ເອຊະຣາ10

ປະຊາຊົນ​ສາລະພາບ​ຄວາມ​ບາບ

1ໃນ​ຂະນະ​ທີ່​ເອຊະຣາ​ກໍາລັງ​ອະທິຖານ ແລະ ສາລະພາບ​ຄວາມ​ບາບ, ຮ້ອງໄຫ້ ແລະ ຖິ້ມ​ກາຍ​ຂອງ​ຕົນ​ເອງ​ລົງ​ຕໍ່ໜ້າ​ວິຫານ​ຂອງ​ພຣະເຈົ້າ, ພວກ​ອິດສະຣາເອນ​ໝູ່​ໃຫຍ່ ມີ​ທັງ​ຜູ້​ຊາຍ, ແມ່ຍິງ ແລະ ເດັກນ້ອຍ​ໄດ້​ມາ​ອ້ອມ​ເພິ່ນ. ພວກເຂົາ​ຮ້ອງໄຫ້​ຢ່າງ​ຂົມຂື່ນ​ເໝືອນ​ກັນ.2ແລ້ວ​ເຊການີຢາ​ລູກຊາຍ​ຂອງ​ເຢຮີເອນ ເຊິ່ງ​ເປັນ​ຄົນ​ໜຶ່ງ​ໃນ​ເຊື້ອສາຍ​ເອລາມ​ໄດ້​ເວົ້າ​ກັບ​ເອຊະຣາ​ວ່າ, “ພວກຂ້ານ້ອຍ​ບໍ່​ສັດຊື່​ຕໍ່​ພຣະເຈົ້າ​ຂອງ​ພວກຂ້ານ້ອຍ ໂດຍ​ໄປ​ແຕ່ງງານ​ກັບ​ແມ່ຍິງ​ຕ່າງຊາດ​ທີ່​ມາ​ຈາກ​ຊົນຊາດ​ຕ່າງໆ​ທີ່ຢູ່​ອ້ອມ​ຂ້າງ​ພວກຂ້ານ້ອຍ. ແຕ່​ເຖິງ​ປານ​ນັ້ນ ກໍ​ຍັງ​ມີ​ຄວາມ​ຫວັງ​ເຫລືອ​ຢູ່​ສຳລັບ​ອິດສະຣາເອນ.3ບັດນີ້ ໃຫ້​ພວກເຮົາ​ເຮັດ​ຄຳໝັ້ນສັນຍາ​ຕໍ່ໜ້າ​ພຣະເຈົ້າ​ຂອງ​ພວກເຮົາ​ວ່າ​ຈະ​ສົ່ງ​ແມ່ຍິງ​ເຫລົ່ານີ້ ແລະ ລູກ​ຫລານ​ຂອງ​ພວກເຂົາ​ທັງໝົດ​ໜີໄປ, ຕາມ​ຄຳ​ແນະນຳ​ຂອງ​ເຈົ້ານາຍ​ຂອງ​ພວກຂ້ານ້ອຍ ແລະ ບັນດາ​ຜູ້​ທີ່​ຢໍາເກງ​ຄໍາສັ່ງ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ. ຂໍ​ໃຫ້​ເປັນ​ໄປ​ຕາມ​ກົດບັນຍັດ​ນັ້ນ.4ຈົ່ງ​ລຸກ​ຂຶ້ນ; ເລື່ອງ​ນີ້​ແມ່ນ​ຂຶ້ນ​ຢູ່​ກັບ​ທ່ານ. ພວກເຮົາ​ຈະ​ສະໜັບສະໜູນ​ທ່ານ ຂໍ​ໃຫ້​ກ້າຫານ ແລະ ລົງ​ມື​ເຮັດ”.
5ດັ່ງນັ້ນ ເອຊະຣາ​ຈຶ່ງ​ລຸກ​ຂຶ້ນ ແລະ ໃຫ້​ບັນດາ​ຫົວໜ້າ​ປະໂລຫິດ, ຄົນ​ເລວີ ແລະ ຊົນຊາດ​ອິດສະຣາເອນ​ທັງໝົດ​ປະຕິຍານ​ວ່າ​ຈະເຮັດ​ຕາມ​ທີ່​ໄດ້​ສະເໜີ​ມາ ແລະ ພວກເຂົາ​ກໍ​ໄດ້​ປະຕິຍານ.6ແລ້ວ​ເອຊະຣາ​ກໍ​ໄດ້​ອອກ​ໄປ​ຈາກ​ໜ້າ​ວິຫານ​ຂອງ​ພຣະເຈົ້າ ແລະ ເຂົ້າ​ໄປ​ໃນ​ຫ້ອງ​ຂອງ​ເຢໂຮຮານານ​ລູກຊາຍ​ຂອງ​ເອລີອາຊິບ. ໃນ​ຂະນະ​ທີ່​ເພິ່ນ​ຢູ່​ທີ່​ນັ້ນ, ເພິ່ນ​ບໍ່​ຮັບ​ປະທານ​ອາຫານ ຫລື ດື່ມ​ນ້ຳ, ເພາະ​ເພິ່ນ​ຍັງ​ໂສກເສົ້າ​ຍ້ອນ​ຄວາມ​ບໍ່​ສັດຊື່​ຂອງ​ບັນດາ​ຊະເລີຍ​ທີ່​ກັບ​ມາ.
7ຫລັງ​ຈາກ​ນັ້ນ ກໍ​ມີ​ການ​ອອກ​ໝາຍ​ປະກາດ​ທົ່ວ​ຢູດາຍ ແລະ ເຢຣູຊາເລັມ​ໃຫ້​ຊະເລີຍ​ທຸກຄົນ​ມາ​ຊຸມນຸມ​ກັນ​ຢູ່​ທີ່​ເຢຣູຊາເລັມ.8ຜູ້ໃດ​ບໍ່​ມາ​ປາກົດ​ຕົວ​ພາຍໃນ​ສາມ​ວັນ​ກໍ​ຈະ​ຖືກ​ປຸ້ນ​ຊັບສິນ​ຂອງ​ຜູ້​ນັ້ນ​ທັງໝົດ, ຕາມ​ມະຕິ​ຂອງ​ບັນດາ​ເຈົ້າໜ້າທີ່​ກັບ​ຜູ້ອາວຸໂສ ແລະ ລາວ​ເອງ​ຈະ​ຖືກ​ຂັບ​ໄລ່​ອອກ​ຈາກ​ຊຸມນຸມ​ຂອງ​ພວກ​ຊະເລີຍ.
9ພາຍໃນ​ສາມ​ວັນ ຄົນ​ຢູດາຍ ແລະ ເບັນຢາມິນ​ທັງໝົດ​ກໍ​ມາ​ຊຸມນຸມ​ກັນ​ໃນ​ເຢຣູຊາເລັມ ແລະ ໃນ​ວັນ​ທີ​ຊາວ​ຂອງ​ເດືອນ​ທີ​ເກົ້າ ປະຊາຊົນ​ທັງໝົດ​ໄດ້​ມາ​ນັ່ງ​ຢູ່​ໃນ​ເດີ່ນ​ໜ້າ​ວິຫານ​ຂອງ​ພຣະເຈົ້າ. ເປັນ​ທຸກໃຈ​ຫລາຍ​ເພາະ​ເລື່ອງ​ນີ້ ແລະ ເພາະ​ຝົນ​ຕົກ.10ຫລັງຈາກນັ້ນ ປະໂລຫິດ​ເອຊະຣາ​ຈຶ່ງ​ໄດ້​ລຸກ​ຂຶ້ນ ແລະ ເວົ້າ​ກັບ​ພວກເຂົາ​ວ່າ, “ພວກທ່ານ​ບໍ່​ສັດຊື່; ພວກທ່ານ​ໄປ​ແຕ່ງງານ​ກັບ​ແມ່ຍິງ​ຕ່າງຊາດ, ເພີ່ມ​ຄວາມ​ຜິດ​ໃຫ້​ອິດສະຣາເອນ.11ບັດນີ້ ຈົ່ງ​ສາລະພາບ​ຜິດ​ຕໍ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກທ່ານ ແລະ ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ. ຈົ່ງ​ແຍກ​ໂຕ​ອອກ​ຈາກ​ຊົນຊາດ​ທັງຫລາຍ​ທີ່​ຢູ່​ອ້ອມ​ຂ້າງ​ເຈົ້າ ແລະ ຈາກ​ເມຍ​ຕ່າງຊາດ​ຂອງ​ພວກທ່ານ”.
12ຊຸມນຸມ​ທັງໝົດ​ໄດ້​ຕອບ​ສຽງ​ດັ່ງ​ວ່າ: “ທ່ານ​ເວົ້າ​ຖືກ! ພວກຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຕາມ​ທີ່​ທ່ານ​ບອກ.13ແຕ່​ເລື່ອງ​ນີ້​ບໍ່​ສາມາດ​ຈັດການ​ໃຫ້​ສຳເລັດ​ພາຍໃນ​ມື້​ໜຶ່ງ ຫລື ສອງ​ມື້​ໄດ້ ເພາະ​ພວກເຮົາ​ໄດ້​ເຮັດ​ບາບ​ຫລາຍ​ໃນ​ເລື່ອງ​ນີ້ ແລະ ບ່ອນ​ນີ້​ກໍ​ມີ​ຄົນ​ຫລາຍ ແລະ ເປັນ​ລະດູ​ຝົນ; ດັ່ງນັ້ນ ພວກຂ້ານ້ອຍ​ຈຶ່ງ​ບໍ່​ສາມາດ​ທົນ​ຢູ່​ຂ້າງ​ນອກ​ໄດ້.14ຂໍ​ໃຫ້​ບັນດາ​ເຈົ້າໜ້າທີ່​ຂອງ​ພວກຂ້ານ້ອຍ​ຈັດການ​ແທນ​ຊຸມນຸມ​ທັງໝົດ. ຫລັງຈາກນັ້ນ ໃຫ້​ທຸກຄົນ​ໃນ​ເມືອງ​ຂອງ​ຂ້ານ້ອຍ​ທີ່​ມີ​ເມຍ​ເປັນ​ຄົນ​ຕ່າງຊາດ​ມາ​ພົບ​ກັບ​ຜູ້ອາວຸໂສ ແລະ ຜູ້​ພິພາກສາ​ຂອງ​ແຕ່​ລະ​ເມືອງ​ຕາມ​ເວລາ​ທີ່​ກຳນົດ, ຈົນ​ກວ່າ​ຄວາມ​ໃຈຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ​ໃນ​ເລື່ອງ​ນີ້​ຈະ​ໜີ​ໄປ​ຈາກ​ພວກຂ້ານ້ອຍ”.15ມີ​ແຕ່​ໂຢນາທານ​ລູກຊາຍ​ຂອງ​ອາຊາເຮນ ແລະ ຢາຮະເຊອີຢາ​ລູກຊາຍ​ຂອງ​ຕິກວາ ທີ່​ຕໍ່​ຕ້ານ​ເລື່ອງ​ນີ້​ໂດຍ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ເມຊຸນລຳ ແລະ ຊັບເບທາຍ​ທີ່​ເປັນ​ຄົນ​ເລວີ.
16ດັ່ງນັ້ນ ພວກ​ຊະເລີຍ​ຈຶ່ງ​ເຮັດ​ຕາມ​ທີ່​ໄດ້​ສະເໜີ​ມາ. ປະໂລຫິດ​ເອຊະຣາ​ໄດ້​ເລືອກ​ເອົາ​ຜູ້ຊາຍ​ທີ່​ຫົວໜ້າ​ຄອບຄົວ, ຄົນ​ໜຶ່ງ​ຈາກ​ຄອບຄົວ​ຂອງ​ແຕ່​ລະ​ກຸ່ມ​ທີ່​ໄດ້​ແບ່ງ​ໄວ້ ແລະ ທຸກຄົນ​ຕ່າງ​ກໍ​ມີ​ຊື່​ບັນທຶກ​ໄວ້. ໃນ​ວັນ​ທີ​ໜຶ່ງ​ເດືອນ​ທີ​ສິບ ພວກເຂົາ​ໄດ້​ນັ່ງ​ລົງ​ເພື່ອ​ຄົ້ນຫາ​ແຕ່​ລະ​ກໍລະນີ.17ແລະ ເມື່ອ​ຮອດ​ວັນ​ທີ​ໜຶ່ງ​ເດືອນ​ທີ​ໜຶ່ງ ພວກເຂົາ​ກໍ​ຈັດການ​ກັບ​ຊາຍ​ທຸກຄົນ​ທີ່​ໄດ້​ແຕ່ງງານ​ກັບ​ແມ່ຍິງ​ຕ່າງຊາດ​ສໍາເລັດ.

ຜູ້​ທີ່​ມີ​ຄວາມຜິດ​ໃນ​ການ​ແຕ່ງງານ​ກັບ​ຄົນ​ຕ່າງ​ຊາດ

18ຄົນ​ທີ່​ໄປ​ແຕ່ງງານ​ກັບ​ແມ່ຍິງ​ຕ່າງຊາດ​ໃນ​ທ່າມກາງ​ເຊື້ອສາຍ​ປະໂລຫິດ​ໄດ້​ມີ​ດັ່ງນີ້: ຈາກ​ເຊື້ອສາຍ​ຂອງ​ໂຢຊວຍ​ລູກຊາຍ​ຂອງ​ໂຢຊາດັກ ແລະ ພີ່ນ້ອງ​ຂອງ​ລາວ​ໄດ້​ມີ: ມາອາເສອີຢາ, ເອລີເອເຊ, ຢາຣິບ ແລະ ເກດາລີຢາ.19(ພວກເຂົາ​ທັງໝົດ​ໄດ້​ຍົກ​ມື​ປະຕິຍານ​ວ່າ​ຈະ​ປະ​ເມຍ​ຂອງ​ຕົນ ແລະ ມອບ​ແກະ​ຜູ້​ຈາກ​ຝູງ​ຄົນ​ລະ​ໂຕ​ເປັນ​ເຄື່ອງບູຊາ​ລຶບລ້າງ​ຄວາມ​ຜິດ).20ຈາກ​ເຊື້ອສາຍ​ຂອງ​ອິມເມ​ມີ: ຮານານີ ແລະ ເຊບາດີຢາ21ຈາກ​ເຊື້ອສາຍ​ຂອງ​ຮາຣິມ​ມີ: ມາອາເສອີຢາ, ເອລີຢາ, ເຊມາອີຢາ, ເຢຮີເອນ ແລະ ອຸດຊີຢາ.22ຈາກ​ເຊື້ອສາຍ​ຂອງ​ປັດຊູ​ມີ: ເອລີໂອນາຍ, ມາອາເສອີຢາ, ອິດຊະມາເອນ, ເນທາເນນ, ໂຢຊາບັດ ແລະ ເອລາຊາ.
23ໃນ​ທ່າມກາງ​ຄົນ​ເລວີ​ມີ: ໂຢຊາບັດ, ຊີເມອີ, ເກລາອີຢາ (ຄື​ເກລີຕາ), ເປທາຮີຢາ, ຢູດາ ແລະ ເອລີເອເຊ.24ຈາກ​ພວກ​ນັກ​ດົນຕີ​ມີ: ເອລີອາຊິບ ຈາກ​ພວກ​ຍາມ​ເຝົ້າ​ປະຕູ​ມີ: ຊໍລູມ, ເຕເລັມ ແລະ ອູຣິ.
25ແລະ ໃນ​ທ່າມກາງ​ພວກ​ອິດສະຣາເອນ​ມີ: ຈາກ​ເຊື້ອສາຍ​ຂອງ​ປາຣົດ​ມີ: ຣາມີຢາ, ອິດຊິຢາ, ມັນກີຢາ, ມີຢາມິນ, ເອເລອາຊາ, ມັນກີຢາ ແລະ ເບນາອີຢາ.26ຈາກ​ເຊື້ອສາຍ​ຂອງ​ເອລາມ​ມີ: ມັດຕານີຢາ, ເຊກາຣີຢາ, ເຢຮີເອນ, ອັບດີ, ເຢເລໂມດ ແລະ ເອລີຢາ.27ຈາກ​ເຊື້ອສາຍ​ຂອງ​ຊັດຕຸ​ມີ: ເອລີໂອນາຍ, ເອລີອາຊິບ, ມັດຕານີຢາ, ເຢເລໂມດ, ຊາບັດ ແລະ ອາຊີຊາ28ຈາກ​ເຊື້ອສາຍ​ຂອງ​ເບບາຍ​ມີ: ເຢໂຮຮານານ, ຮານານີຢາ, ຊັບບາຍ ແລະ ອັດໄລ.29ຈາກ​ເຊື້ອສາຍ​ຂອງ​ບານີ​ມີ: ເມຊຸນລຳ, ມັນລຸກ, ອາດາອີຢາ, ຢາຊຸບ, ເຊອານ ແລະ ເຢເລໂມດ.30ຈາກ​ເຊື້ອສາຍ​ຂອງ​ປາຮາດ​ໂມອາບ​ມີ: ອັດນາ, ເກລານ, ເບນາອີຢາ, ມາອາເສອີຢາ, ມັດຕານີຢາ, ເບຊາເລນ, ບິນນູອີ ແລະ ມານາເຊ.31ຈາກ​ເຊື້ອສາຍ​ຂອງ​ຮາຣິມ​ມີ: ເອລີເອເຊ, ອິດສີຢາ, ມັນກີຢາ, ເຊມາອີຢາ, ຊິເມໂອນ.32ເບັນຢາມິນ, ມັນລຸກ ແລະ ເຊມາຣີຢາ.33ຈາກ​ເຊື້ອສາຍ​ຂອງ​ຮາຊຸມ​ມີ: ມັດເຕໄນ, ມັດຕາຕາ, ຊາບັດ, ເອລີເຟເລັດ, ເຢເຣມາຍ, ມານາເຊ ແລະ ຊີເມອີ.34ຈາກ​ເຊື້ອສາຍ​ຂອງ​ບານີ​ມີ: ມາອາດາຍ, ອຳຣາມ, ຢູເອນ,35ເບນາອີຢາ, ເບເດອີຢາ, ເກລູຮີ,36ວານີຢາ, ເມເຣໂມດ, ເອລີອາຊິບ,37ມັດຕານີຢາ, ມັດເຕໄນ ແລະ ຢາອາຊູ.38ຈາກ​ເຊື້ອສາຍ​ຂອງ​ບິນນູອີ ​ມີ: ຊີເມອີ,39ເຊເລມີຢາ, ນາທານ, ອາດາອີຢາ,40ມັກນາເດບາຍ, ຊາຊາຍ, ຊາຣາຍ,41ອາຊາເຣນ, ເຊເລມີຢາ, ເຊມາຣີຢາ,42ຊໍລູມ, ອາມາຣີຢາ ແລະ ໂຢເຊັບ.43ຈາກ​ເຊື້ອສາຍ​ຂອງ​ເນໂບ​ມີ: ເຢອູເອນ, ມັດຕີທີອາ, ຊາບັດ, ເຊບີນາ, ຢັດດາຍ, ໂຢເອນ ແລະ ເບນາອີຢາ.
44ຄົນ​ທັງໝົດ​ນີ້​ໄດ້​ແຕ່ງງານ​ກັບ​ແມ່ຍິງ​ຕ່າງຊາດ ແລະ ບາງຄົນ​ມີ​ລູກ​ທີ່​ເກີດ​ຈາກ​ບັນດາ​ເມຍ​ເຫລົ່ານັ້ນ. 

Biblica, Inc.

https://app.library.bible/content/eab9312f9f16b3a2