ເອສະເທີ5
ເອສະເທີຂໍຕໍ່ກະສັດ
1ໃນວັນທີສາມ ເອສະເທີໄດ້ນຸ່ງຊຸດລາຊີນີອອກໄປຢືນຢູ່ໃນເດີ່ນດ້ານໃນໜ້າຂອງວັງ, ທາງໜ້າຫ້ອງບັນລັງຂອງກະສັດ. ກະສັດກໍກຳລັງນັ່ງຢູ່ເທິງບັນລັງຂອງເພິ່ນທີ່ຢູ່ໃນຫ້ອງບັນລັງ, ປິ່ນໜ້າໃສ່ທາງເຂົ້າ.2ເມື່ອກະສັດໄດ້ເຫັນລາຊີນີເອສະເທີກຳລັງຢືນຢູ່ທີ່ເດີນຊັ້ນໃນ, ເພິ່ນກໍພໍໃຈກັບນາງ ແລະ ໄດ້ຍື່ນໄມ້ຄ້ອນເທົ້າຄຳທີ່ຢູ່ມືຂອງເພິ່ນອອກໄປໃຫ້ເອສະເທີ. ດັ່ງນັ້ນ ເອສະເທີຈຶ່ງເຂົ້າມາໃກ້ ແລະ ຈັບສົ້ນໄມ້ຄ້ອນເທົ້ານັ້ນ.3ແລ້ວກະສັດຈຶ່ງໄດ້ຖາມວ່າ, “ລາຊີນີເອສະເທີ, ມີເລື່ອງຫຍັງບໍ? ເຈົ້າຕ້ອງການຫຍັງ? ແມ່ນແຕ່ອານາຈັກເຄິ່ງໜຶ່ງ, ກໍຈະມອບໃຫ້ເຈົ້າໄດ້”.4ເອສະເທີໄດ້ຕອບວ່າ, “ຖ້າທ່ານພໍໃຈ ຂ້ານ້ອຍຂໍເຊີນທ່ານພ້ອມກັບຮາມານ, ມາຮ່ວມງານກິນລ້ຽງທີ່ຂ້ານ້ອຍໄດ້ຈັດຂຶ້ນເພື່ອທ່ານໃນວັນນີ້”.5ກະສັດໄດ້ເວົ້າວ່າ, “ຈົ່ງໄປເອີ້ນຮາມານມາພົບດຽວນີ້, ເພື່ອພວກເຮົາຈະໄດ້ເຮັດຕາມທີ່ເອສະເທີຂໍ”.ດັ່ງນັ້ນ ກະສັດ ແລະ ຮາມານກໍໄດ້ໄປໃນງານກິນລ້ຽງຂອງເອສະເທີທີ່ໄດ້ຈັດຕຽມໄວ້.6ໃນຂະນະທີ່ພວກເພິ່ນກຳລັງດື່ມເຫລົ້າອະງຸ່ນຢູ່ນັ້ນ, ກະສັດກໍໄດ້ຖາມເອສະເທີອີກວ່າ, “ບັດນີ້ ຈົ່ງບອກມາວ່າຄຳຮ້ອງຂໍຂອງເຈົ້າແມ່ນຫຍັງ? ເຮົາຈະມອບໃຫ້ເຈົ້າ. ແລ້ວຄຳຂໍຂອງເຈົ້າແມ່ນຫຍັງ? ແມ່ນແຕ່ອານາຈັກເຄິ່ງໜຶ່ງ, ກໍຈະໃຫ້ເຈົ້າໄດ້”.7ເອສະເທີໄດ້ຕອບວ່າ, “ຄຳຮ້ອງຂໍ ແລະ ຄຳຂໍຂອງຂ້ານ້ອຍຄື:8ຖ້າທ່ານຈະກະລຸນາຕໍ່ຂ້ານ້ອຍ ແລະ ຖ້າທ່ານຈະພໍໃຈທີ່ຈະໃຫ້ຕາມຄຳຮ້ອງຂໍ ແລະ ຄຳຂໍຂອງຂ້ານ້ອຍແລ້ວ, ຂໍໃຫ້ກະສັດ ແລະ ຮາມານໄດ້ມາງານກິນລ້ຽງທີ່ຂ້ານ້ອຍຈະຈັດຕຽມສໍາລັບພວກທ່ານໃນມື້ອື່ນ. ຫລັງຈາກນັ້ນ ຂ້ານ້ອຍຈະຕອບຄໍາຖາມຂອງກະສັດ”.
ຮາມານໂກດຮ້າຍມໍເດໄກ
9ໃນວັນນັ້ນຮາມານໄດ້ອອກໄປຢ່າງມີຄວາມສຸກ ແລະ ມີຄວາມມ່ວນຊື່ນ. ແຕ່ເມື່ອລາວເຫັນມໍເດໄກຢູ່ທາງເຂົ້າປະຕູວັງ ແລະ ສັງເກດເຫັນວ່າລາວບໍ່ໄດ້ຢືນຂຶ້ນ ຫລື ບໍ່ໄດ້ສະແດງຄວາມຢໍາເກງຕໍ່ຕົນເລີຍ ລາວຈຶ່ງໂກດຮ້າຍໃຫ້ມໍເດໄກທີ່ສຸດ.10ເຖິງຢ່າງໃດກໍຕາມ, ຮາມານກໍຄວບຄຸມອາລົມຂອງຕົນໄວ້ ແລະ ກັບເມືອເຮືອນ.ຮາມານໄດ້ເອີ້ນໝູ່ຂອງຕົນ ແລະ ນາງເຊເຣເຊ, ເຊິ່ງເປັນເມຍຂອງຕົນມາຮວມກັນ.11ລາວກໍເວົ້າໂອ້ອວດໃຫ້ພວກເຂົາຟັງເຖິງຄວາມຮັ່ງມີ, ການມີລູກຊາຍຫລາຍຄົນຂອງຕົນ ແລະ ເຖິງການທີ່ກະສັດໄດ້ເລື່ອນຕຳແໜ່ງໃຫ້ແກ່ຕົນ ແລະ ການທີ່ຕົນໄດ້ຮັບຍ້ອງຍໍເໜືອກວ່າຂຸນນາງຄົນອື່ນ ແລະ ບັນດາຂ້າລາຊະການ.12ຮາມານໄດ້ເວົ້າຕໍ່ໄປອີກວ່າ, “ຫລາຍກວ່ານັ້ນອີກ ຂ້ອຍຄົນດຽວເທົ່ານັ້ນທີ່ລາຊີນີເອສະເທີໄດ້ເຊີນໃຫ້ໄປຮ່ວມງານກິນລ້ຽງກັບກະສັດທີ່ນາງໄດ້ຕຽມໄວ້. ແລ້ວນາງກໍໄດ້ເຊີນຂ້ອຍໃຫ້ໄປກັບກະສັດໃນມື້ອື່ນ.13ແຕ່ສິ່ງທັງໝົດນີ້ບໍ່ເຮັດໃຫ້ຂ້ອຍອິ່ມໃຈເລີຍຕາບໃດທີ່ຂ້ອຍເຫັນວ່າມໍເດໄກຄົນຢິວຜູ້ນັ້ນກຳລັງນັ່ງຢູ່ທີ່ປະຕູວັງ”.14ນາງເຊເຣເຊເມຍຂອງລາວ ແລະ ໝູ່ຂອງລາວໄດ້ເວົ້າກັບລາວວ່າ, “ຈົ່ງຕັ້ງເສົາໄມ້ຂຶ້ນ, ໃຫ້ສູງ 50 ສອກ, ແລ້ວໃນຕອນເຊົ້າ ຈົ່ງຂໍອະນຸຍາດນໍາກະສັດໃຫ້ແຂວນຄໍມໍເດໄກໃສ່ເທິງເສົາໄມ້ນັ້ນ. ແລ້ວເຈົ້າກໍໄປງານກິນລ້ຽງກັບກະສັດດ້ວຍຄວາມສະບາຍໃຈ”. ຄໍາແນະນໍານີ້ເຮັດໃຫ້ຮາມານເກີດຊື່ນໃຈຫລາຍ ແລະ ລາວໄດ້ຕັ້ງເສົາໄມ້ຂຶ້ນໄວ້.
Biblica, Inc.