ເຢເຣມີຢາ41

1ໃນ​ເດືອນ​ທີ​ເຈັດ ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ, ຫລານຊາຍ​ຂອງ​ເອລີຊາມາ​ທີ່​ເປັນ​ເຊື້ອວົງ​ຄົນ​ໜຶ່ງ ແລະ ເຄີຍ​ເປັນ​ນາຍ​ທະຫານ​ຂອງ​ກະສັດ​ມາ​ກ່ອນ, ລາວ​ໄດ້​ມາ​ຫາ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ​ພ້ອມ​ທັງ​ທະຫານ​ສິບ​ຄົນ​ທີ່​ມີຊະປາ. ໃນຂະນະທີ່ ພວກເຂົາ​ກຳລັງ​ກິນ​ເຂົ້າ​ນໍາ​ກັນ​ຢູ່​ທີ່​ນັ້ນ,2ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ ແລະ ທະຫານ​ສິບ​ຄົນ​ທີ່​ຢູ່​ກັບ​ລາວ​ກໍ​ລຸກ​ຂຶ້ນ ແລະ ຂ້າ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ, ຫລານຊາຍ​ຂອງ​ຊາຟານ​ດ້ວຍ​ດາບ, ເຊິ່ງ​ເປັນການ​ຂ້າ​ຜູ້​ທີ່​ກະສັດ​ແຫ່ງ​ບາບີໂລນ​ໄດ້​ແຕ່ງຕັ້ງ​ເປັນ​ຜູ້ປົກຄອງ​ດິນແດນ.3ອິດຊະມາເອນ​ກໍ​ຍັງ​ໄດ້​ຂ້າ​ຊາວ​ຢູດາຍ​ທັງໝົດ​ທີ່​ຢູ່​ກັບ​ເກດາລີຢາ​ໃນ​ມີຊະປາ​ດ້ວຍ, ຂະນະທີ່​ພວກ​ທະຫານ​ຊາວ​ບາບີໂລນ ​ກໍ​ຢູ່​ທີ່​ນັ້ນ.
4ວັນ​ຕໍ່ມາ ຫລັງຈາກ​ທີ່​ເກດາລີຢາ​ຖືກ​ລອບ​ສັງຫານ, ກ່ອນທີ່​ຈະ​ມີ​ຜູ້ໃດ​ຮູ້​ເລື່ອງ​ນີ້,5ກໍ​ມີ​ແປດສິບ​ຄົນ​ໄດ້​ແຖ​ໜວດ, ຈີກ​ເຄື່ອງນຸ່ງ​ຂອງ​ຕົນ ແລະ ປາດ​ເນື້ອ​ຕົນເອງ​ມາ​ຈາກ​ຊີເຄມ, ຊີໂລ ແລະ ຊາມາເຣຍ, ພວກເຂົາ​ນຳ​ເຄື່ອງບູຊາ​ທີ່​ເປັນ​ເມັດພືດ ແລະ ເຄື່ອງ​ຫອມ​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.6ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ອອກ​ຈາກ​ເມືອງ​ມີຊະປາ​ໄປ​ພົບ​ພວກເຂົາ, ພວກເຂົາ​ກໍາລັງ​ຮ້ອງໄຫ້​ຢູ່​ຂະນະທີ່​ລາວ​ເດີນ​ທາງ​ມາ. ເມື່ອ​ລາວ​ເຫັນ​ພວກເຂົາ​ແລ້ວ, ລາວ​ໄດ້​ເວົ້າ​ວ່າ, “ເຊີນ​ເຂົ້າ​ມາ​ເບິ່ງ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ”.7ເມື່ອ​ພວກເຂົາ​ເຂົ້າ​ໄປ​ໃນ​ເມືອງ​ແລ້ວ, ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ ແລະ ຄົນ​ທີ່​ມາ​ກັບ​ລາວ​ກໍ​ຂ້າ​ພວກເຂົາ ແລະ ໂຍນ​ຊາກສົບ​ລົງ​ໃນ​ນ້ຳສ້າງ.8ແຕ່​ມີ​ສິບ​ຄົນ​ໃນ​ພວກເຂົາ​ເວົ້າ​ກັບ​ອິດຊະມາເອນ​ວ່າ, “ຢ່າ​ຂ້າ​ພວກເຮົາ​ເລີຍ! ເຮົາ​ມີ​ເຂົ້າ​ຫວີດ, ເຂົ້າ​ບາເລ, ນ້ຳມັນ​ໝາກກອກ ແລະ ນ້ຳເຜິ້ງ​ທີ່​ໄດ້​ເຊື່ອງ​ໄວ້​ຢູ່​ໃນ​ທົ່ງນາ”. ສະນັ້ນ ອິດຊະມາເອນ​ຈຶ່ງ​ປ່ອຍ​ພວກເຂົາ​ໄປ ແລະ ບໍ່​ໄດ້​ຂ້າ​ພວກເຂົາ​ເໝືອນດັ່ງ​ຄົນ​ອື່ນໆ.9ບັດນີ້ ນໍ້າສ້າງ​ທີ່​ອິດຊະມາເອນ​ໂຍນ​ຊາກສົບ​ຂອງ​ຄົນ​ທັງໝົດ​ພ້ອມ​ທັງ​ເກດາລີຢາ​ທີ່​ລາວ​ໄດ້​ຂ້າ​ນັ້ນ, ເຊິ່ງ​ນໍ້າສ້າງ​ນັ້ນ​ເປັນ​ໜຶ່ງ​ໃນ​ນໍ້າສ້າງ​ທີ່​ກະສັດ​ອາສາ​ໄດ້​ຂຸດ ເພື່ອ​ເປັນ​ປ້ອມປ້ອງ​ກັນ​ການ​ໂຈມຕີ​ຂອງ​ກະສັດ​ບາອາຊາ​ແຫ່ງ​ອິດສະຣາເອນ. ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ໄດ້​ໂຍນ​ສົບ​ລົງ​ໄປ​ໃນ​ນໍ້າສ້າງ​ນັ້ນ​ຈົນ​ເຕັມ.
10ອິດຊະມາເອນ​ໄດ້​ຈັບ​ປະຊາຊົນ​ທຸກຄົນ​ທີ່​ຍັງ​ເຫລືອ​ຢູ່​ໃນ​ມີຊະປາ​ພ້ອມ​ທັງ​ລູກສາວ​ຂອງ​ກະສັດ ແລະ ຄົນ​ອື່ນໆ​ທີ່​ຍັງ​ເຫລືອ​ຢູ່​ທີ່​ນັ້ນ, ເຊິ່ງ​ເນບູຊາຣາດານ​ຜູ້​ບັນຊາການ​ທະຫານ​ເຝົ້າຍາມ​ໄດ້​ແຕ່ງຕັ້ງ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ​ໃຫ້​ເປັນ​ຜູ້​ເບິ່ງແຍງ. ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ໄດ້​ຈັບ​ພວກເຂົາ​ໄປ​ເປັນ​ຊະເລີຍ ແລະ ເດີນ​ທາງ​ຂ້າມ​ໄປ​ທີ່​ດິນແດນ​ຂອງ​ຊາວ​ອຳໂມນ.
11ເມື່ອ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ແລະ ນາຍ​ທະຫານ​ກອງ​ທັງໝົດ​ທີ່​ຢູ່​ກັບ​ລາວ​ໄດ້​ຍິນ​ກ່ຽວກັບ​ອາດຊະຍາກຳ​ທັງໝົດ​ທີ່​ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ໄດ້​ກະທໍາ,12ພວກເຂົາ​ກໍ​ນຳ​ກຳລັງ​ທະຫານ​ທັງໝົດ​ໄປ​ຕໍ່ສູ້​ກັບ​ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ. ພວກເຂົາ​ໄລ່​ຕາມ​ທັນ​ລາວ​ໃກ້​ສະນໍ້າ​ໃຫຍ່​ທີ່​ກີເບໂອນ.13ເມື່ອ​ປະຊາຊົນ​ທັງໝົດ​ທີ່​ຢູ່​ກັບ​ອິດຊະມາເອນ​ເຫັນ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ແລະ ນາຍ​ທະຫານ​ກອງທັບ​ທັງໝົດ​ຂອງ​ລາວ, ພວກເຂົາ​ກໍ​ດີໃຈ.14ປະຊາຊົນ​ທັງໝົດ​ທີ່​ອິດຊະມາເອນ​ໄດ້​ຈັບ​ມາ​ຈາກ​ມີຊະປາ​ໄດ້​ຫັນ​ກັບ​ໄປ​ຫາ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ.15ແຕ່​ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ ແລະ ຄົນ​ຂອງ​ຕົນ​ແປດ​ຄົນ​ນັ້ນ​ກໍ​ໜີ​ຈາກ​ໂຢຮານານ​ໄປ ແລະ ປົບໜີ​ໄປ​ຫາ​ຊາວ​ອຳໂມນ.

ໜີ​ໄປ​ທີ່​ເອຢິບ

16ແລ້ວ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ແລະ ນາຍ​ທະຫານ​ກອງທັບ​ທັງໝົດ​ທີ່​ຢູ່​ກັບ​ລາວ​ກໍ​ພາ​ປະຊາຊົນ​ທັງໝົດ​ຈາກ​ມີຊະປາ​ທີ່​ລອດ​ຊີວິດ, ເຊິ່ງ​ໂຢຮານານ​ໄດ້​ຊ່ວຍ​ກັບ​ຄືນ​ມາ​ຈາກ​ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ ຫລັງຈາກ​ທີ່​ອິດຊະມາເອນ​ໄດ້​ລອບ​ສັງຫານ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ​ແລ້ວ​ຄື ພວກ​ທະຫານ, ແມ່ຍິງ, ເດັກນ້ອຍ ແລະ ບັນດາ​ຂ້າລາຊະການ​ໃນ​ວັງ​ທີ່​ລາວ​ໄດ້​ຊ່ວຍ​ກັບຄືນ​ມາ​ຈາກ​ກີເບໂອນ. ລາວ​ກໍ​ອອກ​ໄປ​ຈາກ​ກີເບໂອນ.17ພວກເຂົາ​ໄດ້​ເດີນທາງ​ຕໍ່ໄປ ແລ້ວ​ກໍ​ມາ​ຢຸດ​ພັກ​ທີ່​ເກຣຸດ​ກິມຮາມ​ໃກ້​ເບັດເລເຮັມ​ທາງ​ທີ່​ພວກເຂົາ​ຈະ​ໄປ​ສູ່​ເອຢິບ18ເພື່ອ​ຫລົບ​ໜີ​ຈາກ​ຊາວ​ບາບີໂລນ. ພວກເຂົາ​ຢ້ານ​ຊາວ​ບາບີໂລນ ເພາະ​ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ໄດ້​ຂ້າ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ, ຜູ້​ທີ່​ກະສັດ​ແຫ່ງ​ບາບີໂລນ​ໄດ້​ແຕ່ງຕັ້ງ​ເປັນ​ຜູ້ປົກຄອງ​ດິນແດນ.

Biblica, Inc.

https://app.library.bible/content/eab9312f9f16b3a2