ໂຢຮັນ3
ພຣະເຢຊູເຈົ້າສອນນີໂກເດມ
1ມີຟາຣີຊາຍຄົນໜຶ່ງຊື່ນີໂກເດມ, ເປັນສະມາຊິກສະພາການປົກຄອງຂອງຢິວ,2ລາວໄດ້ມາຫາພຣະເຢຊູເຈົ້າໃນເວລາກາງຄືນ ແລະ ເວົ້າວ່າ, “ຣັບບີ ພວກເຮົາຮູ້ຢູ່ວ່າທ່ານເປັນຄູສອນຜູ້ມາຈາກພຣະເຈົ້າ. ເພາະບໍ່ມີຜູ້ໃດສາມາດສະແດງໝາຍສຳຄັນທີ່ທ່ານເຮັດຢູ່ນັ້ນ ຖ້າພຣະເຈົ້າບໍ່ໄດ້ສະຖິດຢູ່ນໍາຜູ້ນັ້ນ”.3ພຣະເຢຊູເຈົ້າຕອບວ່າ, “ເຮົາບອກເຈົ້າຕາມຄວາມຈິງວ່າ, ບໍ່ມີຜູ້ໃດສາມາດເຫັນອານາຈັກຂອງພຣະເຈົ້າໄດ້ ຖ້າພວກເຂົາບໍ່ບັງເກີດໃໝ່ ”.4ນີໂກເດມຖາມວ່າ, “ຄົນຈະເກີດໃໝ່ໄດ້ຢ່າງໃດເມື່ອພວກເຂົາເຖົ້າແກ່ແລ້ວ? ແນ່ນອນ ພວກເຂົາບໍ່ສາມາດເຂົ້າໄປໃນທ້ອງແມ່ເປັນເທື່ອທີສອງເພື່ອເກີດອອກມາໃໝ່ໄດ້!”5ພຣະເຢຊູເຈົ້າຕອບວ່າ, “ເຮົາບອກເຈົ້າຕາມຄວາມຈິງວ່າ, ຖ້າຜູ້ໃດບໍ່ເກີດຈາກນ້ຳ ແລະ ຈາກພຣະວິນຍານ ຜູ້ນັ້ນຈະເຂົ້າໄປໃນອານາຈັກຂອງພຣະເຈົ້າບໍ່ໄດ້.6ຜູ້ທີ່ເກີດຈາກເນື້ອໜັງກໍເປັນເນື້ອໜັງ ແລະ ຜູ້ທີ່ເກີດຈາກພຣະວິນຍານ ກໍເປັນວິນຍານ.7ຢ່າປະຫລາດໃຈທີ່ເຮົາບອກເຈົ້າວ່າ, ເຈົ້າ ຈໍາເປັນຕ້ອງບັງເກີດໃໝ່.8ລົມຢາກພັດໄປທິດໃດມັນກໍພັດໄປທິດນັ້ນ, ເຈົ້າໄດ້ຍິນສຽງຂອງລົມ, ແຕ່ເຈົ້າບໍ່ຮູ້ວ່າລົມພັດມາຈາກໃສ ຫລື ພັດໄປທິດໃດ, ທຸກຄົນທີ່ເກີດຈາກພຣະວິນຍານກໍເປັນດັ່ງນີ້ແຫລະ”.9ນີໂກເດມຖາມວ່າ, “ສິ່ງນີ້ຈະເປັນໄປໄດ້ຢ່າງໃດ?”10ພຣະເຢຊູເຈົ້າຕອບວ່າ, “ເຈົ້າເປັນອາຈານຂອງຄົນອິດສະຣາເອນ ແລ້ວເຈົ້າຍັງບໍ່ເຂົ້າໃຈສິ່ງເຫລົ່ານີ້ບໍ?11ເຮົາບອກເຈົ້າຕາມຄວາມຈິງວ່າ, ພວກເຮົາເວົ້າໃນສິ່ງທີ່ພວກເຮົາຮູ້ ແລະ ພວກເຮົາເປັນພະຍານເຖິງສິ່ງທີ່ພວກເຮົາໄດ້ເຫັນ, ແຕ່ເຖິງປານນັ້ນ ພວກເຈົ້າກໍຍັງບໍ່ຍອມຮັບເອົາຄຳພະຍານຂອງພວກເຮົາ.12ເຮົາໄດ້ເວົ້າກັບເຈົ້າເຖິງສິ່ງໃນໂລກນີ້ ແລະ ເຈົ້າບໍ່ເຊື່ອ ແລ້ວຖ້າເຮົາເວົ້າເຖິງສິ່ງໃນສະຫວັນເຈົ້າຈະເຊື່ອໄດ້ຢ່າງໃດ?13ບໍ່ມີຜູ້ໃດເຄີຍຂຶ້ນໄປສະຫວັນເວັ້ນແຕ່ຜູ້ທີ່ມາຈາກສະຫວັນຄື ບຸດມະນຸດ. 14ໂມເຊຍົກງູຂຶ້ນໃນຖິ່ນແຫ້ງແລ້ງກັນດານຢ່າງໃດ, ບຸດມະນຸດກໍຕ້ອງຖືກຍົກຂຶ້ນ ຢ່າງນັ້ນ,15ເພື່ອວ່າທຸກຄົນທີ່ເຊື່ອໃນພຣະອົງຈະມີຊີວິດນິລັນດອນ”. 16ເພາະພຣະເຈົ້າຮັກໂລກຈົນໄດ້ມອບພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫລອດໄປເປັນນິດ.17ເພາະວ່າພຣະເຈົ້າບໍ່ໄດ້ໃຊ້ພຣະບຸດຂອງພຣະອົງເຂົ້າມາໃນໂລກເພື່ອຕັດສິນລົງໂທດໂລກ ແຕ່ເພື່ອຊ່ວຍໂລກໃຫ້ລອດພົ້ນໂດຍທາງພຣະບຸດນັ້ນ.18ຜູ້ໃດທີ່ເຊື່ອໃນພຣະອົງກໍບໍ່ຖືກພິພາກສາ ແຕ່ຜູ້ໃດທີ່ບໍ່ເຊື່ອກໍຖືກພິພາກສາຢູ່ແລ້ວ ເພາະພວກເຂົາບໍ່ເຊື່ອໃນນາມຂອງພຣະບຸດອົງດຽວຂອງພຣະເຈົ້າ.19ຄຳຕັດສິນເປັນດັ່ງນີ້ຄື ຄວາມສະຫວ່າງໄດ້ເຂົ້າມາໃນໂລກ, ແຕ່ມະນຸດຮັກຄວາມມືດແທນທີ່ຈະຮັກຄວາມສະຫວ່າງ ເພາະການກະທຳຂອງພວກເຂົາຊົ່ວຮ້າຍ.20ທຸກຄົນທີ່ເຮັດຊົ່ວກໍກຽດຊັງຄວາມສະຫວ່າງ ແລະ ຈະບໍ່ເຂົ້າມາໃນຄວາມສະຫວ່າງເພາະຢ້ານວ່າການກະທຳຂອງຕົນຈະຖືກເປີດເຜີຍ.21ແຕ່ຜູ້ໃດກໍຕາມທີ່ມີຊີວິດຢູ່ໂດຍຄວາມຈິງ ກໍຈະມາສູ່ຄວາມສະຫວ່າງ ເພື່ອໃຫ້ເຫັນຈະແຈ້ງວ່າສິ່ງທີ່ພວກເຂົາເຮັດນັ້ນ ໄດ້ເຮັດໄປໂດຍເພິ່ງພາພຣະເຈົ້າ.ໂຢຮັນຜູ້ໃຫ້ບັບຕິສະມາເປັນພະຍານເລື່ອງພຣະເຢຊູເຈົ້າອີກ
22ຫລັງຈາກນັ້ນ ພຣະເຢຊູເຈົ້າ ແລະ ພວກສາວົກຂອງພຣະອົງກໍໄດ້ອອກໄປຍັງເຂດຊົນນະບົດຂອງແຂວງຢູດາຍ, ຢູ່ທີ່ນັ້ນພຣະອົງໃຊ້ເວລາຢູ່ກັບພວກເຂົາ ແລະ ໃຫ້ບັບຕິສະມາ.23ໂຢຮັນກໍກຳລັງໃຫ້ບັບຕິສະມາຢູ່ເໝືອນກັນທີ່ບ້ານໄອນົນໃກ້ບ້ານຊາລິມ, ເພາະທີ່ນັ້ນມີນ້ຳຫລາຍ ແລະ ປະຊາຊົນໄດ້ພາກັນມາຫາໂຢຮັນ ແລະ ຮັບບັບຕິສະມາ.24(ນີ້ແມ່ນກ່ອນໂຢຮັນຖືກຂັງຄຸກ.)25ເກີດການໂຕ້ຖຽງກັນຂຶ້ນລະຫວ່າງລູກສິດບາງຄົນຂອງໂຢຮັນກັບຊາວຢິວຄົນໜຶ່ງ ກ່ຽວກັບເລື່ອງພິທີຊຳລະ.26ພວກເຂົາຈຶ່ງມາຫາໂຢຮັນ ແລະ ເວົ້າກັບເພິ່ນວ່າ, “ອາຈານເອີຍ, ເບິ່ງແມ ຊາຍຄົນນັ້ນເຄີຍຢູ່ກັບທ່ານທີ່ອີກຟາກໜຶ່ງຂອງແມ່ນ້ຳຈໍແດນ ຄືຜູ້ທີ່ທ່ານເປັນພະຍານເຖິງນັ້ນ, ເພິ່ນກຳລັງໃຫ້ບັບຕິສະມາຢູ່ ແລະ ທຸກຄົນກໍກຳລັງໄປຫາເພິ່ນ”.27ໂຢຮັນຕອບວ່າ, “ມະນຸດສາມາດຮັບພຽງແຕ່ສິ່ງທີ່ມອບໃຫ້ພວກເຂົາຈາກສະຫວັນເທົ່ານັ້ນ.28ພວກເຈົ້າເອງກໍເປັນພະຍານໄດ້ເຖິງຄຳເວົ້າຂອງເຮົາທີ່ວ່າ, ‘ເຮົາບໍ່ແມ່ນພຣະເມຊີອາ ແຕ່ເປັນຜູ້ທີ່ຖືກໃຊ້ມາກ່ອນໜ້າພຣະອົງ’.29ເຈົ້າສາວກໍເປັນຂອງເຈົ້າບ່າວ. ເພື່ອນຂອງເຈົ້າບ່າວກໍຄອຍຖ້າຟັງເຈົ້າບ່າວຢູ່ ແລະ ເຕັມໄປດ້ວຍຄວາມຊື່ນຊົມຍິນດີເມື່ອໄດ້ຍິນສຽງຂອງເຈົ້າບ່າວ. ເຮົາກໍມີຄວາມຊື່ນຊົມຍິນດີຢ່າງນັ້ນ ແລະ ບັດນີ້ຄວາມຊື່ນຊົມຍິນດີນັ້ນກໍຄົບຖ້ວນແລ້ວ.30ພຣະອົງຈະຕ້ອງໃຫຍ່ຂຶ້ນ ແຕ່ເຮົາຈະຕ້ອງນ້ອຍລົງ”.31ຜູ້ທີ່ມາຈາກເບື້ອງເທິງນັ້ນກໍຢູ່ເໜືອກວ່າທຸກສິ່ງ, ຜູ້ທີ່ມາຈາກໂລກກໍເປັນຂອງໂລກ ແລະ ເວົ້າຢ່າງຄົນທີ່ມາຈາກໂລກ. ພຣະອົງຜູ້ທີ່ມາຈາກສະຫວັນກໍຢູ່ເໜືອທຸກສິ່ງ.32ພຣະອົງເປັນພະຍານເຖິງສິ່ງທີ່ພຣະອົງໄດ້ເຫັນ ແລະ ໄດ້ຍິນ, ແຕ່ບໍ່ມີຜູ້ໃດຍອມຮັບຄຳພະຍານຂອງພຣະອົງ.33ແຕ່ຜູ້ທີ່ຍອມຮັບຄຳພະຍານນັ້ນກໍຢືນຢັນວ່າພຣະເຈົ້າເປັນຈິງ.34ເພາະຜູ້ທີ່ພຣະເຈົ້າໃຊ້ມາກໍຈະກ່າວພຣະຄຳຂອງພຣະເຈົ້າ, ເພາະວ່າພຣະເຈົ້າ ມອບພຣະວິນຍານໃຫ້ໂດຍບໍ່ຈຳກັດ.35ພຣະບິດາຮັກພຣະບຸດ ແລະ ມອບທຸກສິ່ງໄວ້ໃນມືຂອງພຣະບຸດ.36ຜູ້ໃດທີ່ເຊື່ອໃນພຣະບຸດກໍມີຊີວິດນິລັນດອນ, ແຕ່ຜູ້ໃດທີ່ບໍ່ຍອມຮັບພຣະບຸດກໍຈະບໍ່ໄດ້ຊີວິດນິລັນດອນ, ເພາະຄວາມໂກດຮ້າຍຂອງພຣະເຈົ້າຍັງຢູ່ກັບພວກເຂົາ.Biblica, Inc.