ໂຢຮັນ13
ພຣະເຢຊູເຈົ້າລ້າງຕີນໃຫ້ພວກສາວົກຂອງພຣະອົງ
1ເມື່ອໃກ້ຈະເຖິງເທດສະການປັດສະຄາແລ້ວ, ພຣະເຢຊູເຈົ້າຮູ້ວ່າເຖິງເວລາແລ້ວທີ່ພຣະອົງຈະຈາກໂລກນີ້ໄປຫາພຣະບິດາເຈົ້າ. ພຣະອົງຮັກຄົນຂອງພຣະອົງຜູ້ທີ່ຢູ່ໃນໂລກນີ້, ພຣະອົງໄດ້ຮັກພວກເຂົາຈົນເຖິງທີ່ສຸດ. 2ເມື່ອພຣະອົງກຳລັງຮັບປະທານອາຫານຄ່ຳຢູ່ ແລະ ມານຮ້າຍກໍໄດ້ເຂົ້າສິງໃນໃຈຂອງຢູດາລູກຂອງຊີໂມນ ອິດສະກາຣີອົດໃຫ້ມີຄວາມຄິດທໍລະຍົດຕໍ່ພຣະເຢຊູເຈົ້າ.3ພຣະເຢຊູເຈົ້າຮູ້ວ່າພຣະບິດາເຈົ້າໄດ້ມອບທຸກສິ່ງໄວ້ໃຕ້ອຳນາດຂອງພຣະອົງ ແລະ ຮູ້ວ່າພຣະອົງມາຈາກພຣະເຈົ້າ ແລະ ກຳລັງກັບເມືອຫາພຣະເຈົ້າ.4ດັ່ງນັ້ນ ພຣະອົງຈຶ່ງລຸກຂຶ້ນຈາກໂຕະອາຫານ ແກ້ເສື້ອຄຸມຂອງພຣະອົງອອກ ແລະ ເອົາຜ້າເຊັດໂຕມັດແອວຂອງພຣະອົງ.5ຫລັງຈາກນັ້ນ ກໍຖອກນ້ຳໃສ່ອ່າງນໍ້າ ແລະ ເລີ່ມຕົ້ນລ້າງຕີນໃຫ້ພວກສາວົກຂອງພຣະອົງ ແລະ ເຊັດດ້ວຍຜ້າເຊັດໂຕທີ່ພຣະອົງມັດແອວໄວ້ນັ້ນ.6ເມື່ອພຣະອົງມາຮອດຊີໂມນເປໂຕ ເພິ່ນຈຶ່ງເວົ້າຕໍ່ພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ພຣະອົງຈະລ້າງຕີນຂອງຂ້ານ້ອຍບໍ?”7ພຣະເຢຊູເຈົ້າຕອບວ່າ, “ສິ່ງທີ່ເຮົາກຳລັງເຮັດຢູ່ໃນເວລານີ້ເຈົ້າບໍ່ເຂົ້າໃຈ ແຕ່ເຈົ້າຈະເຂົ້າໃຈຕາມພາຍຫລັງ”.8ເປໂຕຕອບວ່າ, “ບໍ່, ພຣະອົງຈະລ້າງຕີນຂອງຂ້ານ້ອຍບໍ່ໄດ້”.ພຣະເຢຊູເຈົ້າກ່າວວ່າ, “ຖ້າເຮົາບໍ່ລ້າງຕີນໃຫ້ເຈົ້າ ເຈົ້າຈະບໍ່ມີສ່ວນໃນເຮົາ”.9ຊີໂມນເປໂຕຕອບວ່າ, “ອົງພຣະຜູ້ເປັນເຈົ້າເອີຍ ຖ້າເປັນຢ່າງນັ້ນບໍ່ພຽງແຕ່ຕີນຂອງຂ້ານ້ອຍ ແຕ່ລ້າງທັງມື ແລະ ຫົວຂອງຂ້ານ້ອຍນຳດ້ວຍ!”10ພຣະເຢຊູເຈົ້າຈຶ່ງຕອບວ່າ, “ຜູ້ທີ່ອາບນ້ຳແລ້ວລ້າງແຕ່ຕີນກໍພໍ ເພາະທົ່ວທັງຮ່າງກາຍກໍສະອາດຢູ່ແລ້ວ. ພວກເຈົ້າທັງຫລາຍກໍສະອາດ ເຖິງວ່າຈະບໍ່ແມ່ນໝົດທຸກຄົນ”.11ເພາະພຣະອົງຮູ້ແລ້ວວ່າແມ່ນຜູ້ໃດຈະທໍລະຍົດຕໍ່ພຣະອົງ, ດ້ວຍເຫດນີ້ພຣະອົງຈຶ່ງກ່າວວ່າບໍ່ແມ່ນໝົດທຸກຄົນທີ່ສະອາດ.12ເມື່ອພຣະອົງລ້າງຕີນພວກເພິ່ນແລ້ວ, ພຣະອົງກໍນຸ່ງເສື້ອຄືນແລ້ວກັບໄປທີ່ບ່ອນຂອງພຣະອົງ ແລະ ຖາມພວກເພິ່ນວ່າ, “ພວກເຈົ້າເຂົ້າໃຈເຖິງສິ່ງທີ່ເຮົາໄດ້ເຮັດໃຫ້ພວກເຈົ້າແລ້ວບໍ?13ພວກເຈົ້າເອີ້ນເຮົາວ່າ ‘ອາຈານ’ ແລະ ‘ອົງພຣະຜູ້ເປັນເຈົ້າ’ ເຊິ່ງຖືກຕ້ອງແລ້ວ, ເພາະນັ້ນຄືສິ່ງທີ່ເຮົາເປັນ.14ດັ່ງນັ້ນ ຖ້າເຮົາຜູ້ເປັນອົງພຣະຜູ້ເປັນເຈົ້າ ແລະ ເປັນອາຈານຂອງພວກເຈົ້າຍັງໄດ້ລ້າງຕີນໃຫ້ພວກເຈົ້າສັນໃດ, ພວກເຈົ້າກໍຄວນລ້າງຕີນໃຫ້ກັນແລະກັນສັນນັ້ນ.15ເຮົາໄດ້ວາງແບບຢ່າງໄວ້ເພື່ອພວກເຈົ້າຈະໄດ້ເຮັດເໝືອນທີ່ເຮົາໄດ້ເຮັດເພື່ອພວກເຈົ້າແລ້ວ.16ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຄົນຮັບໃຊ້ບໍ່ຫ່ອນໃຫຍ່ກວ່ານາຍຂອງຕົນ ແລະ ຜູ້ທີ່ຖືກໃຊ້ໄປກໍບໍ່ຫ່ອນໃຫຍ່ກວ່າຜູ້ທີ່ໃຊ້ຕົນໄປນັ້ນ.17ເມື່ອພວກເຈົ້າຮູ້ສິ່ງເຫລົ່ານີ້ແລ້ວ ຖ້າພວກເຈົ້າປະຕິບັດຕາມພວກເຈົ້າກໍຈະເປັນສຸກ.
ພຣະເຢຊູເຈົ້າທຳນວາຍເຖິງການທໍລະຍົດຕໍ່ພຣະອົງ
18“ເຮົາບໍ່ໄດ້ໝາຍເຖິງທຸກຄົນໃນພວກເຈົ້າ, ເຮົາຮູ້ຈັກບັນດາຜູ້ທີ່ເຮົາໄດ້ເລືອກໄວ້ນັ້ນ ແຕ່ເພື່ອໃຫ້ເປັນໄປຕາມພຣະຄຳພີທີ່ກ່າວໄວ້ວ່າ: ‘ຜູ້ທີ່ຮັບປະທານອາຫານຮ່ວມກັບເຮົາ ຍັງໄດ້ຫັນມາ ຕໍ່ສູ້ເຮົາ’. 19“ບັດນີ້ ເຮົາກຳລັງບອກພວກເຈົ້າກ່ອນເຫດການນີ້ຈະເກີດຂຶ້ນ, ເພື່ອວ່າເມື່ອສິ່ງນີ້ເກີດຂຶ້ນແລ້ວພວກເຈົ້າຈະໄດ້ເຊື່ອວ່າເຮົາເປັນຜູ້ທີ່ເຮົາເປັນ.20ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດກໍຕາມທີ່ຕ້ອນຮັບຜູ້ທີ່ເຮົາໃຊ້ໄປກໍຕ້ອນຮັບເຮົາເໝືອນກັນ ແລະ ຜູ້ທີ່ຕ້ອນຮັບເຮົາກໍຕ້ອນຮັບພຣະອົງຜູ້ທີ່ໃຊ້ເຮົາມາ”.21ເມື່ອພຣະເຢຊູເຈົ້າກ່າວດັ່ງນີ້ແລ້ວ ພຣະອົງກໍເປັນທຸກໃຈ ແລະ ກ່າວຢືນຢັນວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໜຶ່ງໃນພວກເຈົ້າຈະທໍລະຍົດຕໍ່ເຮົາ”.22ພວກສາວົກແນມເບິ່ງໜ້າກັນ ບໍ່ຮູ້ວ່າພຣະອົງໝາຍເຖິງຄົນໃດໃນພວກເພິ່ນ.23ມີຜູ້ໜຶ່ງໃນພວກສາວົກທີ່ພຣະເຢຊູເຈົ້າຮັກກຳລັງນັ່ງເອນໂຕໃກ້ກັບພຣະອົງ.24ຊີໂມນເປໂຕຍິກໜ້າບອກສາວົກຜູ້ນີ້ ແລະ ເວົ້າວ່າ, “ຈົ່ງຖາມພຣະອົງວ່າພຣະອົງໝາຍເຖິງຄົນໃດ”.25ຂະນະທີ່ເນີ້ງໂຕອີງພຣະເຢຊູເຈົ້າຢູ່ນັ້ນ ເພິ່ນຈຶ່ງຖາມພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຄົນນັ້ນແມ່ນຜູ້ໃດ?”26ພຣະເຢຊູເຈົ້າຕອບວ່າ, “ເຮົາຈະເອົາເຂົ້າຈີ່ປ່ຽງນີ້ຈ້ຳແລ້ວຍື່ນໃຫ້ຜູ້ໃດກໍແມ່ນຜູ້ນັ້ນແຫລະ”. ແລ້ວພຣະອົງກໍຈັບເຂົ້າຈີ່ປ່ຽງໜຶ່ງຈ້ຳ ແລະ ຍື່ນໃຫ້ແກ່ຢູດາລູກຂອງຊີໂມນ ອິດສະກາຣີອົດ.27ທັນທີທີ່ຢູດາຮັບເອົາເຂົ້າຈີ່ນັ້ນ ມານຊາຕານກໍເຂົ້າສິງຢູ່ໃນລາວ.ພຣະເຢຊູເຈົ້າບອກລາວວ່າ, “ສິ່ງທີ່ເຈົ້າກຳລັງຈະເຮັດ ກໍຈົ່ງຟ້າວເຮັດສາ”.28ແຕ່ບໍ່ມີຜູ້ໃດຈັກຄົນທີ່ນັ່ງຮ່ວມໂຕະອາຫານເຂົ້າໃຈວ່າເປັນຫຍັງພຣະເຢຊູເຈົ້າຈຶ່ງກ່າວກັບລາວຢ່າງນີ້.29ເນື່ອງຈາກວ່າ ຢູດາເປັນຄົນຖືເງິນ ບາງຄົນຈຶ່ງຄິດວ່າພຣະເຢຊູເຈົ້າບອກໃຫ້ລາວໄປຊື້ສິ່ງຂອງຈຳເປັນສຳລັບງານສະຫລອງເທດສະການ ຫລື ໃຫ້ລາວເອົາເຄື່ອງຂອງໄປໃຫ້ແກ່ຄົນຍາກຈົນ.30ເມື່ອຢູດາຮັບເຂົ້າຈີ່ປ່ຽງນັ້ນແລ້ວ, ລາວກໍອອກໄປທັນທີ. ຂະນະນັ້ນເປັນເວລາກາງຄືນ.
ພຣະເຢຊູເຈົ້າທຳນວາຍວ່າເປໂຕຈະປະຕິເສດພຣະອົງ
31ເມື່ອຢູດາອອກໄປແລ້ວ ພຣະເຢຊູເຈົ້າກ່າວວ່າ, “ບັດນີ້ ບຸດມະນຸດໄດ້ຮັບກຽດຕິຍົດແລ້ວ ແລະ ພຣະເຈົ້າກໍໄດ້ຮັບກຽດເພາະບຸດມະນຸດ.32ຖ້າພຣະເຈົ້າໄດ້ຮັບກຽດເພາະບຸດມະນຸດ, ພຣະເຈົ້າເອງກໍຈະໃຫ້ບຸດມະນຸດໄດ້ຮັບກຽດຕິຍົດຮ່ວມກັນກັບພຣະອົງ ແລະ ຈະໃຫ້ບຸດມະນຸດໄດ້ຮັບກຽດຕິຍົດໃນທັນທີ.33“ລູກນ້ອຍທັງຫລາຍຂອງເຮົາເອີຍ, ເຮົາຈະຢູ່ກັບພວກເຈົ້າອີກບໍ່ດົນ. ພວກເຈົ້າຈະຊອກຫາເຮົາ, ແລະ ດັ່ງທີ່ເຮົາໄດ້ບອກພວກຢິວໄວ້ແລ້ວ, ດັ່ງນັ້ນເຮົາຈຶ່ງບອກພວກເຈົ້າໃນເວລານີ້ວ່າ: ບ່ອນທີ່ເຮົາຈະໄປນັ້ນ, ພວກເຈົ້າບໍ່ສາມາດໄປໄດ້.34“ເຮົາໃຫ້ບັນຍັດໃໝ່ແກ່ພວກເຈົ້າທັງຫລາຍຄື: ຈົ່ງຮັກເຊິ່ງກັນແລະກັນ. ເຮົາຮັກພວກເຈົ້າຢ່າງໃດ ພວກເຈົ້າກໍ່ຈົ່ງຮັກເຊິ່ງກັນແລະກັນຢ່າງນັ້ນ.35ຖ້າພວກເຈົ້າຮັກເຊິ່ງກັນແລະກັນ ທຸກຄົນກໍຈະຮູ້ວ່າພວກເຈົ້າເປັນສາວົກຂອງເຮົາ”.36ຊີໂມນເປໂຕຖາມພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ພຣະອົງກຳລັງຈະໄປໃສ?”ພຣະເຢຊູເຈົ້າຕອບວ່າ, “ບ່ອນທີ່ເຮົາກຳລັງຈະໄປໃນເວລານີ້ນັ້ນ ເຈົ້າຕາມໄປບໍ່ໄດ້ ແຕ່ພາຍຫລັງເຈົ້າຈະຕາມໄປ”.37ເປໂຕຖາມວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ເປັນຫຍັງຂ້ານ້ອຍຈຶ່ງຕາມພຣະອົງໄປໃນເວລານີ້ບໍ່ໄດ້? ຂ້ານ້ອຍຍອມສະຫລະຊີວິດເພື່ອພຣະອົງ”.38ພຣະເຢຊູເຈົ້າຈຶ່ງຕອບວ່າ, “ເຈົ້າຈະສະຫລະຊີວິດຂອງເຈົ້າເພື່ອເຮົາແທ້ບໍ? ເຮົາບອກເຈົ້າຕາມຄວາມຈິງວ່າ, ກ່ອນໄກ່ຂັນເຈົ້າຈະປະຕິເສດເຮົາເຖິງສາມເທື່ອ!
Biblica, Inc.