ປະຖົມມະການ46
ຢາໂຄບໄປທີ່ເອຢິບ
1ດັ່ງນັ້ນ ອິດສະຣາເອນຈຶ່ງອອກເດີນທາງພ້ອມດ້ວຍຊັບສົມບັດທັງໝົດຂອງເພິ່ນ, ເມື່ອມາເຖິງເມືອງເບເອນເຊບາ ເພິ່ນກໍຖວາຍເຄື່ອງບູຊາແກ່ພຣະເຈົ້າຂອງອີຊາກພໍ່ຂອງເພິ່ນ.2ແລະ ໃນຕອນກາງຄືນພຣະເຈົ້າໄດ້ກ່າວຕໍ່ອິດສະຣາເອນທາງນິມິດວ່າ, “ຢາໂຄບ! ຢາໂຄບເອີຍ!”ຢາໂຄບຕອບວ່າ, “ຂ້ານ້ອຍຢູ່ທີ່ນີ້”.3ພຣະອົງກ່າວວ່າ, “ເຮົາຄືພຣະເຈົ້າ, ພຣະເຈົ້າຂອງພໍ່ເຈົ້າ. ບໍ່ຕ້ອງຢ້ານທີ່ຈະຕ້ອງລົງໄປເອຢິບ, ເພາະເຮົາຈະເຮັດໃຫ້ເຈົ້າເປັນຊົນຊາດໃຫຍ່ຢູ່ທີ່ນັ້ນ.4ເຮົາຈະລົງໄປເອຢິບກັບເຈົ້າ ແລະ ເຮົາຈະນຳເຈົ້າກັບມາອີກຢ່າງແນ່ນອນ. ແລະ ມືຂອງໂຢເຊັບເອງຈະເປັນຜູ້ປິດຕາຂອງເຈົ້າ”.5ຫລັງຈາກນັ້ນ ຢາໂຄບຈຶ່ງອອກຈາກເມືອງເບເອນເຊບາ ແລະ ບັນດາລູກຊາຍຂອງອິດສະຣາເອນກໍໄດ້ພາຢາໂຄບພໍ່ຂອງພວກເຂົາ ແລະ ລູກຫລານກັບບັນດາເມຍຂອງພວກເຂົາເດີນທາງກັບຂະບວນກວຽນທີ່ຟາໂຣສົ່ງມາຮັບເພິ່ນ.6ດັ່ງນັ້ນ ຢາໂຄບ ແລະ ເຊື້ອສາຍຂອງເພິ່ນທັງໝົດຈຶ່ງໄດ້ເດີນທາງມາຍັງເອຢິບພ້ອມທັງສັດລ້ຽງ ແລະ ຊັບສົມບັດທີ່ພວກເຂົາຫາໄດ້ໃນການາອານ.7ຢາໂຄບໄດ້ພາບັນດາລູກຊາຍ ແລະ ຫລານຊາຍ, ບັນດາລູກສາວ ແລະ ຫລານສາວ ພ້ອມທັງເຊື້ອສາຍທັງໝົດຂອງເພິ່ນມາທີ່ເອຢິບ.8ຊື່ຂອງບັນດາລູກຊາຍຂອງອິດສະຣາເອນ (ຢາໂຄບ ແລະ ເຊື້ອສາຍຂອງເພິ່ນ) ຜູ້ທີ່ໄປຍັງເອຢິບມີດັ່ງນີ້:
ຣູເບັນ ລູກຊາຍກົກຂອງຢາໂຄບ.9ລູກຊາຍຂອງຣູເບັນມີຄື: ຮານົກ, ປານລູ, ເຮຊະໂຣນ ແລະ ການໝີ.10ບັນດາລູກຊາຍຂອງຊີເມໂອນມີຄື: ເຢມູເອນ, ຢາມິນ, ໂອຮາດ, ຢາກິນ, ໂຊຮາ ແລະ ຊາອູນລູກຊາຍທີ່ເກີດຈາກຍິງຊາວການາອານ.11ບັນດາລູກຊາຍຂອງເລວີມີຄື: ເກໂຊນ, ໂກຮາດ ແລະ ເມຣາຣິ.12ບັນດາລູກຊາຍຂອງຢູດາມີຄື: ເອຣະ, ໂອນານ, ເຊລາ, ເປເຣັດ ແລະ ເຊຣາ (ແຕ່ເອຣະ ແລະ ໂອນານໄດ້ຕາຍໄປແລ້ວໃນດິນແດນການາອານ). ບັນດາລູກຊາຍຂອງເປເຣັດມີຄື: ເຮຊະໂຣນ ແລະ ຮາມູນ.13ບັນດາລູກຊາຍຂອງອິດຊາຄາມີຄື: ໂຕລາ, ປູອາ, ຢາຊູບ ແລະ ຊິມໂຣນ.14ບັນດາລູກຊາຍຂອງເຊບູໂລນມີຄື: ເຊເຣັດ, ເອໂລນ ແລະ ຢາເລເອນ.15ຄົນເຫລົ່ານີ້ເປັນລູກຊາຍຂອງນາງເລອາທີ່ເກີດໃຫ້ແກ່ຢາໂຄບໃນປັດດານອາຣາມ ນອກຈາກດີນາລູກສາວຂອງເພິ່ນ. ບັນດາລູກຊາຍ ແລະ ລູກສາວເຫລົ່ານີ້ຂອງເພິ່ນທັງໝົດມີ 33 ຄົນ.16ບັນດາລູກຊາຍຂອງກາດມີຄື: ເຊໂຟນ, ຮັກກີ, ຊູນີ, ເອັດສະໂບນ, ເອຣີ, ອາໂຣດ ແລະ ອາເຣລີ.17ບັນດາລູກຊາຍຂອງອາເຊມີຄື: ອິມນາ, ອີຊະວາ, ອີຊະວີ ແລະ ເບຣິຢາ. ນ້ອງສາວຂອງພວກເຂົາແມ່ນເສຣາ. ບັນດາລູກຊາຍຂອງເບຣີຢາມີຄື: ເຮເບ ແລະ ມັນກີເອນ.18ຄົນເຫລົ່ານີ້ຄືລູກຫລານທີ່ນາງຊີລະປາເກີດໃຫ້ຢາໂຄບ, ຜູ້ທີ່ລາບານໄດ້ມອບນາງໃຫ້ເປັນຄົນຮັບໃຊ້ຂອງນາງເລອາ ຜູ້ເປັນລູກສາວຂອງເພິ່ນ, ລວມທັງໝົດມີ 66 ຄົນ.19ບັນດາລູກຊາຍຂອງນາງຣາເຊັນເມຍຂອງຢາໂຄບມີຄື: ໂຢເຊັບ ແລະ ເບັນຢາມິນ.20ຢູ່ໃນເອຢິບ ນາງອາເສນາດລູກສາວຂອງໂປຕີເຟຣາ ປະໂລຫິດແຫ່ງເມືອງໂອນ. ໄດ້ເກີດລູກຊາຍສອງຄົນໃຫ້ແກ່ໂຢເຊັບຄື ມານາເຊ ແລະ ເອຟຣາອິມ.21ບັນດາລູກຊາຍຂອງເບັນຢາມິນມີຄື: ເບລາ, ເບເກ, ອັດຊະເບັນ, ເກຣາ, ນາອາມານ, ເອຮີ, ໂຣເຊ, ມຸບປິມ, ຮູບປິມ ແລະ ອາກເດ,22ຄົນເຫລົ່ານີ້ເປັນລູກຊາຍຂອງນາງຣາເຊັນທີ່ເກີດໃຫ້ແກ່ຢາໂຄບ ລວມທັງໝົດມີ 44 ຄົນ.23ລູກຊາຍຂອງດານມີຄື: ຮູຊິມ24ບັນດາລູກຊາຍຂອງເນັບທາລີມີຄື: ຢາເຊເອນ, ກູນີ, ເຢເຊ ແລະ ຊິນເລັມ.25ຄົນເຫລົ່ານີ້ເປັນລູກຫລານຂອງຢາໂຄບທີ່ເກີດກັບນາງບິນຮາ ເຊິ່ງລາບານໄດ້ມອບໃຫ້ແກ່ນາງຣາເຊັນລູກສາວຂອງເພິ່ນ ລວມທັງໝົດມີ 7 ຄົນ.26ຄົນທັງໝົດທີ່ໄປເອຢິບພ້ອມກັບຢາໂຄບ ຜູ້ທີ່ເປັນເຊື້ອສາຍແທ້ຂອງເພິ່ນ, ໂດຍບໍ່ໄດ້ນັບທັງບັນດາເມຍຂອງລູກຊາຍຂອງເພິ່ນ ມີຈຳນວນ 66 ຄົນ.27ພ້ອມທັງລູກຊາຍສອງຄົນ ທີ່ເກີດໃຫ້ແກ່ໂຢເຊັບໃນເອຢິບ, ສະມາຊິກຄອບຄົວຂອງຢາໂຄບທີ່ໄປຍັງເອຢິບ ລວມທັງໝົດມີ 77 ຄົນ. 28ບັດນີ້ ຢາໂຄບໄດ້ສົ່ງຢູດານຳໜ້າເພິ່ນໄປຫາໂຢເຊັບເພື່ອຖາມຫາທາງໄປຍັງໂກເຊັນ. ເມື່ອພວກເຂົາມາເຖິງດິນແດນໂກເຊັນແລ້ວ,29ໂຢເຊັບກໍມີລົດມ້າຂອງເພິ່ນທີ່ຕຽມພ້ອມໄວ້ແລ້ວ ແລະ ເພິ່ນກໍໄປທີ່ໂກເຊັນເພື່ອພົບກັບອິດສະຣາເອນພໍ່ຂອງເພິ່ນ. ທັນທີທີ່ໂຢເຊັບປາກົດຕໍ່ໜ້າພໍ່, ເພິ່ນກໍອ້າແຂນກອດພໍ່ຂອງເພິ່ນ ແລະ ຮ້ອງໄຫ້ເປັນເວລາດົນ.30ອິດສະຣາເອນເວົ້າກັບໂຢເຊັບວ່າ, “ບັດນີ້ ພໍ່ພ້ອມແລ້ວທີ່ຈະຕາຍ, ເພາະພໍ່ໄດ້ເຫັນດ້ວຍໂຕຂອງພໍ່ເອງແລ້ວວ່າເຈົ້າຍັງມີຊີວິດຢູ່”.31ແລ້ວໂຢເຊັບຈຶ່ງບອກບັນດາອ້າຍນ້ອງ ແລະ ຄົນໃນຄອບຄົວຂອງພໍ່ຂອງຕົນວ່າ, “ເຮົາຈະຂຶ້ນໄປ ແລະ ເວົ້າກັບຟາໂຣວ່າ, ‘ບັນດາອ້າຍນ້ອງ ແລະ ຄົນໃນຄອບຄົວຂອງພໍ່ຂອງພວກຂ້ານ້ອຍທີ່ອາໄສຢູ່ທີ່ດິນແດນການາອານນັ້ນໄດ້ມາຫາຂ້ານ້ອຍແລ້ວ.32ພວກເພິ່ນເປັນຄົນລ້ຽງແກະ; ພວກເພິ່ນເບິ່ງແຍງສັດລ້ຽງ ແລະ ພວກເພິ່ນໄດ້ນຳເອົາຝູງແບ້, ຝູງແກະ ແລະ ຝູງງົວ ພ້ອມທັງທຸກສິ່ງທີ່ເປັນຂອງພວກເພິ່ນມານຳດ້ວຍ’.33ເມື່ອຟາໂຣເອີ້ນພວກເຈົ້າເຂົ້າພົບ ແລະ ຖາມວ່າ, ‘ພວກເຈົ້າມີອາຊີບຫຍັງ?’34ພວກເຈົ້າຄວນຕອບວ່າ, ‘ຜູ້ຮັບໃຊ້ຂອງທ່ານແມ່ນເບິ່ງແຍງສັດລ້ຽງມາຕັ້ງແຕ່ຍັງນ້ອຍ, ເໝືອນດັ່ງທີ່ພໍ່ຂອງພວກຂ້ານ້ອຍໄດ້ເຮັດຜ່ານມາ’. ແລ້ວພວກເຈົ້າກໍຈະໄດ້ຮັບອະນຸຍາດໃຫ້ອາໄສຢູ່ໃນເຂດແດນໂກເຊັນນີ້, ເພາະຊາວເອຢິບລັງກຽດຄົນລ້ຽງແກະທຸກຄົນ”.
Biblica, Inc.