ເຮັບເຣີ7
ປະໂລຫິດເມຄີເຊເດັກ
1ເມຄີເຊເດັກຜູ້ນີ້ເປັນກະສັດເມືອງຊາເລັມ ແລະ ເປັນປະໂລຫິດຂອງພຣະເຈົ້າຜູ້ສູງສຸດ. ເມຄີເຊເດັກໄດ້ພົບອັບຣາຮາມ ແລະ ອວຍພອນເພິ່ນຫລັງຈາກທີ່ເພິ່ນກັບມາຈາກການຮົບຊະນະບັນດາກະສັດທັງຫລາຍ,2ແລະ ອັບຣາຮາມໄດ້ຖວາຍໜຶ່ງສວ່ນສິບຈາກສິ່ງຂອງທັງໝົດໃຫ້ແກ່ເພິ່ນ. ປະການທຳອິດ, ເມຄີເຊເດັກມີຄວາມຫມາຍວ່າ “ກະສັດແຫ່ງຄວາມຊອບທຳ” ແລະ ປະການຕໍ່ມາ, “ກະສັດແຫ່ງຊາເລັມ” ກໍໝາຍເຖິງ “ກະສັດແຫ່ງສັນຕິສຸກ”.3ບໍ່ມີບັນທຶກວ່າຜູ້ໃດເປັນບິດາ ຫລື ມານດາ, ບໍ່ມີລຳດັບວົງຕະກຸນ, ບໍ່ມີວັນເລີ່ມຕົ້ນ ຫລື ວັນສິ້ນສຸດຊີວິດ, ເໝືອນກັນກັບພຣະບຸດຂອງພຣະເຈົ້າ, ເພິ່ນເປັນປະໂລຫິດຕະຫລອດໄປ.4ຈົ່ງຄິດເບິ່ງວ່າເມຄີເຊເດັກຍິ່ງໃຫຍ່ຂະໜາດໃດ, ແມ່ນແຕ່ອັບຣາຮາມບັນພະບຸລຸດຂອງພວກເຮົາຍັງໄດ້ຖວາຍໜຶ່ງສ່ວນສິບຈາກສິ່ງຂອງທີ່ຢຶດມາໃຫ້ແກ່ເພິ່ນ.5ກົດບັນຍັດໄດ້ຮຽກຮ້ອງໃຫ້ເຊື້ອສາຍຂອງເລວີຜູ້ເປັນປະໂລຫິດນັ້ນຮັບໜຶ່ງສ່ວນສິບຈາກປະຊາຊົນ ຄືຈາກພີ່ນ້ອງຊາວອິດສະຣາເອນຂອງຕົນເຖິງແມ່ນວ່າພວກເຂົາຈະສືບເຊື້ອສາຍມາຈາກອັບຣາຮາມກໍຕາມ.6ເຖິງຢ່າງໃດກໍຕາມ, ເມຄີເຊເດັກບໍ່ໄດ້ສືບເຊື້ອສາຍມາຈາກຊາວເລວີ, ແຕ່ເພິ່ນກໍໄດ້ຮັບໜຶ່ງສ່ວນສິບຈາກອັບຣາຮາມ ແລະ ໄດ້ອວຍພອນອັບຣາຮາມຜູ້ທີ່ຮັບສັນຍາ.7ແລະ ແນ່ນອນວ່າຜູ້ນ້ອຍຍ່ອມຮັບພອນຈາກຜູ້ໃຫຍ່.8ໃນກໍລະນີໜຶ່ງ, ຜູ້ຮັບໜຶ່ງສ່ວນສິບເປັນມະນຸດທີ່ຕ້ອງຕາຍ, ແຕ່ໃນກໍລະນີໜຶ່ງອີກຜູ້ຮັບໜຶ່ງສ່ວນສິບຄືຜູ້ທີ່ໄດ້ຮັບການປະກາດວ່າມີຊີວິດຢູ່.9ເວົ້າໄດ້ອີກຢ່າງໜຶ່ງວ່າເລວີຜູ້ທີ່ຮັບໜຶ່ງສ່ວນສິບນັ້ນໄດ້ຖວາຍໜຶ່ງສ່ວນສິບຜ່ານທາງອັບຣາຮາມ,10ເພາະວ່າເມື່ອເມຄີເຊເດັກໄດ້ພົບກັບອັບຣາຮາມນັ້ນ ເລວີຍັງຢູ່ໃນກາຍຂອງບັນພະບຸລຸດຂອງເພິ່ນ.ພຣະເຢຊູເຈົ້າເປັນເໝືອນເມຄີເຊເດັກ
11ຖ້າຫາກມະນຸດມາເຖິງຄວາມບໍລິບູນຄົບຖ້ວນໃນພຣະເຈົ້າໄດ້ໂດຍທາງລະບົບປະໂລຫິດຕາມແບບຂອງເລວີແລ້ວ ແລະ ເພາະໂດຍພື້ນຖານຂອງລະບົບປະໂລຫິດນີ້ກົດບັນຍັດຈຶ່ງມີມາເຖິງບັນດາປະຊາຊົນ ເປັນຫຍັງຍັງຕ້ອງມີປະໂລຫິດອີກຄົນໜຶ່ງ ເຊິ່ງເປັນປະໂລຫິດໃນລຳດັບດຽວກັນກັບເມຄີເຊເດັກ, ບໍ່ແມ່ນໃນລຳດັບດຽວກັນກັບອາໂຣນ?12ເພາະເມື່ອມີການປ່ຽນແປງລະບົບປະໂລຫິດກໍຈະຕ້ອງມີການປ່ຽນແປງກົດບັນຍັດເໝືອນກັນ.13ພຣະອົງຜູ້ທີ່ສິ່ງຕ່າງໆເຫລົ່ານີ້ໄດ້ກ່າວເຖິງນັ້ນມາຈາກຕະກຸນອື່ນ ແລະ ບໍ່ມີຜູ້ໃດທີ່ມາຈາກຕະກຸນນັ້ນເຄີຍຮັບໃຊ້ທີ່ແທ່ນບູຊາ.14ເພາະເປັນທີ່ຈະແຈ້ງແລ້ວວ່າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາໄດ້ສືບເຊື້ອສາຍມາຈາກຕະກຸນຢູດາ ແລະ ເປັນຕະກຸນທີ່ໂມເຊບໍ່ໄດ້ກ່າວເຖິງເລື່ອງບັນດາປະໂລຫິດ.15ແລະ ສິ່ງທີ່ພວກເຮົາໄດ້ກ່າວນັ້ນຈະເຫັນຈະແຈ້ງຫລາຍຂຶ້ນຖ້າມີປະໂລຫິດອີກຜູ້ໜຶ່ງເໝືອນເມຄີເຊເດັກປາກົດຂຶ້ນ,16ຜູ້ທີ່ເປັນປະໂລຫິດໂດຍບໍ່ໄດ້ອາໄສກົດລະບຽບການສືບທອດຕາມບັນພະບຸລຸດຂອງພວກເຂົາ ແຕ່ໂດຍອາໄສລິດອຳນາດແຫ່ງຊີວິດທີ່ບໍ່ສາມາດທຳລາຍໄດ້.17ຕາມທີ່ປະກາດໄວ້ວ່າ:“ທ່ານເປັນປະໂລຫິດຕະຫລອດໄປ,ໃນລຳດັບດຽວກັນກັບເມຄີເຊເດັກ”. 18ກົດລະບຽບເດີມຖືກຍົກເລີກໄປເນື່ອງຈາກບໍ່ມີປະສິດທິພາບ ແລະ ບໍ່ມີປະໂຫຍດ19(ເພາະກົດບັນຍັດບໍ່ໄດ້ເຮັດໃຫ້ສິ່ງໃດຄົບຖ້ວນສົມບູນໄດ້ເລີຍ), ແລະ ມີຄວາມຫວັງອັນດີກວ່າກໍເຂົ້າມາ, ໂດຍຄວາມຫວັງນັ້ນພວກເຮົາຈຶ່ງເຂົ້າໃກ້ພຣະເຈົ້າໄດ້.20ແລະ ພຣະເຈົ້າຢືນຢັນເລື່ອງນີ້ດ້ວຍຄຳສາບານ! ຂະນະທີ່ຄົນອື່ນໆຂຶ້ນເປັນປະໂລຫິດໂດຍບໍ່ມີຄຳສາບານໃດໆ,21ແຕ່ພຣະເຢຊູເຈົ້າຂຶ້ນເປັນປະໂລຫິດດ້ວຍຄຳສາບານເມື່ອພຣະເຈົ້າກ່າວກັບພຣະອົງວ່າ:“ອົງພຣະຜູ້ເປັນເຈົ້າໄດ້ປະຕິຍານແລ້ວແລະ ຈະບໍ່ປ່ຽນໃຈຄື:‘ທ່ານເປັນປະໂລຫິດຕະຫລອດໄປ’ ”. 22ເພາະດ້ວຍຄຳສາບານນີ້ ພຣະເຢຊູເຈົ້າຈຶ່ງເປັນຜູ້ຄ້ຳປະກັນພັນທະສັນຍາອັນດີກວ່າ.23ບັດນີ້ ກໍມີປະໂລຫິດຈຳນວນຫລາຍແລ້ວ ເພາະຄວາມຕາຍໄດ້ຂັດຂວາງພວກເຂົາບໍ່ໃຫ້ຢູ່ໃນຕຳແໜ່ງນັ້ນຕະຫລອດໄປ;24ແຕ່ເພາະພຣະເຢຊູເຈົ້າມີຊີວິດຢູ່ເປັນນິດ ພຣະອົງຈຶ່ງເປັນປະໂລຫິດຕະຫລອດໄປ.25ເຫດສະນັ້ນ ພຣະອົງຈຶ່ງສາມາດຊ່ວຍບັນດາຜູ້ທີ່ມາຫາພຣະເຈົ້າໂດຍທາງພຣະອົງໄດ້ຢ່າງສົມບູນ ເພາະພຣະອົງມີຊີວິດຢູ່ເພື່ອຈະອ້ອນວອນເພື່ອພວກເຂົາສະເໝີ.26ມະຫາປະໂລຫິດຢ່າງນີ້ແຫລະທີ່ຕອບສະຫນອງຄວາມຈຳເປັນຂອງພວກເຮົາໄດ້ ຄືປະໂລຫິດຜູ້ບໍລິສຸດ, ບໍ່ມີຕຳໜິ, ບໍ່ມີມົນທິນ, ແຍກຈາກບັນດາຄົນບາບ, ເປັນທີ່ເທີດທູນເໜືອຟ້າສະຫວັນ.27ພຣະເຢຊູເຈົ້າບໍ່ຈຳເປັນຕ້ອງຖວາຍເຄື່ອງບູຊາທຸກໆວັນເໝືອນກັບມະຫາປະໂລຫິດອື່ນໆ, ເຊິ່ງຕ້ອງໄດ້ຖວາຍເຄື່ອງບູຊາສຳລັບຄວາມບາບຂອງຕົນເອງກ່ອນ ແລະ ຫລັງຈາກນັ້ນຈຶ່ງຖວາຍເຄື່ອງບູຊາສຳລັບຄວາມບາບຂອງປະຊາຊົນ. ພຣະເຢຊູເຈົ້າຖວາຍພຣະອົງເອງເປັນເຄື່ອງບູຊາສຳລັບຄວາມບາບຂອງພວກເຂົາທັງຫລາຍພຽງຄັ້ງດຽວເປັນການສິ້ນສຸດ.28ເພາະກົດບັນຍັດນັ້ນໄດ້ແຕ່ງຕັ້ງມະນຸດຜູ້ອ່ອນແອໃຫ້ເປັນມະຫາປະໂລຫິດ ແຕ່ຄຳສາບານຂອງພຣະເຈົ້າທີ່ມາພາຍຫລັງກົດບັນຍັດໄດ້ແຕ່ງຕັ້ງພຣະບຸດ ຜູ້ທີ່ຖືກເຮັດໃຫ້ສົມບູນແລ້ວຕະຫລອດໄປ.Biblica, Inc.