ໂຢຮັນ1
ພຣະທຳມາບັງເກີດເປັນມະນຸດ
1ເມື່ອຕົ້ນເດີມນັ້ນພຣະທຳດຳລົງຢູ່ ແລະ ພຣະທຳຢູ່ກັບພຣະເຈົ້າ, ແລະ ພຣະທຳເປັນພຣະເຈົ້າ.2ພຣະອົງຢູ່ກັບພຣະເຈົ້າຕັ້ງແຕ່ຕົ້ນເດີມ.3ທຸກສິ່ງຖືກສ້າງຂຶ້ນໂດຍທາງພຣະອົງ, ໃນບັນດາສິ່ງທີ່ຖືກສ້າງຂຶ້ນມານັ້ນ, ບໍ່ມີຈັກສິ່ງທີ່ບໍ່ໄດ້ຖືກສ້າງຂຶ້ນໂດຍທາງພຣະອົງ.4ໃນພຣະອົງຄືຊີວິດ ແລະ ຊີວິດນັ້ນເປັນຄວາມສະຫວ່າງຂອງມະນຸດ.5ຄວາມສະຫວ່າງສ່ອງເຂົ້າມາໃນຄວາມມືດ ແລະ ຄວາມມືດນັ້ນກໍບໍ່ໄດ້ຊະນະ ຄວາມສະຫວ່າງ.6ພຣະເຈົ້າໄດ້ໃຊ້ຜູ້ໜຶ່ງມາຊື່ວ່າໂຢຮັນ.7ເພິ່ນໄດ້ມາໃນຖານະເປັນພະຍານເພື່ອຢືນຢັນກ່ຽວກັບຄວາມສະຫວ່າງນັ້ນ, ເພື່ອວ່າຄົນທັງປວງຈະໄດ້ເຊື່ອຜ່ານທາງເພິ່ນ.8ເພິ່ນເອງບໍ່ແມ່ນຄວາມສະຫວ່າງນັ້ນ, ເພິ່ນໄດ້ມາພຽງແຕ່ເປັນພະຍານຂອງຄວາມສະຫວ່າງນັ້ນ.9ເປັນຄວາມສະຫວ່າງແທ້ທີ່ໃຫ້ຄວາມສະຫວ່າງແກ່ມະນຸດທຸກຄົນທີ່ກຳລັງເຂົ້າມາໃນໂລກ.10ພຣະອົງຢູ່ໃນໂລກ ແລະ ເຖິງແມ່ນວ່າໂລກຖືກສ້າງຂຶ້ນໂດຍທາງພຣະອົງ, ແຕ່ໂລກກໍບໍ່ໄດ້ຮູ້ຈັກພຣະອົງ.11ພຣະອົງໄດ້ເຂົ້າມາໃນບ່ອນຂອງພຣະອົງ, ແຕ່ຄົນຂອງພຣະອົງເອງບໍ່ຕ້ອນຮັບພຣະອົງ.12ແຕ່ສ່ວນບັນດາຜູ້ທີ່ຕ້ອນຮັບພຣະອົງ ຄືຜູ້ທີ່ເຊື່ອໃນນາມຂອງພຣະອົງ, ພຣະອົງກໍໃຫ້ສິດເປັນບຸດຂອງພຣະເຈົ້າ13ຄືເປັນລູກທີ່ບໍ່ໄດ້ເກີດຈາກການສືບເຊື້ອສາຍຕາມທຳມະຊາດ ຫລື ຄວາມຕ້ອງການຂອງມະນຸດ ຫລື ຈາກຄວາມຕ້ອງການຂອງຜົວ, ແຕ່ເກີດຈາກພຣະເຈົ້າ.14ພຣະທຳໄດ້ມາບັງເກີດເປັນມະນຸດ ແລະ ສະຖິດຢູ່ທ່າມກາງພວກເຮົາທັງຫລາຍ. ພວກເຮົາໄດ້ເຫັນສະຫງ່າລາສີຂອງພຣະອົງ ຄືສະຫງ່າລາສີຂອງພຣະບຸດອົງດຽວ, ຜູ້ທີ່ມາຈາກພຣະບິດາເຈົ້າ, ພຣະອົງຜູ້ເຕັມດ້ວຍພຣະຄຸນ ແລະ ຄວາມຈິງ.15(ໂຢຮັນໄດ້ເປັນພະຍານກ່ຽວກັບພຣະອົງ ເພິ່ນໄດ້ຮ້ອງປະກາດວ່າ, “ຜູ້ນີ້ຄືຜູ້ທີ່ເຮົາໄດ້ເວົ້າເຖິງເມື່ອເຮົາກ່າວວ່າ, ‘ພຣະອົງຜູ້ທີ່ມາພາຍຫລັງເຮົາກໍຍິ່ງໃຫຍ່ກວ່າເຮົາ ເພາະພຣະອົງເປັນຢູ່ກ່ອນເຮົາ’ ”.)16ພວກເຮົາທຸກຄົນໄດ້ຮັບພຣະຄຸນຊ້ອນພຣະຄຸນຈາກຄວາມບໍລິບູນຂອງພຣະອົງແລ້ວ.17ເພາະກົດບັນຍັດໄດ້ຖືກມອບໃຫ້ຜ່ານທາງໂມເຊ, ສ່ວນພຣະຄຸນ ແລະ ຄວາມຈິງນັ້ນໄດ້ມາໂດຍທາງພຣະເຢຊູຄຣິດເຈົ້າ.18ບໍ່ມີຜູ້ໃດໄດ້ເຫັນພຣະເຈົ້າຈັກເທື່ອ, ແຕ່ພຣະບຸດອົງດຽວເທົ່ານັ້ນທີ່ເປັນພຣະເຈົ້າ ແລະ ເປັນຜູ້ທີ່ມີຄວາມສຳພັນໃກ້ຊິດທີ່ສຸດກັບພຣະບິດາເຈົ້າ ໄດ້ເປີດເຜີຍພຣະເຈົ້າພວກເຮົາຮູ້ຈັກ.ໂຢຮັນບັບຕິດສະໂຕປະຕິເສດວ່າຕົນເອງບໍ່ແມ່ນພຣະຄຣິດເຈົ້າ
19ນີ້ແມ່ນຄຳພະຍານຂອງໂຢຮັນ ເມື່ອພວກເຈົ້າໜ້າທີ່ຊາວຢິວທີ່ຢູ່ໃນນະຄອນເຢຣູຊາເລັມໄດ້ໃຊ້ບັນດາປະໂລຫິດ ແລະ ພວກເລວີມາຖາມເພິ່ນວ່າທ່ານແມ່ນຜູ້ໃດ.20ເພິ່ນກໍບໍ່ໄດ້ປະຕິເສດ ແຕ່ເພິ່ນຍອມຮັບຢ່າງເປີດເຜີຍວ່າ, “ເຮົາບໍ່ແມ່ນພຣະຄຣິດ ”.21ພວກເຂົາຈຶ່ງຖາມເພິ່ນວ່າ, “ຖ້າດັ່ງນັ້ນ ທ່ານແມ່ນຜູ້ໃດ? ທ່ານແມ່ນເອລີຢາບໍ?”ເພິ່ນຕອບວ່າ, “ເຮົາບໍ່ແມ່ນ”.
ພວກເຂົາຖາມວ່າ, “ທ່ານແມ່ນຜູ້ທຳນວາຍບໍ?”
ເພິ່ນຕອບວ່າ, “ບໍ່ແມ່ນ”.22ໃນທີ່ສຸດພວກເຂົາຈຶ່ງກ່າວວ່າ, “ທ່ານແມ່ນຜູ້ໃດ? ຈົ່ງຕອບພວກເຮົາມາ ເພື່ອພວກເຮົາຈະໄດ້ນໍາເອົາຄຳຕອບໄປບອກບັນດາຜູ້ທີ່ໃຊ້ພວກເຮົາມາ, ທ່ານອ້າງໂຕທ່ານເອງວ່າເປັນຜູ້ໃດ?”23ໂຢຮັນຈຶ່ງຕອບຕາມທີ່ເອຊາຢາຜູ້ທຳນວາຍໄດ້ກ່າວໄວ້ວ່າ, “ເຮົາເປັນສຽງຂອງຜູ້ຮ້ອງໃນຖິ່ນແຫ້ງແລ້ງກັນດານວ່າ, ‘ຈົ່ງເຮັດຫົນທາງສຳລັບອົງພຣະຜູ້ເປັນເຈົ້າໃຫ້ຊື່ໄປ’ ”. 24ພວກຟາຣີຊາຍບາງຄົນທີ່ຖືກໃຊ້ມານັ້ນ25ຈຶ່ງຖາມເພິ່ນວ່າ, “ຖ້າທ່ານບໍ່ແມ່ນພຣະຄຣິດເຈົ້າ ບໍ່ແມ່ນເອລີຢາ ຫລື ຜູ້ທຳນວາຍນັ້ນ ເປັນຫຍັງທ່ານຈຶ່ງໃຫ້ຮັບບັບຕິສະມາ?”26ໂຢຮັນຕອບວ່າ, “ເຮົາໃຫ້ບັບຕິສະມາດ້ວຍ ນ້ຳ ແຕ່ມີຜູ້ໜຶ່ງທີ່ຢືນຢູ່ໃນທ່າມກາງພວກທ່ານທີ່ພວກທ່ານບໍ່ຮູ້ຈັກ.27ພຣະອົງເປັນຜູ້ທີ່ຈະມາພາຍຫລັງເຮົາ, ເຮົາບໍ່ສົມຄວນແມ່ນແຕ່ຈະແກ້ສາຍຮັດເກີບຂອງເພິ່ນ”.28ເຫດການທັງໝົດນີ້ເກີດຂຶ້ນທີ່ບ້ານເບັດທານີ ເຊິ່ງຢູ່ອີກຟາກໜຶ່ງຂອງແມ່ນ້ຳຈໍແດນ ບ່ອນທີ່ໂຢຮັນກຳລັງໃຫ້ຮັບບັບຕິສະມາ.
ໂຢຮັນເປັນພະຍານເລື່ອງພຣະເຢຊູເຈົ້າ
29ໃນວັນຕໍ່ມາໂຢຮັນໄດ້ເຫັນພຣະເຢຊູເຈົ້າກຳລັງມາຫາຕົນ ແລະ ຈຶ່ງກ່າວວ່າ, “ເບິ່ງແມ! ລູກແກະຂອງພຣະເຈົ້າ ຜູ້ຮັບເອົາບາບຂອງໂລກໄປ!30ນີ້ແຫລະຄືຜູ້ທີ່ເຮົາໝາຍເຖິງເມື່ອເຮົາກ່າວວ່າ, ‘ພຣະອົງຜູ້ທີ່ມາພາຍຫລັງເຮົາກໍຍິ່ງໃຫຍ່ກວ່າເຮົາ ເພາະພຣະອົງເປັນຢູ່ກ່ອນເຮົາ’.31ເຮົາເອງກໍບໍ່ຮູ້ຈັກພຣະອົງ ແຕ່ເຫດຜົນທີ່ເຮົາມາໃຫ້ບັບຕິສະມາດ້ວຍນ້ຳກໍເພື່ອໃຫ້ພຣະອົງເປັນທີ່ປາກົດແຈ້ງແກ່ປະຊາຊົນອິດສະຣາເອນ”.32ແລ້ວໂຢຮັນກໍເປັນພະຍານດັ່ງນີ້ວ່າ: “ເຮົາໄດ້ເຫັນພຣະວິນຍານບໍລິສຸດເຈົ້າເໝືອນດັ່ງນົກເຂົາລົງມາຈາກສະຫວັນ ແລະ ມາຢູ່ເທິງພຣະອົງ.33ແລະ ເຮົາເອງກໍບໍ່ຮູ້ວ່າພຣະອົງເປັນຜູ້ໃດ, ແຕ່ຜູ້ທີ່ໃຊ້ເຮົາມາໃຫ້ບັບຕິສະມາດ້ວຍນ້ຳໄດ້ກ່າວກັບເຮົາໄວ້ວ່າ, ‘ເຈົ້າເຫັນພຣະວິນຍານລົງມາສະຖິດຢູ່ເທິງຜູ້ໃດ ຜູ້ນັ້ນແຫລະເປັນຜູ້ທີ່ຈະໃຫ້ບັບຕິສະມາດ້ວຍພຣະວິນຍານບໍລິສຸດເຈົ້າ’.34ເຮົາໄດ້ເຫັນແລ້ວ ແລະ ເຮົາເປັນພະຍານໄດ້ວ່າ ນີ້ຄືຜູ້ທີ່ພຣະເຈົ້າເລືອກໄວ້”.ພວກລູກສິດຂອງໂຢຮັນຕິດຕາມພຣະເຢຊູເຈົ້າ
35ວັນຕໍ່ມາ ໂຢຮັນກັບລູກສິດສອງຄົນກໍຢູ່ບ່ອນນັ້ນອີກ.36ເມື່ອເພິ່ນເຫັນພຣະເຢຊູເຈົ້າກຳລັງຜ່ານໄປ ເພິ່ນຈຶ່ງກ່າວວ່າ, “ຈົ່ງເບິ່ງລູກແກະຂອງພຣະເຈົ້າ!”37ເມື່ອລູກສິດທັງສອງໄດ້ຍິນເພິ່ນກ່າວຢ່າງນັ້ນ ຈຶ່ງຕິດຕາມພຣະເຢຊູເຈົ້າໄປ.38ພຣະເຢຊູເຈົ້າຫລຽວຄືນຫລັງເຫັນພວກເພິ່ນຕິດຕາມມາ ຈຶ່ງຖາມວ່າ, “ພວກທ່ານຕ້ອງການຫຍັງບໍ?”ພວກເພິ່ນຕອບວ່າ, “ຣັບບີ (ເຊິ່ງແປວ່າອາຈານ) ທ່ານພັກຢູ່ທີ່ໃດ?”39ພຣະອົງຕອບວ່າ, “ເຊີນມາ ແລ້ວພວກທ່ານຈະເຫັນ”.
ພວກເພິ່ນຈຶ່ງໄປ ແລະ ໄດ້ເຫັນບ່ອນທີ່ພຣະອົງພັກຢູ່ ແລະ ພວກເພິ່ນກໍຢູ່ກັບພຣະອົງໃນວັນນັ້ນ ເຊິ່ງເປັນເວລາປະມານບ່າຍສີ່ໂມງ.40ອັນເດອານ້ອງຊາຍຂອງຊີໂມນເປໂຕ ເປັນຜູ້ໜຶ່ງໃນສອງຄົນທີ່ໄດ້ຍິນໂຢຮັນກ່າວ ແລະ ໄດ້ຕິດຕາມພຣະເຢຊູເຈົ້າໄປ.41ສິ່ງທຳອິດທີ່ອັນເດອາເຮັດກໍຄືໄປຫາຊີໂມນຜູ້ເປັນອ້າຍ ແລະ ບອກເພິ່ນວ່າ, “ພວກເຮົາໄດ້ພົບພຣະເມຊີອາແລ້ວ” (ຄື ພຣະຄຣິດເຈົ້າ)42ແລະ ກໍພາລາວມາຫາພຣະເຢຊູເຈົ້າ.
ພຣະເຢຊູເຈົ້າແນມເບິ່ງລາວ ແລະ ກ່າວວ່າ, “ເຈົ້າຄືຊີໂມນລູກຂອງໂຢຮັນ ແຕ່ເຈົ້າຈະໄດ້ຊື່ວ່າເກຟາ” (ເຊິ່ງແປວ່າ ເປໂຕ ).
ພຣະເຢຊູເຈົ້າເອີ້ນເອົາຟີລິບ ແລະ ນະທານາເອັນ
43ວັນຕໍ່ມາ ພຣະເຢຊູເຈົ້າໄດ້ຕັດສິນໃຈທີ່ຈະໄປແຂວງຄາລີເລ, ພຣະອົງໄດ້ພົບຟີລິບ ແລະ ກ່າວກັບລາວວ່າ, “ຈົ່ງຕາມເຮົາມາ”.44ຟີລິບເປັນຄົນມາຈາກເມືອງເບັດຊາອີດາເໝືອນກັນກັບອັນເດອາ ແລະ ເປໂຕ.45ຟີລິບໄດ້ພົບນະທານາເອັນ ແລະ ບອກລາວວ່າ, “ພວກເຮົາໄດ້ພົບຜູ້ທີ່ໂມເຊໄດ້ຂຽນໄວ້ໃນໜັງສືກົດບັນຍັດ ແລະ ບັນດາຜູ້ທຳນວາຍກໍໄດ້ຂຽນໄວ້ເໝືອນກັນຄື ພຣະເຢຊູເຈົ້າຊາວນາຊາເຣັດລູກຂອງໂຢເຊັບ”.46ນະທານາເອັນໄດ້ຖາມວ່າ, “ນາຊາເຣັດ! ຈະມີສິ່ງດີອັນໃດມາຈາກທີ່ນັ້ນໄດ້ບໍ?”ຟີລິບຕອບວ່າ, “ມາເບິ່ງສາ”.47ເມື່ອພຣະເຢຊູເຈົ້າເຫັນນະທານາເອັນເຂົ້າມາຫາກໍກ່າວເຖິງລາວວ່າ, “ຜູ້ນີ້ເປັນຄົນອິດສະຣາເອນແທ້ ໃນໂຕລາວບໍ່ມີກົນອຸບາຍອັນໃດເລີຍ”.48ນະທານາເອັນຖາມວ່າ, “ພຣະອົງຮູ້ຈັກຂ້ານ້ອຍໄດ້ຢ່າງໃດ?”
ພຣະເຢຊູເຈົ້າກ່າວວ່າ, “ເຮົາເຫັນເຈົ້າຂະນະທີ່ເຈົ້າຍັງຢູ່ກ້ອງຕົ້ນໝາກເດື່ອນັ້ນ ກ່ອນທີ່ຟີລິບຈະເອີ້ນເຈົ້າ”.49ນະທານາເອັນຈຶ່ງຮ້ອງວ່າ, “ຣັບບີ ພຣະອົງເປັນພຣະບຸດຂອງພຣະເຈົ້າ, ພຣະອົງເປັນກະສັດຂອງຊາດອິດສະຣາເອນ”.50ພຣະເຢຊູເຈົ້າຕອບວ່າ, “ເຈົ້າເຊື່ອ ເພາະເຮົາບອກເຈົ້າວ່າເຮົາເຫັນເຈົ້າຢູ່ກ້ອງຕົ້ນໝາກເດື່ອ. ເຈົ້າຈະໄດ້ເຫັນສິ່ງທີ່ຍິ່ງໃຫຍ່ກວ່ານັ້ນອີກ”.51ແລ້ວພຣະອົງກ່າວຕໍ່ໄປວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ພວກເຈົ້າຈະເຫັນສະຫວັນເປີດອອກ ແລະ ບັນດາເທວະດາຂອງພຣະເຈົ້າຂຶ້ນ ແລະ ລົງເທິງ ບຸດມະນຸດ”.
Biblica, Inc.