ເອເຟໂຊ1
1ຈົດໝາຍສະບັບນີ້ຈາກເຮົາໂປໂລ, ຜູ້ເປັນອັກຄະສາວົກຄົນໜຶ່ງຂອງພຣະຄຣິດເຈົ້າເຢຊູຕາມຄວາມປະສົງຂອງພຣະເຈົ້າ,
ເຖິງບັນດາຄົນບໍລິສຸດຂອງພຣະເຈົ້າທີ່ເມືອງເອເຟໂຊ, ຜູ້ສັດຊື່ໃນພຣະຄຣິດເຈົ້າເຢຊູ.2ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາຂອງພວກເຮົາ ແລະ ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ ຈົ່ງຢູ່ກັບພວກເຈົ້າທັງຫລາຍ.
ເຖິງບັນດາຄົນບໍລິສຸດຂອງພຣະເຈົ້າທີ່ເມືອງເອເຟໂຊ, ຜູ້ສັດຊື່ໃນພຣະຄຣິດເຈົ້າເຢຊູ.2ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາຂອງພວກເຮົາ ແລະ ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ ຈົ່ງຢູ່ກັບພວກເຈົ້າທັງຫລາຍ.
ຄຳສັນລະເສີນສຳລັບພຣະພອນຝ່າຍພຣະວິນຍານໃນພຣະຄຣິດເຈົ້າ
3ຂໍໃຫ້ຄຳສັນລະເສີນຈົ່ງມີແກ່ພຣະເຈົ້າຄືພຣະບິດາເຈົ້າຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ, ຜູ້ໃຫ້ພອນໃນສະຫວັນສະຖານໃຫ້ແກ່ພວກເຮົາດ້ວຍພຣະພອນຝ່າຍວິນຍານທຸກຢ່າງໃນພຣະຄຣິດເຈົ້າ.4ເພາະພຣະອົງໄດ້ເລືອກພວກເຮົາໄວ້ໃນພຣະອົງກ່ອນການສ້າງໂລກເພື່ອພວກເຮົາຈະບໍລິສຸດ ແລະ ບໍ່ມີຕຳໜິຕໍ່ສາຍຕາຂອງພຣະອົງ. ໃນຄວາມຮັກນັ້ນ5ພຣະອົງ ໄດ້ກຳນົດພວກເຮົາໄວ້ກ່ອນລ່ວງໜ້າທີ່ຈະຮັບພວກເຮົາເປັນລູກ ຂອງພຣະອົງໂດຍຜ່ານທາງພຣະເຢຊູຄຣິດເຈົ້າ, ຕາມຄວາມພໍໃຈ ແລະ ຕາມຄວາມປະສົງຂອງພຣະອົງ6ເພື່ອເປັນການສັນລະເສີນພຣະຄຸນຍິ່ງໃຫຍ່ຂອງພຣະອົງທີ່ພຣະອົງໄດ້ໃຫ້ແກ່ພວກເຮົາລ້າໆໃນພຣະອົງຜູ້ເປັນທີ່ຮັກຂອງພຣະເຈົ້າ.7ໃນພຣະອົງນັ້ນ ພວກເຮົາໄດ້ຮັບການໄຖ່ດ້ວຍໂລຫິດຂອງພຣະອົງ, ຄືໄດ້ຮັບການອະໄພໂທດບາບຕາມພຣະຄຸນອັນອຸດົມຂອງພຣະເຈົ້າ8ເຊິ່ງພຣະອົງໄດ້ໃຫ້ແກ່ພວກເຮົາຢ່າງເຫລືອລົ້ນ. ດ້ວຍສະຕິປັນຍາ ແລະ ຄວາມເຂົ້າໃຈທັງປວງ,9ພຣະອົງ ເຮັດໃຫ້ພວກເຮົາຮູ້ຈັກຄວາມປະສົງອັນລ້ຳເລິກຂອງພຣະອົງຕາມຄວາມພໍໃຈພຣະອົງ, ເຊິ່ງພຣະອົງໄດ້ກຳນົດໄວ້ໃນພຣະຄຣິດເຈົ້າ,10ເພື່ອໃຫ້ເກີດຜົນເມື່ອເຖິງເວລາກຳນົດມາເຖິງ ເພື່ອນຳເອົາທຸກສິ່ງໃນສະຫວັນ ແລະ ເທິງແຜ່ນດິນໂລກເຂົ້າເປັນອັນໜຶ່ງອັນດຽວກັນພາຍໃຕ້ພຣະຄຣິດເຈົ້າ.11ໃນພຣະອົງນັ້ນ ພວກເຮົາກໍໄດ້ຮັບການເລືອກ ເໝືອນກັນ, ຖືກກຳນົດໄວ້ລ່ວງໜ້າຕາມແຜນການຂອງພຣະອົງຜູ້ເຮັດໃຫ້ທຸກສິ່ງເປັນໄປຕາມຈຸດມຸ່ງໝາຍຂອງຄວາມປະສົງຂອງພຣະອົງ,12ເພື່ອພວກເຮົາທີ່ເປັນຜູ້ທຳອິດທີ່ມອບຄວາມຫວັງຂອງພວກເຮົາໄວ້ໃນພຣະຄຣິດເຈົ້າ, ຈະໄດ້ສັນລະເສີນສະຫງ່າລາສີຂອງພຣະອົງ.13ແລະ ພວກເຈົ້າກໍໄດ້ຮ່ວມຢູ່ໃນພຣະຄຣິດເຈົ້າເໝືອນກັນເມື່ອພວກເຈົ້າໄດ້ຍິນພຣະຄຳແຫ່ງຄວາມຈິງ, ຄືຂ່າວປະເສີດແຫ່ງຄວາມພົ້ນຂອງພວກເຈົ້າ. ເມື່ອພວກເຈົ້າໄດ້ເຊື່ອ ພວກເຈົ້າກໍໄດ້ຖືກໝາຍໄວ້ໃນພຣະອົງດ້ວຍຕາປະທັບ, ຄືພຣະວິນຍານບໍລິສຸດເຈົ້າທີ່ໄດ້ສັນຍາໄວ້,14ຜູ້ເປັນມັດຈຳຄ້ຳປະກັນມໍລະດົກຂອງພວກເຮົາຈົນກວ່າຄົນຂອງພຣະເຈົ້າຈະໄດ້ຮັບການໄຖ່ ເພື່ອເປັນການສັນລະເສີນສະຫງ່າລາສີຂອງພຣະອົງ.ການໂມທະນາຂອບພຣະຄຸນ ແລະ ຄຳອະທິຖານ
15ເພາະເຫດຜົນນີ້, ຕັ້ງແຕ່ເຮົາໄດ້ຍິນເຖິງຄວາມເຊື່ອຂອງພວກເຈົ້າໃນພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າ ແລະ ຄວາມຮັກຂອງພວກເຈົ້າທີ່ມີຕໍ່ຄົນຂອງພຣະເຈົ້າທຸກຄົນແລ້ວ,16ເຮົາຈຶ່ງໂມທະນາຂອບພຣະຄຸນພຣະເຈົ້າສຳລັບພວກເຈົ້າຢ່າງບໍ່ຢຸດຢັ້ງ ແລະ ໄດ້ລະນຶກເຖິງພວກເຈົ້າໃນຄຳອະທິຖານຂອງເຮົາ.17ເຮົາໝັ່ນຂໍໃຫ້ພຣະເຈົ້າຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ ຄືພຣະບິດາເຈົ້າຜູ້ເຕັມດ້ວຍສະຫງ່າລາສີ ໄດ້ໃຫ້ພວກເຈົ້າທັງຫລາຍມີພຣະວິນຍານ ແຫ່ງສະຕິປັນຍາ ແລະ ການເປີດເຜີຍ, ເພື່ອວ່າພວກເຈົ້າຈະຮູ້ຈັກພຣະອົງຫລາຍຂຶ້ນ.18ເຮົາອະທິຖານໃຫ້ຕາໃຈຂອງພວກເຈົ້າສະຫວ່າງຂຶ້ນ ເພື່ອພວກເຈົ້າຈະໄດ້ຮູ້ເຖິງຄວາມຫວັງທີ່ພຣະອົງໄດ້ເອີ້ນພວກເຈົ້ານັ້ນ ຄືຮູ້ເຖິງຄວາມຮັ່ງມີແຫ່ງມໍລະດົກອັນຮຸ່ງເຮືອງຂອງພຣະອົງໃນຄົນບໍລິສຸດຂອງພຣະອົງ,19ແລະ ຮູ້ເຖິງລິດອຳນາດອັນຍິ່ງໃຫຍ່ທີ່ຫາສິ່ງໃດປຽບທຽບບໍ່ໄດ້ສຳລັບພວກເຮົາຜູ້ທີ່ເຊື່ອ. ລິດອຳນາດນັ້ນເປັນເໝືອນກັບພະລັງອັນຍິ່ງໃຫຍ່ຂອງພຣະອົງ20ເຊິ່ງພຣະອົງໄດ້ກະທຳໃນພຣະຄຣິດເຈົ້າເມື່ອເວລາທີ່ບັນດານໃຫ້ພຣະຄຣິດເຈົ້າເປັນຄືນມາຈາກຕາຍ ແລະ ໃຫ້ນັ່ງຢູ່ເບື້ອງຂວາມືຂອງພຣະອົງໃນສະຫວັນສະຖານ,21ສູງກວ່າຜູ້ປົກຄອງ ແລະ ຜູ້ມີສິດອຳນາດທັງໝົດ, ຜູ້ມີລິດອຳນາດ ແລະ ຜູ້ມີອານຸພາບ ແລະ ເໜືອທຸກນາມທີ່ຖືກເອີ່ຍຂຶ້ນ, ບໍ່ພຽງແຕ່ໃນຍຸກປັດຈຸບັນເທົ່ານັ້ນ ແຕ່ໃນຍຸກທີ່ຈະມາເຖິງດ້ວຍ.22ແລະ ພຣະເຈົ້າໄດ້ວາງສິ່ງທັງປວງລົງໃຕ້ຕີນຂອງພຣະຄຣິດເຈົ້າ ແລະ ໄດ້ຕັ້ງພຣະອົງໄວ້ເປັນຫົວເໜືອທຸກສິ່ງເພື່ອຄຣິສຕະຈັກ,23ເຊິ່ງເປັນຮ່າງກາຍຂອງພຣະອົງທີ່ເຕັມບໍລິບູນດ້ວຍພຣະອົງຜູ້ໃຫ້ທຸກສິ່ງເຕັມບໍລິບູນໃນທຸກທາງ.Biblica, Inc.