິ່ງໃຫຍ່​ທີ່ສຸດ​ຂອງ​ຊາວ​ອານາກິມ).
ແລ້ວ​ແຜ່ນດິນ​ນັ້ນ​ກໍ​ສະຫງົບ​ຈາກ​ສົງຄາມ.

Biblica, Inc.

https://app.library.bible/content/eab9312f9f16b3a2