ອົບພະຍົບ1
ຊົນຊາດອິດສະຣາເອນຖືກກົດຂີ່ຂົ່ມເຫັງ
1ຕໍ່ໄປນີ້ແມ່ນຊື່ຂອງບັນດາລູກຊາຍຂອງອິດສະຣາເອນ ເຊິ່ງໄດ້ໄປທີ່ເອຢິບພ້ອມກັບຢາໂຄບ, ພ້ອມດ້ວຍຄອບຄົວຂອງຕົນຄື:2ຣູເບັນ, ຊີເມໂອນ, ເລວີ ແລະ ຢູດາ;3ອິດຊາຄາ, ເຊບູໂລນ, ເບັນຢາມິນ;4ດານ ແລະ ເນັບທາລີ; ກາດ ແລະ ອາເຊ.5ເຊື້ອສາຍຂອງຢາໂຄບທັງໝົດນັບໄດ້ທັງໝົດ 70 ຄົນ; ສ່ວນໂຢເຊັບແມ່ນຢູ່ທີ່ເອຢິບແລ້ວ.6ຕໍ່ມາໂຢເຊັບ ແລະ ບັນດາອ້າຍນ້ອງຂອງເພິ່ນທັງໝົດ ແລະ ທຸກຄົນໃນລຸ້ນນັ້ນໄດ້ຕາຍໄປ,7ແຕ່ຊາວອິດສະຣາເອນມີລູກຫລານຢ່າງຫລວງຫລາຍ; ພວກເຂົາທະວີຄູນຂຶ້ນຢ່າງຫລວງຫລາຍ; ມີຈໍານວນເພີ່ມຂຶ້ນ ແລະ ຫລາຍຂຶ້ນຈົນທົ່ວດິນແດນນັ້ນເຕັມໄປດ້ວຍພວກເຂົາ.8ເມື່ອກະສັດຄົນໃໝ່ ເຊິ່ງບໍ່ຮູ້ຈັກໂຢເຊັບ ໄດ້ຂຶ້ນປົກຄອງໃນເອຢິບ.9ເພິ່ນໄດ້ກ່າວກັບປະຊາຊົນຂອງເພິ່ນວ່າ, “ເບິ່ງແມ, ຊາວອິດສະຣາເອນມີຈຳນວນຫລາຍເກີນໄປສຳລັບພວກເຮົາແລ້ວ.10ມາ, ພວກເຮົາຕ້ອງຈັດການກັບພວກເຂົາຢ່າງສະຫລາດ ບໍ່ດັ່ງນັ້ນພວກເຂົາກໍຈະມີຈຳນວນຫລາຍຂຶ້ນ ແລະ ຖ້າເກີດສົງຄາມ, ພວກເຂົາຈະສົມທົບກັບບັນດາສັດຕູຂອງພວກເຮົາ ແລະ ຫັນມາຕໍ່ສູ້ກັບພວກເຮົາແລ້ວໜີຈາກປະເທດໄປ”.11ດັ່ງນັ້ນ ຊາວເອຢິບຈຶ່ງແຕ່ງຕັ້ງນາຍທາດໃຫ້ຢູ່ເໜືອພວກເຂົາ ເພື່ອກົດຂີ່ພວກເຂົາດ້ວຍການບັງຄັບໃຊ້ແຮງງານ ແລະ ໃຫ້ພວກເຂົາສ້າງເມືອງປີທົມ ແລະ ເມືອງຣາມາເຊັດຂຶ້ນເພື່ອເປັນເມືອງສາງສຳລັບຟາໂຣ.12ແຕ່ຍິ່ງຊົນຊາດອິດສະຣາເອນຖືກກົດຂີ່ຫລາຍເທົ່າໃດ ພວກເຂົາກໍຍິ່ງເພີ່ມຈຳນວນຂຶ້ນ ແລະ ແຜ່ຂະຫຍາຍຫລາຍຂຶ້ນເທົ່ານັ້ນ; ດັ່ງນັ້ນ ຊາວເອຢິບຈຶ່ງຢ້ານກົວຊາວອິດສະຣາເອນ13ແລະ ກະທຳຕໍ່ພວກເຂົາຢ່າງທາລຸນ.14ຊາວເອຢິບໄດ້ເຮັດໃຫ້ຊີວິດຂອງພວກເຂົາຂົມຂື່ນດ້ວຍການເຮັດວຽກໜັກ ຄືໃນການເຮັດດິນຈີ່, ເຮັດປູນ ແລະ ເຮັດວຽກທຸກຊະນິດຢູ່ຕາມທົ່ງນາ; ຊາວເອຢິບໃຫ້ພວກເຂົາເຮັດວຽກໜັກທຸກຊະນິດຢ່າງທາລຸນ.15ກະສັດເອຢິບໄດ້ກ່າວກັບໝໍຕຳແຍຊາວເຮັບເຣີທີ່ມີຊື່ວ່າຊີຟາຣາ ແລະ ປູອາວ່າ,16“ເມື່ອພວກເຈົ້າໄປຊ່ວຍຍິງຊາວເຮັບເຣີໃນຊ່ວງເວລາທີ່ເກີດລູກ ຂະນະທີ່ຊ່ວຍເອົາເດັກອອກມານັ້ນ, ຖ້າພວກເຈົ້າເຫັນວ່າເດັກນ້ອຍນັ້ນເປັນຜູ້ຊາຍ, ຈົ່ງຂ້າເດັກຖິ້ມ; ແຕ່ຖ້າເດັກນັ້ນເປັນແມ່ຍິງ, ຈົ່ງປ່ອຍໃຫ້ເດັກມີຊີວິດຢູ່”.17ເຖິງຢ່າງໃດກໍຕາມໝໍຕຳແຍທັງສອງຄົນນັ້ນຢຳເກງພຣະເຈົ້າ ແລະ ບໍ່ໄດ້ເຮັດຕາມສິ່ງທີ່ກະສັດເອຢິບບອກໃຫ້ພວກນາງເຮັດ; ພວກນາງໄດ້ປ່ອຍໃຫ້ບັນດາເດັກນ້ອຍຜູ້ຊາຍມີຊີວິດຢູ່.18ຫລັງຈາກນັ້ນ ກະສັດເອຢິບຈຶ່ງໄດ້ເອີ້ນໝໍຕຳແຍທັງສອງຄົນນັ້ນມາ ແລະ ຖາມພວກນາງວ່າ, “ເປັນຫຍັງພວກເຈົ້າຈຶ່ງເຮັດຢ່າງນີ້? ເປັນຫຍັງພວກເຈົ້າຈຶ່ງປ່ອຍໃຫ້ເດັກນ້ອຍຜູ້ຊາຍເຫລົ່ານີ້ມີຊີວິດຢູ່?”19ພວກໝໍຕຳແຍຈຶ່ງໄດ້ຕອບຟາໂຣວ່າ, “ແມ່ຍິງຊາວເຮັບເຣີບໍ່ເໝືອນກັບແມ່ຍິງຊາວເອຢິບ; ພວກເຂົາແຂງແຮງ ແລະ ເກີດລູກກ່ອນພວກໝໍຕຳແຍໄປເຖິງ”.20ດັ່ງນັ້ນ ພຣະເຈົ້າຈຶ່ງໄດ້ເມດຕາໝໍຕຳແຍທັງສອງຄົນນີ້ ແລະ ປະຊາຊົນຈຶ່ງເພີ່ມຈຳນວນ ແລະ ຈົນເພີ່ມທະວີຫລາຍຂຶ້ນ.21ແລະ ເພາະນາງໝໍຕຳແຍທັງສອງຄົນຢຳເກງພຣະເຈົ້າ, ພຣະອົງຈຶ່ງໄດ້ໃຫ້ນາງທັງສອງມີຄອບຄົວຂອງຕົນເອງ.22ແລ້ວຟາໂຣຈຶ່ງໄດ້ອອກຄຳສັ່ງນີ້ແກ່ປະຊາຊົນທັງໝົດຂອງຕົນວ່າ: “ພວກເຈົ້າຈົ່ງຖິ້ມເດັກນ້ອຍຜູ້ຊາຍເຮັບເຣີທີ່ເກີດໃໝ່ທຸກຄົນລົງໃນແມ່ນ້ຳນິນ, ແຕ່ຈົ່ງປ່ອຍໃຫ້ເດັກນ້ອຍແມ່ຍິງທຸກຄົນມີຊີວິດຢູ່”.Biblica, Inc.