ເອເຊກຽນ11
ການພິພາກສາອັນແນ່ນອນຂອງພຣະເຈົ້າຕໍ່ອິດສະຣາເອນ
1ແລ້ວພຣະວິນຍານບໍລິສຸດໄດ້ຍົກຂ້າພະເຈົ້າຂຶ້ນ ແລະ ນຳຂ້າພະເຈົ້າໄປທີ່ປະຕູທາງທິດຕາເວັນອອກຂອງວິຫານຂອງພຣະເຈົ້າຢາເວ. ຢູ່ທີ່ປະຕູທາງເຂົ້ານັ້ນມີຊາຍ 25 ຄົນ ແລະ ຂ້າພະເຈົ້າເຫັນຢາອາຊານີຢາ ລູກຊາຍຂອງອັດຊູຣະ ແລະ ເປລາຕີຢາ ລູກຊາຍຂອງເບນາອີຢາ ເຊິ່ງເປັນຜູ້ນຳປະຊາຊົນກໍຢູ່ທ່າມກາງພວກເຂົາ.2ພຣະເຈົ້າຢາເວໄດ້ເວົ້າກັບຂ້າພະເຈົ້າວ່າ, “ບຸດມະນຸດ, ຄົນເຫລົ່ານີ້ຄືຄົນທີ່ຄິດແຜນຊົ່ວ ແລະ ໃຫ້ຄຳປຶກສາອັນຊົ່ວຮ້າຍໃນນະຄອນນີ້.3ພວກເຂົາເວົ້າວ່າ, ‘ໃກ້ຈະເຖິງເວລາທີ່ເຮົາຈະສ້າງເຮືອນຂຶ້ນແລ້ວບໍ່ແມ່ນບໍ? ນະຄອນນີ້ເປັນເໝືອນໝໍ້ ແລະ ພວກເຮົາກໍເປັນເໝືອນຊີ້ນທີ່ປອດໄພຢູ່ໃນໝໍ້ນັ້ນ’.4ເຫດສະນັ້ນ ຈົ່ງທຳນວາຍກ່າວໂທດພວກເຂົາ; ບຸດມະນຸດ, ຈົ່ງທຳນວາຍ”.5ແລ້ວພຣະວິນຍານບໍລິສຸດຂອງພຣະເຈົ້າຢາເວ ກໍມາເທິງຂ້າພະເຈົ້າ ແລະ ພຣະອົງໄດ້ບອກຂ້າພະເຈົ້າໃຫ້ກ່າວວ່າ: “ນີ້ຄືສິ່ງທີ່ພຣະເຈົ້າຢາເວກ່າວຄື: ພວກເຈົ້າເປັນຜູ້ນຳໃນອິດສະຣາເອນ, ພວກເຈົ້າກຳລັງເວົ້າເຊັ່ນນັ້ນ ແຕ່ເຮົາຮູ້ວ່າພວກເຈົ້າກຳລັງຄິດສິ່ງໃດຢູ່.6ພວກເຈົ້າໄດ້ຂ້າຄົນຈຳນວນຫລວງຫລາຍໃນນະຄອນນີ້ ແລະ ມີຄົນຕາຍເຕັມຖະໜົນ.7“ດັ່ງນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍ ກ່າວດັ່ງນີ້ວ່າ: ຊາກສົບທີ່ພວກເຈົ້າໄດ້ໂຍນໄປທີ່ນັ້ນກໍຄືຊີ້ນ ແລະ ນະຄອນນີ້ກໍຄືໝໍ້, ແຕ່ເຮົາຈະຂັບໄລ່ພວກເຈົ້າອອກໄປຈາກນະຄອນນີ້.8ພວກເຈົ້າຢ້ານດາບ, ເຮົາກໍຈະນຳເອົາດາບມາຍັງພວກເຈົ້າ, ພຣະເຈົ້າຢາເວ ອົງເຈົ້ານາຍໄດ້ປະກາດໄວ້ດັ່ງນີ້.9ເຮົາຈະຂັບໄລ່ພວກເຈົ້າອອກຈາກນະຄອນນີ້ ແລະ ມອບພວກເຈົ້າໃຫ້ແກ່ຄົນຕ່າງຊາດ ແລະ ເຮົາຈະລົງໂທດພວກເຈົ້າ.10ພວກເຈົ້າຈະລົ້ມຕາຍດ້ວຍດາບ ແລະ ເຮົາຈະພິພາກສາພວກເຈົ້າຢູ່ທີ່ຊາຍແດນອິດສະຣາເອນ. ເມື່ອນັ້ນພວກເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ.11ນະຄອນນີ້ຈະບໍ່ແມ່ນໝໍ້ສຳລັບພວກເຈົ້າ ແລະ ພວກເຈົ້າກໍບໍ່ແມ່ນຊີ້ນທີ່ຢູ່ໃນໝໍ້ນີ້; ເຮົາຈະພິພາກສາພວກເຈົ້າຢູ່ທີ່ຊາຍແດນອິດສະຣາເອນ.12ແລະ ພວກເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ, ເພາະພວກເຈົ້າບໍ່ໄດ້ປະຕິບັດຕາມດຳລັດຂອງເຮົາ ແລະ ບໍ່ໄດ້ຮັກສາກົດບັນຍັດຂອງເຮົາ ແຕ່ພັດປະພຶດຕາມແບບຢ່າງຂອງຊົນຊາດທັງຫລາຍທີ່ຢູ່ອ້ອມຮອບພວກເຈົ້າ”.13ຂະນະທີ່ຂ້າພະເຈົ້າກຳລັງທຳນວາຍຢູ່ນັ້ນ, ເປລາຕີຢາ ລູກຊາຍຂອງເບນາອີຢາກໍຕາຍໄປ. ຫລັງຈາກນັ້ນ ຂ້າພະເຈົ້າຈຶ່ງກົ້ມໜ້າລົງ ແລະ ຮ້ອງສຽງດັ່ງວ່າ, “ໂອ, ຂ້າແດ່ພຣະເຈົ້າຢາເວ ອົງເຈົ້ານາຍ! ພຣະອົງຈະທຳລາຍຊາວຊົນອິດສະຣາເອນທີ່ເຫລືອຢູ່ນີ້ໝົດເລີຍບໍ?”ຄຳສັນຍາຂອງການກັບຄືນມາຂອງອິດສະຣາເອນ
14ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ:15“ບຸດມະນຸດ, ຄົນໃນເຢຣູຊາເລັມໄດ້ເວົ້າເຖິງຍາດພີ່ນ້ອງຮ່ວມສາຍເລືອດດຽວກັນກັບເຈົ້າ ແລະ ຊາວອິດສະຣາເອນທັງໝົດວ່າ, ‘ພວກເຂົາ ຫ່າງໄກຈາກພຣະເຈົ້າຢາເວ ດິນແດນນີ້ຈຶ່ງຕົກເປັນກຳມະສິດຂອງພວກເຮົາ’.16“ເຫດສະນັ້ນ ຈົ່ງກ່າວວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຖິງແມ່ນເຮົາໄດ້ສົ່ງພວກເຂົາໄປໄກໆ ໄປຢູ່ໃນທ່າມກາງປະຊາຊາດຕ່າງໆ ແລະ ເຮັດໃຫ້ພວກເຂົາກະຈັດກະຈາຍໄປຢູ່ທ່າມກາງປະເທດຕ່າງໆ, ແຕ່ອີກບໍ່ດົນເຮົາກໍຈະເປັນສະຖານນະມັດສະການສຳລັບພວກເຂົາໃນປະເທດທີ່ພວກເຂົາໄປນັ້ນ’.17“ເຫດສະນັ້ນ ຈົ່ງກ່າວວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາຈະຮວບຮວມພວກເຈົ້າ ຈາກປະຊາຊາດຕ່າງໆ ແລະ ນຳພວກເຈົ້າກັບມາຈາກບັນດາປະເທດທີ່ເຮົາໄດ້ເຮັດໃຫ້ພວກເຈົ້າກະຈັດກະຈາຍໄປນັ້ນ ແລະ ເຮົາຈະຄືນດິນແດນອິດສະຣາເອນໃຫ້ພວກເຈົ້າອີກຄັ້ງ’.18“ພວກເຂົາຈະກັບມາ ແລະ ກຳຈັດຮູບເຄົາລົບອັນຊົ່ວຊ້າ ແລະ ຮູບເຄົາລົບອັນໜ້າກຽດຊັງໃຫ້ໝົດໄປ.19ເຮົາຈະໃຫ້ພວກເຂົາມີໃຈດຽວ ແລະ ມີຈິດວິນຍານໃໝ່ ເຮົາຈະກຳຈັດໃຈຫີນຂອງພວກເຂົາ ແລະ ມອບໃຈເນື້ອໜັງໃຫ້ແກ່ພວກເຂົາ.20ແລ້ວພວກເຂົາຈະປະຕິບັດຕາມດຳລັດຂອງເຮົາ ແລະ ຈະເອົາໃຈໃສ່ຮັກສາກົດບັນຍັດຂອງເຮົາ. ພວກເຂົາຈະເປັນປະຊາຊົນຂອງເຮົາ ແລະ ເຮົາຈະເປັນພຣະເຈົ້າຂອງພວກເຂົາ.21ແຕ່ສ່ວນຜູ້ທີ່ມອບໃຈໃຫ້ຮູບເຄົາລົບອັນຊົ່ວຊ້າ ແລະ ຮູບເຄົາລົບອັນໜ້າກຽດຊັງນັ້ນ ເຮົາຈະຕອບແທນໃຫ້ສົມກັບທີ່ພວກເຂົາໄດ້ເຮັດລົງໄປ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດໄວ້ດັ່ງນີ້”.22ຫລັງຈາກນັ້ນ ເຄຣຸບທີ່ມີກົງລໍ້ຢູ່ທາງຂ້າງຕົນນັ້ນ ກໍກາງປີກອອກຂອງຕົນ ແລະ ສະຫງ່າລາສີຂອງພຣະເຈົ້າແຫ່ງອິດສະຣາເອນກໍຢູ່ເໜືອເຄຣຸບເຫລົ່ານັ້ນ.23ສະຫງ່າລາສີຂອງພຣະເຈົ້າຢາເວ ໄດ້ເຄື່ອນຂຶ້ນຈາກໃນນະຄອນນັ້ນ ແລະ ຢຸດຢູ່ເໜືອພູເຂົາດ້ານທິດຕາເວັນອອກຂອງນະຄອນ.24ໃນນິມິດທີ່ພຣະວິນຍານບໍລິສຸດຂອງພຣະເຈົ້າໄດ້ມອບໃຫ້ນັ້ນ ພຣະວິນຍານບໍລິສຸດໄດ້ຍົກຂ້າພະເຈົ້າຂຶ້ນ ແລະ ໄດ້ພາຂ້າພະເຈົ້າໄປຫາບັນດາຊະເລີຍໃນບາບີໂລນ.ແລ້ວນິມິດທີ່ຂ້າພະເຈົ້າເຫັນກໍຂຶ້ນໄປຈາກຂ້າພະເຈົ້າ,25ແລ້ວຂ້າພະເຈົ້າຈຶ່ງໄດ້ບອກທຸກສິ່ງທີ່ພຣະເຈົ້າຢາເວໄດ້ສະແດງແກ່ຂ້າພະເຈົ້າໃຫ້ບັນດາຊະເລີຍຟັງ.
Biblica, Inc.