ເອສະເທີ7
ຮາມານຖືກແຂວນຄໍ
1ດັ່ງນັ້ນ ກະສັດ ແລະ ຮາມານກໍໄປງານກິນລ້ຽງຂອງລາຊີນີເອສະເທີ,2ແລະ ຂະນະທີ່ພວກເພິ່ນກຳລັງດື່ມເຫລົ້າອະງຸ່ນນຳກັນໃນງານກິນລ້ຽງວັນທີສອງຢູ່ນັ້ນ, ກະສັດກໍໄດ້ຖາມອີກວ່າ, “ລາຊີນີເອສະເທີ, ຄຳຮ້ອງຂໍຂອງເຈົ້າແມ່ນຫຍັງ? ເຮົາຈະມອບໃຫ້ເຈົ້າ. ຄຳຂໍຂອງເຈົ້າແມ່ນຫຍັງ? ແມ່ນແຕ່ອານາຈັກເຄິ່ງໜຶ່ງ, ກໍຈະມອບໃຫ້ເຈົ້າໄດ້”.3ແລ້ວລາຊີນີເອສະເທີກໍໄດ້ຕອບວ່າ, “ຂ້າແດ່ກະສັດ, ຖ້າຂ້ານ້ອຍເປັນທີ່ພໍໃຈຕໍ່ທ່ານ ແລະ ຖ້າທ່ານຈະກະລຸນາ, ກໍຂໍໂຜດໄວ້ຊີວິດຂອງຂ້ານ້ອຍ ນີ້ແມ່ນຄໍາຮ້ອງຂໍຂອງຂ້ານ້ອຍ ແລະ ຂໍໂຜດໄວ້ຊີວິດພີ່ນ້ອງຮ່ວມຊາດຂອງຂ້ານ້ອຍດ້ວຍ ນີ້ແມ່ນຄຳຂໍຂອງຂ້ານ້ອຍ.4ເພາະຂ້ານ້ອຍ ແລະ ພີ່ນ້ອງຮ່ວມຊາດຂອງຂ້ານ້ອຍໄດ້ຖືກຂາຍໃຫ້ເຖິງແກ່ຖືກທໍາລາຍ, ຖືກຂ້າ ແລະ ຖືກລ້າງຜານຈົນໝົດສິ້ນ. ຖ້າພວກຂ້ານ້ອຍຖືກຂາຍເປັນຂ້າທາດຊາຍ ແລະ ຂ້າທາດຍິງ, ຂ້ານ້ອຍຈະມິດງຽບຢູ່ ເພາະບໍ່ຄວນເປັນເຫດເຮັດໃຫ້ກະສັດຕ້ອງລຳຄານໃຈ ”.5ກະສັດເຊເຊັດກໍໄດ້ຖາມລາຊີນີເອສະເທີວ່າ, “ລາວແມ່ນຜູ້ໃດ? ຄົນທີ່ກ້າເຮັດຢ່າງນີ້ ລາວຢູ່ໃສ?”6ເອສະເທີໄດ້ຕອບວ່າ, “ຮາມານຜູ້ຊົ່ວຊ້າຄົນນີ້!”ແລ້ວຮາມານກໍຕົກໃຈຢ້ານຫລາຍຕໍ່ໜ້າກະສັດ ແລະ ລາຊີນີ.7ກະສັດກໍລຸກຂຶ້ນດ້ວຍຄວາມໃຈຮ້າຍ, ປະເຫລົ້າອະງຸ່ນຂອງຕົນໄວ້ ແລະ ເຂົ້າໄປໃນສວນຂອງວັງ. ແຕ່ຮາມານຍັງຢູ່ທີ່ນັ້ນເພື່ອນອ້ອນວອນຂໍຊີວິດຂອງຕົນຈາກລາຊີນີເອສະເທີ ເພາະລາວຮູ້ວ່າກະສັດໄດ້ຕັດສິນຊະຕາກຳຂອງຕົນແລ້ວ.8ຮາມານກໍາລັງກົ້ມກາບລົງເທິງຕັ່ງນວມ ບ່ອນທີ່ເອສະເທີກໍາລັງນັ່ງຢູ່ນັ້ນ. ພໍດີກັບທີ່ກະສັດກັບຄືນມາຈາກສວນໄປທີ່ຫ້ອງກິນລ້ຽງ.
ກະສັດກໍຮ້ອງຂຶ້ນວ່າ, “ມັນຈະຂົ່ມຂືນລາຊີນີໃນຂະນະທີ່ລາຊີນີຢູ່ກັບເຮົາໃນວັງບໍ?”
ໃນທັນທີທີ່ກະສັດເວົ້າຈົບລົງ, ພວກເຂົາກໍເອົາຜ້າມາຄຸມໜ້າຮາມານໄວ້.9ແລ້ວຮາໂບນາ ເຊິ່ງເປັນຄົນໜຶ່ງໃນບັນດາຂັນທີທີ່ຮັບໃຊ້ກະສັດກໍໄດ້ເວົ້າວ່າ, “ຢູ່ທີ່ເຮືອນຂອງຮາມານມີເສົາໄມ້ເສົາໜຶ່ງສູງເຖິງ 50 ສອກ. ຮາມານໄດ້ສ້າງຂຶ້ນສຳລັບມໍເດໄກ, ຜູ້ທີ່ໄດ້ມາລາຍງານເພື່ອຊ່ວຍກະສັດ”.
ກະສັດໄດ້ເວົ້າວ່າ, “ຈົ່ງແຂວນຄໍຮາມານໃສ່ບ່ອນນັ້ນ!”10ດັ່ງນັ້ນ ພວກເຂົາຈຶ່ງໄດ້ແຂວນຮາມານໄວ້ເທິງເສົາໄມ້ທີ່ລາວໄດ້ຕຽມໄວ້ສຳລັບມໍເດໄກ. ແລ້ວຄວາມໃຈຮ້າຍຂອງກະສັດກໍໄດ້ເຢັນລົງ.
Biblica, Inc.