ເອເຊກຽນ13
ຄຳພິພາກສາຜູ້ທຳນວາຍປອມ
1ຖ້ອຍຄຳຂອງພຣະເຈົ້າຢາເວ ໄດ້ມາເຖິງຂ້າພະເຈົ້າດັ່ງນີ້:2“ບຸດມະນຸດ, ຈົ່ງທຳນວາຍກ່າວໂທດບັນດາຜູ້ທຳນວາຍຂອງອິດສະຣາເອນທີ່ກຳລັງທຳນວາຍຢູ່ໃນເວລານີ້. ຈົ່ງກ່າວແກ່ບັນດາຜູ້ທີ່ທຳນວາຍຕາມຈິນຕະນາການຂອງຕົນວ່າ: ‘ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ!3ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ວິບັດແກ່ຜູ້ທຳນວາຍທີ່ໂງ່ຈ້າ ເຊິ່ງເຮັດຕາມໃຈຂອງຕົນເອງ ແລະ ບໍ່ໄດ້ເຫັນນິມິດອັນໃດ!4ອິດສະຣາເອນ, ຜູ້ທຳນວາຍຂອງເຈົ້ານັ້ນເປັນເໝືອນໝາໄນທີ່ຢູ່ທ່າມກາງກອງຊາກຫັກພັງ.5ພວກເຈົ້າບໍ່ໄດ້ປີນຂຶ້ນໄປແປງຮອຍແຕກໃນກຳແພງໃຫ້ແກ່ຄົນອິດສະຣາເອນ ເພື່ອວ່າມັນຈະໄດ້ໝັ້ນຄົງແໜ້ນໜາພ້ອມສຳລັບການສູ້ຮົບໃນວັນຂອງພຣະເຈົ້າຢາເວ.6ນິມິດຂອງພວກເຂົານັ້ນຈອມປອມ ແລະ ຄຳທຳນວາຍຂອງພວກເຂົາກໍເປັນຄຳຕົວະ. ພວກເຂົາເວົ້າວ່າ, “ພຣະເຈົ້າຢາເວ ໄດ້ປະກາດວ່າ” ທັງທີ່ພຣະເຈົ້າຢາເວບໍ່ໄດ້ໃຊ້ພວກເຂົາເລີຍ ແລະ ເຖິງປານນັ້ນພວກເຂົາກໍຍັງຄາດຫວັງວ່າຈະເປັນໄປຕາມຖ້ອຍຄຳຂອງຕົນ.7ເຈົ້າບໍ່ໄດ້ເຫັນນິມິດຈອມປອມ ແລະ ກ່າວຄຳທຳນວາຍຕົວະບໍ? ເມື່ອເຈົ້າເວົ້າວ່າ, “ພຣະເຈົ້າຢາເວປະກາດວ່າ”, ທັງທີ່ເຮົາບໍ່ໄດ້ເວົ້າ.8“ ‘ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາຈະຈັດການກັບເຈົ້າ ເພາະຄຳຈອມປອມ ແລະ ນິມິດຂອງເຈົ້າ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.9ມືຂອງເຮົາຈະຕໍ່ສູ້ກັບບັນດາຜູ້ທຳນວາຍທີ່ເຫັນນິມິດຈອມປອມ ແລະ ກ່າວຄຳທຳນວາຍຕົວະ. ພວກເຂົາຈະບໍ່ໄດ້ເຂົ້າຮ່ວມສະພາປະຊາຊົນຂອງເຮົາ ຫລື ຂຶ້ນທະບຽນສຳມະໂນຄົວຂອງອິດສະຣາເອນ, ທັງຈະບໍ່ໄດ້ເຂົ້າສູ່ດິນແດນອິດສະຣາເອນ. ແລ້ວພວກເຈົ້າຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ອົງເຈົ້ານາຍ.10“ ‘ເພາະພວກເຂົາຊັກຈູງປະຊາຊົນຂອງເຮົາໃຫ້ຫລົງໄປ, ໂດຍກ່າວວ່າ, “ສັນຕິສຸກ”, ທັງທີ່ບໍ່ມີສັນຕິສຸກ ແລະ ເພາະພວກເຂົາໄດ້ໂບກປູນຂາວທັບກຳແພງອັນເປາະບາງທີ່ຖືກສ້າງຂຶ້ນ,11ເຫດສະນັ້ນ ຈົ່ງບອກບັນດາຜູ້ທີ່ບອກກຳແພງດ້ວຍປູນຂາວວ່າ, ກຳແພງນັ້ນກຳລັງຈະພັງລົງ. ຝົນຈະຕົກລົງມາຫ່າໃຫຍ່ ແລະ ເຮົາຈະສົ່ງໝາກເຫັບຊັດກະໜ່ຳລົງມາ ແລະ ພະຍຸກ້າກໍຈະພັດໝູນ.12ເມື່ອກຳແພງພັງລົງ, ປະຊາຊົນຈະບໍ່ຖາມເຈົ້າບໍວ່າ, “ປູນຂາວທີ່ທ່ານໄດ້ໂບກທັບນັ້ນຢູ່ໃສ?”13“ ‘ເຫດສະນັ້ນພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວດັ່ງນີ້ວ່າ: ເຮົາຈະປ່ອຍພະຍຸໃຫຍ່ດ້ວຍຄວາມໂກດຮ້າຍຂອງເຮົາ ແລະ ດ້ວຍຄວາມໃຈຮ້າຍຂອງເຮົາ ໝາກເຫັບຫີນ ແລະ ຫ່າຝົນຈະກະໜ່ຳລົງມາຢ່າງໜັກດ້ວຍຄວາມໂກດຮ້າຍແຫ່ງການທຳລາຍລ້າງ.14ເຮົາຈະພັງກຳແພງທີ່ເຈົ້າໄດ້ໂບກປູນຂາວທັບໄວ້ ແລະ ມັນຈະຫັກພັງລົງມາທີ່ພື້ນຈົນເບິ່ງເຫັນຮາກຖານຂອງມັນ. ເມື່ອມັນ ພັງລົງມາ, ເຈົ້າຈະພິນາດຈິບຫາຍຢູ່ໃນນັ້ນ ແລ້ວເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ.15ດັ່ງນັ້ນ ເຮົາຈະລະບາຍຄວາມໂກດຮ້າຍຂອງເຮົາໃສ່ກຳແພງ ແລະ ໃສ່ບັນດາຜູ້ທີ່ໂບກມັນໄວ້ດ້ວຍປູນຂາວ. ເຮົາຈະກ່າວແກ່ເຈົ້າວ່າ, “ກຳແພງໄດ້ພັງພິນາດຈິບຫາຍໄປແລ້ວ ແລະ ບັນດາຜູ້ທີ່ໂບກປູນຂາວກໍເໝືອນກັນ,16ຄືບັນດາຜູ້ທຳນວາຍຂອງອິດສະຣາເອນທີ່ທຳນວາຍແກ່ເຢຣູຊາເລັມ ແລະ ເຫັນນິມິດແຫ່ງສັນຕິສຸກໃນເຢຣູຊາເລັມ ທັງທີ່ບໍ່ມີສັນຕິສຸກເລີຍ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ” ’.17“ບັດນີ້ ບຸດມະນຸດ, ຈົ່ງຕັ້ງຕົນເປັນສັດຕູກັບບັນດາລູກສາວຂອງປະຊາຊົນຂອງເຈົ້າ ຜູ້ທີ່ທຳນວາຍຕາມຈິນຕະນາການຂອງຕົນ. ຈົ່ງທຳນວາຍຕໍ່ຕ້ານພວກເຂົາ18ແລະ ກ່າວວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ວິບັດແກ່ແມ່ຍິງທີ່ຫຍິບເຄື່ອງລາງຂອງຂັງໄວ້ຮັດຂໍ່ແຂນ ແລະ ເຮັດຜ້າຄຸມໜ້າຂະໜາດຕ່າງໆ ເພື່ອດັກລໍ້ປະຊາຊົນ. ເຈົ້າຈະລໍ້ຊີວິດຂອງປະຊາຊົນຂອງເຮົາໄປຕິດກັບ ແຕ່ສະຫງວນຊີວິດຂອງຕົນເອງໄວ້ບໍ?19ເຈົ້າໝິ່ນປະໝາດເຮົາຢູ່ທ່າມກາງປະຊາຊົນຂອງເຮົາ ເພາະເຫັນແກ່ເຂົ້າບາເລພຽງສອງສາມກຳມື ແລະ ເສດເຂົ້າຈີ່. ເຈົ້າໄດ້ຂ້າບັນດາປະຊາຊົນຂອງເຮົາທີ່ບໍ່ສົມຄວນຕາຍ ແລະ ໄວ້ຊີວິດຄົນທີ່ບໍ່ສົມຄວນຢູ່ ໂດຍການຕົວະປະຊາຊົນເຫລົ່ານັ້ນທີ່ເປັນຜູ້ທີ່ຟັງຄຳຕົວະ.20“ ‘ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວດັ່ງນີ້ວ່າ: ເຮົາຕໍ່ສູ້ກັບເຄື່ອງລາງຂອງຂັງທັງຫລາຍ ທີ່ເຈົ້າໄດ້ໃຊ້ດັກລໍ້ປະຊາຊົນໄວ້ເໝືອນດັກນົກ ແລະ ເຮົາຈະຈີກເຄື່ອງລາງຂອງຂັງອອກຈາກແຂນຂອງເຈົ້າ; ເຮົາຈະປົດປ່ອຍປະຊາຊົນທີ່ເຈົ້າດັກໄວ້ເໝືອນດັກນົກ.21ເຮົາຈະຈີກຜ້າຄຸມໜ້າຂອງເຈົ້າອອກ ແລະ ຊ່ວຍປະຊາຊົນຂອງເຮົາໃຫ້ພົ້ນຈາກມືຂອງເຈົ້າ ແລະ ພວກເຂົາຈະບໍ່ຕົກເປັນເຫຍື່ອຢູ່ໃນອຳນາດຂອງເຈົ້າອີກຕໍ່ໄປ. ແລ້ວເຈົ້າຈະຮູ້ວ່າເຮົາຄືພຣະເຈົ້າຢາເວ.22ເພາະຄຳຕົວະຂອງເຈົ້າໄດ້ຕັດຮອນກຳລັງໃຈຂອງຜູ້ຊອບທຳ ທັງທີ່ເຮົາບໍ່ໄດ້ນຳຄວາມໂສກເສົ້າມາໃຫ້ພວກເຂົາ ແລະ ເພາະເຈົ້າໄດ້ສະໜັບສະໜູນຄົນຊົ່ວບໍ່ໃຫ້ຫັນໄປຈາກຄວາມຊົ່ວຮ້າຍຂອງພວກເຂົາ ເພື່ອເປັນການຮັກສາຊີວິດຂອງພວກເຂົາໄວ້,23ເຫດສະນັ້ນ ເຈົ້າຈະບໍ່ໄດ້ເຫັນນິມິດຈອມປອມ ຫລື ທຳນວາຍໄດ້ອີກ. ເຮົາຈະຊ່ວຍປະຊາຊົນຂອງເຮົາໃຫ້ພົ້ນຈາກມືຂອງເຈົ້າ ແລ້ວເຈົ້າຈະຮູ້ວ່າເຮົາຄືພຣະເຈົ້າຢາເວ’ ”.Biblica, Inc.