ປະຖົມມະການ12
ການເອີ້ນຂອງອັບຣາມ
1ພຣະເຈົ້າຢາເວໄດ້ກ່າວແກ່ອັບຣາມວ່າ, “ຈົ່ງອອກຈາກບ້ານເມືອງຂອງເຈົ້າ, ປະຊາຊົນຂອງເຈົ້າ ແລະ ຄອບຄົວພໍ່ຂອງເຈົ້າເພື່ອໄປຍັງດິນແດນທີ່ເຮົາຈະສະແດງແກ່ເຈົ້າ.2“ເຮົາຈະເຮັດໃຫ້ເຈົ້າເປັນຊົນຊາດໃຫຍ່,ແລະ ເຮົາຈະອວຍພອນເຈົ້າ;ເຮົາຈະເຮັດໃຫ້ຊື່ສຽງຂອງເຈົ້າຍິ່ງໃຫຍ່,ແລະ ເຈົ້າຈະເປັນພອນ. 3ເຮົາຈະອວຍພອນບັນດາຜູ້ທີ່ອວຍພອນເຈົ້າ,ແລະ ເຮົາຈະສາບແຊ່ງບັນດາຜູ້ທີ່ສາບແຊ່ງເຈົ້າ,ແລະ ທຸກຄົນໃນໂລກຈະໄດ້ຮັບພອນຜ່ານທາງເຈົ້າ”. 4ດັ່ງນັ້ນ ອັບຣາມກໍໄດ້ອອກໄປ ຕາມທີ່ພຣະເຈົ້າຢາເວໄດ້ບອກເພິ່ນ; ແລະ ໂລດກໍໄດ້ໄປກັບເພິ່ນ. ອັບຣາມອອກຈາກເມືອງຮາຣານເມື່ອເພິ່ນມີອາຍຸໄດ້ 75 ປີ.5ເພິ່ນໄດ້ເອົານາງຊາຣາຍເມຍຂອງເພິ່ນ, ໂລດຜູ້ເປັນຫລານຊາຍຂອງເພິ່ນ, ຊັບສົມບັດທັງໝົດທີ່ພວກເພິ່ນໄດ້ສະສົມໄວ້ ແລະ ບໍລິວານທີ່ພວກເພິ່ນໄດ້ມາໃນເມືອງຮາຣານນັ້ນ, ແລ້ວພວກເພິ່ນກໍອອກເດີນທາງໄປທີ່ດິນແດນການາອານ ແລະ ພວກເພິ່ນກໍໄປເຖິງທີ່ນັ້ນ.6ອັບຣາມເດີນທາງຜ່ານດິນແດນທີ່ຫ່າງໄກໄປຈົນເຖິງບ່ອນທີ່ມີຕົ້ນໄມ້ໃຫຍ່ໂມເຣໃນເມືອງຊີເຄມ. ໃນເວລານັ້ນຊາວການາອານຍັງຢູ່ໃນດິນແດນນັ້ນ.7ພຣະເຈົ້າຢາເວໄດ້ປາກົດແກ່ອັບຣາມ ແລະ ກ່າວວ່າ, “ເຮົາຈະມອບດິນແດນນີ້ໃຫ້ແກ່ເຊື້ອສາຍ ຂອງເຈົ້າ”. ດັ່ງນັ້ນ ເພິ່ນຈຶ່ງໄດ້ສ້າງແທ່ນບູຊາຂຶ້ນຢູ່ທີ່ນັ້ນເພື່ອຖວາຍແກ່ພຣະເຈົ້າຢາເວ ຜູ້ທີ່ໄດ້ປາກົດແກ່ເພິ່ນ.8ຈາກທີ່ນັ້ນ ເພິ່ນກໍໄດ້ເດີນທາງຕໍ່ໄປຍັງເນີນພູດ້ານຕາເວັນອອກຂອງເມືອງເບັດເອນ ແລະ ຕັ້ງເຕັນຂອງເພິ່ນຂຶ້ນ ໂດຍມີເບັດເອນຢູ່ທາງທິດຕາເວັນຕົກ ແລະ ເມືອງອາອີຢູ່ທາງທິດຕາເວັນອອກ. ທີ່ນັ້ນເພິ່ນໄດ້ສ້າງແທ່ນບູຊາຂຶ້ນຖວາຍແກ່ພຣະເຈົ້າຢາເວ ແລະ ຮ້ອງອອກນາມຂອງພຣະເຈົ້າຢາເວ.9ຫລັງຈາກນັ້ນ ອັບຣາມກໍອອກເດີນທາງຕໍ່ໄປທີ່ເນເກັບ.ອັບຣາມໃນປະເທດເອຢິບ
10ເວລານັ້ນ ມີການອຶດຢາກອາຫານເກີດຂຶ້ນໃນດິນແດນ ແລະ ອັບຣາມຈຶ່ງໄດ້ລົງໄປທີ່ເອຢິບ ແລະ ອາໄສຢູ່ທີ່ນັ້ນຊົ່ວໄລຍະໜຶ່ງ ເພາະການອຶດຢາກຮຸນແຮງຫລາຍ.11ຂະນະທີ່ເພິ່ນກຳລັງຈະເຂົ້າໄປເອຢິບ, ເພິ່ນໄດ້ເວົ້າກັບນາງຊາຣາຍເມຍຂອງເພິ່ນວ່າ, “ອ້າຍຮູ້ວ່ານ້ອງເປັນຍິງທີ່ງົດງາມ.12ເມື່ອຊາວເອຢິບເຫັນນ້ອງ ພວກເຂົາຈະເວົ້າວ່າ, ‘ນີ້ແມ່ນເມຍຂອງລາວ’. ແລ້ວພວກເຂົາກໍຈະຂ້າອ້າຍ ແຕ່ຈະປ່ອຍໃຫ້ນ້ອງມີຊີວິດຢູ່.13ຂໍໃຫ້ນ້ອງບອກວ່ານ້ອງເປັນນ້ອງສາວຂອງອ້າຍ, ເພື່ອວ່າພວກເຂົາຈະປະຕິບັດຕໍ່ອ້າຍເປັນຢ່າງດີເພາະເຫັນແກ່ນ້ອງ ແລະ ພວກເຂົາຈະໄວ້ຊີວິດຂອງອ້າຍໄວ້ເພາະນ້ອງ”.14ເມື່ອອັບຣາມມາເຖິງເອຢິບ, ຊາວເອຢິບກໍເຫັນວ່ານາງຊາຣາຍເປັນຍິງທີ່ງາມຫລາຍ.15ແລະ ເມື່ອຂ້າລາຊະການຂອງຟາໂຣເຫັນນາງແລ້ວ, ພວກເຂົາກໍຍົກຍ້ອງນາງຕໍ່ຟາໂຣ, ແລ້ວນາງຈຶ່ງຖືກພາຕົວໄປຍັງວັງຂອງເພິ່ນ.16ຟາໂຣໄດ້ປະຕິບັດຕໍ່ອັບຣາມເປັນຢ່າງດີເພາະເຫັນແກ່ນາງ ແລະ ຍັງໄດ້ມອບແກະ, ງົວ, ລໍຜູ້ ແລະ ລໍແມ່, ຜູ້ຮັບໃຊ້ຊາຍຍິງ ແລະ ຝູງອູດໃຫ້ແກ່ອັບຣາມ.17ແຕ່ພຣະເຈົ້າຢາເວໄດ້ເຮັດໃຫ້ເກີດພະຍາດຮ້າຍແຮງຂຶ້ນແກ່ຟາໂຣ ແລະ ຄອບຄົວຂອງເພິ່ນຍ້ອນນາງຊາຣາຍເມຍຂອງອັບຣາມ.18ດັ່ງນັ້ນ ຟາໂຣຈຶ່ງໄດ້ເອີ້ນອັບຣາມມາພົບ. ເພິ່ນກ່າວວ່າ, “ເປັນຫຍັງເຈົ້າຈຶ່ງເຮັດກັບເຮົາຢ່າງນີ້? ເປັນຫຍັງເຈົ້າຈຶ່ງບໍ່ບອກເຮົາວ່ານາງເປັນເມຍຂອງເຈົ້າ?19ເປັນຫຍັງເຈົ້າຈຶ່ງເວົ້າວ່າ, ‘ນາງເປັນນ້ອງສາວຂອງຂ້ານ້ອຍ’? ເພື່ອວ່າເຮົາຈະໄດ້ເອົານາງມາເປັນເມຍຂອງເຮົາບໍ? ນີ້ເມຍຂອງເຈົ້າ. ຈົ່ງເອົານາງຄືນ ແລະ ຈົ່ງໜີໄປ!”20ແລ້ວຟາໂຣຈຶ່ງສັ່ງຄົນຂອງເພິ່ນເລື່ອງອັບຣາມ ແລະ ພວກເຂົາກໍໄດ້ສົ່ງອັບຣາມໄປຕາມທາງຂອງເພິ່ນພ້ອມກັບເມຍຂອງເພິ່ນ ແລະ ທຸກສິ່ງທີ່ເພິ່ນມີ.Biblica, Inc.