ພຣະບັນຍັດສອງ7
ການຂັບໄລ່ຊົນຊາດຕ່າງໆອອກໄປ
1ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ນຳພາພວກເຈົ້າເຂົ້າສູ່ດິນແດນທີ່ພວກເຈົ້າກຳລັງເຂົ້າໄປຄອບຄອງ ແລະ ຂັບໄລ່ຊົນຊາດຕ່າງໆອອກໄປຕໍ່ໜ້າພວກເຈົ້າຄື ຊາວຮິດຕີ ຊາວກີກາຊີ ຊາວອາໂມ, ຊາວການາອານ, ຊາວເປຣີຊີ, ຊາວຮີວີ ແລະ ຊາວເຢບຸດ, ເຈັດຊົນຊາດທີ່ໃຫຍ່ ແລະ ເຂັ້ມແຂງກວ່າພວກເຈົ້າ2ແລະ ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບພວກເຂົາໃຫ້ແກ່ພວກເຈົ້າ ແລະ ພວກເຈົ້າໄດ້ເອົາຊະນະພວກເຂົາໄດ້ແລ້ວ, ຫລັງຈາກນັ້ນ ພວກເຈົ້າຕ້ອງທຳລາຍລ້າງ ພວກເຂົາໃຫ້ໝົດສິ້ນ. ຢ່າເຮັດສົນທິສັນຍາກັບພວກເຂົາ ແລະ ຢ່າສະແດງຄວາມເມດຕາຕໍ່ພວກເຂົາ.3ຢ່າແຕ່ງງານຂ້າມເຊື້ອຊາດກັບພວກເຂົາ. ຢ່າໃຫ້ລູກຫລານຂອງພວກເຈົ້າບໍ່ວ່າຊາຍ ຫລື ຍິງແຕ່ງງານກັບລູກຫລານຂອງພວກເຂົາ.4ເພາະພວກເຂົາຈະເຮັດໃຫ້ລູກຫລານຂອງພວກເຈົ້າຫັນໜີຈາກການຕິດຕາມເຮົາເພື່ອໄປຮັບໃຊ້ພະອື່ນໆ, ແລ້ວຄວາມໂກດຮ້າຍຂອງພຣະເຈົ້າຢາເວກໍຈະເຜົາຜານທຳລາຍພວກເຈົ້າຢ່າງວ່ອງໄວ.5ຈົ່ງເຮັດຢ່າງນີ້ກັບພວກເຂົາຄື: ຮື້ແທ່ນບູຊາຂອງພວກເຂົາຖິ້ມ, ທຸບຫີນສັກສິດຖິ້ມ, ຕັດເສົາ ເຈົ້າແມ່ອາເຊຣາລົງ ແລະ ເຜົາຮູບເຄົາລົບຂອງພວກເຂົາຖິ້ມ.6ເພາະພວກເຈົ້າເປັນປະຊາຊົນບໍລິສຸດແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເລືອກພວກເຈົ້າອອກມາຈາກປະຊາຊາດທັງໝົດເທິງແຜ່ນດິນໂລກໃຫ້ເປັນປະຊາຊົນຂອງພຣະອົງ, ເປັນກຳມະສິດອັນລ້ຳຄ່າຂອງພຣະອົງ.7ພຣະເຈົ້າຢາເວໄດ້ເລືອກພວກເຈົ້າ ແລະ ຮັກພວກເຈົ້າ ບໍ່ແມ່ນເພາະພວກເຈົ້າມີຈຳນວນຫລາຍກວ່າຊົນຊາດອື່ນໆ, ແທ້ຈິງແລ້ວພວກເຈົ້າເປັນຊົນຊາດທີ່ນ້ອຍທີ່ສຸດຂອງບັນດາຊົນຊາດທັງໝົດ.8ແຕ່ເພາະພຣະເຈົ້າຢາເວຮັກພວກເຈົ້າ ແລະ ຮັກສາຄຳປະຕິຍານທີ່ໄດ້ໃຫ້ໄວ້ກັບບັນພະບຸລຸດຂອງພວກເຈົ້າ ພຣະອົງຈຶ່ງໄດ້ນຳພວກເຈົ້າອອກມາດ້ວຍມືອັນມີລິດອຳນາດຍິ່ງໃຫຍ່ ແລະ ໄດ້ໄຖ່ພວກເຈົ້າອອກມາຈາກດິນແດນທີ່ເຄີຍເປັນຂ້າທາດ, ຈາກອຳນາດຂອງຟາໂຣກະສັດແຫ່ງເອຢິບ.9ເຫດສະນັ້ນ ຈົ່ງຮູ້ວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເປັນພຣະເຈົ້າ, ພຣະອົງເປັນພຣະເຈົ້າຜູ້ສັດຊື່, ພຣະອົງໄດ້ຮັກສາພັນທະສັນຍາແຫ່ງຄວາມຮັກຂອງພຣະອົງຕໍ່ຜູ້ທີ່ຮັກພຣະອົງ ແລະ ຖືຮັກສາພຣະບັນຍັດຕ່າງໆຂອງພຣະອົງເຖິງພັນຊົ່ວອາຍຸຄົນ.10ແຕ່ບັນດາຜູ້ທີ່ກຽດຊັງພຣະອົງ ພຣະອົງຈະຕອບສະໜອງໃຫ້ພວກເຂົາດ້ວຍການທຳລາຍ;ພຣະອົງຈະຕອບສະໜອງຄົນເຫລົ່ານັ້ນທີ່ກຽດຊັງພຣະອົງໂດຍບໍ່ຊັກຊ້າ.11ເຫດສະນັ້ນ, ຈົ່ງເອົາໃຈໃສ່ປະຕິບັດຕາມບັນດາຂໍ້ຄຳສັ່ງ, ກົດເກນ ແລະ ກົດບັນຍັດທີ່ຂ້າພະເຈົ້າມອບໃຫ້ພວກເຈົ້າໃນວັນນີ້.12ຖ້າພວກເຈົ້າເອົາໃຈໃສ່ ແລະ ປະຕິບັດຕາມກົດບັນຍັດເຫລົ່ານີ້ຢ່າງລະມັດລະວັງ, ແລ້ວພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະຮັກສາພັນທະສັນຍາແຫ່ງຄວາມຮັກຂອງພຣະອົງກັບພວກເຈົ້າ ເໝືອນດັ່ງທີ່ພຣະອົງໄດ້ປະຕິຍານໄວ້ກັບບັນພະບຸລຸດຂອງພວກເຈົ້າ.13ພຣະອົງຈະຮັກພວກເຈົ້າ ແລະ ອວຍພອນພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າທະວີຄູນຈຳນວນຂຶ້ນ. ພຣະອົງຈະອວຍພອນລູກຫລານຂອງພວກເຈົ້າ ແລະ ຜົນເກັບກ່ຽວຈາກແຜ່ນດິນຂອງພວກເຈົ້າ, ທັງເມັດພືດ, ເຫລົ້າອະງຸ່ນໃໝ່ ແລະ ນ້ຳມັນໝາກກອກ, ລູກງົວ ແລະ ລູກແກະຈາກຝູງສັດຂອງພວກເຈົ້າໃນດິນແດນທີ່ພຣະອົງໄດ້ປະຕິຍານໄວ້ກັບບັນພະບຸລຸດຂອງພວກເຈົ້າວ່າຈະມອບໃຫ້ແກ່ພວກເຈົ້າ.14ພວກເຈົ້າຈະໄດ້ຮັບພອນຫລາຍກວ່າຊົນຊາດອື່ນໃດ; ຈະບໍ່ມີຜູ້ຊາຍ ຫລື ແມ່ຍິງຄົນໃດໃນພວກເຈົ້າທີ່ເປັນໝັນ ຫລື ຝູງສັດຂອງພວກເຈົ້າກໍຈະບໍ່ມີໂຕໃດທີ່ຈະບໍ່ເກີດລູກອ່ອນ.15ພຣະເຈົ້າຢາເວຈະປົກປ້ອງພວກເຈົ້າຈາກພະຍາດທຸກຊະນິດ. ພຣະອົງຈະບໍ່ໃຫ້ພວກເຈົ້າໄດ້ຮັບຄວາມທໍລະມານດ້ວຍພະຍາດຮ້າຍແຮງໃດໆ ເໝືອນດັ່ງພວກເຈົ້າຮູ້ຈັກໃນເອຢິບ, ແຕ່ຈະໃຫ້ພະຍາດຮ້າຍແຮງນັ້ນທໍລະມານຄົນທັງຫລາຍທີ່ກຽດຊັງພວກເຈົ້າ.16ຈົ່ງທຳລາຍປະຊາຊົນທັງໝົດທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໄວ້ໃນມືຂອງພວກເຈົ້າ. ຢ່າຫລຽວເບິ່ງພວກເຂົາດ້ວຍຄວາມສົງສານ ແລະ ຢ່າຮັບໃຊ້ບັນດາພະຂອງພວກເຂົາ, ເພາະນັ້ນຈະເປັນບ້ວງແຮ້ວດັກຈັບພວກເຈົ້າ.17ພວກເຈົ້າອາດຈະກັງວົນໄປເອງວ່າ, “ຊົນຊາດພວກນີ້ເຂັ້ມແຂງກວ່າພວກເຮົາ. ພວກເຮົາຈະໄປຂັບໄລ່ພວກເຂົາໄດ້ຢ່າງໃດ?”18ແຕ່ຢ່າຢ້ານພວກເຂົາເລີຍ; ຈົ່ງລະນຶກເຖິງສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ກະທຳແກ່ຟາໂຣ ແລະ ແກ່ຊາວເອຢິບທັງໝົດ.19ພວກເຈົ້າກໍໄດ້ເຫັນກັບຕາຂອງພວກເຈົ້າແລ້ວເຖິງການທົດສອບອັນໃຫຍ່, ໝາຍສຳຄັນ ແລະ ການອັດສະຈັນຕ່າງໆ, ມືອັນມີລິດອຳນາດຍິ່ງໃຫຍ່ ແລະ ແຂນທີ່ເດ່ອອກໄປ, ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ໃຊ້ສິ່ງເຫລົ່ານີ້ນຳພາພວກເຈົ້າອອກມາ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເຮັດແບບດຽວກັນນີ້ກັບປະຊາຊົນທັງໝົດທີ່ພວກເຈົ້າຢ້ານກົວຢູ່ໃນເວລານີ້.20ນອກຈາກນັ້ນ, ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະສົ່ງຕໍ່ມາຕອດພວກເຂົາ ແມ່ນແຕ່ຜູ້ລອດຊີວິດທີ່ຫລົບລີ້ຈາກພວກເຈົ້າ ໃຫ້ຈິບຫາຍໄປໝົດ.21ຢ່າຢ້ານພວກເຂົາ, ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຜູ້ຢູ່ທ່າມກາງພວກເຈົ້າເປັນພຣະເຈົ້າອົງຍິ່ງໃຫຍ່ ແລະ ໜ້າຢ້ານກົວ.22ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະຄ່ອຍໆຂັບໄລ່ຊົນຊາດເຫລົ່ານີ້ອອກໄປຕໍ່ໜ້າພວກເຈົ້າເທື່ອລະນ້ອຍ. ພຣະອົງບໍ່ໄດ້ອະນຸຍາດໃຫ້ພວກເຈົ້າກຳຈັດພວກເຂົາອອກໄປໃຫ້ໝົດເທື່ອດຽວ ບໍ່ດັ່ງນັ້ນສັດປ່າກໍຈະທະວີຄູນຈຳນວນຂຶ້ນອ້ອມຮອບພວກເຈົ້າຢ່າງວ່ອງໄວ.23ແຕ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະມອບພວກເຂົາໃຫ້ແກ່ພວກເຈົ້າ, ໂດຍການໂຍນພວກເຂົາເຂົ້າໃນຄວາມວຸ້ນວາຍຈົນພວກເຂົາໄດ້ຖືກທຳລາຍລ້າງໄປ.24ພຣະອົງຈະມອບກະສັດຂອງພວກເຂົາໄວ້ໃນມືຂອງພວກເຈົ້າ ແລະ ພວກເຈົ້າຈະລຶບຊື່ຄົນເຫລົ່ານັ້ນອອກຈາກໃຕ້ຟ້າສະຫວັນ. ບໍ່ມີຜູ້ໃດສາມາດລຸກຂຶ້ນຕໍ່ສູ້ພວກເຈົ້າໄດ້; ພວກເຈົ້າຈະທຳລາຍລ້າງພວກເຂົາ.25ຈົ່ງເຜົາບັນດາຮູບເຄົາລົບຂອງພະຕ່າງໆຂອງພວກເຂົາຖິ້ມລົງໃສ່ໄຟ. ຢ່າຢາກໄດ້ເງິນ ແລະ ຄຳທີ່ໃຊ້ເຮັດຮູບເຄົາລົບເຫລົ່ານັ້ນ ແລະ ຢ່າເກັບໄວ້ເປັນຂອງພວກເຈົ້າເອງ ບໍ່ດັ່ງນັ້ນບ້ວງແຮ້ວຈະດັກຈັບພວກເຈົ້າເອງ, ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຽດຊັງພວກມັນ.26ຢ່ານຳສິ່ງທີ່ໜ້າກຽດຊັງເຂົ້າໄປໄວ້ໃນເຮືອນຂອງພວກເຈົ້າ ຢ້ານວ່າພວກເຈົ້າຈະເປັນເໝືອນສິ່ງນັ້ນ, ຄືຖືກແຍກອອກມາເພື່ອທຳລາຍ. ຈົ່ງຖືວ່າສິ່ງນັ້ນຊົ່ວຮ້າຍ ແລະ ໜ້າລັງກຽດ, ເພາະມັນຄືສິ່ງທີ່ຖືກແຍກອອກມາເພື່ອທຳລາຍ.Biblica, Inc.