ອົບພະຍົບ33
1ແລ້ວພຣະເຈົ້າຢາເວກໍໄດ້ເວົ້າກັບໂມເຊວ່າ, “ຈົ່ງອອກໄປຈາກບ່ອນນີ້, ທັງເຈົ້າກັບປະຊາຊົນທີ່ເຈົ້າໄດ້ນຳອອກມາຈາກເອຢິບ, ແລ້ວຂຶ້ນໄປຍັງດິນແດນທີ່ເຮົາໄດ້ສັນຍາໂດຍປະຕິຍານໄວ້ກັບອັບຣາຮາມ, ອີຊາກ ແລະ ຢາໂຄບໂດຍກ່າວວ່າ: ‘ເຮົາຈະມອບດິນແດນນີ້ໃຫ້ແກ່ເຊື້ອສາຍຂອງພວກເຈົ້າ’.2ເຮົາຈະສົ່ງເທວະດາມານຳໜ້າພວກເຈົ້າ ແລະ ຂັບໄລ່ຊາວການາອານ, ຊາວອາໂມ, ຊາວຮິດຕີ, ຊາວເປຣີຊີ, ຊາວຮີວີ ແລະ ຊາວເຢບຸດອອກໄປ.3ຈົ່ງຂຶ້ນໄປຍັງດິນແດນອັນອຸດົມດ້ວຍນ້ຳນົມ ແລະ ນ້ຳເຜິ້ງ. ແຕ່ເຮົາຈະບໍ່ໄປກັບພວກເຈົ້າ, ເພາະພວກເຈົ້າທັງຫລາຍເປັນຄົນດື້ດ້ານ ແລະ ເຮົາອາດຈະທຳລາຍພວກເຈົ້າໃນລະຫວ່າງທາງ”.4ເມື່ອປະຊາຊົນໄດ້ຍິນຄຳເວົ້າທີ່ເສົ້າໃຈເຫລົ່ານີ້ແລ້ວ, ພວກເຂົາກໍພາກັນເລີ່ມໄວ້ທຸກ ແລະ ບໍ່ມີຜູ້ໃດໃສ່ເຄື່ອງປະດັບໃດໆ.5ເພາະພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ຈົ່ງບອກຊາວອິດສະຣາເອນວ່າ, ‘ພວກເຈົ້າເປັນຄົນດື້ດ້ານ. ຖ້າເຮົາໄປກັບພວກເຈົ້າແມ່ນແຕ່ຊົ່ວຂະນະໜຶ່ງ, ເຮົາກໍອາດຈະທຳລາຍພວກເຈົ້າໄດ້. ບັດນີ້ ຈົ່ງປົດບັນດາເຄື່ອງປະດັບອອກ ແລະ ເຮົາຈະຕັດສິນໃຈວ່າຈະເຮັດຢ່າງໃດກັບພວກເຈົ້າ’ ”.6ດັ່ງນັ້ນ ຊາວອິດສະຣາເອນຈຶ່ງປົດເຄື່ອງປະດັບອອກທີ່ພູເຂົາໂຮເຣັບ.
ເຕັນນັດພົບ
7ໂມເຊເຄີຍກາງເຕັນຫລັງໜຶ່ງແລ້ວຕັ້ງໄວ້ນອກຄ້າຍພັກ ໄກອອກມາໄລຍະໜຶ່ງ ເຊິ່ງເອີ້ນວ່າ: “ເຕັນນັດພົບ”. ຜູ້ໃດກໍຕາມທີ່ຕ້ອງການຄຳປຶກສາຈາກພຣະເຈົ້າຢາເວກໍຈະໄປທີ່ເຕັນນັດພົບທີ່ຢູ່ນອກຄ້າຍພັກນັ້ນ.8ແລະ ເມື່ອໃດກໍຕາມທີ່ໂມເຊອອກໄປທີ່ເຕັນນັ້ນ ປະຊາຊົນທັງໝົດກໍຈະລຸກຂຶ້ນ ແລະ ຢືນຢູ່ທີ່ທາງເຂົ້າເຕັນຂອງພວກເຂົາ ລໍຖ້າເບິ່ງໂມເຊຈົນເພິ່ນເຂົ້າໄປໃນເຕັນນັດພົບ.9ຂະນະທີ່ໂມເຊເຂົ້າໄປໃນເຕັນນັດພົບນັ້ນ, ເສົາເມກຈະລົງມາ ແລະ ຢຸດຢູ່ທີ່ທາງເຂົ້າ ໃນຂະນະທີ່ພຣະເຈົ້າຢາເວເວົ້າກັບໂມເຊ.10ເມື່ອໃດກໍຕາມທີ່ປະຊາຊົນເຫັນເສົາເມກຢຸດຢູ່ທີ່ທາງເຂົ້າເຕັນນັດພົບ, ພວກເຂົາທຸກຄົນກໍຢືນຂຶ້ນແລ້ວນະມັດສະການ, ແຕ່ລະຄົນຢູ່ທີ່ທາງເຂົ້າເຕັນຂອງຕົນ.11ພຣະເຈົ້າຢາເວຈະເວົ້າກັບໂມເຊໜ້າຕໍ່ໜ້າ ເໝືອນດັ່ງຄົນໜຶ່ງທີ່ເວົ້າກັບເພື່ອນ. ຫລັງຈາກນັ້ນ ໂມເຊຈະກັບຄືນມາທີ່ຄ້າຍພັກ, ແຕ່ໂຢຊວຍຜູ້ຊ່ວຍໜຸ່ມຂອງໂມເຊທີ່ເປັນລູກຊາຍຂອງນູນນັ້ນບໍ່ໄດ້ອອກຈາກເຕັນ.ໂມເຊ ແລະ ສະຫງ່າລາສີຂອງພຣະເຈົ້າຢາເວ
12ໂມເຊໄດ້ເວົ້າກັບພຣະເຈົ້າຢາເວວ່າ, “ພຣະອົງໄດ້ບອກຂ້ານ້ອຍວ່າ, ‘ຈົ່ງນຳພາປະຊາຊົນເຫລົ່ານີ້ໄປ,’ ແຕ່ພຣະອົງຍັງບໍ່ໄດ້ໃຫ້ຂ້ານ້ອຍຮູ້ເລີຍວ່າພຣະອົງຈະສົ່ງຜູ້ໃດໄປກັບຂ້ານ້ອຍ. ພຣະອົງຈຶ່ງເວົ້າວ່າ, ‘ເຮົາຮູ້ຈັກຊື່ຂອງເຈົ້າ ແລະ ເຈົ້າເປັນທີ່ພໍໃຈຕໍ່ເຮົາ’.13ຖ້າພຣະອົງພໍໃຈຂ້ານ້ອຍ, ຂໍໃຫ້ສອນທາງຂອງພຣະອົງໃຫ້ຂ້ານ້ອຍ ເພື່ອຂ້ານ້ອຍຈະຮູ້ຈັກພຣະອົງ ແລະ ເພື່ອຈະເປັນທີ່ພໍໃຈຂອງພຣະອົງຕໍ່ໄປ. ຂໍລະນຶກວ່າຊົນຊາດນີ້ເປັນປະຊາຊົນຂອງພຣະອົງ”.14ພຣະເຈົ້າຢາເວໄດ້ຕອບວ່າ, “ພຣະວິນຍານຂອງເຮົາຈະໄປກັບເຈົ້າ ແລະ ເຮົາຈະໃຫ້ເຈົ້າໄດ້ພັກຜ່ອນ”.15ແລ້ວໂມເຊຈຶ່ງເວົ້າກັບພຣະອົງວ່າ, “ຖ້າພຣະວິນຍານຂອງພຣະອົງບໍ່ໄດ້ໄປກັບພວກຂ້ານ້ອຍ, ກໍຂໍຢ່າສົ່ງພວກຂ້ານ້ອຍອອກໄປຈາກທີ່ນີ້.16ຜູ້ໃດຈະຮູ້ໄດ້ຢ່າງໃດວ່າພຣະອົງພໍໃຈຂ້ານ້ອຍ ແລະ ປະຊາຊົນຂອງພຣະອົງ ນອກຈາກພຣະອົງຈະໄປກັບພວກຂ້ານ້ອຍ? ແລະ ມີຫຍັງອີກທີ່ຈະເຮັດໃຫ້ຂ້ານ້ອຍ ແລະ ຄົນຂອງພຣະອົງແຕກຕ່າງຈາກຄົນອື່ນໆທີ່ຢູ່ເທິງແຜ່ນດິນໂລກນີ້?”17ພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ເຮົາຈະເຮັດທຸກສິ່ງຕາມທີ່ເຈົ້າໄດ້ຂໍ, ເພາະວ່າເຮົາພໍໃຈກັບເຈົ້າ ແລະ ເຮົາຮູ້ຈັກຊື່ຂອງເຈົ້າ”.18ແລ້ວໂມເຊຈຶ່ງເວົ້າວ່າ, “ບັດນີ້ ຂໍໃຫ້ສະແດງສະຫງ່າລາສີຂອງພຣະອົງແກ່ຂ້ານ້ອຍດ້ວຍ”.19ແລະ ພຣະເຈົ້າຢາເວໄດ້ເວົ້າວ່າ, “ເຮົາຈະໃຫ້ຄວາມດີທັງໝົດຂອງເຮົາຜ່ານໄປຕໍ່ໜ້າເຈົ້າ ແລະ ເຮົາຈະປະກາດນາມຂອງເຮົາ, ຄືພຣະເຈົ້າຢາເວຕໍ່ໜ້າເຈົ້າ. ເຮົາຈະເມດຕາຕໍ່ຜູ້ທີ່ເຮົາຈະເມດຕາ ແລະ ເຮົາຈະກະລຸນາຕໍ່ຜູ້ທີ່ເຮົາຈະກະລຸນາ.20ແຕ່ພຣະອົງເວົ້າວ່າ, ເຈົ້າບໍ່ສາມາດເຫັນໜ້າເຮົາ, ເພາະບໍ່ມີຜູ້ໃດທີ່ເຫັນເຮົາແລ້ວຈະມີຊີວິດຢູ່ໄດ້”.21ແລ້ວພຣະເຈົ້າຢາເວກໍໄດ້ເວົ້າວ່າ, “ມີສະຖານທີ່ໜຶ່ງຢູ່ໃກ້ເຮົາ ບ່ອນທີ່ເຈົ້າຈະຢືນເທິງກ້ອນຫີນນັ້ນໄດ້.22ເມື່ອສະຫງ່າລາສີຂອງເຮົາຜ່ານໄປ, ເຮົາຈະເອົາເຈົ້າໄວ້ໃນຫວ່າງຫີນ ແລະ ບັງເຈົ້າໄວ້ດ້ວຍມືຂອງເຮົາຈົນກວ່າເຮົາໄດ້ຜ່ານໄປ.23ຫລັງຈາກນັ້ນ ເຮົາຈຶ່ງຈະຍ້າຍມືຂອງເຮົາອອກ ແລ້ວເຈົ້າກໍຈະເຫັນຫລັງຂອງເຮົາ; ແຕ່ໜ້າຂອງເຮົາຈະເຫັນບໍ່ໄດ້”.Biblica, Inc.