ປະຖົມມະການ49
ຢາໂຄບອວຍພອນບັນດາລູກຊາຍຂອງລາວ
1ຢາໂຄບໄດ້ເອີ້ນເອົາບັນດາລູກຊາຍຂອງລາວເຂົ້າມາແລ້ວກ່າວວ່າ: “ຈົ່ງພາກັນມາລວມກັນເພື່ອວ່າພໍ່ຈະໄດ້ບອກພວກເຈົ້າເຖິງສິ່ງທີ່ຈະເກີດຂຶ້ນກັບພວກເຈົ້າໃນວັນຂ້າງໜ້າ.2“ຈົ່ງມາຮ່ວມຊຸມນຸມກັນ ແລະ ຟັງ, ລູກຊາຍທັງຫລາຍຂອງຢາໂຄບເອີຍ;ຈົ່ງຟັງອິດສະຣາເອນພໍ່ຂອງພວກເຈົ້າ.3“ຣູເບັນ, ເຈົ້າເປັນລູກຊາຍກົກຂອງພໍ່,ເປັນອຳນາດ ແລະ ເປັນສັນຍານທຳອິດແຫ່ງກຳລັງຂອງພໍ່,ເຈົ້າເປັນສຸດຍອດແຫ່ງກຽດຕິຍົດ, ເປັນສຸດຍອດແຫ່ງອຳນາດ.4ເປັນນ້ຳທີ່ໄຫລແຮງ, ເຈົ້າຈະບໍ່ໄດ້ເປັນສຸດຍອດອີກຕໍ່ໄປ,ເພາະເຈົ້າເຂົ້າໄປເຖິງຕຽງນອນຂອງພໍ່ຂອງເຈົ້າ,ເຂົ້າໄປເຖິງບ່ອນນອນຂອງເຮົາ ແລະ ເຮັດໃຫ້ບ່ອນນັ້ນເປັນມົນທິນ.5“ຊີເມໂອນ ແລະ ເລວີເປັນອ້າຍນ້ອງກັນດາບ ຂອງພວກເຂົາເປັນອາວຸດຂອງຄວາມຮຸນແຮງ.6ຢ່າໃຫ້ເຮົາເຂົ້າໄປໃນທີ່ສະພາຂອງພວກເຂົາ,ຢ່າໃຫ້ເຮົາເຂົ້າຮ່ວມໃນການຊຸມນຸມຂອງພວກເຂົາ,ເພາະພວກເຂົາຂ້າຄົນເມື່ອພວກເຂົາໃຈຮ້າຍແລະ ຕັດເອັນຂາງົວເຖິກຕາມຄວາມພໍໃຈຂອງພວກເຂົາ.7ຄຳສາບແຊ່ງທີ່ຈະຕົກໃສ່ຄວາມໃຈຮ້າຍຂອງພວກເຂົາ ກໍຮຸນແຮງຫລາຍ,ແລະ ຄວາມແຄ້ນຂອງພວກເຂົາ ກໍໂຫດຮ້າຍຫລາຍ!ເຮົາຈະໃຫ້ພວກເຂົາກະແຈກກະຈາຍໄປໃນດິນແດນຂອງຢາໂຄບແລະ ໃຫ້ພວກເຂົາກະແຈກກະຈາຍໄປໃນອິດສະຣາເອນ.8“ຢູດາ ເອີຍ, ອ້າຍນ້ອງຂອງເຈົ້າຈະສັນລະເສີນເຈົ້າ;ມືຂອງເຈົ້າຈະບີບຄໍຂອງບັນດາສັດຕູຂອງເຈົ້າ;ບັນດາລູກຊາຍຂອງພໍ່ຂອງເຈົ້າຈະກົ້ມຂາບເຈົ້າ.9ຢູດາເອີຍ, ເຈົ້າຄືລູກສິງ,ລູກຊາຍຂອງເຮົາເອີຍ, ເຈົ້າຫາກໍກັບມາຈາກກິນເຫຍື່ອ.ເໝືອນດັ່ງສິງທີ່ໝອບ ແລະ ນອນລົງ,ເໝືອນດັ່ງສິງແມ່ ຜູ້ໃດຈະກ້າປູກລາວໄດ້?10ໄມ້ກະບອງຈະບໍ່ໜີໄປຈາກຢູດາ,ຫລື ໄມ້ຄ້ອນເທົ້າຂອງຜູ້ປົກຄອງຈະບໍ່ໜີໄປຈາກລະຫວ່າງຕີນຂອງລາວໄດ້ ,ຈົນກວ່າບຸກຄົນຜູ້ເປັນເຈົ້າຂອງອຳນາດທີ່ແທ້ຈິງຈະມາເຖິງ ແລະ ບັນດາຊົນຊາດຕ່າງໆຈະເຊື່ອຟັງຜູ້ນັ້ນ.11ລາວຈະມັດລໍຂອງລາວໄວ້ທີ່ເຄືອອະງຸ່ນ,ມັດລູກລໍຂອງລາວໄວ້ໃສ່ກິ່ງທີ່ດີທີ່ສຸດ;ລາວຈະຊັກເສື້ອຜ້າຂອງຕົນໃນເຫລົ້າອະງຸ່ນ,ຊັກເສື້ອຄຸມຂອງລາວໃນນ້ຳອະງຸ່ນສີເລືອດ.12ຕາຂອງລາວເຂັ້ມກວ່າເຫລົ້າອະງຸ່ນ,ແຂ້ວຂອງລາວຂາວກວ່ານ້ຳນົມ. 13“ເຊບູໂລນຈະອາໄສຢູ່ຕາມແຄມຝັ່ງທະເລແລະ ກາຍເປັນທ່າເຮືອ;ເຂດແດນຂອງລາວຈະຂະຫຍາຍອອກໄປຈົນຮອດຊີໂດນ.14“ອິດຊາຄາເປັນເໝືອນລໍທີ່ແຂງແຮງນອນລົງຢູ່ຕາມຄອກແກະ. 15ເມື່ອລາວເຫັນວ່າສະຖານທີ່ພັກຜ່ອນຂອງລາວດີແລະ ດິນແດນຂອງລາວເປັນທີ່ໜ້າພໍໃຈ,ລາວກໍຈະງ່ຽງບ່າຂອງຕົນລົງແບກພາລະໜັກແລະ ຍອມເປັນທາດຮັບໃຊ້.16“ດານ ຈະໃຫ້ຄວາມເປັນທຳແກ່ພົນລະເມືອງຂອງຕົນເໝືອນໃຫ້ແກ່ເຜົ່າອື່ນໆໃນອິດສະຣາເອນ.17ດານຈະເປັນເໝືອນງູຕາມແຄມທາງເໝືອນງູພິດນ້ອຍທີ່ຢູ່ຕາມຫົນທາງ,ມັນຈະຕອດສົ້ນໜ່ອງມ້າເພື່ອໃຫ້ຄົນຂີ່ຕົກຈາກຫລັງມ້າ.18“ຂ້າແດ່ພຣະເຈົ້າຢາເວ, ຂ້ານ້ອຍລໍຄອຍຖ້າການກອບກູ້ຂອງພຣະອົງ.19“ກາດ ຈະຖືກໂຈມຕີໂດຍກຸ່ມຜູ້ໂຈມຕີ,ແຕ່ລາວຈະໂຈມຕີພວກເຂົາທີ່ສົ້ນໜ່ອງຂອງພວກເຂົາ.20“ອາຫານຂອງອາເຊຈະອຸດົມສົມບູນ;ລາວຈະຈັດຫາອາຫານດີເລີດທີ່ເໝາະສົມກັບກະສັດ.21“ເນັບທາລີເປັນກວາງແມ່ທີ່ຖືກປ່ອຍໃຫ້ເປັນອິດສະຫລະທີ່ເກີດລູກກວາງທີ່ໜ້າຮັກ. 22“ໂຢເຊັບເປັນເຄືອອະງຸ່ນທີ່ເກີດຜົນ,ເປັນເຄືອອະງຸ່ນທີ່ເກີດຜົນຢູ່ໃກ້ບໍ່ນ້ຳ,ເຊິ່ງມີເຄືອເລືອຂຶ້ນຂ້າມກຳແພງ. 23ນັກຍິງທະນູໄດ້ໂຈມຕີລາວດ້ວຍຄວາມຂົມຂື່ນ;ພວກເຂົາຍິງໃສ່ລາວດ້ວຍຄວາມເປັນສັດຕູ.24ແຕ່ທະນູຂອງລາວຍັງຕັ້ງໝັ້ນຄົງຢູ່,ແຂນທີ່ແຂງແຮງຂອງລາວບໍ່ອ່ອນແຮງ.ເພາະມືຂອງຜູ້ມີອຳນາດຂອງຢາໂຄບ,ເພາະຜູ້ລ້ຽງແກະ ຜູ້ເປັນສີລາຂອງອິດສະຣາເອນ,25ເພາະພຣະເຈົ້າຂອງພໍ່ຂອງເຈົ້າ, ຜູ້ທີ່ຊ່ວຍເຈົ້າ,ເພາະຜູ້ມີລິດອຳນາດຍິ່ງໃຫຍ່, ຜູ້ທີ່ອວຍພອນເຈົ້າດ້ວຍພອນແຫ່ງທ້ອງຟ້າເບື້ອງເທິງພອນແຫ່ງບໍ່ນ້ຳເລິກເບື້ອງລຸ່ມ,ພອນແຫ່ງນົມ ແລະ ມົດລູກ.26ພອນຈາກບິດາຂອງເຈົ້ານັ້ນໃຫຍ່ກວ່າພອນຂອງພູເຂົາດຶກດຳບັນ,ກວ່າ ຄວາມອຸດົມສົມບູນຂອງເນີນພູເກົ່າແກ່.ຂໍໃຫ້ພອນເຫລົ່ານີ້ຈົ່ງຢູ່ເທິງຫົວຂອງໂຢເຊັບ,ຢູ່ເທິງໜ້າຜາກຂອງເຈົ້າຊາຍໃນທ່າມກາງ ອ້າຍນ້ອງຂອງລາວ.27“ເບັນຢາມິນເປັນໝາປ່າທີ່ຫິວໂຫຍ,ໃນຕອນເຊົ້າລາວກິນເຫຍື່ອ,ໃນຕອນແລງລາວແບ່ງຂອງທີ່ຢຶດມາໄດ້”.28ທັງໝົດນີ້ຄືສິບສອງເຜົ່າຂອງອິດສະຣາເອນ ແລະ ນີ້ແມ່ນສິ່ງທີ່ພໍ່ຂອງພວກເຂົາໄດ້ເວົ້າກັບພວກເຂົາເມື່ອເພິ່ນອວຍພອນພວກເຂົາ, ໂດຍໃຫ້ພອນແຕ່ລະຄົນຕາມທີ່ເພິ່ນເຫັນສົມຄວນ.ການຕາຍຂອງຢາໂຄບ
29ແລ້ວຢາໂຄບກໍໃຫ້ຄຳແນະນຳເຫລົ່ານີ້ແກ່ພວກເຂົາຄື: “ເຮົາກຳລັງຈະຖືກຮວບຮວມໄປຢູ່ກັບຄົນຂອງເຮົາ. ຈົ່ງຝັງເຮົາໄວ້ຮ່ວມກັບບັນພະບຸລຸດຂອງເຮົາໃນຖ້ຳທີ່ຢູ່ໃນທົ່ງນາຂອງເອຟະໂຣນຊາວຮິດຕີ,30ຄືຖ້ຳທີ່ຢູ່ໃນທົ່ງນາມັກເປລາໃກ້ມຳເຣໃນການາອານ, ເຊິ່ງອັບຣາຮາມໄດ້ຊື້ພ້ອມກັບທົ່ງນາຈາກເອຟະໂຣນຊາວຮິດຕີເພື່ອເປັນບ່ອນຝັງສົບ.31ທີ່ນັ້ນເປັນບ່ອນຝັງອັບຣາຮາມກັບຊາຣາເມຍຂອງເພິ່ນ, ເປັນບ່ອນຝັງອີຊາກກັບເຣເບກາເມຍຂອງເພິ່ນ ແລະ ເປັນບ່ອນທີ່ເຮົາໄດ້ຝັງເລອາໄວ້.32ທົ່ງນາ ແລະ ຖ້ຳທີ່ຢູ່ໃນນັ້ນໄດ້ຊື້ມາຈາກຊາວຮິດຕີ”. 33ເມື່ອຢາໂຄບໃຫ້ຄຳແນະນຳແກ່ລູກຊາຍທັງຫລາຍຂອງລາວຈົບແລ້ວ, ລາວກໍຍົກຕີນຂຶ້ນເທິງຕຽງນອນ, ແລ້ວລາວກໍສິ້ນໃຈ ແລະ ຖືກຮວບຮວມໄວ້ກັບຄົນຂອງລາວ.Biblica, Inc.