ປະຖົມມະການ5
ຈາກອາດາມເຖິງໂນອາ
1ນີ້ແມ່ນບັນທຶກເລື່ອງລາວຄອບຄົວຂອງອາດາມ.ເມື່ອພຣະເຈົ້າໄດ້ສ້າງມະນຸດນັ້ນ, ພຣະອົງໄດ້ສ້າງພວກເຂົາຕາມຢ່າງພຣະເຈົ້າ.2ພຣະອົງໄດ້ສ້າງພວກເຂົາໃຫ້ເປັນຊາຍ ແລະ ຍິງ ແລ້ວໄດ້ອວຍພອນພວກເຂົາ. ແລະ ພຣະອົງຕັ້ງຊື່ໃຫ້ພວກເຂົາວ່າ “ມະນຸດ” ເມື່ອພວກເຂົາຖືກສ້າງຂຶ້ນ.3ເມື່ອອາດາມມີຊີວິດຢູ່ໄດ້ 130 ປີ, ລາວກໍມີລູກຊາຍຄົນໜຶ່ງທີ່ເໝືອນກັບລາວ, ຕາມແບບຂອງລາວ ແລະ ລາວໄດ້ຕັ້ງຊື່ລູກນັ້ນວ່າເຊດ.4ຫລັງຈາກທີ່ເຊດໄດ້ເກີດມາ, ອາດາມກໍມີຊີວິດຢູ່ອີກ 800 ປີ ແລະ ມີລູກຊາຍລູກຍິງອີກຫລາຍຄົນ.5ອາດາມມີຊີວິດຢູ່ລວມທັງໝົດ 930 ປີ ແລ້ວລາວກໍໄດ້ຕາຍໄປ.6ເມື່ອເຊດມີຊີວິດຢູ່ໄດ້ 105 ປີ, ລາວກໍໄດ້ເປັນພໍ່ ຂອງເອໂນດ.7ຫລັງຈາກທີ່ລາວໄດ້ເປັນພໍ່ຂອງເອໂນດແລ້ວ, ເຊດກໍມີຊີວິດຢູ່ອີກ 807 ປີ ແລະ ມີລູກຊາຍລູກຍິງອີກຫລາຍຄົນ.8ເຊດມີຊີວິດຢູ່ລວມທັງໝົດ 912 ປີ, ແລ້ວລາວກໍໄດ້ຕາຍໄປ.9ເມື່ອເອໂນດມີຊີວິດຢູ່ໄດ້ 90 ປີ, ລາວກໍໄດ້ເປັນພໍ່ຂອງເກນານ.10ຫລັງຈາກທີ່ລາວໄດ້ເປັນພໍ່ຂອງເກນານແລ້ວ, ເອໂນດກໍມີຊີວິດຢູ່ອີກ 815 ປີ ແລະ ມີລູກຊາຍລູກຍິງອີກຫລາຍຄົນ.11ເອໂນດມີຊີວິດຢູ່ລວມທັງໝົດ 905 ປີ, ແລ້ວລາວກໍໄດ້ຕາຍໄປ.12ເມື່ອເກນານມີຊີວິດຢູ່ໄດ້ 70 ປີ, ລາວກໍໄດ້ເປັນພໍ່ຂອງມະຫາລາເລນ.13ຫລັງຈາກທີ່ລາວໄດ້ເປັນພໍ່ຂອງມະຫາລາເລນແລ້ວ, ເກນານກໍມີຊີວິດຢູ່ອີກ 840 ປີ ແລະ ມີລູກຊາຍລູກຍິງອີກຫລາຍຄົນ.14ເກນານມີຊີວິດຢູ່ລວມທັງໝົດ 910 ປີ, ແລ້ວລາວກໍໄດ້ຕາຍໄປ.15ເມື່ອມະຫາລາເລນມີຊີວິດຢູ່ໄດ້ 65 ປີ, ລາວກໍໄດ້ເປັນພໍ່ຂອງຢາເຣັດ.16ຫລັງຈາກທີ່ລາວໄດ້ເປັນພໍ່ຂອງຢາເຣັດແລ້ວ, ມະຫາລາເລນກໍມີຊີວິດຢູ່ອີກ 830 ປີ ແລະ ມີລູກຊາຍລູກຍິງອີກຫລາຍຄົນ.17ມະຫາລາເລນມີຊີວິດຢູ່ລວມທັງໝົດ 895 ປີ, ແລ້ວລາວກໍໄດ້ຕາຍໄປ.18ເມື່ອຢາເຣັດມີຊີວິດຢູ່ໄດ້ 162 ປີ, ລາວກໍໄດ້ເປັນພໍ່ຂອງເອນົກ.19ຫລັງຈາກທີ່ລາວໄດ້ເປັນພໍ່ຂອງເອນົກແລ້ວ, ຢາເຣັດກໍມີຊີວິດຢູ່ອີກ 800 ປີ ແລະ ມີລູກຊາຍລູກຍິງອີກຫລາຍຄົນ.20ຢາເຣັດມີຊີວິດຢູ່ລວມທັງໝົດ 962 ປີ ແລ້ວລາວກໍໄດ້ຕາຍໄປ.21ເມື່ອເອນົກມີຊີວິດຢູ່ໄດ້ 65 ປີ, ລາວກໍໄດ້ເປັນພໍ່ຂອງເມທູເສລາ.22ຫລັງຈາກທີ່ລາວໄດ້ກາຍເປັນພໍ່ຂອງເມທູເສລາແລ້ວ, ເອນົກກໍເດີນກັບພຣະເຈົ້າຢ່າງສັດຊື່ຕໍ່ໄປອີກ 300 ປີ ແລະ ມີລູກຊາຍລູກຍິງອີກຫລາຍຄົນ.23ເອນົກມີອາຍຸລວມທັງໝົດ 365 ປີ.24ເອນົກໄດ້ດຳເນີນຊີວິດໄປກັບພຣະເຈົ້າຢ່າງສັດຊື່; ແລ້ວກໍບໍ່ມີຜູ້ໃດພົບລາວອີກ, ເພາະພຣະເຈົ້າໄດ້ຮັບລາວໄປແລ້ວ.25ເມື່ອເມທູເສລາມີຊີວິດຢູ່ໄດ້ 187 ປີ, ລາວກໍໄດ້ເປັນພໍ່ຂອງລາເມັກ.26ຫລັງຈາກທີ່ລາວໄດ້ເປັນພໍ່ຂອງລາເມັກແລ້ວ, ເມທູເສລາກໍມີຊີວິດຕໍ່ໄປອີກ 782 ປີ ແລະ ມີລູກຊາຍລູກຍິງອີກຫລາຍຄົນ.27ເມທູເສລາມີຊີວິດລວມທັງໝົດ 969 ປີ ແລ້ວລາວກໍໄດ້ຕາຍໄປ.28ເມື່ອລາເມັກມີຊີວິດຢູ່ໄດ້ 182 ປີ, ລາວກໍມີລູກຊາຍຄົນໜຶ່ງ.29ລາວຕັ້ງຊື່ລູກຊາຍນັ້ນວ່າໂນອາ, ແລະ ກ່າວວ່າ, “ລາວຈະເລົ້າໂລມໃຈພວກເຮົາໃນການທຳງານ ແລະ ມືຂອງພວກເຮົາທີ່ເຈັບປວດຄວາມເຈັບປວດຈາກການເຮັດວຽກໜັກເທິງແຜ່ນດິນ ເຊິ່ງພຣະເຈົ້າຢາເວໄດ້ສາບແຊ່ງ”.30ຫລັງຈາກທີ່ໂນອາໄດ້ເກີດມາ, ລາເມັກກໍມີຊີວິດຕໍ່ໄປອີກ 595 ປີ ແລະ ມີລູກຊາຍລູກຍິງອີກຫລາຍຄົນ.31ລາເມັກມີຊີວິດຢູ່ລວມທັງໝົດ 777 ປີ ແລ້ວລາວກໍໄດ້ຕາຍໄປ.32ຫລັງຈາກທີ່ໂນອາອາຍຸໄດ້ 500 ປີ. ລາວກໍໄດ້ເປັນພໍ່ຂອງເຊມ ຮາມ ແລະ ຢາເຟດ.
Biblica, Inc.