ປະຖົມມະການ8
1ແຕ່ພຣະເຈົ້າໄດ້ລະນຶກເຖິງໂນອາ ແລະ ສັດປ່າກັບສັດລ້ຽງທີ່ຢູ່ກັບເພິ່ນໃນເຮືອ ແລະ ພຣະອົງໄດ້ສົ່ງລົມພັດມາໃສ່ແຜ່ນດິນໂລກ, ແລ້ວນ້ຳກໍບົກລົງ.2ໃນຂະນະນັ້ນບໍ່ນ້ຳເລິກ ແລະ ປະຕູນ້ຳແຫ່ງຟ້າສະຫວັນກໍໄດ້ຖືກປິດ ແລະ ຝົນກໍຢຸດຕົກລົງມາຈາກທ້ອງຟ້າ.3ນ້ຳຈຶ່ງບົກລົງເລື້ອຍໆຈາກແຜ່ນດິນໂລກ. ເມື່ອສິ້ນສຸດ 150 ວັນ ນ້ຳກໍໄດ້ແຫ້ງລົງ.4ແລະ ໃນມື້ທີສິບເຈັດຂອງເດືອນທີເຈັດ ເຮືອກໍມາຄ້າງຢູ່ເທິງພູເຂົາອາຣາຣັດ.5ນ້ຳໄດ້ສືບຕໍ່ບົກລົງເລື້ອຍໆຈົນມາເຖິງເດືອນທີສິບ ແລະ ໃນມື້ທີໜຶ່ງຂອງເດືອນທີສິບ ຈອມພູທັງຫລາຍກໍໄດ້ປາກົດໃຫ້ເຫັນ.6ຫລັງຈາກ 40 ວັນ ໂນອາໄດ້ເປີດປ່ອງຢ້ຽມທີ່ເພິ່ນໄດ້ເຮັດໄວ້ໃນເຮືອນັ້ນອອກ7ແລະ ປ່ອຍກາໂຕໜຶ່ງອອກໄປ, ແລ້ວມັນກໍບິນວົນວຽນໄປມາຈົນກວ່ານ້ຳໄດ້ແຫ້ງຈາກແຜ່ນດິນໂລກ.8ແລ້ວເພິ່ນໄດ້ປ່ອຍນົກກາງແກໂຕໜຶ່ງອອກໄປເພື່ອເບິ່ງວ່ານ້ຳບົກລົງຈົນຮອດໜ້າດິນແລ້ວບໍ່.9ແຕ່ນົກກາງແກນັ້ນບໍ່ສາມາດຫາບ່ອນທີ່ຈະຈັບໄດ້ເພາະວ່າຍັງມີນໍ້າຢູ່ທົ່ວຜືນແຜ່ນດິນໂລກຢູ່. ດັ່ງນັ້ນ ມັນຈຶ່ງກັບມາຫາໂນອາຢູ່ໃນເຮືອ. ໂນອາກໍເດ່ມືຂອງເພິ່ນອອກຮັບເອົານົກກາງແກ ແລ້ວເອົານົກນັ້ນກັບເຂົ້າມາຢູ່ກັບເພິ່ນໃນເຮືອ.10ເພິ່ນໄດ້ລໍຖ້າອີກເຈັດວັນ ແລ້ວປ່ອຍນົກກາງແກອອກໄປຈາກເຮືອອີກ.11ເມື່ອນົກກາງແກກັບມາຫາເພິ່ນໃນຕອນແລງ ກໍມີໃບໝາກກອກສົດທີ່ຫາກໍດຶງອອກມາຄາຢູ່ໃນສົບຂອງນົກນັ້ນ! ແລ້ວໂນອາຈຶ່ງໄດ້ຮູ້ວ່ານ້ຳໄດ້ບົກລົງຈາກແຜ່ນດິນໂລກແລ້ວ.12ເພິ່ນໄດ້ລໍຖ້າອີກເຈັດວັນແລ້ວຈຶ່ງປ່ອຍນົກກາງແກອອກໄປອີກ, ແຕ່ເທື່ອນີ້ມັນບໍ່ໄດ້ກັບມາຫາເພິ່ນເລີຍ.13ໃນວັນທີໜຶ່ງຂອງເດືອນທີໜຶ່ງໃນປີທີ່ໂນອາມີອາຍຸໄດ້ 601 ປີ, ນ້ຳກໍໄດ້ແຫ້ງໄປຈາກແຜ່ນດິນ. ດັ່ງນັ້ນ ໂນອາຈຶ່ງໄດ້ເປີດຫລັງຄາເຮືອອອກແລ້ວກໍເຫັນວ່າໜ້າດິນແຫ້ງແລ້ວ.14ເມື່ອເຖິງວັນທີຊາວເຈັດຂອງເດືອນທີສອງແຜ່ນດິນໂລກກໍແຫ້ງໝົດ.15ແລ້ວພຣະເຈົ້າກໍໄດ້ກ່າວແກ່ໂນອາວ່າ,16“ເຈົ້າ ແລະ ເມຍຂອງເຈົ້າ, ບັນດາລູກຊາຍ ແລະ ເມຍຂອງພວກເຂົາ ຈົ່ງອອກຈາກເຮືອ.17ຈົ່ງນຳສິ່ງມີຊີວິດທຸກຊະນິດທີ່ຢູ່ກັບເຈົ້າອອກມານໍາ ຄືບັນດານົກ, ສັດຕ່າງໆ, ສັດເລືອຄານທັງໝົດ ເພື່ອພວກມັນຈະໄດ້ເພີ່ມທະວີຂຶ້ນຢູ່ເທິງແຜ່ນດິນໂລກ ແລະ ເກີດແມ່ແຜ່ລູກ ແລ້ວກໍມີຈໍານວນເພີ່ມຂຶ້ນຢູ່ເທິງແຜ່ນດິນໂລກ”.18ດັ່ງນັ້ນ ໂນອາຈຶ່ງອອກມາພ້ອມກັບບັນດາລູກຊາຍ, ເມຍຂອງເພິ່ນ ແລະ ເມຍຂອງລູກຊາຍເພິ່ນ.19ສັດທັງໝົດ, ສັດເລືອຄານທັງໝົດ ແລະ ນົກທັງໝົດ ຄືທຸກສິ່ງທີ່ເຄື່ອນໄຫວໄປມາຢູ່ເທິງໜ້າດິນ ຕ່າງກໍທະຍອຍກັນອອກຈາກເຮືອເທື່ອລະຊະນິດ.20ຫລັງຈາກນັ້ນ ໂນອາກໍໄດ້ສ້າງແທ່ນບູຊາແກ່ພຣະເຈົ້າຢາເວ ແລະ ໄດ້ເອົາສັດທີ່ບໍ່ເປັນມົນທິນ ແລະ ນົກທີ່ບໍ່ເປັນມົນທິນຈຳນວນໜຶ່ງມາ ແລ້ວເພິ່ນກໍຖວາຍເຄື່ອງເຜົາບູຊາທັງໂຕເທິງແທ່ນນັ້ນ.21ພຣະເຈົ້າຢາເວໄດ້ກິ່ນຫອມອັນເປັນທີ່ພໍໃຈ ແລະ ໄດ້ກ່າວໃນໃຈຂອງພຣະອົງວ່າ: “ເຮົາຈະບໍ່ສາບແຊ່ງແຜ່ນດິນໂລກເພາະມະນຸດອີກຈັກເທື່ອ, ເຖິງແມ່ນວ່າ ຈິດໃຈຂອງມະນຸດທຸກຄົນມີທ່າອ່ຽງໄປໃນທາງຊົ່ວຮ້າຍຕັ້ງແຕ່ຍັງເປັນເດັກນ້ອຍຢູ່ກໍຕາມ. ແລະ ເຮົາຈະບໍ່ທຳລາຍສິ່ງມີຊີວິດທັງໝົດເໝືອນດັ່ງທີ່ເຮົາໄດ້ເຮັດມາ.22“ເມື່ອໃດທີ່ໂລກຍັງຕັ້ງຢູ່,ເມື່ອນັ້ນຈະມີລະດູຫວ່ານ ແລະ ລະດູເກັບກ່ຽວ,ມີຄວາມໜາວ ແລະ ມີຄວາມຮ້ອນ,ມີລະດູຮ້ອນ ແລະ ລະດູໜາວມີກາງເວັນ ແລະ ກາງຄືນຢູ່ຕະລອດໄປ”.
Biblica, Inc.