ເອເຊກຽນ17
ນົກອິນຊີສອງໂຕ ແລະ ເຄືອອະງຸ່ນ
1ຖ້ອຍຄຳຂອງພຣະເຈົ້າຢາເວ ໄດ້ມາເຖິງຂ້າພະເຈົ້າວ່າ:2“ບຸດມະນຸດ ຈົ່ງຍົກເລື່ອງປຽບທຽບ ແລະ ກ່າວຄຳອຸປະມາແກ່ຊາວອິດສະຣາເອນ.3ຈົ່ງກ່າວກັບພວກເຂົາວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ນົກອິນຊີໃຫຍ່ໂຕໜຶ່ງມີປີກອັນມີພະລັງ, ຂົນຍາວ ແລະ ຂົນມີຫລາຍສີບິນມາທີ່ເລບານອນ. ມັນເກາະທີ່ຍອດຕົ້ນໄມ້ແປກຕົ້ນໜຶ່ງ,4ມັນຈິກໜໍ່ທີ່ຢູ່ສູງທີ່ສຸດ ແລະ ຄາບໄປຍັງດິນແດນຂອງພໍ່ຄ້າທັງຫລາຍ ແລ້ວມັນກໍໄດ້ປູກໜໍ່ນັ້ນລົງໃນເມືອງຂອງພໍ່ຄ້າ.5“ ‘ນົກອິນຊີນັ້ນໄດ້ຄາບເມັດພືດຈາກດິນແດນຂອງເຈົ້າ ແລະ ເອົາເມັດພືດນັ້ນປູກໄວ້ໃນດິນທີ່ອຸດົມສົມບູນ. ມັນປູກເມັດພືດໄວ້ເໝືອນຕົ້ນຫລິວທີ່ຢູ່ແຄມນ້ຳອັນອຸດົມສົມບູນ,6ແລ້ວຕົ້ນໄມ້ນັ້ນກໍງອກຂຶ້ນ ແລະ ກາຍເປັນເຄືອອະງຸ່ນຟຸ່ມເຕ້ຍ, ມັນແຕກກິ່ງງ່າເລືອໄປທາງນົກອິນຊີ, ແຕ່ຮາກຂອງມັນຍັງຄົງຢູ່ກ້ອງມັນ. ດັ່ງນັ້ນ ມັນຈຶ່ງກາຍເປັນເຄືອອະງຸ່ນທີ່ແຕກງ່າ ແລະ ໃບດົກໜາ.7“ ‘ແຕ່ມີນົກອິນຊີໃຫຍ່ອີກໂຕໜຶ່ງ ມັນມີປີກອັນມີພະລັງ ແລະ ມີຂົນດົກ. ເຄືອອະງຸ່ນກໍຊອນຮາກຈາກຈຸດທີ່ຂຶ້ນຢູ່ໄປຫາມັນ ແລະ ແຕກງ່າມາຫາມັນເພື່ອໃຫ້ມັນຫົດນ້ຳໃຫ້.8ທັງໆທີ່ຕົນເອງກໍງອກງາມຢູ່ໃນດິນດີ ໂດຍມີນ້ຳຢ່າງອຸດົມສົມບູນ ພ້ອມທີ່ຈະແຕກງ່າ, ອອກໝາກ ແລະ ກາຍເປັນເຄືອອະງຸ່ນທີ່ດີ້ຢູ່ແລ້ວ’.9“ຈົ່ງບອກພວກເຂົາວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຄືອອະງຸ່ນນັ້ນຈະງອກງາມໄດ້ບໍ? ມັນຈະບໍ່ຖືກຖອນຮາກ ແລະ ປິດໝາກຈົນຫ່ຽວແຫ້ງໄປບໍ? ໃບອ່ອນຂອງມັນຈະຫ່ຽວແຫ້ງໝົດ. ບໍ່ຕ້ອງໃຊ້ແຂນທີ່ແຂງແຮງຫລາຍ ຫລື ຄົນໝູ່ໃຫຍ່ໃນການຖອນຮາກເຄືອອະງຸ່ນນັ້ນຂຶ້ນມາ.10ເຖິງແມ່ນວ່າມັນຖືກຍ້າຍໄປປູກ ແຕ່ມັນຈະງອກງາມໄດ້ບໍ? ມັນຈະບໍ່ຫ່ຽວແຫ້ງໄປຫມົດເມື່ອຖືກລົມຕາເວັນອອກພັດກະໜ່ຳບໍ? ມັນຈະບໍ່ຫ່ຽວແຫ້ງຄາບ່ອນທີ່ມັນງອກຂຶ້ນມາບໍ?’ ”11ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວ ກໍໄດ້ມາເຖິງຂ້າພະເຈົ້າວ່າ:12“ຈົ່ງກ່າວແກ່ພົງພັນທີ່ກະບົດນີ້ວ່າ, ‘ເຈົ້າບໍ່ຮູ້ວ່າສິ່ງເຫລົ່ານີ້ໝາຍຄວາມວ່າແນວໃດບໍ?’ ຈົ່ງບອກພວກເຂົາວ່າ: ‘ກະສັດບາບີໂລນໄດ້ໄປທີ່ເຢຣູຊາເລັມ ແລະ ໄດ້ກວາດຕ້ອນເອົາກະສັດຂອງເຢຣູຊາເລັມ ແລະ ບັນດາຂຸນນາງຂອງເຢຣູຊາເລັມ, ແລ້ວກໍພາພວກເຂົາກັບໄປທີ່ບາບີໂລນພ້ອມຕົນ.13ແລ້ວເພິ່ນໄດ້ພາເຈົ້ານາຍຄົນໜຶ່ງມາ ແລະ ໄດ້ເຮັດສັນຍາກັບລາວ, ໃຫ້ລາວສາບານວ່າຈະຈົ່ງຮັກພັກດີ. ລາວກໍນຳຄົນລະດັບຜູ້ນຳຂອງດິນແດນນັ້ນໄປນຳດ້ວຍ,14ເພື່ອວ່າອານາຈັກນັ້ນຈະຕົກຕ່ຳລົງ, ບໍ່ສາມາດຮຸ່ງເຮືອງຂຶ້ນມາໄດ້ອີກ, ຈະຢູ່ພົ້ນໄດ້ກໍຕໍ່ເມື່ອຮັກສາສັນຍາຂອງຕົນເທົ່ານັ້ນ.15ແຕ່ກະສັດນັ້ນກໍໄດ້ກະບົດຕໍ່ກະສັດບາບີໂລນ ໂດຍສົ່ງທູດໄປທີ່ເອຢິບເພື່ອຂໍມ້າ ແລະ ກອງທັບໃຫຍ່ມາຊ່ວຍ. ລາວຈະເຮັດສຳເລັດບໍ? ຜູ້ທີ່ເຮັດສິ່ງນີ້ຈະໜີພົ້ນໄປໄດ້ບໍ? ລາວໄດ້ລະເມີດສັນຍາແລ້ວຍັງຈະໜີພົ້ນໄປໄດ້ບໍ?16“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວວ່າ, ເຮົາມີຊີວິດຢູ່ຢ່າງໃດ ລາວກໍຈະຕາຍໃນບາບີໂລນ, ໃນດິນແດນຂອງກະສັດຜູ້ທີ່ໄດ້ຕັ້ງລາວຂຶ້ນຄອງບັນລັງ, ຜູ້ທີ່ລາວລົບຫລູ່ຄຳສາບານ ແລະ ຜິດສັນຍາທີ່ໃຫ້ໄວ້ຢ່າງແນ່ນອນ.17ຟາໂຣພ້ອມກັບກອງທັບໃຫຍ່ຂອງລາວ ແລະ ກຳລັງພົນຈຳນວນຫລວງຫລາຍຈະຊ່ວຍລາວບໍ່ໄດ້ໃນສົງຄາມ, ເມື່ອຄັນຄູປ້ອງກັນຖືກສ້າງຂຶ້ນ ແລະ ເຄື່ອງລ້ອມເມືອງຖືກຕັ້ງຂຶ້ນເພື່ອທຳລາຍຊີວິດຄົນເປັນຈຳນວນຫລາຍ.18ລາວຜິດຄຳສາບານໂດຍລະເມີດຄຳໝັ້ນສັນຍາ. ເພາະລາວໄດ້ໃຫ້ມືປະຕິຍານແລ້ວຍັງເຮັດສິ່ງເຫລົ່ານີ້ທັງໝົດ, ລາວຈະຕ້ອງໜີບໍ່ພົ້ນ.19“ ‘ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວດັ່ງນີ້ວ່າ: ເຮົາມີຊີວິດຢູ່ຢ່າງໃດ ເຮົາຈະຕອບແທນລາວສຳລັບຄຳສາບານຂອງເຮົາທີ່ລາວລົບຫລູ່ ແລະ ຕາມຄຳໝັ້ນສັນຍາຂອງເຮົາທີ່ເຂົາລະເມີດຢ່າງແນ່ນອນ.20ເຮົາຈະກາງຕາໜ່າງຂອງເຮົາດັກລາວ ແລະ ລາວກໍຈະຕິດຢູ່ໃນກັບດັກຂອງເຮົາ. ເຮົາຈະນຳລາວໄປທີ່ບາບີໂລນ ແລະ ພິພາກສາລົງໂທດລາວຢູ່ທີ່ນັ້ນ ເພາະວ່າລາວບໍ່ໄດ້ສັດຊື່ຕໍ່ເຮົາ.21ທະຫານທັງໝົດຂອງລາວທີ່ໜີໄປກໍຈະຕາຍດ້ວຍດາບ ແລະ ຜູ້ພົ້ນຊີວິດຢູ່ຈະຖືກເຮັດໃຫ້ກະຈັດກະຈາຍໄປຕາມລົມ. ແລ້ວເຈົ້າກໍຈະຮູ້ວ່າເຮົາຜູ້ເປັນພຣະເຈົ້າຢາເວໄດ້ເວົ້າໄວ້.22“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາເອງຈະເອົາໜໍ່ຈາກຍອດຂອງຕົ້ນແປກ ແລະ ເອົາໄປປູກໄວ້; ເຮົາຈະຫັກໜໍ່ອ່ອນຈາກຍອດໄປປູກໄວ້ເທິງພູເຂົາທີ່ສູງ.23ເຮົາຈະປູກມັນໄວ້ເທິງຍອດພູເຂົາແຫ່ງອິດສະຣາເອນ ມັນຈະແຕກງ່າ ແລະ ອອກໝາກ ແລ້ວກາຍເປັນຕົ້ນແປກທີ່ສວຍງາມ. ນົກທຸກຊະນິດຈະມາສ້າງຮັງຢູ່ໃນມັນ. ນົກເຫລົ່ານັ້ນຈະຊອກຫາທີ່ຢູ່ອາໄສຢູ່ໃນຮົ່ມຂອງງ່າທັງຫລາຍຂອງມັນ.24ຕົ້ນໄມ້ທັງໝົດໃນປ່າຈະຮູ້ວ່າເຮົາຜູ້ເປັນພຣະເຈົ້າຢາເວ ໄດ້ໂຄ່ນຕົ້ນໄມ້ສູງລົງ ແລະ ເຮັດໃຫ້ຕົ້ນໄມ້ເຕ້ຍສູງຂຶ້ນ. ເຮັດໃຫ້ຕົ້ນໄມ້ຂຽວຫ່ຽວແຫ້ງ ແລະ ໃຫ້ຕົ້ນໄມ້ທີ່ຫ່ຽວແຫ້ງສົດຊື່ນຂື້ນ.“ ‘ເຮົາຜູ້ເປັນພຣະເຈົ້າຢາເວ ໄດ້ເວົ້າໄວ້ ແລະ ເຮົາຈະເຮັດຢ່າງນັ້ນ’ ”.
Biblica, Inc.