ອົບພະຍົບ18
ເຢທະໂຣມາຢ້ຽມຢາມໂມເຊ
1ບັດນີ້ ເຢທະໂຣ ເຊິ່ງເປັນປະໂລຫິດແຫ່ງມີດີອານ ແລະ ເປັນພໍ່ເຖົ້າຂອງໂມເຊໄດ້ຍິນທຸກສິ່ງທີ່ພຣະເຈົ້າໄດ້ກະທຳເພື່ອໂມເຊ ແລະ ເພື່ອປະຊາຊົນອິດສະຣາເອນຂອງພຣະອົງ ແລະ ວິທີທີ່ພຣະເຈົ້າຢາເວໄດ້ນຳເອົາອິດສະຣາເອນອອກມາຈາກເອຢິບ.2ຫລັງຈາກທີ່ໂມເຊໄດ້ສົ່ງສິບໂປຣາເມຍຂອງຕົນອອກໄປແລ້ວ, ເຢທະໂຣພໍ່ເຖົ້າຂອງເພິ່ນກໍໄດ້ຮັບເອົານາງ3ແລະ ລູກຊາຍທັງສອງຂອງນາງ. ລູກຊາຍຄົນໜຶ່ງຊື່ວ່າເກໂຊມ, ເພາະໂມເຊກ່າວວ່າ, “ເຮົາກາຍເປັນຄົນຕ່າງດ້າວໃນຕ່າງແດນ;”4ແລະ ລູກຊາຍອີກຄົນໜຶ່ງຊື່ວ່າເອລີເອເຊ ເພາະໂມເຊໄດ້ເວົ້າວ່າ, “ພຣະເຈົ້າຂອງບັນພະບຸລຸດຂອງຂ້ານ້ອຍເປັນຜູ້ຊ່ວຍຂອງຂ້ານ້ອຍ; ພຣະອົງໄດ້ຊ່ວຍເຫລືອຂ້ານ້ອຍຈາກດາບຂອງຟາໂຣ”.5ເຢທະໂຣພໍ່ເຖົ້າຂອງໂມເຊພ້ອມດ້ວຍບັນດາລູກຊາຍ ແລະ ເມຍຂອງໂມເຊ ໄດ້ມາຫາເພິ່ນໃນຖິ່ນກັນດານ, ບ່ອນທີ່ເພິ່ນໄດ້ຕັ້ງຄ້າຍພັກຢູ່ໃກ້ກັບພູເຂົາຂອງພຣະເຈົ້າ.6ເຢທະໂຣໄດ້ສົ່ງຂ່າວໄປຫາເພິ່ນວ່າ, “ຂ້າພະເຈົ້າ, ເຢທະໂຣພໍ່ເຖົ້າຂອງເຈົ້າກຳລັງມາຫາເຈົ້າພ້ອມດ້ວຍເມຍຂອງເຈົ້າ ແລະ ລູກຊາຍທັງສອງຂອງນາງ”.7ດັ່ງນັ້ນ ໂມເຊຈຶ່ງອອກໄປພົບພໍ່ເຖົ້າຂອງເພິ່ນ ແລະ ກົ້ມລົງຈູບເຢທະໂຣ. ຫລັງຈາກພວກເພິ່ນທັກທາຍກັນແລ້ວກໍພາກັນເຂົ້າໄປໃນເຕັນ.8ໂມເຊໄດ້ເລົ່າໃຫ້ພໍ່ເຖົ້າຟັງກ່ຽວກັບທຸກສິ່ງທີ່ພຣະເຈົ້າຢາເວໄດ້ກະທຳຕໍ່ຟາໂຣ ແລະ ຕໍ່ຊາວເອຢິບເພາະເຫັນແກ່ອິດສະຣາເອນ ແລະ ກ່ຽວກັບຄວາມຫຍຸ້ງຍາກທັງໝົດທີ່ພວກເຂົາໄດ້ປະເຊີນຕະຫລອດການເດີນທາງ ແລະ ວິທີທີ່ພຣະເຈົ້າຢາເວໄດ້ຊ່ວຍເອົາພວກເຂົາ.9ເຢທະໂຣດີໃຈຫລາຍທີ່ໄດ້ຍິນເລື່ອງດີທັງໝົດທີ່ພຣະເຈົ້າຢາເວໄດ້ກະທຳເພື່ອອິດສະຣາເອນໃນການກອບກູ້ເອົາພວກເຂົາອອກຈາກເງື່ອມມືຂອງຊາວເອຢິບ.10ເຢທະໂຣກ່າວວ່າ, “ສັນລະເສີນພຣະເຈົ້າຢາເວທີ່ໄດ້ກອບກູ້ເອົາເຈົ້າອອກຈາກເງື່ອມມືຂອງຊາວເອຢິບ ແລະ ຟາໂຣ, ທັງໄດ້ກອບກູ້ເອົາປະຊາຊົນອອກຈາກເງື່ອມມືຂອງຊາວເອຢິບ.11ບັດນີ້ ພໍ່ຮູ້ແລ້ວວ່າພຣະເຈົ້າຢາເວຍິ່ງໃຫຍ່ກວ່າບັນດາພະທັງປວງ, ເພາະພຣະອົງໄດ້ເຮັດສິ່ງນີ້ກັບຄົນເຫລົ່ານັ້ນທີ່ໄດ້ປະຕິບັດຕໍ່ອິດສະຣາເອນຢ່າງຈອງຫອງ”.12ແລ້ວເຢທະໂຣ ພໍ່ເຖົ້າຂອງໂມເຊຈຶ່ງໄດ້ນໍາເອົາເຄື່ອງເຜົາຖວາຍບູຊາ ແລະ ເຄື່ອງບູຊາອື່ນໆຖວາຍແກ່ພຣະເຈົ້າ, ແລ້ວອາໂຣນ ແລະ ບັນດາຜູ້ອາວຸໂສຂອງຊາວອິດສະຣາເອນກໍມາຮ່ວມກິນອາຫານກັບພໍ່ເຖົ້າຂອງໂມເຊຕໍ່ໜ້າພຣະເຈົ້າ.13ໃນມື້ຕໍ່ມາ ໂມເຊໄດ້ນັ່ງຕັ່ງຂອງເພິ່ນເພື່ອເຮັດໜ້າທີ່ຕັດສິນຄວາມໃຫ້ປະຊາຊົນ ແລະ ພວກເຂົາກໍຢືນອ້ອມຮອບເພິ່ນຕັ້ງແຕ່ເຊົ້າຈົນເຖິງຄໍ່າ.14ເມື່ອພໍ່ເຖົ້າຂອງໂມເຊເຫັນທຸກສິ່ງທີ່ໂມເຊເຮັດເພື່ອປະຊາຊົນແລ້ວ, ເພິ່ນຈຶ່ງເວົ້າວ່າ, “ເຈົ້າກຳລັງເຮັດຫຍັງກັບປະຊາຊົນນີ້? ເປັນຫຍັງເຈົ້າຈຶ່ງນັ່ງຕັດສິນຄວາມຢູ່ຄົນດຽວ, ຂະນະທີ່ປະຊາຊົນທັງໝົດນີ້ຢືນຢູ່ອ້ອມເຈົ້າຢູ່ຕັ້ງແຕ່ເຊົ້າຈົນຮອດຄໍ່າ?”15ໂມເຊຈຶ່ງຕອບເພິ່ນວ່າ, “ເພາະວ່າປະຊາຊົນມາຫາຂ້ານ້ອຍເພື່ອຊອກຫາຈຸດປະສົງຂອງພຣະເຈົ້າ.16ເມື່ອໃດກໍຕາມທີ່ພວກເຂົາມີຂໍ້ຂັດແຍ້ງກັນ ຂໍ້ຂັດແຍ້ງນັ້ນກໍຖືກນຳມາຫາຂ້ານ້ອຍ ແລະ ຂ້ານ້ອຍກໍຕັດສິນລະຫວ່າງສອງຝ່າຍ ແລະ ແຈ້ງພວກເຂົາເລື່ອງບັນດາຂໍ້ຄໍາສັ່ງ ແລະ ຄຳແນະນຳຕ່າງໆຂອງພຣະເຈົ້າ”.17ພໍ່ເຖົ້າຂອງໂມເຊຈຶ່ງຕອບວ່າ, “ສິ່ງທີ່ເຈົ້າກຳລັງເຮັດຢູ່ນັ້ນແມ່ນບໍ່ດີ.18ເຈົ້າ ແລະ ປະຊາຊົນເຫລົ່ານີ້ທີ່ມາຫາເຈົ້າມີແຕ່ຈະອ່ອນເພຍໄປ. ວຽກງານນີ້ເປັນພາລະໜັກຫລາຍສຳລັບເຈົ້າ; ເຈົ້າບໍ່ສາມາດຈັດການກັບວຽກງານນີ້ຄົນດຽວໄດ້.19ບັດນີ້ ຈົ່ງຟັງຂ້າພະເຈົ້າ ແລະ ຂ້າພະເຈົ້າຈະໃຫ້ຄຳແນະນໍາແກ່ເຈົ້າ ແລະ ຂໍພຣະເຈົ້າຢູ່ກັບເຈົ້າ. ເຈົ້າຕ້ອງເປັນຕົວແທນຂອງປະຊາຊົນເຂົ້າພົບພຣະເຈົ້າ ແລະ ນຳເອົາຂໍ້ຂັດແຍ້ງຂອງພວກເຂົາເຂົ້າຫາພຣະອົງ.20ຈົ່ງສັ່ງສອນບັນດາຂໍ້ຄໍາສັ່ງ ແລະ ຄຳແນະນຳຕ່າງໆຂອງພຣະອົງໃຫ້ແກ່ພວກເຂົາ ສະແດງວິທີທາງທີ່ພວກເຂົາຄວນດຳເນີນຊີວິດ ແລະ ວິທີທີ່ພວກເຂົາຄວນປະຕິບັດ.21ແຕ່ຈົ່ງເລືອກເອົາຄົນທີ່ມີຄວາມສາມາດຈາກປະຊາຊົນທັງໝົດ ເຊິ່ງເປັນຄົນທີ່ຢໍາເກງພຣະເຈົ້າ, ເປັນຄົນທີ່ໄວ້ວາງໃຈໄດ້ ຄືຄົນທີ່ກຽດຊັງສິ່ງທີ່ໄດ້ມາໂດຍຄວາມບໍ່ສັດຊື່ ແລະ ແຕ່ງຕັ້ງພວກເຂົາເປັນເຈົ້າໜ້າທີ່ເບິ່ງແຍງໜຶ່ງພັນຄົນ, ໜຶ່ງຮ້ອຍຄົນ, ຫ້າສິບຄົນ ແລະ ສິບຄົນ.22ຕັ້ງພວກເຂົາໃຫ້ເປັນຜູ້ຕັດສິນຄວາມສຳລັບປະຊາຊົນຕະຫລອດເວລາ, ແຕ່ໃຫ້ພວກເຂົານໍາທຸກເລື່ອງທີ່ຫຍຸ້ງຍາກມາຫາເຈົ້າ; ແຕ່ເລື່ອງທີ່ງ່າຍກໍໃຫ້ພວກເຂົາຕັດສິນກັນເອງ. ວິທີນີ້ຈະເຮັດໃຫ້ພາລະໜັກຂອງເຈົ້າເບົາລົງ, ເພາະວ່າພວກເຂົາຈະຮ່ວມຮັບຜິດຊອບກັບເຈົ້າ.23ຖ້າເຈົ້າເຮັດຢ່າງນີ້ ແລະ ພຣະເຈົ້າກໍສັ່ງຢ່າງນີ້ເໝືອນກັນ, ແລ້ວເຈົ້າກໍຈະສາມາດອົດທົນຕໍ່ຄວາມກົດດັນໄດ້ ແລະ ປະຊາຊົນທັງໝົດເຫລົ່ານີ້ກໍຈະເມືອເຮືອນດ້ວຍຄວາມພໍໃຈ”.24ໂມເຊໄດ້ເຊື່ອຟັງພໍ່ເຖົ້າຂອງເພິ່ນ ແລະ ປະຕິບັດຕາມທຸກຢ່າງທີ່ເພິ່ນໄດ້ບອກ.25ເພິ່ນຈຶ່ງເລືອກເອົາຄົນທີ່ມີຄວາມສາມາດຈາກຊາວອິດສະຣາເອນທັງໝົດ ແລະ ແຕ່ງຕັ້ງພວກເຂົາເປັນຜູ້ນຳຂອງປະຊາຊົນ, ໃຫ້ເປັນເຈົ້າໜ້າທີ່ເບິ່ງແຍງໜຶ່ງພັນຄົນ, ໜຶ່ງຮ້ອຍຄົນ, ຫ້າສິບຄົນ ແລະ ສິບຄົນ.26ພວກເຂົາເຮັດໜ້າທີ່ເປັນຜູ້ຕັດສິນຄວາມສຳລັບປະຊາຊົນຢູ່ຕະຫລອດເວລາ. ເລື່ອງທີ່ຍາກພວກເຂົາກໍໄດ້ນຳມາຫາໂມເຊ, ແຕ່ເລື່ອງທີ່ງ່າຍພວກເຂົາກໍຕັດສິນກັນເອງ.27ຫລັງຈາກນັ້ນ ໂມເຊກໍໄດ້ສົ່ງພໍ່ເຖົ້າຂອງເພິ່ນໄປຕາມທາງຂອງເພິ່ນ ແລະ ເຢທະໂຣກໍໄດ້ກັບຄືນໄປຍັງປະເທດຂອງເພິ່ນ.Biblica, Inc.