ເອເຊກຽນ19

ບົດ​ເພງ​ຄ່ຳຄວນ​ແດ່​ເຈົ້ານາຍ​ຂອງ​ອິດສະຣາເອນ

1“ຈົ່ງ​ຄ່ຳຄວນ​ອາໄລ​ເຖິງ​ບັນດາ​ເຈົ້ານາຍ​ຂອງ​ອິດສະຣາເອນ2ແລະ ກ່າວ​ວ່າ:“ ‘ມານດາ​ຂອງ​ເຈົ້າ​ຊ່າງ​ເໝືອນ​ນາງ​ສິງໃນ​ບັນດາ​ສິງ​ທັງຫລາຍ!ນາງ​ເອນ​ກາຍ​ລົງ​ທ່າມກາງ​ສິງ​ໜຸ່ມແລະ ລ້ຽງດູ​ລູກ​ທັງຫລາຍ​ຂອງ​ຕົນ.3ນາງ​ລ້ຽງ​ລູກ​ສິງ​ຂອງ​ນາງ​ໜຶ່ງ​ໂຕແລະ ລາວ​ກາຍເປັນ​ສິງ​ໜຸ່ມ​ຜູ້​ເຂັ້ມແຂງ.ລາວ​ຮຽນ​ຮູ້​ທີ່​ຈະ​ຈີກ​ເຫຍື່ອແລະ ລາວ​ໄດ້​ກາຍເປັນ​ຜູ້​ກິນ​ມະນຸດ.4ເມື່ອ​ປະຊາຊາດ​ທັງຫລາຍ​ໄດ້​ຍິນ​ເລື່ອງ​ຂອງ​ລາວ,ແລະ ລາວ​ກໍ​ຖືກ​ດັກ​ຈັບ​ໄວ້​ໃນ​ຂຸມ.ພວກເຂົາ​ເອົາ​ຂໍ​ເກາະ​ສິງ​ໜຸ່ມ​ນັ້ນນຳ​ສິງ​ໜຸ່ມ​ນັ້ນ​ໄປ​ທີ່​ດິນແດນ​ເອຢິບ.
5“ ‘ເມື່ອ​ສິງ​ແມ່​ເຫັນ​ວ່າ​ຄວາມ​ຫວັງ​ຂອງ​ຕົນ​ບໍ່​ເປັນ​ຈິງຄວາມ​ຄາດ​ໝາຍ​ຂອງ​ນາງ​ກໍ​ສູນ​ສິ້ນ​ໄປ,ນາງ​ຈຶ່ງ​ເອົາ​ລູກ​ສິງ​ອີກ​ໜຶ່ງ​ໂຕ​ມາ​ລ້ຽງແລະ ໃຫ້​ເປັນ​ສິງ​ໜຸ່ມ​ຜູ້​ແຂງແຮງ.6ລາວ​ຍ່າງ​ໄປ​ມາ​ໃນ​ທ່າມກາງ​ສິງ​ທັງຫລາຍ,ເພາະ​ບັດນີ້​ລາວ​ເປັນ​ສິງ​ໜຸ່ມ​ຜູ້​ແຂງແຮງ.ລາວ​ໄດ້​ຮຽນ​ຮູ້​ທີ່​ຈະ​ຈີກ​ເຫຍື່ອແລະ ລາວ​ກໍ​ກາຍ​ເປັນ​ຜູ້​ກິນ​ມະນຸດ.7ລາວ​ໄດ້​ພັງ  ​ຖານ​ທີ່​ໝັ້ນແລະ ທຳລາຍ​ເມືອງ​ຕ່າງໆ​ຂອງ​ພວກເຂົາ.ດິນແດນ​ນັ້ນ ແລະ ທຸກຄົນ​ທີ່​ຢູ່​ໃນ​ນັ້ນກໍ​ຕົກໃຈ​ເພາະ​ສຽງ​ຮ້ອງ​ຂອງ​ລາວ.8ແລ້ວ​ປະຊາຊາດ​ທັງຫລາຍ​ຈາກ​ເຂດແດນ​ຕ່າງໆ​ທີ່​ຢູ່​ອ້ອມຮອບ​ນັ້ນກໍ​ມາ​ສູ້​ກັບ​ລາວ.ພວກເຂົາ​ກາງ​ຕາໜ່າງ​ດັກ​ລາວ,ແລ້ວ​ລາວ​ກໍ​ຖືກ​ຈັບ​ໄດ້​ໃນ​ຂຸມ​ຂອງ​ພວກເຂົາ.9ພວກເຂົາ​ລາກ​ລາວ​ໄປ​ດ້ວຍ​ຂໍ​ເກາະ​ໄປ​ຂັງ​ໄວ້​ຢູ່​ໃນ​ກົງແລະ ຖືກ​ນຳ​ໂຕ​ໄປ​ພົບ​ກະສັດ​ບາບີໂລນ.ພວກເຂົາ​ຂັງ​ລາວ​ໄວ້​ໃນ​ຄຸກ,ຈຶ່ງ​ບໍ່​ໄດ້​ຍິນ​ສຽງຮ້ອງ​ຂອງ​ລາວຢູ່​ເທິງ​ພູເຂົາ​ທັງຫລາຍ​ຂອງ​ອິດສະຣາເອນ​ອີກ​ຕໍ່ໄປ.
10“ ‘ແມ່​ຂອງ​ເຈົ້າ​ເໝືອນ​ກັບ​ເຄືອອະງຸ່ນທີ່​ປູກ​ໄວ້​ຢູ່​ແຄມ​ນ້ຳ​ໃນ​ສວນ​ອະງຸ່ນ​ຂອງ​ເຈົ້າ ມີ​ໝາກ​ດົກ ແລະ ເຕັມ​ໄປ​ດ້ວຍ​ງ່າ​ທັງຫລາຍເພາະ​ອຸດົມ​ໄປ​ດ້ວຍ​ນ້ຳ.11ງ່າ​ທັງຫລາຍ​ຂອງ​ມັນ​ກໍ​ແຂງແຮງ,ເໝາະ​ສົມ​ເປັນ​ໄມ້​ຄາທາ​ຂອງ​ຜູ້​ຄອບຄອງ.ມັນ​ຊູ​ງ່າ​ສູງເໜືອ​ຂະແໜງ​ອັນ​ແໜ້ນໜາໂດດ​ເດັ່ນ​ເພາະ​ຊູ​ຂຶ້ນ​ສູງແລະ ແຕກ​ງ່າ​ຫລາຍ.12ແຕ່​ມັນ​ຖືກ​ຖອນ​ຮາກ​ຂຶ້ນ​ມາ​ດ້ວຍ​ດ້ວຍ​ຄວາມ​ໂກດແຄ້ນແລະ ຖືກ​ໂຍນ​ຖິ້ມ​ລົງ​ທີ່​ພື້ນ.ລົມ​ຕາເວັນ​ອອກ​ໄດ້​ເຮັດ​ໃຫ້​ມັນ​ຫ່ຽວແຫ້ງ,ຜົນ​ຂອງ​ມັນ​ກໍ​ຖືກ​ປິດ​ໄປ;ງ່າ​ທັງຫລາຍ​ທີ່​ແຂງແຮງ​ຂອງ​ມັນ​ກໍ​ຫ່ຽວແຫ້ງແລະ ໄຟ​ກໍ​ເຜົາໄໝ້​ມັນ.13ບັດນີ້ ມັນ​ຖືກ​ນຳ​ໄປ​ປູກ​ໄວ້​ໃນ​ຖິ່ນແຫ້ງແລ້ງກັນດານໃນ​ແຜ່ນດິນ​ທີ່​ແຫ້ງແລ້ງ ແລະ ຂາດ​ນ້ຳ.14ມີ​ໄຟ​ລາມ​ອອກ​ມາ​ຈາກ​ງ່າ​ໃຫຍ່​ງ່າ​ໜຶ່ງ  ​ຂອງ​ມັນແລະ ເຜົາໄໝ້​ຜົນ​ຂອງ​ມັນ.ຈຶ່ງ​ບໍ່​ເຫລືອ​ງ່າ​ທີ່​ແຂງແຮງທີ່​ເໝາະ​ສົມ​ຈະ​ເຮັດ​ເປັນ​ໄມ້​ຄາທາ​ຂອງ​ຜູ້​ຄອບຄອງ​ອີກ’.ນີ້​ຄື​ບົດເພງ​ຄ່ຳຄວນ ແລະ ເອົາ​ໄວ້​ໃຊ້​ໃນ​ຍາມ​ຄ່ຳຄວນ”.

Biblica, Inc.

https://app.library.bible/content/eab9312f9f16b3a2