ພຣະບັນຍັດສອງ20
ການອອກໄປສູ້ຮົບ
1ເມື່ອພວກເຈົ້າອອກສູ້ຮົບກັບບັນດາສັດຕູຂອງພວກເຈົ້າ ແລະ ເຫັນສັດຕູມີມ້າ, ລົດມ້າ ແລະ ກອງທັບໃຫຍ່ກວ່າກອງທັບຂອງພວກເຈົ້າ, ຢ່າຢ້ານພວກເຂົາ, ເພາະວ່າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຜູ້ນຳພວກເຈົ້າອອກມາຈາກເອຢິບນັ້ນຈະຢູ່ກັບພວກເຈົ້າ.2ເມື່ອພວກເຈົ້າກຳລັງອອກໄປສູ້ຮົບ, ປະໂລຫິດຈະຕ້ອງຍ່າງອອກມາທາງໜ້າ ແລະ ກ່າວກັບກອງທັບ.3ເພິ່ນຈະຕ້ອງເວົ້າວ່າ: “ອິດສະຣາເອນ, ຈົ່ງຟັງ: ວັນນີ້ພວກເຈົ້າກຳລັງເຂົ້າສູ່ການສູ້ຮົບກັບບັນດາສັດຕູຂອງພວກເຈົ້າ. ບໍ່ຕ້ອງເສຍຂັວນ ຫລື ຢ້ານກົວ; ຢ່າທໍ້ຖອຍໃຈ ຫລື ຕື່ນຕົກໃຈໂດຍພວກເຂົາ.4ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເປັນອົງທີ່ໄປກັບພວກເຈົ້າ ພຣະອົງຕໍ່ສູ້ກັບສັດຕູຂອງພວກເຈົ້າເພື່ອພວກເຈົ້າ ເພື່ອໃຫ້ໄຊຊະນະແກ່ພວກເຈົ້າ”.5ນາຍທະຫານກໍຈະກ່າວກັບກອງທັບວ່າ: “ມີຜູ້ໃດແດ່ທີ່ຫາກໍສ້າງເຮືອນໃໝ່ ແລະ ຍັງບໍ່ທັນໄດ້ເຂົ້າໄປຢູ່ໃນເຮືອນນັ້ນ? ຖ້າມີ ໃຫ້ຜູ້ນັ້ນກັບເມືອເຮືອນຂອງຕົນ, ເພາະລາວອາດຈະຕາຍໃນສະໜາມຮົບ ແລະ ຄົນອື່ນຈະເຂົ້າໄປຢູ່ໃນເຮືອນນັ້ນ.6ມີຜູ້ໃດແດ່ທີ່ຫາກໍປູກສວນອະງຸ່ນ ແລະ ຍັງບໍ່ໄດ້ກິນໝາກອະງຸ່ນເລີຍ? ຖ້າມີ ໃຫ້ຜູ້ນັ້ນຈົ່ງກັບເມືອເຮືອນ ຫລື ລາວອາດຈະຕາຍໃນສະໜາມຮົບ ແລະ ຄົນອື່ນຈະມາກິນໝາກອະງຸ່ນນັ້ນ.7ມີຜູ້ໃດແດ່ທີ່ຫາກໍໝັ້ນຜູ້ຍິງ ແລະ ຍັງບໍ່ໄດ້ທັນໄດ້ແຕ່ງງານກັບນາງ? ຖ້າມີ ໃຫ້ຜູ້ນັ້ນກັບເມືອເຮືອນ, ບໍ່ດັ່ງນັ້ນລາວອາດຈະຕາຍໃນສະໜາມຮົບ ແລະ ຄົນອື່ນກໍຈະມາແຕ່ງງານກັບນາງ”.8ແລ້ວນາຍທະຫານຈະກ່າວຕື່ມອີກວ່າ, “ມີຜູ້ໃດມີຄວາມຢ້ານ ຫລື ທໍ້ຖອຍໃຈ? ຈົ່ງໃຫ້ຜູ້ນັ້ນກັບເມືອເຮືອນໄປ ກ່ອນທີ່ຈະເຮັດໃຫ້ທະຫານຮ່ວມຊາດອິດສະຣາເອນຂອງລາວທໍ້ຖອຍໃຈເໝືອນກັນ”.9ເມື່ອນາຍທະຫານກ່າວຕໍ່ກອງທັບຈົບແລ້ວ, ພວກເຂົາກໍຈະແຕ່ງຕັ້ງຜູ້ບັນຊາການກອງທັບນັ້ນ.10ເມື່ອພວກເຈົ້າເດີນຂະບວນເຂົ້າໄປໂຈມຕີເມືອງໜຶ່ງ, ຈົ່ງຍື່ນຂໍ້ສະເໜີໃຫ້ປະຊາຊົນຂອງເມືອງນັ້ນຍອມເຈລະຈາຢ່າງສັນຕິ.11ຖ້າພວກເຂົາຍອມຮັບຂໍ້ສະເໜີ ແລະ ເປີດປະຕູເມືອງຂອງຕົນໃຫ້, ທຸກຄົນທີ່ຢູ່ໃນເມືອງນັ້ນຈະຖືກເກນແຮງງານ ແລະ ຈະຕ້ອງເຮັດວຽກໃຫ້ພວກເຈົ້າ.12ຖ້າພວກເຂົາບໍ່ຍອມເຈລະຈາຢ່າງສັນຕິ ແລະ ຕໍ່ສູ້ກັບພວກເຈົ້າ, ຈົ່ງປິດລ້ອມເມືອງນັ້ນ.13ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າມອບເມືອງນັ້ນໄວ້ໃນມືຂອງພວກເຈົ້າ, ຈົ່ງໃຊ້ດາບຂ້າຜູ້ຊາຍທຸກຄົນທີ່ຢູ່ໃນເມືອງນັ້ນ.14ສ່ວນແມ່ຍິງ, ເດັກນ້ອຍ, ຝູງສັດ ແລະ ຊັບສິນຕ່າງໆໃນເມືອງນັ້ນ, ພວກເຈົ້າອາດຈະຢຶດເອົາສິ່ງເຫລົ່ານີ້ມາເປັນຂອງພວກເຈົ້າເອງ ແລະ ພວກເຈົ້າອາດນຳໃຊ້ທຸກສິ່ງທີ່ຢຶດມາໄດ້ຈາກສັດຕູທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າມອບໃຫ້ພວກເຈົ້ານັ້ນ.15ນີ້ແມ່ນວິທີທີ່ພວກເຈົ້າຈະປະຕິບັດຕໍ່ເມືອງທັງໝົດທີ່ຢູ່ຫ່າງໄກຈາກພວກເຈົ້າ ແລະ ບໍ່ແມ່ນເມືອງທີ່ເປັນຂອງຊົນຊາດໃກ້ຄຽງ.16ເຖິງຢ່າງໃດກໍຕາມ, ໃນເມືອງຕ່າງໆຂອງປະເທດທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງມອບໃຫ້ເປັນມໍລະດົກຂອງພວກເຈົ້ານັ້ນ, ຢ່າໄວ້ຊີວິດ ຈົ່ງທຳລາຍທຸກສິ່ງທີ່ມີລົມຫາຍໃຈ.17ຈົ່ງທຳລາຍລ້າງໃຫ້ໝົດສິ້ນໄປ, ຊາວຮິດຕີ, ຊາວອາໂມ, ຊາວການາອານ, ຊາວເປຣີຊີ, ຊາວຮີວີ ແລະ ຊາວເຢບຸດ ຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງພວກເຈົ້າໄວ້.18ບໍ່ດັ່ງນັ້ນພວກເຂົາຈະສອນໃຫ້ພວກເຈົ້າເຮັດສິ່ງທີ່ໜ້າກຽດຊັງໂດຍການກາບໄຫວ້ພະອື່ນຕາມພວກເຂົາ ແລະ ພວກເຈົ້າຈະເຮັດບາບຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.19ເມື່ອພວກເຈົ້າປິດລ້ອມເມືອງຢູ່ດົນນານແລ້ວ, ຈົ່ງຕໍ່ສູ້ເພື່ອຢຶດເອົາເມືອງນັ້ນ, ຢ່າທຳລາຍຕົ້ນໄມ້ໂດຍໃຊ້ຂວານປ້ຳພວກມັນຖິ້ມ, ເພາະພວກເຈົ້າຈະໄດ້ກິນໝາກຂອງມັນ. ຢ່າຕັດຕົ້ນໄມ້ຖິ້ມ, ຕົ້ນໄມ້ໃນທົ່ງນາເປັນມະນຸດບໍ ພວກເຈົ້າຈຶ່ງຈະຕ້ອງປິດລ້ອມພວກມັນ? 20ເຖິງຢ່າງໃດກໍຕາມ, ພວກເຈົ້າອາດຕັດຕົ້ນໄມ້ທີ່ພວກເຈົ້າຮູ້ວ່າບໍ່ແມ່ນຕົ້ນໄມ້ກິນໝາກໄດ້ ແລະ ນຳໃຊ້ຕົ້ນໄມ້ເພື່ອໃຊ້ເປັນເຄື່ອງປິດລ້ອມເມືອງຂອງສັດຕູຈົນກວ່າເມືອງຈະຕົກເປັນຂອງພວກເຈົ້າ.Biblica, Inc.