ເຢເຣມີຢາ33
ຄໍາສັນຍາແຫ່ງການຟື້ນຟູ
1ໃນຂະນະທີ່ເຢເຣມີຢາຍັງຖືກຂັງໄວ້ຢູ່ໃນເດີ່ນຂອງທະຫານເຝົ້າຍາມ, ຖ້ອຍຄໍາຂອງພຣະເຈົ້າຢາເວໄດ້ມາເຖິງລາວເປັນຄັ້ງທີສອງວ່າ:2“ພຣະເຈົ້າຢາເວຜູ້ທີ່ໄດ້ສ້າງແຜ່ນດິນໂລກ, ພຣະເຈົ້າຢາເວຜູ້ທີ່ກໍານົດຮູບຮ່າງຂອງມັນ ແລະ ຕັ້ງມັນໄວ້ ຊື່ຂອງພຣະອົງແມ່ນພຣະເຈົ້າຢາເວກ່າວວ່າ:3ຈົ່ງຮ້ອງຫາເຮົາ ແລະ ເຮົາຈະຕອບເຈົ້າ ແລະ ຈະບອກເຈົ້າເຖິງສິ່ງທີ່ຍິ່ງໃຫຍ່ ແລະ ສິ່ງຕ່າງໆທີ່ບໍ່ໄດ້ຖືກຄົ້ນພົບທີ່ເຈົ້າບໍ່ຮູ້ຈັກ.4ເພາະວ່າພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນກ່າວກ່ຽວກັບເຮືອນທັງຫລາຍໃນນະຄອນນີ້ ແລະ ວັງຂອງກະສັດຢູດາຍທີ່ຈະຖືກພັງທະລາຍລົງເພື່ອນໍາໃຊ້ຕໍ່ຕ້ານເຄື່ອງປິດລ້ອມ ແລະ ສົງຄາມ5ໃນການຕໍ່ສູ້ກັບຊາວບາບີໂລນ ນັ້ນວ່າ: ເຮືອນທັງຫລາຍຈະເຕັມໄປດ້ວຍຊາກສົບຂອງຄົນທີ່ເຮົາຈະຂ້າດ້ວຍຄວາມໃຈຮ້າຍ ແລະ ດ້ວຍຄວາມໂກດຮ້າຍຂອງເຮົາ. ເຮົາຈະຫັນໜ້າໜີຈາກນະຄອນນີ້ເພາະຄວາມຊົ່ວຮ້າຍທັງໝົດຂອງມັນ.6“ຢ່າງໃດກໍຕາມ, ເຮົາຈະນຳສຸຂະພາບທີ່ດີ ແລະ ການປິ່ນປົວມາສູ່ເມືອງນີ້; ເຮົາຈະປິ່ນປົວປະຊາຊົນຂອງເຮົາ ແລະ ຈະໃຫ້ພວກເຂົາມ່ວນຊື່ນກັບສັນຕິສຸກ ແລະ ຄວາມປອດໄພຢ່າງຫລວງຫລາຍ.7ເຮົາຈະນຳຢູດາຍ ແລະ ອິດສະຣາເອນກັບມາຈາກການເປັນຊະເລີຍ ແລະ ເຮົາຈະສ້າງພວກເຂົາຂຶ້ນໃໝ່ໃຫ້ພວກເຂົາເປັນດັ່ງແຕ່ກ່ອນ.8ເຮົາຈະຊຳລະພວກເຂົາຈາກບາບທັງໝົດທີ່ພວກເຂົາໄດ້ເຮັດຕໍ່ເຮົາ ແລະ ຈະໃຫ້ອະໄພບາບທັງໝົດຂອງພວກເຂົາທີ່ກະບົດຕໍ່ເຮົາ.9ແລ້ວນະຄອນນີ້ຈະນຳຊື່ສຽງ, ຄວາມຊົມຊື່ນຍິນດີ, ຄໍາສັນລະເສີນ ແລະ ກຽດສັກສີມາໃຫ້ເຮົາຕໍ່ໜ້າຊົນຊາດທັງໝົດໃນແຜ່ນດິນໂລກທີ່ຈະໄດ້ຍິນສິ່ງດີທັງໝົດທີ່ເຮົາເຮັດເພື່ອນະຄອນນັ້ນ; ແລະ ພວກເຂົາຈະຢຳເກງ ແລະ ຈະສັ່ນສະທ້ານໃນຄວາມຈະເລີນຮຸ່ງເຮືອງ ແລະ ຄວາມສະຫງົບສຸກຢ່າງຫລວງຫລາຍທີ່ເຮົາຈັດຕຽມໄວ້ສໍາລັບນະຄອນນີ້.10“ພຣະເຈົ້າຢາເວກ່າວວ່າ: ເຈົ້າກໍາລັງເວົ້າເຖິງບ່ອນນີ້ວ່າ ‘ດິນແດນນີ້ໄດ້ຖືກປະຖິ້ມໄວ້ໃຫ້ຮົກຮ້າງ, ບໍ່ມີຄົນ ຫລື ສັດອາໄສຢູ່’. ແຕ່ໃນເມືອງຕ່າງໆຂອງຢູດາຍ ແລະ ຕາມຖະໜົນຫົນທາງຂອງເຢຣູຊາເລັມທີ່ຖືກປະຖິ້ມໄວ້, ບໍ່ມີທັງຄົນ ຫລື ສັດອາໄສຢູ່, ຈະໄດ້ຍິນສຽງດັງຂຶ້ນອີກ11ເປັນສຽງແຫ່ງຄວາມຊື່ນຊົມຍິນດີ, ສຽງແຫ່ງຄວາມຍິນດີ, ສຽງເຈົ້າບ່າວ ແລະ ເຈົ້າສາວ, ສຽງບັນດາຜູ້ທີ່ນຳເຄື່ອງຖວາຍຂອບພຣະຄຸນມາທີ່ວິຫານຂອງພຣະເຈົ້າຢາເວ ແລະ ເວົ້າວ່າ:“ ‘ຂອບພຣະຄຸນພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່,ເພາະພຣະເຈົ້າຢາເວນັ້ນແສນດີ;ຄວາມຮັກຂອງພຣະອົງດຳລົງຢູ່ຕະຫລອດໄປເປັນນິດ’.ເພາະເຮົາຈະຟື້ນຟູຄວາມຮັ່ງມີຂອງດິນແດນດັ່ງທີ່ພວກມັນເຄີຍເປັນມາແຕ່ກ່ອນ, ພຣະເຈົ້າຢາເວກ່າວດັ່ງນີ້.12“ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ: ໃນບ່ອນນີ້, ທີ່ຖືກປະຖິ້ມໄວ້ ແລະ ບໍ່ມີຄົນ ຫລື ສັດອາໄສຢູ່, ໃນທຸກເມືອງຂອງດິນແດນຈະມີທົ່ງຫຍ້າໃຫ້ຄົນລ້ຽງແກະນໍາຝູງແກະຂອງພວກເຂົາມາພັກຜ່ອນ.13ໃນເມືອງຕ່າງໆຕາມເຂດເນີນພູ, ຕາມຕີນພູຕ່າງໆທາງພາກຕາເວັນຕົກ ແລະ ໃນເນເກັບ, ໃນເຂດແດນຂອງເບັນຢາມິນ, ໃນໝູ່ບ້ານຕ່າງໆອ້ອມເຢຣູຊາເລັມ ແລະ ໃນເມືອງຕ່າງໆຂອງຢູດາຍ, ຈະມີຝູງແກະໃຫ້ພວກຄົນລ້ຽງນັບເບິ່ງພວກມັນອີກ ພຣະເຈົ້າຢາເວກ່າວດັ່ງນີ້.14“ພຣະເຈົ້າຢາເວປະກາດວ່ ວັນນັ້ນຈະມາເຖິງ ເມື່ອເຮົາຈະເຮັດຕາມຄໍາສັນຍາອັນດີທີ່ເຮົາໄດ້ເຮັດໄວ້ກັບປະຊາຊົນອິດສະຣາເອນ ແລະ ຢູດາຍໃຫ້ສໍາເລັດເປັນຈິງ.15“ເມື່ອເຖິງວັນນັ້ນ ແລະ ໃນເວລານັ້ນເຮົາຈະໃຫ້ກິ່ງອັນຊອບທຳງອກອອກມາຈາກເຊື້ອສາຍຂອງດາວິດ;ລາວຈະເຮັດສິ່ງທີ່ຍຸຕິທໍາ ແລະ ຄວາມຖືກຕ້ອງໃນດິນແດນ.16ເມື່ອເຖິງເວລານັ້ນ ຢູດາຍຈະຖືກຊ່ວຍໃຫ້ພົ້ນແລະ ເຢຣູຊາເລັມຈະອາໄສຢູ່ຢ່າງປອດໄພ.ນີ້ແມ່ນຊື່ທີ່ເພິ່ນຈະຖືກເອີ້ນວ່າ:‘ພຣະເຈົ້າຢາເວ ພຣະຜູ້ໄຖ່ໃຫ້ພົ້ນທີ່ຊອບທຳຂອງພວກຂ້ານ້ອຍ’.17ເພາະພຣະເຈົ້າຢາເວກ່າວວ່າ: ດາວິດຈະບໍ່ຂາດຄົນຂຶ້ນນັ່ງເທິງບັນລັງຂອງອິດສະຣາເອນ,18ຫລື ບັນດາປະໂລຫິດຊາວເລວີກໍຈະບໍ່ຂາດຄົນທີ່ຢືນຢູ່ຕໍ່ໜ້າເຮົາເພື່ອສືບຕໍ່ເຜົາເຄື່ອງຖວາຍບູຊາ, ເຜົາເຄື່ອງຖວາຍທີ່ເປັນເມັດພືດ ແລະ ເຄື່ອງຖວາຍບູຊາຕ່າງໆ”.19ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເຢເຣມີຢາວ່າ,20“ພຣະເຈົ້າຢາເວກ່າວວ່າ: ຖ້າເຈົ້າລົບລ້າງຄໍາໝັ້ນສັນຍາຂອງເຮົາກັບກາງເວັນ ແລະ ກາງຄືນ, ເພື່ອວ່າກາງເວັນ ແລະ ກາງຄືນຈະບໍ່ເປັນໄປຕາມເວລາທີ່ໄດ້ຖືກກຳນົດອີກຕໍ່ໄປ.21ແລ້ວຄໍາໝັ້ນສັນຍາຂອງເຮົາທີ່ໄດ້ເຮັດໄວ້ກັບດາວິດຜູ້ຮັບໃຊ້ຂອງເຮົາ ແລະ ກັບຊາວເລວີຜູ້ທີ່ເປັນປະໂລຫິດກໍາລັງຮັບໃຊ້ຢູ່ຕໍ່ໜ້າເຮົາຄື ມັນກໍຈະຖືກລົບລ້າງໄດ້ເຊັ່ນດຽວກັນ ແລະ ດາວິດກໍຈະບໍ່ມີເຊື້ອສາຍທີ່ຈະປົກຄອງບັນລັງຂອງລາວອີກຕໍ່ໄປ.22ເຮົາຈະເຮັດໃຫ້ເຊື້ອສາຍຂອງດາວິດຜູ້ຮັບໃຊ້ຂອງເຮົາ ແລະ ຊາວເລວີທີ່ປະຕິບັດໜ້າທີ່ຕໍ່ໜ້າເຮົານັ້ນເປັນດັ່ງດວງດາວໃນທ້ອງຟ້າຈົນນັບບໍ່ໄດ້ ແລະ ເມັດດິນຊາຍຢ່າງຫລວງຫລາຍທີ່ແຄມທະເລ”.23ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເຢເຣມີຢາວ່າ:24“ເຈົ້າບໍ່ໄດ້ສັງເກດເບິ່ງບໍ່ວ່າຄົນເຫລົ່ານີ້ກໍາລັງເວົ້າວ່າ, ‘ພຣະເຈົ້າຢາເວໄດ້ປະຖິ້ມສອງອານາຈັກ ທີ່ພຣະອົງເລືອກໄວ້ແລ້ວບໍ’? ພວກເຂົາຈຶ່ງດູຖູກປະຊາຊົນຂອງເຮົາ ແລະ ບໍ່ຖືວ່າພວກເຂົາເປັນຊົນຊາດໜຶ່ງອີກຕໍ່ໄປ.25ພຣະເຈົ້າຢາເວກ່າວວ່າ: ຖ້າເຮົາບໍ່ໄດ້ເຮັດຄໍາໝັ້ນສັນຍາກັບກາງເວັນ ແລະ ກາງຄືນ ແລະ ບໍ່ໄດ້ຕັ້ງກົດເກນຂອງຟ້າສະຫວັນ ແລະ ແຜ່ນດິນໂລກໄວ້,26ຈາກນັ້ນ ເຮົາຈຶ່ງຈະປະຖິ້ມເຊື້ອສາຍຂອງຢາໂຄບ ແລະ ດາວິດຜູ້ຮັບໃຊ້ຂອງເຮົາ ແລະ ຈະບໍ່ເລືອກລູກຊາຍຄົນໜຶ່ງຂອງລາວເພື່ອປົກຄອງເຊື້ອສາຍຂອງອັບຣາຮາມ, ອີຊາກ ແລະ ຢາໂຄບ. ເພາະເຮົາຈະເຮັດໃຫ້ພວກເຂົາຄືນສູ່ສະພາບເດີມ ແລະ ຈະໃຫ້ຄວາມເມດຕາແກ່ພວກເຂົາ”.Biblica, Inc.