ຄາລາເຕຍ1
1ຈົດໝາຍສະບັບນີ້ຈາກເຮົາໂປໂລ, ຜູ້ເປັນອັກຄະສາວົກຄົນໜຶ່ງ ເຊິ່ງບໍ່ໄດ້ຖືກສົ່ງມາຈາກມະນຸດ ຫລື ໂດຍມະນຸດຄົນໃດ, ແຕ່ໂດຍພຣະເຢຊູຄຣິດເຈົ້າ ແລະ ພຣະເຈົ້າພຣະບິດາ, ຜູ້ເຮັດໃຫ້ພຣະອົງເປັນຄືນມາຈາກຕາຍ,2ແລະ ພີ່ນ້ອງທຸກຄົນທີ່ຢູ່ກັບເຮົາ,
ເຖິງຄຣິສຕະຈັກຕ່າງໆໃນແຂວງຄາລາເຕຍ:3ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາ ແລະ ຈາກພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ ຈົ່ງມີແກ່ພວກເຈົ້າທັງຫລາຍ,4ພຣະອົງຜູ້ໄດ້ສະຫລະພຣະອົງເອງເພື່ອຄວາມບາບທັງຫລາຍຂອງພວກເຮົາ ເພື່ອຊ່ວຍຊີວິດພວກເຮົາຈາກຍຸກປັດຈຸບັນອັນຊົ່ວຮ້າຍນີ້, ຕາມຄວາມປະສົງຂອງພຣະເຈົ້າ ແລະ ພຣະບິດາເຈົ້າຂອງພວກເຮົາ,5ຂໍໃຫ້ກຽດຈົ່ງມີແກ່ພຣະອົງຕະຫລອດໄປເປັນນິດ! ອາແມນ.
ເຖິງຄຣິສຕະຈັກຕ່າງໆໃນແຂວງຄາລາເຕຍ:3ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາ ແລະ ຈາກພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ ຈົ່ງມີແກ່ພວກເຈົ້າທັງຫລາຍ,4ພຣະອົງຜູ້ໄດ້ສະຫລະພຣະອົງເອງເພື່ອຄວາມບາບທັງຫລາຍຂອງພວກເຮົາ ເພື່ອຊ່ວຍຊີວິດພວກເຮົາຈາກຍຸກປັດຈຸບັນອັນຊົ່ວຮ້າຍນີ້, ຕາມຄວາມປະສົງຂອງພຣະເຈົ້າ ແລະ ພຣະບິດາເຈົ້າຂອງພວກເຮົາ,5ຂໍໃຫ້ກຽດຈົ່ງມີແກ່ພຣະອົງຕະຫລອດໄປເປັນນິດ! ອາແມນ.
ບໍ່ມີຂ່າວປະເສີດອື່ນ
6ເຮົາປະຫລາດໃຈທີ່ພວກເຈົ້າທັງຫລາຍໄດ້ປະຖິ້ມພຣະອົງ ຜູ້ເອີ້ນພວກເຈົ້າໃຫ້ດໍາເນີນຊີວິດຢູ່ໃນພຣະຄຸນຂອງພຣະຄຣິດເຈົ້າໄປຢ່າງໄວວາ ແລະ ຫັນໄປຫາຂ່າວປະເສີດທີ່ແຕກຕ່າງ7ເຊິ່ງບໍ່ແມ່ນຂ່າວປະເສີດເລີຍ. ເຫັນໄດ້ຊັດເຈນວ່າບາງຄົນກຳລັງໂຍນພວກເຈົ້າເຂົ້າສູ່ຄວາມສັບສົນ ແລະ ພະຍາຍາມບິດເບືອນຂ່າວປະເສີດຂອງພຣະຄຣິດເຈົ້າ.8ແຕ່ຖ້າຫາກວ່າພວກເຮົາ ຫລື ເທວະດາຈາກສະຫວັນຈະປະກາດຂ່າວປະເສີດອື່ນ ເຊິ່ງແຕກຕ່າງໄປຈາກຂ່າວປະເສີດທີ່ພວກເຮົາໄດ້ປະກາດແກ່ພວກເຈົ້ານັ້ນ, ກໍໃຫ້ພວກເຂົາຢູ່ໃຕ້ການສາບແຊ່ງຂອງພຣະເຈົ້າ!9ດັ່ງທີ່ພວກເຮົາໄດ້ກ່າວໄວ້ແລ້ວ, ດັ່ງນັ້ນ ບັດນີ້ເຮົາຂໍກ່າວອີກວ່າ: ຖ້າຜູ້ໃດກໍຕາມປະກາດຂ່າວປະເສີດອື່ນໃຫ້ແກ່ພວກເຈົ້ານອກເໜືອຈາກສິ່ງທີ່ພວກເຈົ້າໄດ້ຮັບໄວ້ແລ້ວນັ້ນ, ກໍໃຫ້ພວກເຂົາຢູ່ໃຕ້ການສາບແຊ່ງຂອງພຣະເຈົ້າ!10ເວລານີ້ເຮົາກຳລັງພະຍາຍາມທີ່ຈະໃຫ້ມະນຸດ ຫລື ພຣະເຈົ້າຍອມຮັບ? ຫລື ເຮົາກຳລັງພະຍາຍາມເຮັດໃຫ້ມະນຸດພໍໃຈບໍ? ຖ້າເຮົາຍັງກຳລັງພະຍາຍາມເຮັດໃຫ້ມະນຸດພໍໃຈ, ເຮົາກໍບໍ່ແມ່ນຜູ້ຮັບໃຊ້ຂອງພຣະຄຣິດເຈົ້າ.ພຣະເຈົ້າໄດ້ເອີ້ນເອົາໂປໂລ
11ພີ່ນ້ອງທັງຫລາຍເອີຍ, ເຮົາຢາກໃຫ້ພວກເຈົ້າຮູ້ວ່າ, ຂ່າວປະເສີດທີ່ເຮົາໄດ້ປະກາດນັ້ນແມ່ນບໍ່ໄດ້ມາຈາກມະນຸດ.12ເຮົາບໍ່ໄດ້ຮັບຂ່າວປະເສີດນີ້ມາຈາກມະນຸດຄົນໃດ ຫລື ເຮົາບໍ່ໄດ້ຮັບການສິດສອນຂ່າວປະເສີດນີ້, ແຕ່ເຮົາໄດ້ຮັບຂ່າວປະເສີດໂດຍການເປີດເຜີຍຈາກພຣະເຢຊູຄຣິດເຈົ້າ.13ເພາະວ່າພວກເຈົ້າກໍເຄີຍໄດ້ຍິນເຖິງວິຖີຊີວິດຂອງເຮົາທີ່ຜ່ານມາໃນສາສະໜາຢິວ, ເຮົາໄດ້ຂົ່ມເຫັງຄຣິສຕະຈັກຂອງພຣະເຈົ້າຢ່າງຮຸນແຮງ ແລະ ພະຍາຍາມຈະທຳລາຍຄຣິສຕະຈັກ.14ເມື່ອເຮົາຢູ່ໃນສາສະໜາຢິວເຮົາກ້າວໜ້າກວ່າພີ່ນ້ອງຄົນຢິວຫລາຍຄົນໃນລຸ້ນດຽວກັນ ແລະ ກະຕືລືລົ້ນທີ່ສຸດຕໍ່ປະເພນີຂອງບັນພະບຸລຸດຂອງເຮົາ.15ແຕ່ເມື່ອພຣະເຈົ້າ ຜູ້ແຍກເຮົາໄວ້ຕັ້ງແຕ່ຢູ່ໃນທ້ອງແມ່ ແລະ ເອີ້ນເຮົາໂດຍພຣະຄຸນຂອງພຣະອົງ, ພຣະອົງພໍໃຈ16ທີ່ຈະເປີດເຜີຍພຣະບຸດຂອງພຣະອົງໃນເຮົາ ເພື່ອວ່າເຮົາຈະປະກາດພຣະອົງທ່າມກາງບັນດາຄົນຕ່າງຊາດ, ເຮົາກໍຕອບສະໜອງທັນທີໂດຍບໍ່ໄດ້ປຶກສາມະນຸດຄົນໃດ.17ເຮົາບໍ່ໄດ້ຂຶ້ນໄປຍັງນະຄອນເຢຣູຊາເລັມເພື່ອພົບກັບບັນດາຄົນທີ່ເປັນອັກຄະສາວົກກ່ອນເຮົາ, ແຕ່ເຮົາໄດ້ເຂົ້າໄປໃນປະເທດອາຣາເບຍ. ຫລັງຈາກນັ້ນເຮົາຈຶ່ງໄດ້ກັບຄືນມາເມືອງດາມັສກັດ.18ແລ້ວຫລັງຈາກສາມປີ, ເຮົາຈຶ່ງຂຶ້ນໄປຍັງນະຄອນເຢຣູຊາເລັມເພື່ອທຳຄວາມຮູ້ຈັກກັບເກຟາ ແລະ ພັກຢູ່ກັບເພິ່ນສິບຫ້າວັນ.19ເຮົາບໍ່ໄດ້ເຫັນອັກຄະສາວົກຄົນອື່ນເລີຍ ນອກຈາກຢາໂກໂບນ້ອງຊາຍຂອງອົງພຣະຜູ້ເປັນເຈົ້າ.20ເຮົາຂໍຢືນຢັນຕໍ່ພວກເຈົ້າຕໍ່ໜ້າພຣະເຈົ້າວ່າສິ່ງທີ່ເຮົາຂຽນເຖິງພວກເຈົ້ານັ້ນບໍ່ໄດ້ຕົວະ.21ຫລັງຈາກນັ້ນ ເຮົາໄດ້ໄປຍັງຊີເຣຍ ແລະ ກີລີເກຍ.22ຄຣິສຕະຈັກຕ່າງໆໃນພຣະຄຣິດເຈົ້າທີ່ຢູ່ໃນແຂວງຢູດາຍບໍ່ໄດ້ຮູ້ຈັກເຮົາເປັນການສ່ວນຕົວ.23ພວກເຂົາພຽງແຕ່ໄດ້ຍິນລາຍງານວ່າ: “ຜູ້ຊາຍທີ່ໃນເມື່ອກ່ອນເຄີຍຂົ່ມເຫັງພວກເຮົານັ້ນ ດຽວນີ້ກຳລັງປະກາດຄວາມເຊື່ອ ເຊິ່ງຄັ້ງໜຶ່ງລາວເຄີຍພະຍາຍາມທີ່ຈະທຳລາຍ”.24ແລະ ພວກເຂົາໄດ້ສັນລະເສີນພຣະເຈົ້າກໍເພາະເຮົາ.Biblica, Inc.