ປະຖົມມະການ10

ລາຍຊື່​ບັນດາ​ຊົນຊາດ

1ນີ້​ແມ່ນ​ເລື່ອງລາວ​ຂອງ​ເຊມ, ຮາມ ແລະ ຢາເຟດ, ລູກຊາຍ​ຂອງ​ໂນອາ ເຊິ່ງ​ມີ​ລູກຊາຍ​ເກີດ​ມາ​ຫລັງຈາກ​ນ້ຳຖ້ວມ.

ເຊື້ອສາຍ​ຂອງ​ຢາເຟດ

2ບັນດາ​ລູກຊາຍ ​ຂອງ​ຢາເຟດ​ມີ​ຄື: ໂກເມ, ມາກົກ, ມາດາຍ, ຢາວານ, ຕູບານ, ເມເຊັກ ແລະ ຕີຣາດ.3ບັນດາ​ລູກຊາຍ​ຂອງ​ໂກເມ​ມີ​ຄື: ອັດຊະເກນາດ, ຣີຟາດ ແລະ ໂຕກາມາ4ບັນດາ​ລູກ​ຂອງ​ຢາວານ​ມີ​ຄື: ເອລີຊາ, ຕາກຊິດ, ຊາວ​ກິດຕິມ ແລະ ຊາວ​ໂຣດານນິມ 5(ຄົນເຫລົ່ານີ້​ເປັນ​ບັນພະບຸລຸດ​ຂອງ​ຊາວ​ທະເລ​ທີ່​ແຍກ​ໄປ​ອາໄສ​ໃນ​ດິນແດນ​ຕ່າງໆ​ຂອງ​ພວກເຂົາ ຕາມ​ຕະກຸນ​ຂອງ​ພວກເຂົາ​ໃນ​ຊົນຊາດ​ຂອງ​ພວກເຂົາ, ເຊິ່ງ​ແຕ່​ລະ​ຊົນຊາດ​ກໍ​ມີ​ພາສາ​ເປັນ​ຂອງ​ຕົນ​ເອງ).

ເຊື້ອສາຍ​ຂອງ​ຮາມ

6ບັນດາ​ລູກຊາຍ​ຂອງ​ຮາມ​ມີ​ຄື: ກູເຊ, ເອຢິບ, ພູດ ແລະ ການາອານ.7ບັນດາ​ລູກຊາຍ​ຂອງ​ກູເຊ​ມີ​ຄື: ເຊບາ, ຮາວີລາ, ສັບຕາ, ຣາອາມາ ແລະ ສັບເຕກາ. ບັນດາ​ລູກຊາຍ​ຂອງ​ຣາອາມາ​ມີ​ຄື: ເຊບາ ແລະ ເດດານ.8ກູເຊ​ເປັນ​ພໍ່ ​ຂອງ​ນິມໂຣດ, ຜູ້​ທີ່​ເປັນ​ນັກຮົບ​ຜູ້​ຍິ່ງໃຫຍ່​ຄົນ​ໜຶ່ງ​ຂອງ​ໂລກ.9ລາວ​ເປັນ​ນັກລ່າສັດ​ຜູ້​ຍິ່ງໃຫຍ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ; ດ້ວຍເຫດນີ້​ຈຶ່ງ​ກ່າວ​ກັນ​ວ່າ, “ເໝືອນ​ນິມໂຣດ ນັກລ່າສັດ​ທີ່​ຍິ່ງໃຫຍ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ”.10ບັນດາ​ສູນກາງ​ທຳອິດ​ຂອງ​ອານາຈັກ​ຂອງ​ນິມໂຣດ​ຄື: ບາບີໂລນ, ເອເຣັກ, ອັກກາດ ແລະ ຄານເນ, ໃນ ​ຊີນາ. 11ຈາກ​ດິນແດນ​ນັ້ນ​ລາວ​ໄດ້​ໄປ​ທີ່​ອັດຊີເຣຍ, ບ່ອນ​ທີ່​ລາວ​ໄດ້​ສ້າງ​ເມືອງ​ນີເນເວ, ເຣໂຮໂບດອິເຣ, ກາລາ12ແລະ ເຣເຊັນ, ເຊິ່ງ​ຕັ້ງ​ຢູ່​ລະຫວ່າງ​ນີເນເວ ແລະ ກາລາ ເຊິ່ງ​ເປັນ​ເມືອງ​ໃຫຍ່.13ເອຢິບ​ເປັນ​ພໍ່​ຂອງ ຊາວ​ລູດິມ, ຊາວ​ອານາມ, ຊາວ​ເລຮາບ, ຊາວ​ນັບຕູ,14ຊາວ​ປາທະຣູ, ຊາວ​ກັດສະລູ (ເຊິ່ງ​ເປັນ​ບັນພະບຸລຸດ​ຂອງ​ຊາວ​ຟີລິດສະຕິນ) ແລະ ຊາວ​ຄັບຟະໂທ.15ການາອານ​ເປັນ​ພໍ່​ຂອງ ຊີໂດນ ເຊິ່ງ​ເປັນ​ລູກຊາຍ​ກົກ​ຂອງ​ເພິ່ນ ແລະ ເປັນ​ພໍ່​ຂອງ​ຊາວ​ຮິດຕີ,16ຊາວເຢບຸດ, ຊາວອາໂມ, ຊາວ​ກີກາຊີ,17ຊາວຮີວີ, ຊາວ​ອາກກີ, ຊາວ​ສີນີ,18ຊາວ​ອາກວາດີ, ຊາວ​ເຊມາຣີ ແລະ ຊາວ​ຮາມັດ. (ຕໍ່ມາ​ຕະກຸນ​ຂອງ​ຊາວ​ການາອານ​ກໍ​ໄດ້​ກະແຈກກະຈາຍ​ອອກ​ໄປ19ແລະ ເຂດແດນ​ຂອງ​ການາອານ​ກໍ​ໄດ້​ຂະຫຍາຍ​ຈາກ​ຊີໂດນ​ອອກໄປ​ເຖິງ​ເກຣາກ​ໄປ​ໄກ​ເຖິງ​ກາຊາ ແລະ ຕໍ່​ໄປ​ເຖິງ​ເມືອງ​ໂຊໂດມ, ໂກໂມຣາ, ອັດມາ ແລະ ເຊບົວອິມ​ໄປ​ເຖິງ​ລາຊາ.)20ຄົນ​ເຫລົ່ານີ້​ເປັນ​ລູກຊາຍ​ຂອງ​ຮາມ​ຕາມ​ຕະກຸນ ແລະ ຕາມ​ພາສາ​ຂອງ​ພວກເຂົາ, ໃນ​ເຂດແດນ ແລະ ໃນ​ຊົນຊາດ​ຂອງ​ພວກເຂົາ.

ເຊື້ອສາຍ​ຂອງ​ເຊມ

21ເຊມ​ຜູ້ເປັນ​ອ້າຍກົກ​ຂອງ​ຢາເຟດ​ກໍ​ມີ​ລູກຊາຍ​ຫລາຍ​ຄົນ​ເໝືອນກັນ; ເຊມ​ເປັນ​ບັນພະບຸລຸດ​ຂອງ​ລູກຊາຍ​ທັງໝົດ​ຂອງ​ເອເບ.22ບັນດາ​ລູກຊາຍ​ຂອງ​ເຊມ​ມີ​ຄື: ເອລາມ, ອັດຊູຣະ, ອາກປັກຊາດ, ລູດ ແລະ ອາຣາມ.23ບັນດາ​ລູກຊາຍ​ຂອງ​ອາຣາມ​ມີ​ຄື: ອູເສ, ຮຸນ, ເກເຕີ ແລະ ເມເຊັກ. 24ອາກປັກຊາດ​ເປັນ​ພໍ່​ຂອງ ​ເຊລາ, ແລະ ເຊລາ​ເປັນ​ພໍ່​ຂອງ​ເອເບ.25ເອເບ​ມີ​ລູກຊາຍ​ສອງ​ຄົນ​ຄື: ຄົນ​ໜຶ່ງ​ຊື່​ວ່າ​ເປເລັກ, ເພາະ​ໃນ​ສະໄໝ​ຂອງ​ລາວ​ໂລກ​ຖືກ​ແບ່ງແຍກ; ນ້ອງຊາຍ​ຂອງ​ລາວ​ຊື່​ວ່າ​ໂຢກທານ.26ໂຢກທານ​ເປັນ​ພໍ່​ຂອງ ອານໂມດາດ, ເຊເລັບ, ຮາຊາມາເວດ, ເຢຣາ,27ຮາໂດຣາມ, ອູຊານ, ດີກະລາ,28ໂອບານ, ອາບີມາເອນ, ເຊບາ29ໂອຟີ, ຮາວີລາ ແລະ ໂຢບັບ. ທັງໝົດ​ເຫລົ່ານີ້​ແມ່ນ​ລູກຊາຍ​ຂອງ​ໂຢກທານ.30(ດິນແດນ​ທີ່​ພວກເຂົາ​ອາໄສຢູ່​ນັ້ນ​ແມ່ນ​ເລີ່ມ​ຈາກ​ເມຊາ​ໄປ​ເຖິງ​ເສຟາ ໃນ​ເຂດ​ເນີນພູ​ທາງ​ທິດຕາເວັນອອກ.)31ຄົນ​ເຫລົ່ານີ້​ເປັນ​ລູກຊາຍ​ຂອງ​ເຊມ​ຕາມ​ຕະກຸນ ແລະ ຕາມ​ພາສາ​ຂອງ​ພວກເຂົາ, ເຊິ່ງ​ຢູ່​ໃນ​ເຂດແດນ ແລະ ໃນ​ຊົນຊາດ​ຕ່າງໆ​ຂອງ​ພວກເຂົາ.
32ທັງໝົດ​ນີ້​ຄື​ຕະກຸນ​ຕ່າງໆ​ຂອງ​ບັນດາ​ລູກຊາຍ​ຂອງ​ໂນອາ, ຕາມ​ເຊື້ອສາຍ​ຂອງ​ພວກເຂົາ, ເຊິ່ງ​ຢູ່​ພາຍໃນ​ຊົນຊາດ​ຕ່າງໆ​ຂອງ​ພວກເຂົາ. ຊົນຊາດ​ຕ່າງໆ​ເຫລົ່ານີ້​ໄດ້​ແຜ່ຂະຫຍາຍ​ອອກ​ໄປ​ທົ່ວ​ແຜ່ນດິນໂລກ​ຫລັງຈາກ​ນ້ຳຖ້ວມ.

Biblica, Inc.

https://app.library.bible/content/eab9312f9f16b3a2