ປະຖົມມະການ31
ຢາໂຄບໜີໄປຈາກລາບານ
1ຢາໂຄບໄດ້ຍິນບັນດາລູກຊາຍຂອງລາບານເວົ້າວ່າ, “ຢາໂຄບໄດ້ເອົາທຸກສິ່ງທີ່ເປັນຂອງພໍ່ພວກເຮົາໄປ ແລະ ໄດ້ຮັບຄວາມຮັ່ງມີທັງໝົດມາຈາກສິ່ງທີ່ເປັນຂອງພໍ່ພວກເຮົາ”.2ແລະ ຢາໂຄບໄດ້ສັງເກດວ່າທ່າທີຂອງລາບານຕໍ່ລາວບໍ່ເໝືອນເດີມ.3ແລ້ວພຣະເຈົ້າຢາເວໄດ້ກ່າວຕໍ່ຢາໂຄບວ່າ, “ຈົ່ງກັບໄປຍັງດິນແດນຂອງພໍ່ເຈົ້າ ແລະ ໄປຍັງຍາດພີ່ນ້ອງຂອງເຈົ້າ, ແລ້ວເຮົາຈະຢູ່ກັບເຈົ້າ”.4ດັ່ງນັ້ນ ຢາໂຄບຈຶ່ງໄດ້ສົ່ງຂ່າວໄປຫານາງຣາເຊັນ ແລະ ນາງເລອາເພື່ອໃຫ້ອອກມາທີ່ທົ່ງນາບ່ອນທີ່ຝູງສັດຂອງລາວຢູ່.5ລາວໄດ້ເວົ້າຕໍ່ພວກເຂົາວ່າ, “ອ້າຍເຫັນວ່າທ່າທີພໍ່ຂອງພວກນ້ອງຕໍ່ອ້າຍບໍ່ເໝືອນເດີມ, ແຕ່ພຣະເຈົ້າຂອງພໍ່ອ້າຍໄດ້ຢູ່ກັບອ້າຍ.6ພວກນ້ອງກໍຮູ້ແລ້ວວ່າອ້າຍໄດ້ເຮັດວຽກໃຫ້ພໍ່ຂອງພວກນ້ອງດ້ວຍສຸດກຳລັງຂອງອ້າຍ,7ແຕ່ພໍ່ຂອງພວກນ້ອງໄດ້ສໍ້ໂກງອ້າຍໂດຍປ່ຽນຄ່າຈ້າງຂອງອ້າຍເຖິງສິບຄັ້ງ. ເຖິງຢ່າງໃດກໍຕາມ, ພຣະເຈົ້າບໍ່ໄດ້ອະນຸຍາດໃຫ້ເພິ່ນເຮັດອັນຕະລາຍຕໍ່ອ້າຍ.8ຖ້າເພິ່ນເວົ້າວ່າ, ‘ສັດລາຍຈຸດຈະເປັນຄ່າຈ້າງຂອງເຈົ້າ,’ ສັດທຸກໂຕໃນຝູງກໍຈະເກີດລູກເປັນລາຍຈຸດ; ແລະ ຖ້າເພິ່ນເວົ້າວ່າ, ‘ສັດລາຍກ່ານຈະເປັນຄ່າຈ້າງຂອງເຈົ້າ,’ ສັດທັງຝູງກໍເກີດລູກເປັນລາຍກ່ານ.9ດັ່ງນັ້ນ ພຣະເຈົ້າຈຶ່ງເອົາສັດລ້ຽງຂອງພໍ່ຂອງພວກນ້ອງ ແລະ ໄດ້ມອບສັດເຫລົ່ານັ້ນໃຫ້ແກ່ອ້າຍ.10“ໃນລະດູປະສົມພັນ ອ້າຍເຄີຍມີຄວາມຝັນ ເຊິ່ງໃນຄວາມຝັນນັ້ນອ້າຍເງີຍໜ້າຂຶ້ນແລ້ວເຫັນແບ້ຜູ້ທີ່ກຳລັງປະສົມພັນກັບຝູງສັດທີ່ມີລາຍກ່ານ, ລາຍດ່າງ ຫລື ລາຍຈຸດ.11ເທວະດາຂອງພຣະເຈົ້າກ່າວກັບອ້າຍໃນຄວາມຝັນວ່າ, ‘ຢາໂຄບເອີຍ,’ ອ້າຍໄດ້ຕອບວ່າ, ‘ຂ້ານ້ອຍຢູ່ທີ່ນີ້’.12ແລະ ເທວະດານັ້ນໄດ້ກ່າວວ່າ, ‘ຈົ່ງເງີຍໜ້າຂຶ້ນແລ້ວເບິ່ງວ່າແກະຜູ້ທຸກໂຕທີ່ກຳລັງປະສົມພັນກັບຝູງສັດນັ້ນລ້ວນແຕ່ມີລາຍກ່ານ, ລາຍດ່າງ ຫລື ລາຍຈຸດ, ເພາະເຮົາໄດ້ເຫັນທຸກຢ່າງທີ່ລາບານເຮັດແກ່ເຈົ້າ.13ເຮົາຄືພຣະເຈົ້າແຫ່ງເບັດເອນ, ບ່ອນທີ່ເຈົ້າໄດ້ເຈີມເສົາ ແລະ ບ່ອນທີ່ເຈົ້າໄດ້ກ່າວຄຳປະຕິຍານໄວ້ກັບເຮົາ. ບັດນີ້ ເຈົ້າຈົ່ງອອກຈາກດິນແດນນີ້ທັນທີ ແລະ ກັບໄປຍັງດິນແດນທີ່ເປັນບ້ານເກີດຂອງເຈົ້າ’ ”.14ແລ້ວນາງຣາເຊັນ ແລະ ນາງເລອາກໍຕອບວ່າ, “ພວກເຮົາຍັງມີສ່ວນຮັບມໍລະດົກໃນຊັບສິນຂອງພໍ່ພວກເຮົາຢູ່ບໍ?15ເພິ່ນບໍ່ຖືວ່າພວກເຮົາເປັນຄົນຕ່າງຊາດບໍ? ເພິ່ນບໍ່ພຽງແຕ່ຂາຍພວກເຮົາເທົ່ານັ້ນ, ແຕ່ເພິ່ນຍັງໃຊ້ເງິນສ່ວນທີ່ເປັນຄ່າຕົວຂອງພວກເຮົາໝົດແລ້ວ.16ຊັບສົມບັດທັງໝົດທີ່ພຣະເຈົ້າເອົາອອກຈາກພໍ່ຂອງພວກເຮົາກໍເປັນຂອງພວກເຮົາ ແລະ ບັນດາລູກຂອງພວກເຮົາຢ່າງແນ່ນອນ. ດັ່ງນັ້ນ ຂໍໃຫ້ອ້າຍເຮັດຕາມທີ່ພຣະເຈົ້າໄດ້ບອກ”.17ແລ້ວຢາໂຄບຈຶ່ງໃຫ້ບັນດາລູກ ແລະ ເມຍທັງສອງຂອງລາວຂຶ້ນອູດ,18ແລະ ລາວກໍຕ້ອນເອົາສັດລ້ຽງທັງໝົດຂອງຕົນອອກໜ້າໄປ ພ້ອມກັບສິ່ງຂອງຕ່າງໆທັງໝົດທີ່ລາວໄດ້ສະສົມໄວ້ໄດ້ໃນປັດດານອາຣາມ , ເພື່ອເດີນທາງໄປຫາອີຊາກພໍ່ຂອງຕົນໃນດິນແດນການາອານ.19ເມື່ອລາບານໄດ້ອອກໄປຕັດຂົນແກະຂອງເພິ່ນຢູ່ນັ້ນ, ນາງຣາເຊັນກໍເຂົ້າໄປລັກເອົາບັນດາພະປະຈຳເຮືອນຂອງພໍ່ຕົນ.20ຫລາຍກວ່ານັ້ນ ຢາໂຄບຍັງໄດ້ຫລອກລວງລາບານຊາວອາຣາມໂດຍບໍ່ໄດ້ບອກລາບານວ່າລາວກຳລັງໜີໄປ.21ດັ່ງນັ້ນ ລາວຈຶ່ງໜີໄປພ້ອມກັບສິ່ງຂອງທັງໝົດທີ່ລາວມີ, ເມື່ອຂ້າມແມ່ນ້ຳເອີຟຣັດແລ້ວ, ລາວກໍມຸ່ງໜ້າໄປຍັງເຂດພູເຂົາກີເລອາດ.ລາບານໄລ່ຕາມຢາໂຄບ
22ໃນມື້ທີສາມ ມີຄົນບອກລາບານວ່າຢາໂຄບໄດ້ໜີໄປແລ້ວ.23ເພິ່ນຈຶ່ງໄດ້ພາຍາດພີ່ນ້ອງຂອງເພິ່ນໄປນຳ, ເພິ່ນໄດ້ໄລ່ຕາມຢາໂຄບໄປເປັນເວລາເຈັດວັນ ແລະ ໄດ້ຕາມມາທັນລາວຢູ່ທີ່ເນີນພູກີເລອາດ.24ແລ້ວຄືນນັ້ນພຣະເຈົ້າມາຫາລາບານຊາວອາຣາມໃນຄວາມຝັນ ແລະ ກ່າວແກ່ເພິ່ນວ່າ, “ຈົ່ງລະວັງ ຢ່າເວົ້າສິ່ງໃດຕໍ່ຢາໂຄບ, ບໍ່ວ່າຈະເປັນເລື່ອງດີ ຫລື ເລື່ອງຮ້າຍ”.25ຢາໂຄບໄດ້ຕັ້ງເຕັນຂອງຕົນຂຶ້ນຢູ່ທີ່ເນີນພູກີເລອາດ ເມື່ອລາບານຕາມມາທັນລາວ ແລະ ລາບານກັບຍາດພີ່ນ້ອງຂອງເພິ່ນກໍໄດ້ຕັ້ງຄ້າຍພັກຢູ່ທີ່ນັ້ນເໝືອນກັນ.26ແລ້ວລາບານຈຶ່ງໄດ້ເວົ້າກັບຢາໂຄບວ່າ, “ເປັນຫຍັງຫລານຈຶ່ງເຮັດຢ່າງນີ້? ຫລານໄດ້ຫລອກລວງລຸງ ແລະ ຫລານໄດ້ກວາດຕ້ອນເອົາບັນດາລູກສາວຂອງລຸງມາເໝືອນກັບຊະເລີຍໃນສົງຄາມ.27ເປັນຫຍັງຫລານຈຶ່ງລັກໜີມາ ແລະ ຫລອກລວງລຸງ? ເປັນຫຍັງຈຶ່ງບໍ່ບອກລຸງ, ເພື່ອລຸງຈະໄດ້ສົ່ງຫລານໄປດ້ວຍຄວາມຍິນດີ ແລະ ດ້ວຍການຮ້ອງເພງປະສານກັບສຽງກອງແຊັກ ແລະ ສຽງພິນຕ່າງໆ?28ຫລານບໍ່ປ່ອຍແມ່ນແຕ່ໃຫ້ລຸງໄດ້ຈູບລາບັນດາຫລານ ແລະ ບັນດາລູກສາວຂອງລຸງເລີຍ. ຫລານໄດ້ເຮັດສິ່ງທີ່ໂງ່.29ລຸງມີອຳນາດທີ່ຈະເຮັດຮ້າຍພວກເຈົ້າ; ແຕ່ຄືນຜ່ານມານີ້ພຣະເຈົ້າຂອງພໍ່ຫລານໄດ້ກ່າວກັບລຸງວ່າ, ‘ຈົ່ງລະວັງ ຢ່າເວົ້າສິ່ງໃດແກ່ຢາໂຄບ, ບໍ່ວ່າເລື່ອງດີ ຫລື ເລື່ອງຮ້າຍ’.30ບັດນີ້ ຫລານໄດ້ຈາກມາເພາະຫລານຢາກຈະກັບໄປຫາຄອບຄົວຂອງພໍ່ຂອງຫລານ. ແຕ່ເປັນຫຍັງຫລານຈຶ່ງລັກເອົາບັນດາພະຂອງລຸງ?”31ຢາໂຄບໄດ້ຕອບລາບານວ່າ, “ຫລານຢ້ານ, ເພາະຫລານຄິດວ່າລຸງຈະໃຊ້ກຳລັງເພື່ອເອົາລູກສາວທັງສອງຂອງລຸງໄປຈາກຫລານ.32ແຕ່ຖ້າລຸງພົບບັນດາພະຂອງລຸງຢູ່ກັບຜູ້ໃດ, ຜູ້ນັ້ນຈະຕ້ອງບໍ່ມີຊີວິດຢູ່. ໃຫ້ລຸງຄົ້ນເບິ່ງຕໍ່ໜ້າຍາດພີ່ນ້ອງຂອງພວກເຮົາເອົາເອງສາ ວ່າມີສິ່ງໃດທີ່ເປັນຂອງລຸງນັ້ນຢູ່ກັບຫລານບໍ່; ແລະ ຖ້າມີ, ກໍຈົ່ງເອົາສິ່ງນັ້ນໄປ”. ເວລານີ້ຢາໂຄບບໍ່ຮູ້ວ່ານາງຣາເຊັນໄດ້ລັກເອົາພະມານຳ.33ດັ່ງນັ້ນ ລາບານຈຶ່ງໄດ້ເຂົ້າໄປຄົ້ນໃນເຕັນຂອງຢາໂຄບ, ເຂົ້າໄປໃນເຕັນຂອງນາງເລອາ ແລະ ເຕັນຂອງຄົນຮັບໃຊ້ຍິງທັງສອງ, ແຕ່ເພິ່ນບໍ່ໄດ້ພົບສິ່ງໃດ. ຫລັງຈາກທີ່ເພິ່ນໄດ້ອອກມາຈາກເຕັນຂອງນາງເລອາແລ້ວ, ເພິ່ນກໍໄດ້ເຂົ້າໄປໃນເຕັນຂອງນາງຣາເຊັນ.34ບັດນີ້ ນາງຣາເຊັນໄດ້ລັກເອົາບັນດາພະປະຈຳຄອບຄົວມາໄວ້ຢູ່ກ້ອງເບາະນັ່ງຂອງອູດ ແລະ ກຳລັງນັ່ງເຕັງພະເຫລົ່ານັ້ນຢູ່. ລາບານໄດ້ຄົ້ນຈົນທົ່ວທຸກສິ່ງທີ່ຢູ່ໃນເຕັນແຕ່ກໍບໍ່ພົບສິ່ງໃດ.35ນາງຣາເຊັນໄດ້ເວົ້າຕໍ່ພໍ່ຂອງຕົນວ່າ, “ນາຍເອີຍ, ຂໍຢ່າໃຈຮ້າຍໃຫ້ລູກທີ່ລູກລຸກຂຶ້ນຢືນຕ້ອນຮັບການມາຢ້ຽມຢາມຂອງພໍ່ບໍ່ໄດ້; ເພາະລູກກຳລັງມີປະຈຳເດືອນ”. ດັ່ງນັ້ນ ລາບານຈຶ່ງຄົ້ນແຕ່ບໍ່ພົບບັນດາພະປະຈຳຄອບຄົວ.36ຢາໂຄບຈຶ່ງໃຈຮ້າຍ ແລະ ເອົາລາບານມາຕຳໜິ. ລາວໄດ້ຖາມລາບານວ່າ, “ຄວາມຜິດຮ້າຍແຮງຂອງຫລານຄືອັນໃດ? ຫລານໄດ້ເຮັດຫຍັງຜິດຕໍ່ລຸງ ລຸງຈຶ່ງໄດ້ຕາມລ່າຫລານ?37ບັດນີ້ ເມື່ອລຸງໄດ້ຄົ້ນເຄື່ອງຂອງທຸກຢ່າງຂອງຫລານແລ້ວ, ລຸງພົບສິ່ງໃດທີ່ເປັນຂອງຄອບຄົວຂອງລຸງບໍ? ຈົ່ງເອົາສິ່ງນັ້ນມາວາງຢູ່ທີ່ນີ້ຕໍ່ໜ້າຍາດພີ່ນ້ອງຂອງລຸງ ແລະ ຂອງຫລານ, ແລ້ວໃຫ້ພວກເຂົາຕັດສິນລະຫວ່າງພວກເຮົາທັງສອງ.38“ຫລານໄດ້ຢູ່ກັບລຸງມາຈົນເຖິງວັນນີ້ກໍເປັນເວລາຊາວປີແລ້ວ. ຫລານບໍ່ເຄີຍໄດ້ເຮັດໃຫ້ແກະ ແລະ ແບ້ຂອງລຸງຫລຸລູກຈັກເທື່ອ, ຫລານກໍຍັງບໍ່ເຄີຍໄດ້ກິນແກະຈາກຝູງສັດຂອງລຸງເລີຍ.39ຫລານບໍ່ໄດ້ເອົາສັດໂຕທີ່ຖືກສັດຮ້າຍກັດກິນໄປໃຫ້ລຸງ; ຫລານໄດ້ຮັບຜິດຊອບຄວາມເສຍຫາຍນັ້ນດ້ວຍຕົນເອງ. ແລ້ວລຸງກໍຮຽກຮ້ອງໃຫ້ຫລານຊົດໃຊ້ສັດທຸກໂຕທີ່ຖືກລັກໄປ ບໍ່ວ່າຈະເສຍໄປໃນເວລາກາງເວັນ ຫລື ກາງຄືນ.40ນີ້ແມ່ນສະພາບການເປັນຢູ່ຂອງຫລານຄື: ຄວາມຮ້ອນໄດ້ກືນກິນຫລານໃນເວລາກາງເວັນ ແລະ ຄວາມເຢັນກໍໄດ້ກືນກິນໃນເວລາກາງຄືນ. ການນອນຫລັບກໍໄດ້ໜີໄປຈາກຕາຂອງຫລານ.41ເປັນແບບນີ້ຕະຫລອດຊາວປີທີ່ຫລານໄດ້ຢູ່ໃນຄົວເຮືອນຂອງລຸງ. ຫລານໄດ້ເຮັດວຽກໃຫ້ລຸງສິບສີ່ປີເພື່ອຈະໄດ້ລູກສາວສອງຄົນຂອງລຸງ ແລະ ອີກຫົກປີເພື່ອຈະໄດ້ຝູງສັດຂອງລຸງ, ແລ້ວລຸງຍັງໄດ້ປ່ຽນຄ່າຈ້າງຂອງຫລານສິບຄັ້ງ.42ຖ້າພຣະເຈົ້າຂອງພໍ່ຂອງຫລານ, ພຣະເຈົ້າຂອງອັບຣາຮາມ ແລະ ພຣະເຈົ້າທີ່ອີຊາກຢຳເກງ ບໍ່ໄດ້ຢູ່ກັບຫລານແລ້ວ, ລຸງກໍຄົງຈະສົ່ງຫລານໜີໄປມືເປົ່າແນ່ນອນ. ແຕ່ພຣະເຈົ້າໄດ້ເຫັນຄວາມລຳບາກຂອງຫລານ ແລະ ມືທີ່ເຮັດວຽກໜັກຂອງຫລານ ແລ້ວພຣະອົງຈຶ່ງໄດ້ຕຳໜິລຸງມື້ຄືນນີ້”.43ລາບານໄດ້ຕອບຢາໂຄບວ່າ, “ແມ່ຍິງເຫລົ່ານີ້ກໍເປັນລູກສາວຂອງລຸງ, ເດັກນ້ອຍເຫລົ່ານີ້ກໍເປັນລູກຫລານຂອງລຸງ ແລະ ຝູງສັດເຫລົ່ານີ້ກໍເປັນຝູງສັດຂອງລຸງ. ທຸກຢ່າງທີ່ຫລານເຫັນຢູ່ນີ້ກໍລ້ວນແຕ່ເປັນຂອງລຸງ. ແຕ່ວັນນີ້ລຸງຈະເຮັດຫຍັງກັບລູກສາວເຫລົ່ານີ້ຂອງລຸງ ຫລື ກັບເດັກນ້ອຍທີ່ພວກເຂົາໃຫ້ກຳເນີດມາໄດ້ແດ່?44ມາເທາະ, ໃຫ້ພວກເຮົາມາເຮັດພັນທະສັນຍາກັນລະຫວ່າງຫລານກັບລຸງ ແລະ ໃຫ້ພັນທະສັນຍານີ້ເປັນພະຍານລະຫວ່າງພວກເຮົາ”.45ດັ່ງນັ້ນ ຢາໂຄບຈຶ່ງໄດ້ເອົາຫີນກ້ອນໜຶ່ງຕັ້ງຂຶ້ນເປັນເສົາ.46ລາວໄດ້ກ່າວຕໍ່ຍາດພີ່ນ້ອງຂອງລາວວ່າ, “ຈົ່ງຮວບຮວມເອົາກ້ອນຫີນຈຳນວນໜຶ່ງມາ”. ດັ່ງນັ້ນ ພວກເຂົາຈຶ່ງໄດ້ເອົາກ້ອນຫີນມາ ແລະ ວາງກ້ອນຫີນເຫລົ່ານັ້ນໄວ້ເປັນກອງ ແລະ ພວກເຂົາໄດ້ກິນອາຫານຮ່ວມກັນຢູ່ຂ້າງກອງຫີນນັ້ນ.47ລາບານໄດ້ເອີ້ນກອງຫີນນັ້ນວ່າ, ເຢກາຊາຮາດູທາ ແລະ ຢາໂຄບໄດ້ເອີ້ນກອງຫີນນັ້ນວ່າຄາລີເອດ. 48ລາບານໄດ້ເວົ້າວ່າ, “ໃນມື້ນີ້ກອງຫີນນີ້ຈະເປັນພະຍານລະຫວ່າງລຸງກັບຫລານ”. ນີ້ເປັນສາເຫດທີ່ກອງຫີນນັ້ນໄດ້ຊື່ວ່າຄາລີເອດ.49ກອງຫີນນີ້ໄດ້ຖືກເອີ້ນເໝືອນກັນວ່າມີຊະປາ, ເພາະເພິ່ນໄດ້ເວົ້າວ່າ, “ຂໍໃຫ້ພຣະເຈົ້າຢາເວ ເຝົ້າເບິ່ງລະຫວ່າງຫລານກັບລຸງເມື່ອພວກເຮົາຈາກກັນໄປ.50ຖ້າຫລານຂົ່ມເຫັງບັນດາລູກສາວຂອງລຸງ ຫລື ຖ້າຫລານເອົາເມຍໃໝ່ນອກຈາກບັນດາລູກສາວຂອງລຸງ, ເຖິງແມ່ນວ່າບໍ່ມີຜູ້ໃດຢູ່ກັບພວກເຮົາກໍຕາມ, ກໍຂໍໃຫ້ຈື່ໄວ້ວ່າພຣະເຈົ້າເປັນພະຍານລະຫວ່າງຫລານກັບລຸງ”.51ລາບານໄດ້ເວົ້າກັບຢາໂຄບເໝືອນກັນວ່າ, “ຢູ່ທີ່ນີ້ເປັນກອງຫີນ ແລະ ນີ້ແມ່ນເສົາທີ່ລຸງໄດ້ຕັ້ງຂຶ້ນໄວ້ລະຫວ່າງຫລານກັບລຸງ.52ກອງຫີນນີ້ເປັນພະຍານ ແລະ ເສົານີ້ກໍເປັນພະຍານວ່າ, ລຸງຈະບໍ່ຜ່ານກອງຫີນນີ້ໄປທາງເບື້ອງຂອງຫລານເພື່ອເຮັດທຳຮ້າຍຫລານ ແລະ ຫລານກໍຈະບໍ່ຜ່ານກອງຫີນນີ້ ແລະ ເສົານີ້ມາທາງເບື້ອງຂອງລຸງເພື່ອທຳຮ້າຍລຸງ.53ຂໍໃຫ້ພຣະເຈົ້າຂອງອັບຣາຮາມ ແລະ ພຣະເຈົ້າຂອງນາໂຮ, ພຣະເຈົ້າຂອງພໍ່ຂອງພວກເພິ່ນຕັດສິນລະຫວ່າງພວກເຮົາ”.ດັ່ງນັ້ນ ຢາໂຄບຈຶ່ງໄດ້ປະຕິຍານໃນນາມຂອງພຣະເຈົ້າຜູ້ທີ່ອີຊາກພໍ່ຂອງຕົນຢຳເກງ.54ລາວໄດ້ຖວາຍເຄື່ອງບູຊາຢູ່ທີ່ນັ້ນ ທີ່ເນີນພູນັ້ນ ແລະ ໄດ້ເຊີນຍາດພີ່ນ້ອງຂອງລາວມາກິນອາຫານຮ່ວມກັນ. ຫລັງຈາກທີ່ພວກເຂົາກິນອາຫານແລ້ວ, ພວກເຂົາກໍໄດ້ນອນຄ້າງຄືນຢູ່ທີ່ນັ້ນ.55ແຕ່ເຊົ້າໆຂອງວັນຕໍ່ມາ ລາບານກໍໄດ້ຈູບລາບັນດາຫລານຂອງເພິ່ນ ແລະ ລູກສາວທັງສອງຂອງເພິ່ນພ້ອມທັງໄດ້ອວຍພອນພວກເຂົາ. ແລ້ວເພິ່ນກໍຈາກພວກເຂົາ ແລະ ເດີນທາງກັບບ້ານ.
Biblica, Inc.